วันพฤหัสบดีที่ 19 มกราคม พ.ศ. 2560

ວິທະຍາໄລສົງອົງຕຶ້
ວິຊາ ພາສາລາວ

1. ຄວາມໝາຍຂອງວະຈີວິພາກ.
ວະຈີວິພາກ ແມ່ນສ່ວນໜຶ່ງຂອງໄວຍະກອນລາວ ທີ່ໄດ້ສະເໜີກ່ຽວກັບການນຳໃຊ້ຄຳເວົ້າຢູ່ໃນແຕ່ລະປະໂຫຍກຕ່າງໆ ເຊິ່ງມັນໄດ້ສະເໜີໃຫ້ພວກເຮົາຮູ້ເຖິງຊະນິດຄຳເວົ້າ,ປະເພດຄຳເວົ້າ,ລັກສະນະຂອງຄຳເວົ້າໃນພາສາລາວ.
2. ປະເພດຄຳເວົ້າໃນພາສາລາວ.
ປະເພດຄຳເວົ້າໃນພາສາລາວແບ່ງອອກເປັນ 7 ປະເພດ ຄື ຄຳນາມ,ຄຳແທນນາມ,ຄຳກຳມະ,ຄຳຄຸນນາມ,ຄຳເຊື່ອມ,ຄຳຕໍ່ ແລະ ຄຳອຸທານ.
1.  ຄຳນາມ.
ຄຳນາມ ແມ່ນຄຳຈຳພວກທີ່ໃຊ້ເປັນຊື່ທົ່ວໄປທີ່ເປັນຮູບປະທຳ ແລະ ນາມມະທຳ.
ຕົວຢ່າງ:  
-    ນາມທີ່ເປັນຮູບປະທຳ ໄດ້ແກ່: ຄົນ,ນົກ,ມ້າ,ດິນ,ນ້ຳ,ໂຕະ,ຕັ່ງ,ກະດານ...
-    ນາມທີ່ເປັນນາມມະທຳ ໄດ້ເເກ່: ຈິດໃຈ,ອຳນາດ,ສັນຕິພາບ,ອິດສະຫຼະພາບ,ອາກາດ...
2.  ຄຳແທນນາມ (ຄຳສັບພະນາມ).
ຄຳແທນນາມ ແມ່ນຄຳທີ່ໃຊ້ແທນຄຳນາມເພື່ອບໍ່ໃຫ້ລື້ມຄືນຄຳເກົ່າ.
ຕົວຢ່າງ: - ອາຈານ ສົມສີ ເຫັນ ທ້າວບຸນມີ ເພີ່ນ ຈິ່ງຖາມ ລາວ ວ່າ ເຈົ້າ ໄປໃສ່ບໍ່ເຫັນມາຢາມ ຂ້ອຍ ແດ່.
3.  ຄຳກຳມະ (ກິລິຍາ ຫຼື ຕົວ ສຳແດງ).
ຄຳກຳມະ ແມ່ນຄຳທີ່ສະແດງອາການເຄື່ອນໄຫວຂອງຄຳນາມ ແລະ ຄຳແທນນາມ ຢູ່ໃນປະໂຫຍກໜຶ່ງໆ ຫຼື ເວົ້າວ່າແມ່ນຄຳຈຳພວກທີ່ມີຄວາມໝາຍສະແດງເຖິງອາການເຄື່ອນໄຫວ ແລະ ການກະທຳ.
ຕົວຢ່າງ: - ຂ້ອຍໄປໂຮງຮຽນ.


4.  ຄຳຄຸນນາມ (ຄຳວິເສດ).
ຄຳຄຸນນາມ ແມ່ນຄຳສະແດງລັກສະນະຂອງຄຳນາມ,ຄຳແທນນາມ,ຄຳກຳມະ ແລະ ຄຳຄຸນນາມດ້ວຍກັນ ເຊັ່ນ ດີ,ຊົ່ວ,ສູງ,ຕ່ຳ,ດຳ,ຂາວ,ກວ້າງ,ແຄບ,ໃຫຍ່,ນ້ອຍ,ໄວ,ຊ້າ,ໄກ,ໃກ້..
ນອກຈາກນັ້ນ ຄຳຄຸນນາມ ຍັງເຮັດໜ້າທີ່ຂະຫຍາຍ ຄຳນາມ,ຄຳແທນນາມ,ຄຳກຳມະ ແລະ ຄຳຄຸນນາມດ້ວຍກັນເພື່ອໃຫ້ມີຄວາມໝາຍແຈ້ງຂື້ນຕື່ມ.
ຕົວຢ່າງ:
- ຄໍາຄຸນນາມໃຊ້ຂະຫຍາຍຄໍານາມ ເຊັ່ນ ຄົນສະຫຼາດ,ຕົ້ນໄມ້ໃຫຍ່,ຜ້າແດງ,ນັກຮຽນດຸໝັ່ນ.
ຄຳວ່າ: ສະຫຼາດ,ໃຫຍ່,ແດງ,ດຸໝັ່ນ ແມ່ນຄຳຄຸນນາມທີ່ໄປຂະຫຍາຍຄຳນາມ.
5.  ຄຳເຊື່ອມ (ຄຳບຸບພະບົດ).
ຄຳເຊື່ອມ ແມ່ນຄຳສຳລັບໃຊ້ເຊື່ອມລະຫວ່າງ ຄຳນາມ ກັບ ຄຳນາມ, ຄຳນາມ ກັບ ຄຳແທນນາມ, ຄຳນາມ ກັບ ຄຳກຳມະ ແລະ ຄຳກຳມະ ກັບ ຄຳກຳມະ ໃຫ້ແຈ້ງຂື້ນຕື່ມຕາມໜ້າທີ່ຂອງມັນເຊັ່ນ:
ຕົວຢ່າງ - ຄຳນາມ ກັບ ຄຳນາມ   ປາ ໃນ ນໍ້າ,ຕົ້ນໄມ້ ໃນ ປ່າ,ສວນ ໃກ້ ເຮືອນ
6.  ຄຳຕໍ່ (ຄຳສັນທານ).
ຄຳຕໍ່ ແມ່ນຄຳທີ່ໃຊ້ ຄຳ ກັບ ຄຳ, ປະໂຫຍກ ກັບ ປະໂຫຍກ ຫຼື ຂໍ້ຄວາມ ກັບ ຂໍ້ຄວາມ ໃຫ້ເນື່ອງກັນ.
ຕົວຢ່າງ:
-    ຄຳຕໍ່: ພໍ່ ກັບ ລູກ, ອ້າຍ ແລະ ນ້ອງ.
-    ຕໍ່ເປັນປະໂຫຍກ: ອ້າຍອອກແຮງງານແຕ່ນ້ອງຫຼິ້ນ,ຝົນຕົກແຕ່ແດດອອກ,ສຸດແຕ່ວ່າຄູສອນນັກຮຽນບໍ່ຕັ້ງໃຈຟັງ...


7.  ຄຳອຸທານ.
ຄຳອຸທານ ແມ່ນຄຳທີ່ໃຊ້ເພື່ອສະແດງຄວາມຍິນດີ,ຄວາມຕື່ນຕົກໃຈ,ຄວາມຊົມເຊີຍ,ຄວາມງຶດງໍ້ອັດສະຈັນ,ຄວາມອິດູສົງສານ...ຄຳທີ່ສະແດງອາການເຫຼົ່ານັ້ນໄດ້ແກ່: ປັດໂທ,ໂອນໍ,ບະນໍ,ອ້າວ,ໂຢ້ວ...
ຕົວຢ່າງ:
-    ສະແດງອາການຮຽກຮ້ອງ ແມ່ນຄໍາຈຳພວກ: ເຮີຍ,ແນ່,ແນ້,ເອີຍ,ເອີ່ຍ,ເວີຍ,ເນີ,ເດີ..
-    ຂຽນເປັນປະໂຫຍກ: ເຮີຍ!ເຊົາກ່ອນເຮີຍ!ຖ້າຈັກບຶດກ່ອນ.
3. ຄວາມໝາຍຂອງວະກາຍະສຳພັນ.
ວາກະຍະສຳພັນ ແມ່ນຂະແໜງໜຶ່ງຂອງໄວຍະກອນລາວ ເຊິ່ງມີໜ້າທີ່ຄົ້ນຄວ້າຫາຫົວໜ່ວຍຂັ້ນສູງສຸດຂອງພາສາ ແລະ ຫົວໜ່ວຍພື້ນຖານຄວາມເວົ້າ.ມັນຄົ້ນຄວ້າເຖິງການປະກອບສ້າງ ຫຼື ການຜູກພັນຄຳເວົ້າໃຫ້ເປັນປະໂຫຍກ,ເປັນພື້ນຖານເບື້ອງຕົ້ນໃຫ້ແກ່ການສ້າງເປັນຂໍ້ຄວາມໃນການນຳໃຊ້ພາສາທັງຮູບແບບການເວົ້າ ແລະ ການຂຽນ.
4. ຄວາມໝາຍຂອງວະລີ ແລະ ປະເພດຂອງວະລີ.
1. ຄວາມໝາຍຂອງວະລີ.
ວະລີ ແມ່ນໝວດຄຳ ຫຼື ໝູ່ຄຳ ທີ່ເວົ້າຕິດຕໍ່ກັນຕັ້ງແຕ່ສອງຄຳຂື້ນໄປ.ຄໍາທີ່ເອົາມາເວົ້າຕິດຕໍ່ກັນນີ້ ມີຄວາມໝາຍອັນລະຢ່າງ ແຕ່ເມື່ອເອົາຕິດຕໍ່ເຂົ້າກັນແລ້ວ ເກີດມີຄວາມໝາຍກ່ຽວເນື່ອງຜູກພັນກັນ.ເຖິງວ່າມັນມີຄວາມໝາຍຜູກພັນກັນ ແຕ່ກໍ່ຍັງບໍ່ທັນຄົບຖ້ວນຄືກັບປະໂຫຍກ.
ຕົວຢ່າງ: - ນະຄອນຫຼວງວຽງຈັນ
2. ປະເພດຂອງວະລີ.
ວະລີລວມມີ 7 ປະເພດຄື: ນາມວະລີ,ແທນນາມວະລີ,ກຳມະວະລີ,ຄຸນນາມວະລີ,ເຊື່ອມວະລີ,ຕໍ່ວະລີ ແລະ ອຸທານວະລີ.
1.  ຄໍານາມວະລີ ແມ່ນໝວດຄໍາໃດທີ່ມີຄໍານາມຢູ່ຕໍ່ໜ້າ ຫຼື ຕັ້ງຕົ້ນເອີ້ນວ່າຄໍານາມວະລີ.
ຕົວຢ່າງ: - ເມືອງລາວສວຍງາມ.
2.  ຄໍາແທນນາມວະລີ ແມ່ນໝວດຄໍາທີ່ມີຄໍາແທນນາມຢູ່ໜ້າ ຫຼື ຕັ້ງຕົ້ນ ເອີ້ນວ່າຄໍາແທນນາມວະລີ.
ຕົວຢ່າງ: - ພວກເຂົາທັງຫຼາຍ.
3.  ຄໍາກຳມະວະລີ ແມ່ນໝວດຄໍາທີ່ມີຄໍາກໍາມະຢູ່ໜ້າ ຫຼື ຕັ້ງຕົ້ນ ເອີ້ນວ່າຄໍາກໍາມະວະລີ.
ຕົວຢ່າງ: - ຂຽນອ່ານ.
4.  ຄໍາຄຸນນາມວະລີ ແມ່ນໝວດຄໍາທີ່ມີຄໍາຄຸນາມຢູ່ໜ້າ ຫຼື ຕັ້ງຕົ້ນ ເອີ້ນວ່າຄໍາຄຸນນາມວະລີ.
ຕົວຢ່າງ: - ສຸພາບຮຽບຮ້ອຍ.
5.  ຄຳເຊື່ອມວະລີ ແມ່ນໝວດຄໍາທີ່ມີຄໍາເຊື່ອມຢູ່ໜ້າ ຫຼື ຕັ້ງຕົ້ນ ເອີ້ນວ່າຄໍາເຊື່ອມວະລີ.
ຕົວຢ່າງ: - ຂ້າແຕ່ທ່ານຜູ້ຊົງຄຸນວຸດທິ.
6.  ຄໍາຕໍ່ວະລີ ແມ່ນໝວດຄໍາທີ່ມີຄໍາຕໍ່ຢູ່ໜ້າ ຫຼື ຕັ້ງຕົ້ນ ເອີ້ນວ່າຄໍາຕໍ່ວະລີ.
ຕົວຢ່າງ: - ເພາະສະນັ້ນ.
7.  ຄໍາອຸທານວະລີ ແມ່ນໝວດຄໍາທີ່ມີຄໍາອຸທານຢູ່ໜ້າ ຫຼື ຕັ້ງຕົ້ນ ເອີ້ນວ່າຄໍາອຸທານວະລີ.
ຕົວຢ່າງ: - ພຸດໂທເອີຍ!.
5. ຄວາມໝາຍຂອງປະໂຫຍກ.
ປະໂຫຍກ ແມ່ນຄວາມເວົ້າຕອນໜຶ່ງ ເຊິ່ງມີຄວາມໝາຍຄົບຖ້ວນ ໂດຍມີຄໍາຕົວຕັ້ງ,ຄຳກຳມະຄົບ ຫຼື ຄຳຕົວຕັ້ງຄຳກຳມະຂາດ ແລະ ຄຳປະກອບ.
ຕົວຢ່າງ: - ນ້ອງຂຽນໜັງສື.
6. ປະໂຫຍກໃນພາສາລາວ.
ປະໂໂຫຍກໃນພາສາລາວມີ 3 ລັກສະນະຄື: ປະໂຫຍກທີ່ແບ່ງຕາມຈຸດປະສົງ,ປະໂຫຍກທີ່ແບ່ງຕາມຄຳຕົວຕັ້ງ ແລະ ປະໂຫຍກທີ່ແບ່ງຕາມໂຄງສ້າງ.


1. ປະໂຫຍກທີ່ແບ່ງຕາມຈຸດປະສົງ.
ປະໂຫຍກທີ່ແບ່ງຕາມຈຸດປະສົງແບ່ງອອກເປັນ 4 ຊະນິດຄື: ປະໂຫຍກບອກເລົ່າ (ບອກກ່າວ),ປະໂຫຍກຄໍາຖາມ,ປະໂຫຍກບົງການ (ປະໂຫຍກສັ່ງ ຫຼື ບັງຄັບ) ແລະ ປະໂຫຍກອຸທານ (ທ້ວງ!).
v  ປະໂຫຍກບອກເລົ່າ (ບອກກ່າວ).
 ເປັນປະໂຫຍກທີ່ມີເນື້ອໃນໃຈຄວາມ ບອກໃຫ້ຮູ້ເຖິງແນວຄິດຈິດໃຈ ຫຼື ການເຄື່ອນໄຫວຕ່າງໆ.ເນື້ອໃນຄວາມໝາຍຈະສັ້ນ ຫຼື ຍາວ ກໍຂື້ນກັບຈຸດປະສົງຂອງຜູ້ເວົ້າ ຫຼື ຜູ້ຂຽນນັ້ນເອງ. ຂອບເຂດ,ເນື້ອໃນມີຄວາມໝາຍກວ້າງຂວາງ ແລະ ຄົບຖ້ວນ.
ຊະນິດຂອງປະໂຫຍກບອກເລົ່າ  ມີ 2 ຢ່າງຄື: ປະໂຫຍກບອກເລົ່າບອກຄວາມຢືນຢັນ ແລະ ປະໂຫຍກບອກເລົ່າບອກຄວາມປະຕິເສດ.
·         ປະໂຫຍກບອກເລົ່າບອກຄວາມຢືນຢັນ.
ປະໂຫຍກຊະນິດນີ້ ບອກຂ່າວເລື່ອງທີ່ເປັນໄປຕາສະພາບທີ່ຄວນເປັນ.ມັນຖືກນິຍົມໃຊ້ເພື່ອຢືນຢັນຄວາມເປັນຈິງແຫ່ງການເຄື່ອນໄຫວ,ລັກສະນະອາການ ແລະ ລັກສະນະສະເພາະເປົ້າໝາຍ.
ຕົວຢ່າງ:
- ສວນດອກໄມ້ຂອງ ນາງສີອຳພອນ ພວມບານ.
·         ປະໂຫຍກບອກເລົ່າບອກຄວາມປະຕິເສດ.
ປະໂຫຍກນີ້ ເປັນປະໂຫຍກທີ່ນຳໃຊ້ເພື່ອປະຕິເສດຄວາມເປັນຈິງ ແຫ່ງການເຄື່ອນໄຫວ,ລັກສະນະອາການ ແລະ ລັກສະນະສະເພາະຂອງເປົ້າໝາຍ. ມັນແມ່ນປະໂຫຍກທີ່ກົງກັນຂ້າມກັບປະໂຫຍກບອກເລົ່າບອກຄວາມຢືນຢັນ.ປະໂຫຍກບວກເລົ່າປະຕິເສດໄດ້ແກ່ຄຳວ່າ ບໍ່,ບໍ່ທັນ,ຍັງບໍ່ທັນ...
ຕົວຢ່າງ: - ເອື້ອຍຄູ ນໍ້າຝົນ ຍັງບໍ່ທັນ ແຕ່ງງານ.


v  ປະໂຫຍກຄຳຖາມ (?).
ປະໂຫຍກຄຳຖາມ ແມ່ນປະໂຫຍກທີ່ຕັ້ງຂື້ນເພື່ອສືບຖາມຄວາມເປັນໄປ ຂອງວັດຖຸສິ່ງ,ເຫດການ,ປະກົດການ ຫຼື ສະພາບການໃດໜຶ່ງ ທີ່ຜູ້ຖາມມີຄວາມບໍ່ເຂົ້າໃຈ,ບໍ່ຮູ້ສືກ ຫຼື ສົງໄສ ແລະ ລໍຄຳຕອບຈາກຄູສົນທະນາ ຫຼື ຜູ້ຖືກຖາມ. ປະໂຫຍກຖາມເວລາໃດກໍລົງທ້າຍດ້ວຍເຄື່ອງໝາຍ (?) ສະເໝີ.
ຕົວຢ່າງ: - ເຈົ້າຈະໄປໂຮງຮຽນກັບ ຜູ້ໃດ?
v  ປະໂຫຍກບົງການ (ປະໂຫຍກສັ່ງ ຫຼື ບັງຄັບ).
ປະໂຫຍກບົງການ ແມ່ນປະໂຫຍກທີ່ມີເນື້ອຄວາມບອກໃຫ້ອີກຝ່າຍໜຶ່ງເຮັດວຽກ.ປະໂຫຍກຊະນິດນີ້ອາໄສຊິບອກ ຫຼື ອາໄສທ່ວງທຳນອງສຽງເຂົ້າຊ່ວຍກໍມີ,ປະໂຫຍກບົງການແບ່ງອອກເປັນຫຼາຍຢ່າງ....
ຕົວຢ່າງ:
·         ປະໂຫຍກທັກຖາມສ້າງຂື້ນໂດຍອາໄສຄໍາມະໂນພາບ.
-    ຖາມເຖິງພາກສ່ວນຫຼັກຂອງປະໂຫຍກ ໄດ້ແກ່: ເຈົ້າຈະໄປກັບ ຜູ້ໃດ?.
-    ຖາມເຖິງພາກສ່ວນແອ້ມ ໄດ້ແກ່: ຫໍພຣະແກ້ວ ຢູ່ໃນ?. (ຫໍພຣະແກ້ວ ກໍຢູ່ໃກ້ກັບຫໍຄຳ).
·         ປະໂຫຍກຄໍາຖາມສ້າງຂື້ນໂດຍອາໄສຄໍາພາຫະນະ.
-    ໃຊ້ຄໍາຕໍ່ມີໃນຮູບດຽວ ແລະ ຄວບ ໄດ້ແກ່: ລູກກິນເຂົ້າ ແລ້ວ ຫຼື ຍັງ? (ຖາມເພື່ອແນ່ໃຈ).
-    ໃຊ້ຄໍາຊ່ວຍ.
ບໍ່ໃຊ້ຄຳຖາມເພື່ອຕ້ອງການຮູ້ວ່າ ສິ່ງຖືກຖາມເປັນໄປໄດ້ ຫຼື ບໍ.ຍ້ອນແນວນັ້ນຄໍາຕອບຈິ່ງຈະມາໃນຮູບຮັບ ແລະ ປະຕິເສດ ຫຼື ລັກສະນະບໍ່ໝັນໃຈ.
ຕົວຢ່າງ: - ລາວຮູ້ຈັກເລື່ອງນີ້ແລ້ວບໍ?.
v  ປະໂຫຍກອຸທານ(ທ້ວງ!).
ປະໂຫຍກອຸທານ ແມ່ນປະໂຫຍກສະແດງຄວາມແປກໃຈ,ປະທັບໃຈ,ສະອອນໃຈ,ສົດຊື່ນ,ສັນລະເສີນ,ຕໍ່າຄ້ອຍນ້ອຍໃຈ,ຕໍານິຕິຕຽນຂອງຜູ້ເປັ່ງຄໍາອຸທານ.ປະໂຫຍກອຸທານແບ່ງອອກເປັນຫຼາຍຢ່າງຄື:


ຕົວຢ່າງ:
-    ປະໂຫຍກສະແດງຄວາມປະທັບໃຈໄດ້ແກ່: ບ໋າ,ງາມພິລຶກແທ້!.
-    ປະໂຫຍກສະແດງຄວາມສັນລະເສີນໄດ້ແກ່: ປະເທດຊາດຈົ່ງ ຈະເລີນ!.
-    ປະໂຫຍກສະແດງຄວາມເສຍໃຈ,ຄ້ອຍໃຈ,ຄຽດຂົມ ໄດ້ແກ່: ພຸດໂທເອີຍ, ຈັ່ງແມ່ນເວນກູ!.
-    ປະໂຫຍກສະແດງການຕື່ນທ້ວງ,ສົງໄສ ໄດ້ແກ່: ອຸ໋ຍ, ຈັ່ງແມ່ນເປັນຕາໜ່າຍ!.
2. ປະໂຫຍກທີ່ແບ່ງຕາມຄໍາຕົວຕັ້ງ.
ປະໂຫຍກທີ່ແບ່ງຕາມຄໍາຕົວຕັ້ງແບ່ງອອກເປັນ 4 ຊະນິດ ຄື: ປະໂຫຍກກົງ (ປະໂຫຍກກັດຕາ),ປະໂຫຍກອ້ອມ (ປະໂຫຍກເຫຕຸກັດຕາ),ປະໂຫຍກກໍາມະ (ປະໂຫຍກສໍາແດງ) ແລະ ປະໂຫຍກຮັບ (ປະໂຫຍກກາລິຕະກໍາ).
·         ປະໂຫຍກກົງ (ປະໂຫຍກກັດຕາ).
ປະໂຫຍກກົງເປັນປະໂຫຍກຄໍາຕົວຕັ້ງເປັນຜູ້ເຮັດເອງ ຫຼື ຜູ້ເຮັດເອງເວົ້າຂື້ນກ່ອນມີ 2 ລັກສະນະຄື:
-    ປະໂຫຍທີ່ປະກອບດ້ວຍ ຄໍາຕົວຕັ້ງກັບຄໍາກໍາມະຄົບ,ມັນບໍ່ຈໍາເປັນເອົາຄໍາປະກອບອື່ນມາຕື່ມໃສ່ກໍໄດ້ເນື້ອຄວາມສົມບູນ.
ຕົວຢ່າງ: ຝົນຕົກ,ນົກຮ້ອງ,ນ້ອງໄດ້,ໄມ້ຫັກ,ຍັກແລ່ນ,ແລ່ນນອນ,ຂອນໄຫຼ... ຄໍາວ່າ: ຕົກ,ຮ້ອງ,ໄຫ້,ຫັກ,ແລ່ນ,ນອນ,ໄຫຼ ລ້ວນແຕ່ເປັນຄໍາກໍາມະຄົບ ເພາະມີເນື້ອໃນຄວາມໝາຍຄົບຖ້ວນໃນຕົວຂອງມັນເອງ.
-    ປະໂຫຍກທີ່ເປັນຄໍາຕົວຕັ້ງ,ຄໍາກໍາມະຂາດ ແລະ ຄໍາປະກອບ ມັນຈໍາເປັນຕ້ອງອາໄສຄໍາປະກອບມາຕື່ມໃສ່ ຈິ່ງໄດ້ຄວາມໝາຍພຽງພໍໃຫ້ເຂົ້າໃຈໄດ້.
 ຕົວຢ່າງ: ຂ້ອຍກິນ...,ຄວາຍຊົນ...,ຄົນຕ້ອງການ...
ດັງນັ້ນ,ເຫັນວ່າບໍ່ທັນໄດ້ເນື້ອຄວາມເທື່ອ,ຕ້ອງມີຄໍາປະກອບມາຕື່ມໃສ່ ເຊັ່ນ ຂ້ອຍກິນ ເຂົ້າ , ຄວາຍຊົນ ກັນ ,ຄົນຕ້ອງການ ຄວາມສຸກ. ດັ່ງນີ້ຈຶ່ງມີເນື້ອຄວາມໝາຍເຂົ້າໃຈໄດ້.
      ຄຳວ່າ: ກິນ,ຊົນ ແມ່ນຄໍາກໍາມະຂາດ, ຄໍາວ່າ: ເຂົ້າ,ກັນ,ມີຄວາມສຸກ ແມ່ນເຮັດໜ້າທີເປັນຄຳປະກອບທີ່ນໍາມາຕື່ມໃສ່ຂ້າງຫຼັງຄໍາກໍາມະຂາດ ເພື່ອເຮັດໃຫ້ເປັນປະໂຫຍກທີ່ມີຄວາມໝາຍຄົບຖ້ວນສົມບູນ.
·         ປະໂຫຍກອ້ອມ (ປະໂຫຍກເຫຕຸກັດຕາ).
ປະໂຫຍກອ້ອມ ເປັນປະໂຫຍກເຊິ່ງຄໍາຕົວຕັ້ງບໍ່ໄດ້ເຮັດເອງ,ແຕ່ໃຫ້ຜູ້ອື່ນເປັນຄຳປະກອບເຮັດ.
ຕົວຢ່າງ: ພໍ່ໃຫ້ ລູກ ໄປໂຮງຮຽນ,ຂ້ອຍໃຫ້ ນ້ອງ ໄປນາ,ຄູໃຫ້ ນັກຮຽນ ຂຽນໜັງສື,ແມ່ໃຫ້ ລູກ ເຝົ້າເຮືອນ...
      ໃນປະໂຫຍກອ້ອມນີ້ ຄໍາຕົວຕັ້ງເປັນຜູ້ບອກກະທໍາ,ສ່ວນຄໍາປະກອບເປັນຜູ້ບອກຕົວຈິ່ງ.ສິ່ງທີ່ຄວນເອົາໃຈໃສ່ໃນປະໂຫຍກອ້ອມ ຕ້ອງມີຄໍາກໍາມະຊ່ວຍ ຖ້າບໍ່ດັ່ງນັ້ນກໍຈະເປັນໄປໃນລັກສະນະບັງຄັບ.
·         ປະໂຫຍກກໍາມະ (ປະໂຫຍກສໍາແດງ).
ປະໂຫຍກກໍາມະ ແມ່ນປະໂຫຍກທີ່ຄໍາຕົວຕັ້ງເປັນຄໍາກໍາມະ.
ຕົວຢ່າງ: ເປັນ ນາຍຕ້ອງຮັກໝູ່, ເປັນ ປູຕ້ອງຮັກຫຼານ, ມີ ວັດຖຸເຂົ້າຂອງຕ້ອງປະຍັດ, ມີ ເງິນຊ່າງໃຊ້, ເກີດ ໄພແຫ້ງແລ້ງຂື້ນທົ່ວປະເທດ...
ປະໂຫຍກຄໍາກໍາມະ ເປັນປະໂຫຍກທີ່ຜູ້ເວົ້າ ຈຸດປະສົງຈະໃຫ້ຄໍາກໍາມະເດັ່ນຂື້ນ ກໍເອົາຄໍາກໍາມະເວົ້າຂື້ນກ່ອນ,ເປັນຄໍາຕົວຕັ້ງຂອງປະໂຫຍກ.
·         ປະໂຫຍກຮັບ (ປະໂຫຍກກາລິຕະກໍາ) ມີ 2 ລັກສະນະຄື:
-    ປະໂຫຍກຄໍາຕົວຕັ້ງເປັນຜູ້ຖືກເຮັດ ເຊັ່ນ ນັກຮຽນຖືກຄູຖາມ,ເຮົາຖືກເລົ່າບົດຮຽນ,ນົກຖືກນາຍພານຍິງ,ນັກຮຽນຖືກຄູຮ້າຍ...ສິ່ງສໍາຄັນໃນປະໂຫຍກນີ້ມີຄໍາວ່າ: “ຖືກ” ປະກອບຢູ່ນໍາ.
-    ປະໂຫຍກຄໍາຕົວຕັ້ງ ເປັນຜູ້ເຮັດຕາມຄໍາສັ່ງຂອງຜູ້ອື່ນ ເຊັ່ນ ນັກຮຽນຖືກຄູໃຫ້ຂຽນໜັງສື,ເຮົາຖືກຄູໃຫ້ເລົ່າບົດຮຽນ,ນ້ອງຖືກອ້າຍໃຫ້ໄປນາ... ຂໍ້ສໍາຄັນໃນປະໂຫຍກນີ້ແມ່ນມີຄໍາວ່າ “ຖືກ” ໃຫ້ປະກອບເຂົ້ານໍາ.


3. ປະໂຫຍກທີ່ແບ່ງຕາມໂຄງສ້າງ.
ປະໂຫຍກທີ່ແບ່ງຕາມໂຄງສ້າງແບ່ງອອກເປັນ 2 ຊະນິດຄື: ປະໂຫຍກໂດດ (ປະໂຫຍກສາມັນ) ແລະ ປະໂຫຍກປະສົມ (ປະໂຫຍກຊ້ອນ).
v  ປະໂຫຍກໂດດ (ປະໂຫຍກສາມັນ) ແມ່ນປະໂຫຍກທີ່ເວົ້າເຖິງຢ່າງດຽວທີ່ມີຄວາມໝາຍດຽວໃນປະໂຫຍກ.
ຕົວຢ່າງ: - ຂ້ອຍຈະໄປໂຮງຮຽນ ມື້ຮື.
v  ປະໂຫຍກປະສົມ (ປະໂຫຍກຊ້ອນ) ແມ່ນປະໂຫຍກທີ່ມີຫຼາຍຄວາມໝາຍແຕ່ເອົາຄໍາຕໍ່ມາໃສ່ ຫຼື ບາງເທື່ອອາດຈະເອົາຄຳເຊື່ອມມາແປະປົນກັນໄປ.
ຕົວຢ່າງ: - ນັກຮຽນກາຍບົດຮຽນ ຈາກ ກະດານ.
·         ປະໂຫຍກປະສົມມີ 2 ລັກສະນະຄື:
-    ປະໂຫຍກປະສົມທຳດາ ເປັນພາກຕົວຕັ້ງ ແລະ ພາກກຳມະສະແດງອອກຢ່າງທຳມະດາເຊັ່ນ ຂອ້ຍອ່ານໜັງສື ແລະ ເຈົ້າອ່ານໜັງສື ເຈົ້າຊິຮຽນຫຼືເຈົ້າບໍ່ຮຽນ ເຂົາເປັນຄູທີ່ດີຫຼືເປັນໝູ່ທີ່ດີ.
-    ປະໂຫຍປະສົມລວມ ເປັນປະໂຫຍກລວມພາກຕົວຕັ້ງ ຫຼື ພາກກຳມະ ຂອ້ຍແລະເຈົ້າອ່ານໜັງສື, ເຈົ້າຊິຮຽນຫຼືບໍ່ ເຂົາເປັນຄູທີ່ດີ ແລະເພື່ອນທີ່ດີ.




18 ความคิดเห็น:

  1. ຂອບໃຈຫຼາຍ ສໍາລັບຄວາມດີໆ

    ตอบลบ
  2. Thanks for you help me

    ตอบลบ
  3. ຂອບໃຈ​ຫລາຍໆ​ ອ້າຍນ້ອງຫວຽດຮຽນພາສາອ່ານແລ້ວກໍ່ພໍເຂົ້າໃຈ

    ตอบลบ
  4. ຂອບໃຈຫລາຍໆ ສ່ວນຫລາຍຈະຊອກຄວາມຮູ້ທີ່ເປັນພາສາລາວຍາກ ແຕ່ເພສນີ້ດີຫລາຍ

    ตอบลบ
  5. ຂອບໃຈຫຼາຍໆໃດ້ລື່ມຄືນບົດຮຽນເກົ່າ

    ตอบลบ
  6. ມີປະໂຫຍດຫຼາຍຂອບໃຈ

    ตอบลบ
  7. ຂອບໃຈທີ່ອະທິບາຍລະອຽດ🤗💙ພໍດີນ້ອງກຳລັງໄປເສັງ

    ตอบลบ
  8. 🙏ຂອບໃຈທີ່ສ້າງ website ນີ້ຂຶ້ນມາ.ມັນມີປະໂຫຍດຫຼາຍສຳລັບນັກຮຽນ,ນັກສຶກສາທຸກໆຄົນ👍🏼👍🏼👏

    ตอบลบ
  9. ຂອບໃຈ ທີສ້າງຄວາມຮູ້ໃຫ້ພວກເຮົາລາຍຢ່າງ ມາຈາກໂຮງຮຽນມາລາສິນ


    ตอบลบ
  10. ไม่ระบุชื่อ31 มีนาคม 2565 เวลา 15:07

    PokerStars - Gaming & Slots at Aprcasino
    Join https://vannienailor4166blog.blogspot.com/ the fun at Aprcasino filmfileeurope.com and play the best of the best 토토사이트 PokerStars casino https://sol.edu.kg/ games including apr casino Slots, Blackjack, Roulette, Video Poker and more!

    ตอบลบ