วันอังคารที่ 24 มกราคม พ.ศ. 2560

ນໍາສະເໜີໂດຍ: ພຣະ ທອງລອນ ສຸວັນນະສານ
 ຫົວຂໍ້: ສັນຍາປະກັນໄພກ່ຽວກັບຄວາມຮັບຜິດຊອບທາງແພ່ງ.

1.ບົດນຳ
1.1 ຄວາມຈຳເປັນຂອງການສຶກສາ
  ໃນການສຶກສາສັນຍາປະກັນໄພກ່ຽວກັບຄວາມຜິດຊອບທາງແພ່ງນີ້ແມ່ນມີຄວາມຈຳເປັນອິກຢ່າງໜຶ່ງໃນການດຳລົງຊີວິດເພາະຈະໄດ້ເຂົ້າໃຈກ່ຽວກັບການປະກັນໄພກ່ຽວກັບຄວາມຮັບຜິດຊອບທາງແພ່ງວ່າເປັນຫຍັງຈຶ່ງຮັບຜິດຊອບຕໍ່ບຸກຄົນອື່ນເມື່ອຄວາມເສັຍຫາຍເກີດຂື້ນເປັນຫຍັງເຮົາຕ້ອງຮັບຜິດຊອບຕໍ່ຊັບສິ່ງຂອງ ຫຼື ສັດທີ່ຢູ່ພາຍໃຕ້ການດູແລຂອງຕົນ ແລະ ເຮົາກໍ່ຕ້ອງໄດ້ຮັບການທົດແທນຖ້າຮາກຄົນອື່ນ, ຊັບສິ່ງຂອງ ຫຼື ສັດຂອງຄົນອື່ນຮາກມາສ້າງຄວາມເສັຍຫາຍໃຫ້ແກ່ເຮົາໆກໍ່ມີສິດທີ່ຈະຟ້ອງໃຊ້ແທນ. ສະນັ້ນເຮົາຄວນຮັບຮູ້ກ່ຽວກັບສັນຍາປະກັນໄພກ່ຽວກັບຄວາມຮັບຜິດຊອບທາງແພ່ງ ເພື່ອນຳມາໃຊ້ໃນຊີວິດປະຈຳວັນຂອງເຮົາ ແລະ ປະກັນໄພກໍເປັນຜູ້ທີ່ຊ່ວຍແບ່ງເບົາໃຊ້ແທນຄວາມເສັຍຫາຍທີ່ເກີດຂື້ນຖ້າວ່າຄວາມເສັຍຫາຍນັ້ນນອນຢູ່ໃນເງື່ອນຂອງສັນຍາປະກັນທີ່ໄດ້ກຳນົດໄວ້.
1.2 ວັດຖຸປະສົງຂອງການສຶກສາ
ໃນການສຶກສາສັນຍາປະກັນໄພກ່ຽວກັບຄວາມຮັບຜິດທາງແພ່ງໄດ້ກຳນົດຈຸດປະສົງດັ່ງນີ້:
1). ສຶກສາກ່ຽວກັບ ນິຕິກຳ ແລະ ກົດໝາຍທີ່ກ່ຽວຂ້ອງກັບສັນຍາປະກັນໄພກ່ຽວກັບຄວາມຮັບຜິດຊອບທາງແພ່ງ.
2). ສຶກສາກ່ຽວກັບ ຄວາມໝາຍ ແລະ ຄວາມສຳຄັນຂອງສັນຍາປະກັນໄພກ່ຽວກັບຄວາມຮັບຜິດຊອບທາງແພ່ງ.
3). ສຶກສາກ່ຽວກັບ ຫຼັກການຄວາມຮັບຜິດຊອບທາງແພ່ງ.
4). ສຶກສາກ່ຽວກັບ ປະເພດຄວາມຮັບຜິດຊອບຂອງການປະກັນໄພ.
5). ສຶກສາກ່ຽວກັບ ຄວາມຮັບຜິດຊອບໃນການສັນຈອນ ແລະ ນອກການສັນຈອນ.
6). ສຶກສາກ່ຽວກັບ ສ່ວນໄດ້ສ່ວນເສັຍໃນການປະກັນໄພຄວາມຮັບຜິດຊອບທາງແພ່ງ.
7). ສຶກສາກ່ຽວກັບ ອາຍຸຄວາມໃນການຮ້ອງຟ້ອງເອົາຄ່າເສັຍຫາຍຕາມຂໍ້ຜູກພັນ.
       ນອກຈາກນີ້ກໍຍັງສຶກສາບັນຫາອື່ນໆທີ່ກ່ຽວຂ້ອງກັບສັນຍາປະກັນໄພຄວາມຮັບຜິດຊອບ
    ທາງແພ່ງ.



1.3 ຂອບເຂດຂອງການສຶກສາ
ຂອບເຂດຂອງການສຶກສາກ່ຽວກັບສັນຍາປະກັນໄພກ່ຽວກັບຄວາມຮັບຜິດຊອບທາງແພ່ງແມ່ນຈະໄດ້ສຶກສາກ່ຽວກັບບັນດານິຕິກຳທີ່ກ່ຽວຂ້ອງເຊັ່ນ: ກົດໝາຍວ່າດ້ວຍກັນໄປໄພ ແລະ ກົດ
ໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ຂໍ້ຜູກພັນນອກສັນຍາ...ລວມໄປເຖິ່ງປື້ມຕຳລາຕ່າງໆທີ່ກ່ຽວ
  ຂ້ອງ.
1.4 ປະໂຫຍດທີ່ຄາດວ່າຈະໄດ້ຮັບການສຶກສາ
ຜ່ານການສຶກສາກ່ຽວກັບສັນຍາປະກັນໄພກ່ຽວກັບຄວາມຮັບຜິດຊອບທາງແພ່ງສິ່ງທີ່ຄາດວ່າຈະໄດ້ຮັບຈາກການສຶກສານີ້:
    1). ຮັບຮູ້ເຖິງ ນິຕິກໍາ ແລະ ກົດໝາຍທີ່ກ່ຽວຂ້ອງ;
      2). ຮັບຮູ້ເຖິງ ຄວາມໝາຍຂອງສັນຍາປະກັນໄພຄວາມຮັບຜິດຊອບທາງແພ່ງ;
    3). ໄດ້ຮູ້ເຖິງ ຫຼັກການຄວາມຮັບຜິດຊອບທາງແພ່ງ;
      4). ໄດ້ຮູ້ເຖິງ ຄວາມສຳຄັນຂອງສັນຍາປະກັນໄພຄວາມຮັບຜິດຊອບທາງແພ່ງ;
      5). ໄດ້ຮູ້ເຖິງ ປະເພດຄວາມຮັບຜິດຊອບຂອງການປະກັນໄພ;
      6). ໄດ້ຮູ້ເຖິງ ຄວາມຮັບຜິດຊອບໃນການສັນຈອນ ແລະ ນອກການສັນຈອນ;
      7). ໄດ້ຮູ້ເຖິງ ສ່ວນໄດ້ສ່ວນເສັຍມໃນການປະກັນໄພຄວາມຮັບຜິດຊອບທາງແພ່ງ;
      8). ໄດ້ຮູ້ເຖິງ ອາຍຸຄວາມໃນການຮ້ອງຟ້ອງເອົາຄ່າເສັຍຫາຍຕາມຂໍ້ຜູກພັນ;
2. ຄວາມຮັບຮູ້ທົ່ວໄປສັນຍາປະກັນໄພກ່ຽວກັບຄວາມຮັບຜິດຊອບທາງແພ່ງ
2.1        ນິຕິກຳທີ່ກ່ຽວຂ້ອງ
2.1.1 ກົດໝາຍວ່າດ້ວຍການປະກັນໄພ
    2.1.1.1 ຄວາມໝາຍຂອງສັນຍາປະກັນໄພກ່ຽວກັບຄວາມຮັບຜິດຊອບທາງແພ່ງ
    ຄວາມຮັບຜິດຊອບທາງແພ່ງແມ່ນຄວາມຮັບຜິດຊອບເຊິ່ງບຸກຄົນ, ສັດ ແລະ ຊັບສິ່ງຂອງເຊິ່ງຢູ່ໃນການຄອບຄອງຂອງບຸກຄົນໃດໜຶ່ງ ເປັນຜູ້ທົດແທນຄ່າເສັຍຫາຍເຫຼົ່ານັ້ນ ເຊິ່ງຄວາມເສັຍຫາຍທີ່ເກີດຂື້ນນັ້ນແມ່ນມາຈາກການກະທຳທີ່ຖືວ່າເປັນການລະເມີດກົດໝາຍ ແລະ ກໍ່ຄວາມເສັຍຫາຍໃຫ້ບຸກຄົນອື່ນ ຫຼື ຊັບສິ່ງຂອງ ຫຼື ສັດຂອງຄົນອື່ນໆ.
  ໃນຄວາມເສັຍຫາຍເຫຼົ່ານັ້ນອາດເສັຍຫາຍຫຼາຍຢ່າງເຊິ່ງມີລັກສະນະແຕກຕ່າງກັນ ໂດຍຄວາມເສັຍຫາຍທາງແພ່ງນີ້ແຍກຈາກຄວາມຮັບຜິດຊອບທາງອາຍາ. ສຳລັບການທົດແທນຄ່າເສັຍຫາຍນັ້ນແມ່ນອິງຕາມຄວາມເສັຍຫາຍຕົວຈິງ.
   - ຄວາມໝາຍຂອງການປະກັນໄພກ່ຽວກັບຄວາມຮັບຜິດຊອບທາງແພ່ງ
     ໃນຄວາມໝາຍຂອງການປະກັນໄພກ່ຽວກັບຄວາມຮັບຜິດຊອບທາງແພ່ງນີ້ແມ່ນເປັນພັນທະຂອງຜູ້ເປັນເຈົ້າຂອງຊັບ ຫຼື ເຈົ້າຂອງສັດ ແລະ ອື່ນໆ ເຊິ່ງການປະກັນໄພປະເພດນີ້ໝາຍເຖິ່ງການຄ້ຳປະກັນຄວາມເສັຍຫາຍ ດ້ານການເງິນໂດຍຜູ້ເປັນເຈົ້າຂອງຊັບ ຫຼື ສັດ ເອົາຊັບ ຫຼື ສັດ ແລະ ອື່ນໆໄປປະກັນໄພ. ກ່ຽວກັບຄວາມຮັບຜິດຊອບທາງແພ່ງເຊິ່ງບັນດາສິ່ງດັ່ງກ່າວນີ້ເປັນຕົ້ນເຫດຕໍ່ຄວາມເສັຍຫາຍໃຫ້ກັບຊັບສິ່ງຂອງເຊັ່ນ: ເຈົ້າຂອງໂຮງແຮມປະກັນໄພຄວາມຮັບຜິດຊອບທາງແພ່ງໃນການພັກອາໃສຂອງລູກຄ້າທີ່ມາພັກໃນໂຮງແຮມ. ເຊັ່ນ: ຫ້ອງນ້ຳມື່ນເກີນໄປຖ້າຫາກລູກຄ້າລົ້ມໄດ້ຮັບບາດເຈັບເຈົ້າຂອງໂຮງແຮມຕ້ອງຮັບຜິດຊອບ. ແຕ່ຖ້າມີການປະກັນໄພແມ່ນທາງບໍລິສັດປະກັນໄພຈະຮັບຜິດຊອບແທນເຈົ້າຂອງໂຮງແຮມ.
      - ສັນຍາປະກັນໄພຄວາມຮັບຜິດຊອບທາງແພງ
     ໃນການປະກັນໄພຄວາມຮັບຜິດຊອບທາງແພ່ງ ນີ້ແມ່ນການປະກັນຄວາມເສັຍຫາຍຂອງບຸກຄົນອື່ນທີ່ຜູ້ໄດ້ຮັບການປະກັນໄພກໍ່ຂື້ນ ດັ່ງນັ້ນໃນສັ ນຍາປະກັນໄພຄວາມຮັບຜິດຊອບທາງແພ່ງນີ້ຕ້ອງບອກລາຍລະອຽດ ແລະ ຈະແຈ້ງກ່ຽວກັບຄວາມຮັບຜິດຊອບຂອງຜູ້ໄດ້ຮັບການປະກັນໄພຈະຮັບຜິດຊອບພຽງໃດສ່ວນທີ່ເຫຼືອນັ້ນຈະຕົກເປັນຂອງໃຜຄວນມີການກຳນົດໃຫ້ລະອຽດ.
ຕົວຢ່າງ: ທ້າວ ກໍ ຊື້ປະກັນໄພຄວາມຮັບຜິດຊອບທາງແພ່ງຍານພາຫະນະຕໍ່ບຸກຄົນທີ່ສາມ ໃນທາງເລືອກໜຶ່ງ ວົງເງິນ 4.000.000ກີບ ແມ່ນແຕ່ເວລາຄວາມເສັຍຫາຍເກີດຂື້ນສູງກ່ວາ 4.000.000ກີບ ຕ້ອງຕົກເປັນພາລະຂອງທ້າວ ກໍ ຜູ້ຊື້ປະກັນໄພຕ້ອງຈ່າຍເອງ. ສ່ວນ 4.000.000ກີບ ແມ່ນທາງຜູ້ປະກັນໄພເປັນຄົນຈ່າຍໃຫ້ຖ້າຫາກຢູ່ພາຍໃຕ້ເງື່ອນໄຂຂອງສັນຍາ.
    ສະນັ້ນ ເພື່ອເປັນການປົກປ້ອງຄູ່ສັນຍາທັງສອງຝ່າຍ ແລະ ປ້ອງກັນບໍ່ໃຫ້ເກີດຄວາມເຂົ້າໃຈຜິດຕໍ່ຄວາມຮັບຜິດຊອບຈຳເປັນຕ້ອງໄດ້ເອົາໃຈໃສ່ລະບຸໃຫ້ລະອຽດໃນສັນຍາປະກັນໄພຄວາມຮັບຜິດຊອບທາງແພ່ງ ເຊິ່ງແຕ່ລະປະເພດຄວາມຮັບຜິດຊອບທາງນັ້ນຈະໄດ້ກຳນົດກັນລະອຽດເຊິ່ງເຫັນວ່າມີຄວາມເປັນເອກະພາບກັນໃນເວລາເຮັດສັນຍາຜູກພັນ.
           2.1.1.2 ການປະກັນໄພກ່ຽວກັບຕົວບຸກຄົນ
  ມະນຸດເຮົາໃນໂລກນີ້ບໍ່ວ່າຈະດຳລົງຊີິວິດຢູ່ແຫ່ງໃດ ຫຼື ມີອາຊີບໃດກໍ່ຕາມຍອມເກີດຄວາມສ່ຽງໄພຢູ່ສະເໝີ ແຕ່ຄວາມສ່ຽງເຫຼົ່ານັ້ນອາດມີຄວາມແຕ່ກຕ່າງກັນເຊິ່ງ ການປະກັນໄພປະເພດນີ້ເອີ້ນວ່າ ການປະກັນໄພກ່ຽວກັບຕົວບຸກຄົນໂດຍສະເພາະປະກັນໄພກ່ຽວກັບຕົວບຸກຄົນແມ່ນການປະກັນໄພເຊິ່ງຕົວບຸກຄົນໄດ້ເອົາຊີວິດ, ສຸຂະພາບຕົນເປັນການສ່ຽງໄພເຊິ່ງຄວາມສ່ຽງເຫຼົ່ານັ້ນອາດເກີດຂື້ນແກ່ຊີວິດ, ສຸຂະພາບຄວາມເສັຍຫາຍຕ່າງໆກ່ຽວກັບຕົວບຸກຄົນ, ໂດຍທົ່ວໄປຄົນເຮົາບໍ່ສາມາດທີ່ຈະປະເມີນຄ່າຂອງຄວາມເປັນຄົນໄດ້ວ່າຄົນຜູ້ໜຶ່ງມີມູນຄ່າຫຼາຍປານໃດ. ດັ່ງນັ້ນການປະກັນໄພກ່ຽວກັບຕົວບຸກຄົນຈຶ່ງບໍ່ສາມາດກຳນົດອັດຕາທີ່ແນ່ນອນ ໝາຍຄວາມວ່າມີສິດທີ່ຈະເລືອກເອົາຄ່າຕອບແທນໄດ້ຕາມຄວາມພໍໃຈອຂງຄູ່ສັນຍານັ້ນໆ.
  ຄົນບໍ່ແມ່ນສີນຄ້າ ຫຼື ວັດຖຸຊັດສິ່ງຂອງແຕ່ບຸກຄົນກໍ່ສາມາດທີ່ຈະໄດ້ຮັບຄວາມສູນເສັຍເຊັ່ນ: ສຸຂະພາບ, ຊີວິດ ແລະ ອື່ນໆ... ຄວາມເສັຍຫາຍເຫຼົ່ານີ້ຖ້າຫາກມີການຄ້ຳປະກັນ ຫຼື ຮັບປະກັນຄວາມເສັຍຫາຍເຫຼົ່ານັ້ນກໍ່ຈະຊ່ວຍໃຫ້ເກີດຄວາມໝັ້ນໃຈແກ່ບຸກຄົນ ຫຼື ຍາດຕິພີ່ນ້ອງເຊິ່ງການປະກັນໄພກ່ຽວກັບຄຕົວບຸກຄົນບໍ່ໝາຍຄວາມວ່າຜູ້ຊື້ປະກັນໄພຈະບໍ່ມີການສູນເສັຍແຕ່ຢ່າງໃດເລີຍ ໝາຍວ່າ ການປະກັນໄພຕົວບຸກຄົນນີ້ຈະຄຸ້ມກັນຄວາມເສັຍຫາຍຖ້າຫາກຄວາມສູນເສັຍນັ້ນຫາກເກີດຂື້ນແກ່ບຸກຄົນທີ່ມີການປະກັນໄພ ຫຼື ຍັງບໍ່ທັນໝົດກຳນົດຂອງການຄຸ້ມກັນ, ດັ່ງນັ້ນການປະກັນໄພກ່ຽວກັບຕົວບຸກຄົນຈຶ່ງເປັນສິ່ງໜຶ່ງມັນຊ່ວຍໃຫ້ເກີດຄວາມໝັ້ນໃຈແກ່ບຸກຄົນກໍ່ຄືນິຕິບຸກຄົນທີ່ເຂົ້າຮ່ວມໃນສັນຍາປະກັນໄພ.
ໃນການປະກັນໄພ ກ່ຽວກັບຕົວບຸກຄົນຈະແມ່ນການປະກັນໄພຊີວິດ ຫຼື ການປະກັນໄພກ່ຽວກັບອຸປະຕິເຫດເຊິ່ງພາໃຫ້ເສັຍຊີວິດ ຫຼື ເສັຍສຸຂະພາບກໍຕາມ ສິນປະກັນໄພນັ້ນ ໃຫ້ກຳນົດໄວ້ໃນໃບປະກັນໄພ. ໃນການປະກັນໄພກ່ຽວກັບຕົວບຸກຄົນນັ້ນເມື່ອຜູ້ປະກັນໄພຫາກໄດ້ຈ່າຍສິນປະກັນໄພແລ້ວກໍຈະບໍ່ມີສິດແທນເອົາສິດ ຂອງຜູ້ເຊັນເອົາການປະກັນໄພ ຫຼື ຜູ້ໄດ້ຮັບຜົນປະໂຫຍດຈາກສັນຍາປະກັນໄພເພື່ອທຳກັນຮ້ອງຟ້ອງ ທວງເອົາເງິນທີ່ໄດ້ຈ່າຍໄປແລ້ວນັ້ນຈາກບຸກຄົນທີ່ສາມ ເຊິ່ງໄດ້ກໍຄວາມເສັຍຫາຍ( ມາດຕາ 53 ກົດໝາຍວ່າດ້ວຍ ການປະກັນໄພ ຫຼັກສະນະເພາະ ໃນການປະກັນໄພກ່ຽວກັບຕົວບຸກຄົນ).
  2.1.2 ກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ສະບັບປີ 2011
      2.1.2.1 ຫຼັກການກ່ຽວກັບຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ
        ຂໍ້ຜູກພັນໃນສັນຍາໃຫ້ປະຕິບັດຕາມຫຼັກການພື້ນຖານດັ່ງນີ້:
1.   ມີຄວາມສະມັກໃຈ;
2.   ມີຄວາມສະເໝີພາບ;
3.   ມີຄວາມຊື່ສັດ, ການຮ່ວມມື ແລະ ມີຄວາມຈິງໃຈຕໍ່ກັນ;
4.   ເຄົາລົບ ແລະປະຕິບັດຕາມບຽບກົດໝາຍແລະຮິດຄອງປະເພນີອັນດີງາມຂອງຊາດ
ຂໍ້ຜູກພັນນອກສັນຍາໃຫ້ປະຕິບັດຕາມຫຼັກການພື້ນຖານດັ່ງນີ້:
1.   ຜູ້ໃດກໍ່ຄວາມເສັຍຫາຍ ແມ່ນຜູ້ນັ້ນເປັນຜູ້ຮັບຜິດຊອບຕໍ່ຄວາມເສັຍຫາຍທີ່ຕົນໄດ້ກໍ່ຂື້ນ ຕາມລະບຽບກົດໝາຍ.
2.   ການໃຊ້ແທນຄວາມເສັຍຫາຍ ແມ່ນຂື້ນກັບລະດັບຄວາມເສັຍຕາມມູນຄ່າຕົວຈິງ ແລະ ປະຕິບັດຕາມ ສ່ວນຄວາມຮັບຜິດຊອບຂອງການກໍ່ຄວາມເສັຍຫາຍ.        ( ມາດຕາ 5 ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ປື້ມ ກົດໝາຍ ຂົງເຂດ ຍຸຕິທຳ ໜ້າ 417)
2.1.2.2   ສາເຫດທີ່ພາໃຫ້ມີຄວາມຮັບຜິດຊອບ
ບຸກຄົນໃດຫາກໄດ້ກໍ່ຄວາມເສັຍຫາຍໃຫ້ແກ່ບຸນຄົນອື່ນດ້ວຍກັນກະທຳຂອງຕົນເອງບຸກຄົນນັ້ນຕ້ອງຮັບຜິດຊອບໃຊ້ແທນຄ່າເສັຍຫາຍທີ່ຕົນກໍ່ຂື້ນ ເວັ້ນເສັຍແຕ່ຄວາມເສັຍຫາຍນັ້ນ ແມ່ນຍ້ອນການປ້ອງກັນຕົວ, ການປະຕິບັດໜ້າທີ່ ທີ່ຖືກຕ້ອງຕາມກົດໝາຍ ຫຼື ຍ້ອນຄວາມຜິດຂອງຜູ້ຖືກເສັຍຫາຍເອງ.
ລັກສະນະຂອງຄວາມເສັຍຫາຍ ຕ້ອງມີລັກສະນະແນ່ນອນຄື ໄດ້ເກີດຂື້ນແລ້ວ ຫຼື ແນ່ນອນຈະເກີດຂື້ນໃນອະນາຄົດ ແລະ ຄວາມເສັຍຫາຍທີ່ອາດຈະເກີດຂຶ້ນ ຫຼື ບໍ່ເກີດຂຶ້ນໃນອະນາຄົດນັ້ນ ບໍ່ໃຫ້ຖືວ່າເປັນຄວາມເສັຍຫາຍທີ່ແນ່ນອນ. ( ມາດຕາ 83, 84 ພາກທີ 3 ຂໍ້ຜູກພັນນອກສັນຍາ ໝວດທີ່ 1 ປື້ມ ກົດໝາຍ ຂົງເຂດ ຍຸຕິທຳ ໜ້າ 434)
2.1 ເນື້ອໃນ
2.1.1  ຫຼັກການຄວາມຮັບຜິດຊອບທາງແພ່ງ
-    ຄວາມເສັຍຫາຍທີ່ເກີດຂື້ນເປັນການກະທຳຂອງຜູ້ປະກັນໄພ ຫຼື ບໍ່
-    ຄວາມເສັຍຫາຍທີ່ຈະຟ້ອງເອົານັ້ນສາມາດຕີເປັນມູນຄ່າໄດ້ ຫຼື ບໍ່
-    ເປັນຄວາມເສັຍຫາຍທີ່ສືບເນື່ອງມາຈາກທາງອາຍາ
-    ຜູ້ປະກັນໄພບໍ່ມີສິດປະຕິເສດຖ້າຮາກຄວາມເສັຍຫາຍຫາກເກີດຈາກຜູ້ຮັບການປະກັນໄພ
-    ຜູ້ປະກັນໄພມີສິດປະຕິເສດຖ້າຮາກຄວາມເສັຍຫາຍຫາກເກີດຈາກການໝື່ນເມົ່າ ຫຼື ເຈດຕະນາ
-    ການຮຽງຮ້ອງເອົາຄ່າເສັຍຫາຍສາມາດຮຽງໄດ້ສະເພາະສ່ວນທີ່ກ່ຽວພັນກັບອຸປະຕິເຫດນັ້ນໆ
-    ການແທນສິດໃນກໍລະນີທີ່ຈ່າຍໄປແລ້ວສາມາດຮຽງໄດ້ແຕ່ຕົ້ນທືນ ຫ້າມຄິດໄລ່ດອກເບ້ຍ
2.2.2 ຄວາມສຳຄັນຂອງການປະກັນໄພ
ຢູ່ໃນ ສປປ ລາວ ປະຈຸບັນ ພັກ - ລັດໄດມີນະໂຍບາຍຫັນເສດຖະກິດທໍາມາຊາດ, ເຄິ່ງທຳມະຊາດໄປສູ່ເສດຖະກິດກົນໄກຕະຫຼາດ ເຊິ່ງມີການດັດສົມຂອງລັດ.
ສະນັ້ນໃນການພົວພັນການແລກປ່ຽນ, ຊື້, ຂາຍກໍ່ຄືໃນຊີວິດສັງຄົມ ແມ່ນຕ້ອງໄດ້ປະເຊີນກັບບັນຫານັບນາໆປະການ ເຊິ່ງຖືວ່າເປັນຄວາມສ່ຽງ ເຊິ່ງສ້າງຄວາມໜັກໃຈໃຫ້ກັບພວກເຂົາເຫຼົ່ານັ້ນ ເນື່ອງຈາກວ່າຄວາມສ່ຽງເຫຼົ່ານັ້ນ ແມ່ນສ້າງຄວາມເສັຍຫາຍເຊິ່ງພວກເຂົາເຫຼົ່ານັ້ນຕ້ອງຮັບຜິດຊອບ ໃນບາງຄັ້ງກໍ່ແມ່ນເກີນຄວາມສາມາດທີ່ພວກເຂົາຈະທົດແທນໄດ້. ດັ່ງນັ້ນຕົກມາຮອດປີ 1990 ຈຶ່ງໄດ້ມີກົດໝາຍວ່າດ້ວຍການປະກັນໄພ ເຊິ່ງຖືກຮັບຮອງເອົາໂດຍສະພາປະຊາຊົນສູງສຸດ ຄັ້ງວັນທີ 29 ພະຈິກ 1990 ພ້ອມນັ້ນ ບໍລິສັດປະກັນໄພແຫ່ງ ສປປ ລາວກໍ່ໄດ້ເຄື່ອນໄຫວຢ່າງເປັນທາງການໃນວັນທີ 1 ຕຸລາ 1991 ເປັນຕົ້ນມາ ເຊິ່ງວຽກງານປະກັນໄພມີຄວາມຈຳເປັນແກ່ຊີວິດສັງຄົມ. ໃນນັ້ນ ບາງປະເພດປະກັນໄພ ລັດກໍ່ຍັງມີມາດຕະການບັງຄັບຕໍ່ບຸກຄົນ ຫຼື ນິຕິບຸກຄົນໃຫ້ຊື້ປະກັນໄພເຊັ່ນ: ການປະກັນໄພຄວາມຮັບຜິດຊອບທາງແພ່ງຂອງຍັນພາຫະນະທີ່ແລ່ນດ້ວຍເຄື່ອງຈັກ ແລະ ການປະກັນໄພອຸປະຕິເຫດແຮງງານສຳລັບນິຕິບຸກຄົນທີ່ເຮັດວຽກຢູ່ໃນຄວາມສ່ຽງສູງ ແລະ ປະກັນໄພປະເພດອື່ນໆ.
ເພື່ອເປັນການຫຼຸດຜ່ອນການແບກຫາບຂອງສັງຄົມກໍ່ຄືລາຍຈ່າຍເຂົ້າງົບປະມານຂອງລັດທີ່ຕ້ອງໄດ້ຈ່າຍໃຫ້ຜູ້ປະສົບເຄາະຮ້າຍຈາກໄພພິບັດ ແລະ ອຸປະຕິເສດຕ່າງໆ. ເຊິ່ງບາງຄັ້ງຜູ້ສ້າງຄວາມເສັຍຫາຍອາດບໍ່ໄດ້ກະທຳໂດຍເຈດຕະນາ ແລະ ບໍ່ສາມາດທົດແທນຄ່າເສັຍຫາຍນັ້ນໄດ້ຢ່າງພຽງພໍຕາມຄວາມເສັຍຫາຍທີ່ຕົນໄດ້ກໍ່ຂື້ນ ຫຼື ບໍ່ສາມາດທົດແທນໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ໄດ້ຮັບເຄາະຮ້າຍ ຫຼື ຍາດຕິພີ່ນ້ອງຂອງຜູ້ໄດ້ຮັບເຄາະຮ້າຍ.
ຖ້າເວົ້າເຖິງການປະກັນໄພແລ້ວເບິ່ງໃນຮູບແບບໜຶ່ງ ການປະກັນໄພແມ່ນມີລັກສະນະທຸລະກິດ ໂດຍເອົາສ່ວນຜິດດ່ຽງລະຫວ່າງລາຍຮັບ ແລະ ລາຍຈ່າຍເປັນກຳໄລ.
2.2.3 ປະເພດຄວາມຮັບຜິດຊອບຂອງການປະກັນໄພ
      ໃນຄວາມຮັບຜິດຊອບທາງແພ່ງຂອງການປະກັນໄພແມ່ນອາດຈະເກີດຂື້ນໄດ້ດັ່ງນີ້:
1. ຄວາມຮັບຜິດຊອບທາງແພ່ງຂອງຍານພາຫະນະທາງບົກທີ່ແລ່ນດ້ວຍເຄື່ອງຈັກ.
2.   ຄວາມຮັບຜິດຊອບທາງແພ່ງຂອງຍານພາຫະນະທາງອາກາດ.
3.   ຄວາມຮັບຜິດຊອບທາງແພ່ງຂອງຍານພາຫະນະທາງນ້ຳ.
4.   ຄວາມຮັບຜິດຊອບທາງແພ່ງທົ່ວໄປ.
5.   ຄວາມຮັບຜິດຊອບທາງແພ່ງຂອງສັນຍາຮັບເໝົາກໍ່ສ້າງ.
ຄວາມຮັບຜິດຊອບທາງແພ່ງ ຂອງຍານພາຫະນະທາງບົກທີ່ແລ່ນດ້ວຍເຄື່ອງຈັກ, ຍານພາຫະນະທາງນ້ຳ ແລະ ທາງອາກາດແມ່ນເກີດຂື້ນໄດ້ດັ່ງນີ້:
2.2.4 ຄວາມຮັບຜິດຊອບນອກການສັນຈອນ
ໝາຍຄວາມວ່າຄວາມເສັຍຫາຍ ຫຼື ຄວາມຮັບຜິດຊອບທາງແພ່ງດັ່ງກ່າວເກີດຂື້ນ ຈາກຍານພາຫະນະທີ່ໄດ້ຮັບການປະກັນໄພເປັນຜູ້ກໍ່ຄວາມເສັຍຫາຍເຫຼົ່ານັ້ນ ໃນຂະນະທີ່ຍານພາຫະນະນັ້ນບໍ່ໄດ້ຢູ່ໃນເສັ້ນທາງ ຫຼື ສາຍການເດີນທີ່ທາງການກຳນົດໃຫ້.
ຕົວຢ່າງ: ລົດທ້າວ ຄຳ ຊື້ປະກັນໄພນຳບໍລິສັດປະກັນໄພແຫ່ງ ສປປລາວ ຕາມລະບຽບການເຊິ່ງທ້າວ ຄຳ ໄດ້ຂັບລົດດັ່ງກ່າວໄປຈອດໄວ້ແຄມທາງເຊິ່ງບໍ່ແມ່ນບ່ອນຫ້າມຈອດແຕ່ທ້າວ ຄຳ ບໍ່ໄດ້ເປີດໄພຕາລີ່ໄວ້ ໃນຍາມກາງຄືນ ແລ້ວທ້າວ ແດງ ໄດ້ຂັບລົດໄປຕຳເອົາລົດ ທ້າວ ຄຳ ຍ້່ອນເບິ່ງບໍ່ເຫັນ ເຮັດໃຫ້ລົດຂອງທ້າວ ແດງ ເປ່ເພເສັຍຫາຍ ແລະ ທ້າວ ແດງ ໄດ້ຮັບບາດເຈັບ.
ໃນກໍລິນິນີ້ທ້າວ ຄຳ ຕ້ອງໄດ້ຮັບຜິດຊອບຕໍ່ການກະທຳຂອງຕົນ ເຊິ່ງການກໍ່ຄວາມເສັຍຫາຍຄັ້ງນີ້ຕ້ອງທົດແທນຄວາມເສັຍຫາຍໃຫ້ທ້າວ ແດງ ຕາມການເສັຍຫາຍ ເຊິ່ງຖືວ່າຄວາມເສັຍຫາຍດັ່ງກ່າວເກີດຈາກການກະທຳຜິດຂອງທ້າວ ຄຳ ເປັນຕົ້ນເຫດ ເຊິ່ງເກີດຂື້ນດ້ວຍຄວາມບໍ່ລະມັດລະວັງຂອງທ້າວ ຄຳ.
2.2.5 ຄວາມຮັບຜິດຊອບທາງແພ່ງຂອງການປະກັນໄພໃນການສັນຈອນ
ຄວາມຮັບຜິດຊອບດັ່ງກ່າວ ມີລັກສະຄ້າຍຄືກັນກັບຄວາມຮັບຜິດຊອບນອກການສັນຈອນ ແຕ່ຈະຕ່າງບ່ອນທີ່ຍານພາຫະນະຍັງແລ່ນຢູ່ປົກກະຕິ.
ຕົວຢ່າງ: ທ້າວ ກໍ ຊື້ປະກັນໄພເຮືອຂອງຕົນນຳບໍລິສັດປະກັນໄພຢ່າງສົມບູນ ຕໍ່ມາທ້າວ ກໍ ໄດ້ເອົາເຮືອອອກໄປແລ່ນເພື່ອຮັບລູກຄ້າ ໄປຕຳກັບເຮືອທ້າວ ຂໍ ເຊິ່ງບໍ່ມີປະກັນໄພໃນເວລານີ້ແມ່ນທ້າວ ກໍ ເປັນຕົ້ນເຫດກໍ່ຄວາມເສັຍຫາຍຂື້ນດັ່ງນັ້ນ ທ້າວ ກໍ ຕ້ອງຮັບຜິດຊອບຕໍ່ຄວາມເສັຍຫາຍເຫຼົ່ານັ້ນ.
ສະນັ້ນກ່ຽວກັບການປະກັນໄພຄວາມຮັບຜິດຊອບທາງແພ່ງຍົກໃຫ້ເຫັນບາງປະເພດເພື່ອຄວາມເຂົ້າໃຈກ່ຽວກັບຄວາມຮັບຜິດຊອບທາງແພ່ງກະຈ່າງແຈ້ງຂື້ນເຊັ່ນ: ການປະກັນໄພຄວາມຮັບຜິດຊອບທາງແພ່ງຕໍ່ບຸກຄົນທີ່ສາມ ເຊິ່ງເປັນຄວາມຮັບຜິດຊອບຂອງຜູ້ກໍ່ຄວາມເສັຍຫາຍໃນນີ້ຈະຍົກໃຫ້ເຫັນເຖິງການປະກັນໄພຄວາມຮັບຜິດຊອບທາງແພ່ງຂອງພາຫະນະທາງບົກທີ່ແລ່ນດ້ວຍເຄື່ອງຈັກເຊິ່ງປະກັບໄພປະເພດນີ້ ກົດໝາຍໄດ້ມີມາດຕະການບັງຄັບໃຫ້ບຸກຄົນ ຫຼື ນິຕິບຸກຄົນທີ່ມີພາຫະນະ(ລົດ) ຕ້ອງຊື້ປະກັນໄພຄວາມຮັບຜິດຊອບທາງແພ່ງເຊິ່ງກຳນົດໄວ້ໃນມາດຕາ 59 ຂອງກົດໝາຍວ່າດ້ວຍການປະກັນໄພ.
   2.2.6 ສ່ວນໄດ້ສ່ວນເສັຍໃນການປະກັນໄພຄວາມຮັບຜິດຊອບທາງແພ່ງ
ສ່ວນໄດ້ສ່ວນເສັຍໃນການປະກັນໄພຄວາມຮັບຜິດຊອບທາງແພ່ງນີ້ແມ່ນສິ່ງໜຶ່ງເຊິ່ງມີຄວາມສຳຄັນທີ່ສຸດ ເນື່ອງຈາກວ່າຜູ້ເອົາປະກັນໄພຕ້ອງແມ່ນບຸກຄົນທີ່ເປັນເຈົ້າຂອງຊັບທັງນີ້ເນື່ອງຈາກວ່າໃນການທົດແທນຄ່າເສັຍຫາຍກໍ່ຖືວ່າເປັນພັນທະຂອງເຈົ້າຂອງຊັບທີ່ຕ້ອງໄດ້ປະກັນຕໍ່ຄວາມເສັຍຫາຍນັ້ນ ຖ້າຫາກວ່າຜູ້ເອົາປະກັນໄພຫາກບໍ່ແມ່ນເຈົ້າຂອງຊັບ ການທົດແທນຄ່າເສັຍຫາຍກໍ່ຈະພົບຄວາມຫຍຸ້ງຍາກ ເນື່ອງຈາກວ່າບຸກຄົນດັ່ງກ່າວບໍ່ມີສ່ວນກ່ຽວຂ້ອງ ຫຼື ບໍ່ແມ່ນເຈົ້າຂອງຊັບຖ້າຫາກເປັນເຊັ່ນນັ້ນຜູ້ໄດ້ຮັບຄວາມເສັຍຫາຍກໍ່ຕ້ອງຕົກຢູ່ໃນຄວາມອັບປະໂຫຍດ ດັ່ງນັ້ນ ເພື່ອໃຫ້ການທົດແທນຄ່າເສັຍຫາຍໄດ້ຮັບການປະຕິບັດຕາມຄວາມເໝາະສົມ, ເປັນຈິງການເອົາການປະກັນໄພຄວາມຮັບຜິດຊອບທາງແພ່ງຄວນແມ່ນເຈົ້າຂອງຊັບໂດຍກົງສຳລັບຜູ້ເຊົ່າກໍ່ຄວນມີການມອບໝາຍຢ່າງຄັກແນ່...
      2.2.7 ຫຼັກການຈ່າຍສິນທົດແທນປະກັນໄພ
ຜູ້ປະກັນໄພ ຕ້ອງຈ່າຍສິນທົດແທນປະກັນໄພໃຫ້ບຸກຄົນທີ່ໄດ້ຮັບການປະກັນໄພ ຫຼື ຜູ້ໄດ້ຮັບຜົນປະໂຫຍດຕາມຄວາມເສັຍຫາຍຕົວຈິງ ຊຶ່ງສູງສຸດບໍ່ເກີນວົງເງິນຄ້ຳປະກັນ ຕາມທີ່ໄດ້ຕົກລົງການໄວ້ໃນສັນຍາ.
2.2.7.1 ການທົດແທນຄ່າເສັຍຫາຍ
     - ຜູ້ປະກັນໄພ ຕ້ອງຮັບຜິດຊອບທົດແທນຄ່າເສັຍຫາຍໃຫ້ຜູ້ຮັບການປະກັນໄພ ບົນພື້ນຖານການຕີລາຄາຕົວຈິງຢູ່ໃນສະຖານທີເກີດເຫດ ແລະ ລະດັບຄວາມເສັຍຫາຍ, ເວັ້ນເສັຍແຕ່ຕົກລົງກັນເປັນຢ່າງອື່ນ ໃນສັນຍາປະກັນໄພ, ຄ່າໃຊ້ຈ່າຍໃນການປະເມີນຄວາມເສັຍຫາຍແມ່ນເປັນຄວາມຮັບຜິດຊອບຂອງຜູ້ປະກັນໄພ.
     - ຜູ້ປະກັນໄພ ຈະຮັບຜິດຊອບທົດແທນຄ່າເສັຍຫາຍໃຫ້ຜູ້ໄດ້ຮັບການປະກັນໄພບໍ່ເກີນວົງເງີນປະກັນໄພ.
2.2.7.2 ຮູບການທົດແທນຄ່າເສັຍຫາຍ
     1. ສ້ອມແປງຊັບສິນທີ່ເສັຍຫາຍ;
      2. ປ່ຽນຊັບສິນທີ່ເສັຍຫາຍດ້ວຍຊັບສິນປະເພດດຽວກັນທີ່ມີມູນຄ່າເທົ່າທຽມກັນ;
      3. ຈ່າຍເງິນທົດແທນຄ່າເສັຍຫາຍ
      ໃນກໍລະນີຜູ້ປະກັນໄພ ແລະ ຜູ້ຊື້ການປະກັນໄພບໍ່ສາມາດຕົກລົງກັນໄດ້ກ່ຽວກັບຮູບການທົດແທນຄ່າເສັຍຫາຍແມ່ນໃຫ້ປະຕິບັດຕາມຮູບການທີ່ 3.
      ຖ້າການທົດແທນຄ່າເສັຍຫາຍຫາກປະຕິບັດຕາມຮູບການ 2 ຫຼື 3, ຜູ້ປະກັນໄພມີສິດເອົາຊັບສິນທີ່ເສັຍຫາຍຫຼັງຈາກໄດ້ປ່ຽນ ຫຼື ທົດແທນແລ້ວຕາມມູນຄ່າຕົວຈິງຂອງຊັບສິນ.
2.2.7.3 ຄວາມຮັບຜິດຊອບທົດແທນຄ່າເສັຍຫາຍ
      ໃນກໍລະນີຜູ້ໄດ້ຮັບການປະກັນໄພ ໄດ້ກໍ່ຄວາມເສັຍຫາຍໃຫ້ບຸກຄົນທີ່ສາມແລ້ວ ຜູ້ປະກັນໄພຕ້ອງຮັບຜິດຊອບທົດແທນຄ່າເສັຍຫາຍໃຫ້ແກ່ຜູ້ໄດ້ຮັບການປະກັນໄພ ຫຼ ບຸກຄົນທີ່ສາມຕາມທີ່ໄດ້ຕົກລົງກັນໄວ້ໃນສັນຍາ.
      ໃນກໍລະນີຄວາມເສັຍຫາຍນັ້ນ ຫາກເກີດຂຶ້ນຍ້ອນບຸກຄົນທີ່ສາມ ບຸກຄົນດັ່ງກ່າວກໍ່ຕ້ອງໄດ້ຮັບຜິດຊອບຕໍ່ຄວາມເສັຍຫາຍທີ່ຕົນໄດ້ກໍ່ຂຶ້ນ ແກ່ຜູ້ໄດ້ຮັບການປະກັນໄພຕາມລະບຽບກົດໝາຍ. ສ່ວນຄວາມເສັຍຫາຍທາງດ້ານຮ່າງກາຍ ທີ່ເນື່ອງມາຈາກອຸປະຕິເຫດບົນທ້ອງຖະໜົນ ຊຶ່ງມີພາຫະນະໄດ້ຮັບການປະກັນໄພ ແມ່ນໃຫ້ຜູ້ປະກັນໄພຮັບຜິດຊອບຄ່າປີ່ນປົວຜູ້ບາດເຈັບກ່ອນ ໃນກໍລະນີທີ່ບໍ່ທັນມີການສ້າງຕັ້ງກອງທຶນປະກັນໄພ ຫຼັງຈາກນັ້ນຈຶ່ງທວງເອົາຄືນຈາກຜູ້ກໍ່ຄວາມເສັຍຫາຍທີ່ເປັນຕົ້ນເຫດ.
2.2.8 ການຈ່າຍສິນທົດແທນປະກັນໄພ
     ການຈ່າຍສິນທົດແທນປະກັນໄພແມ່ນຈຳນວນເງິນທີ່ທາງບໍລິສັດປະກັນໄພຕ້ອງຈ່າຍໃຫ້ຄົນທີ່ເສັຍຫາຍເຊັ່ນ: ບຸກຄົນທີ່ສາມ ຫຼື ຜູ້ໄດ້ຮັບການປະກັນໄພ ດັ່ງນີ້
      - ໃນກໍລະນີເສັຍຊີວິດ ແມ່ນຕ້ອງຈ່າຍພາຍໃນ 5 ວັນ.
      - ກໍລະນີເຈັບປ່ວຍ ແມ່ນໃຫ້ຈ່າຍພາຍຫຼັງລວບລວມຄ່າໃຊ້ຈ່າຍໃນການປີ່ນປົວແລ້ວ:
      -ໃນກໍລະນີທົ່ວໄປ ແມ່ນພາຍໃນ 6 ເດືອນ.
      2.2.7 ອາຍຸຄວາມໃນການຮ້ອງຟ້ອງເອົາຄ່າເສັຍຫາຍຕາມຂໍ້ຜູກພັນ
ອາຍຸຄວາມໃນການຮ້ອງຟ້ອງກ່ຽວກັບການປະກັນໄພຄວາມຮັບຜິດຊອບທາງແພ່ງຂອງຍານພາຫະນະນີ້ແມ່ນກຳນົດວັນເວລາ ເຊິ່ງກົດໝາຍກຳນົດໃຫ້ຜູ້ໄດ້ຮັບຄວາມເສັຍຫາຍໄດ້ທຳການຮ້ອງຟ້ອງເພື່ອທວງເອົາຄ່າເສັຍຫາຍທີ່ເກີດຂື້ນແກ່ຕົນ ໂດຍທົ່ວໄປແລ້ວກະທຳຜິດທາງປະກັນໄພແມ່ນເປັນຄະນີແພ່ງ, ດັ່ງນັ້ນກຳນົດເວລາຂອງຄະດີແມ່ນກຳນົດເວລາ 3 ປີ ນັບແຕ່ມື້ທີ່ເຫດຂື້ນ.
3. ສະຫຼຸບ ແລະ ຂໍ້ສະເໜີ
   3.1 ສະຫຼຸບ
ຜ່ານການສຶກສາຄົ້ນຄ້ວາພາຍໃຕ້ຫົວຂໍ້ ການປະກັນໄພກ່ຽວກັບຄວາມຮັບຜິດຊອບທາງແພ່ງ ມາສາມາດສະຫຼຸບໄດ້ດັ່ງນີ້:
      ການປະກັນໄພກ່ຽວກັບຄວາມຮັບຜິດຊອບທາງແພ່ງ ແມ່ນການປະກັນໄພຄວາມສຽງ ຫຼື ຄວາມເສັຍຫາຍທີ່ອາດຈະເກີດແກ່ຕົນ ຫຼື ບຸກຄົນອື່ນ ຫຼື ຊັບສິ່ງຂອງ.
      ການປະກັນໄພກ່ຽວກັບຄວາມຮັບຜິດຊອບທາງແພ່ງ ແມ່ນຄວາມຮັບຜິດຊອບຕໍ່ການກະທຳຂອງຄົນ, ຊັບສິ່ງຂອງ ຫຼື ສັດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນຫາກສ້າງຄວາມເສັຍຫາຍໃຫ້ບຸກຄົນອື່ນຕ້ອງຮັບຜິດຊອບຄວາມເສັຍຫາຍທີ່ເກີດຂຶ້ນຕໍ່ຄົນອື່ນ.
      ການປະກັນໄພກ່ຽວກັບຄວາມຮັບຜິດຊອບທາງແພ່ງ ແມ່ນການປະກັນໄພກ່ຽວກັບຊີວິດ, ສຸຂະພາບ ແລະ ຊັບສິ່ງຂອງທີ່ເຮົາຕົກລົງເຮັດສັນຍາກັບບໍລິສັດປະກັນໄພ.
      ການປະກັນໄພຄວາມຮັບຜິດຊອບທາງແພ່ງແມ່ນຄວາມຮັບຜິດຊອບໃຊ້ແທນຄ່າເສັຍຫາຍທີ່ເຮົາໄດ້ກໍ່ຂຶ້ນ ຊຶ່ງຕ້ອງຮັບຜິດຊອບຕໍ່ບຸກຄົນອື່ນ.
      ການປະກັນໄພຄວາມຮັບຜິດຊອບທາງແພ່ງແມ່ນທາງບໍລິສັດປະກັນໄພຮັບຜິດຊອບໃຊ້ແທນຄວາມເສັຍຫາຍທີ່ຜູ້ຮັບການປະກັນໄພໄປສ້າງຄວາມເສັຍຫາຍໃຫ້ບຸກຄົນທີ່ສາມຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນສັນຍາ.
   3.2 ຂໍ້ສະເໜີ
      ສັງລວມຈາກສິ່ງທີ່ກ່າວມາຂ້າງເທິງນີ້ເຮົາສາມາດເຫັນໄດ້ວ່າບາງບັນຫາ ທີ່ຢາກຈະສະເໜີໃຫ້ເພີມເຕີມ ແລະ ແກ້ໄຂປັບປຸງໃນບາງຢ່າງບາງປະເດັນໃຫ້ສອດຄ່ອງຫັດກຸມບັນຫາເພື່ອສາມາດຄອບຄຸມໃຫ້ຢູ່ໃນຂອບເຂດກົດໝາຍເໝາະສົມກັບສະພາບຄວາມເປັນຈິງຂອງສັງຄົມປັດຈຸບັນເຊັ່ນ:
1.   ຄວນໃຫ້ມີການເພີມປະສິດທິພາບຂອງກົດໝາຍປະກັນໄພເພື່ອເຮັດໃຫ້ສັງຄົມໄດ້ຮັບການຄຸ້ມກັນຄົນໃນສັງຄົມຂອງເຮົາ.
2.   ຄວນໃຫ້ມີການເຜີຍແຜ່ການປະກັນໄພເພື່ອເຮັດປະຊາຊົນເຂົ້າເຖິງກ້ວາງຂວາງຫຼາຍຂື້ນກ່ວາ.
3.   ຄວນໃຫ້ມີການເພີມກົດໝາຍປະກັນໄພ ກ່ຽວກັບຄວາມຮັບຜິດຊອບຂອງພະນັກງານປະກັນໄພເພື່ອເຮັດໃຫ້ພະນັກງານມີຄວາມເອົາໃຈໃສ່ຕໍ່ໜ້າວຽກຂອງຕົນເອງໃນການຮັບໃຊ້ບໍລິການແກ່ຄົນທີ່ຊື້ການປະກັນໄພຈາກບໍລິສັດປະກັນໄພ.








ເອກະສານອັ້ງອິງ

-    ກົດໝາຍວ່າດ້ວຍ ການປະກັນໄພ ສະບັບປັບປຸງ ເລກທີ 06/ສພຊ, ລົງວັນທີ 21 ທັນວາ 2011.
-    ກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ສະບັບປັບປຸງ ເລກທີ 01/ສພຊ, ລົງວັນທີ 8 ທັນວາ 2008.
-    ປື້ມການຮຽນການສອນ ວິຊາ ກົດໝາຍປະກັນໄພ ປີ 2007( ສອນໂດຍ ອຈ ສຸລິຍັນ ລຸນຈັນທາ).
     
       

ไม่มีความคิดเห็น:

แสดงความคิดเห็น