ນຳສະເໜີໂດຍ: ພຣະ ທອງລອນ ສຸວັນນະສານ
ຫົວຂໍ້: ຄວາມໝາຍ ແລະ ຄວາມສຳຄັນຂອງພາສາສາລາວ
1.ເປີດຫົວເລື່ອງ
1ຄວາມຫມາຍ ແລະ ຄວາມສໍາຄັນຂອງຫົວບົດ
ພາສາລາວ
ແມ່ນເປັນພາສາທີ່ມີເອກະລັກສະເພາະຂອງຄົນລາວບໍວ່າຈະເປັນທາງດ້ານການປາກເວົ້າ ຫລື
ດ້ານສີລະປະຂີດຂຽນເປັນລາຍລັກອັກສອນ ເຊິ່ງມີມາແຕ່ດຶກດໍາບັນກ່ອນສະໄຫມເຈົ້າຟ້າງຸ່ມມະຫາລາດ
ໃນນັ້ນພາສາລາວ ຫລື ຄໍາລາວແມ່ນເປັນພາສາທີ່ປະສົມປະສານເຂົ້າກັນກັບພາສາປາລີ-ສັນສະກຣິດ
ໂດຍທີ່ຄົນລາວເຮົາສ່ວນໃຫຍ່ ທຸກຄົນທີ່ນໍາໃຊ້ ແລະ ແບ່ງແຍກບໍທັນອອກວ່າອັນໃດຄໍາສັບລາວເດີມ
ເຄົ້າພາສາລາວແທ້ໆ ແລະ ອັນໃດແມ່ນສັບພາສາປາລີ ແລະ ອັນໃດແມ່ນສັບພາສາສັນສະກຣິດ
ຄົນລາວເຮົາສ່ວນໃຫຍ່ຍັງບໍຮູ້ ແລະ ຈໍາແນກໄຈ້ແຍກບໍທັນລະອຽດ ເວົ້າລວມແລ້ວພາສາລາວເຮົາ
ແລະ ອັກສອນລາວເຮົາຄົງໄດ້ຮັບອິດທິພົນຈາກພາສາປາລີ-ສັນສະກຣິດ ອາດຈະແມ່ນໃນສະໄຫມເຈົ້າຟ້າງຸ່ມມະຫາລາດທ້ອນໂຮມອານາຈັກລາວລ້ານຊ້າງເຂົ້າເປັນອັນນຶ່ງອັນດຽວ
ຈາກນັ້ນເຈົ້າຟ້າງຸ່ມມະຫາລາດຈຶ່ງນໍາເອົາສາສະຫນາເຂົ້າມາສູ່ປະຊາຊົນລາວ ແລະ
ປົກຄອງໄຝ່ລາຊະດອນຢ່າງມີຄວາມສຸກຮົ່ມເຢັນ ແລະ ຮຸ່ງເຮືອງທາງດ້ານອະຣິຍະທຳອັນດີງາມ ສະນັ້ນ
ພາສາລາວ ແລະ ພາສາປາລີ-ສັນສະກຣິດ ຈຶ່ງຜູກພັນຢ່າງສະຫນິດແຫນ້ນພ້ອມໄປດ້ວຍວັດວາສາສະຫນາ ພາສາລາວຈຶ່ງມີການວິວັດທະນາການ
ແລະ ຂະຫຍາຍຕົວຕາມຍຸກຕາມສະໄຫມຂອງການປົກຄອງໃນແຕ່ລະໄລຍະຈົນເຖິງປັດຈຸບັນ.
ໃນສັງຄົມມະນຸດ
ການແລກປ່ຽນຄວາມຄິດຄວາມເຫັນລະຫວ່າງຄົນກັບຄົນແມ່ນຄວາມຮຽກຮ້ອງຕ້ອງການອັນຈໍາເປັນເຊິ່ງຂາດບໍໄດ້
ຫາກມີການແລກປ່ຽນຄວາມຄິດຄວາມເຫັນແລ້ວ ການເຄື່ອນ
ໄຫວທຸກຢ່າງໃນສັງຄົມກໍຈະຢຸດສະງັດລົງ ໃນທຸກຂອບເຂດການເຄື່ອນໄຫວຂອງຄົນເຮົາຕ້ອງໃຊ້ພາສາເປັນສື່
ຖ້າມະນຸດບໍໃຊ້ພາສາກໍຈະບໍມີຄວາມເຂົ້າໃຈກັນໄດ້ ພວກເຮົາມີຄວາມຄິດຄວາມເຂົ້າໃຈແນວໃດ
ກໍຈະບໍມີໃຜຮູ້ຫາກບໍສະແດງມັນອອກມາ
ສື່ທີ່ພວກເຮົາໃຊ້ເພື່ອສະແດງອອກມາພົວພັນກັນນັ້ນກໍແມ່ນພາສາ.
- ໃນສັງຄົມ
ຄົນເຮົາບໍອາດດໍາລົງຊີວິດຢ່າງໂດດດ່ຽວໄດ້ ຍ້ອນເງື່ອນໄຂສະພາບແວດລ້ອມ
ນັບແຕ່ຊາວບູຮານພວກເຮົາຍັງໄດ້ດໍາລົງຊີວິດຢູ່ຮ່ວມກັນ ເຂົາເຈົ້າໄດ້ຮ່ວມແຮງຮ່ວມໃຈກັນຕໍ່ສູ້ຕ້ານກັບໄພທຳມະຊາດ
ເພື່ອຍາດແຍ່ງ ແລະ ປົກປັກຮັກສາຊີວິດຢູ່ຮ່ວມກັນຕະຫລອດເຖິງຊັບສົມບັດຂອງເຂົາເຈົ້າ.
- ພາສາ ກໍແມ່ນພາຫານະອັນຫນຶ່ງສໍາລັບຕໍ່ສູ້ເພື່ຶອຂະຫຍາຍສັງຄົມ
ການຕໍ່ສູ້ໃນສັງຄົມກໍແມ່ນເງື່ອນໄຂອັນຫນຶ່ງ ທີ່ຊຸກດັນໃຫ້ສັງຄົມຂະຫຍາຍຕົວ.
- ດັ່ງນັ້ນ
ພາສາຈຶ່ງມີຄວາມສໍາຄັນຕໍ່ຊີວິດການເປັນຢູ່ຂອງມະນຸດຫລາຍທີ່ສຸດ ແລະ
ຢູ່ບົນຫນ້າໂລກນີ້ກໍມີຫລາຍເຊື້ອຊາດຫລາຍພາສາທີ່ແຕກຕ່າງກັນ
ການເປັນຢູ່ໃນແຕ່ລະມື້ນີ້ຄົນຜູ້ຫນຶ່ງຕ້ອງໃຊ້ພາສາໃດຫນຶ່ງ
ເພື່ອເປັນພາຫານະແລກປ່ຽນຄົບຄ້າສະມາຄົມກັບຄົນອື່ນໃນສັງຄົມ
ໂດຍສະເພາະຜູ້ທີ່ຮູ້ພາສາຕ່າງປະເທດໄດ້ຫລາຍພາສາແລ້ວ ນອກຈາກໃຊ້ ( ພາສາແມ່ )
ເປັນຕົ້ນຕໍແລ້ວຍັງໄດ້ພາສາອື່ນໆອີກຫລາຍໆ ພາສາເປັນສື່ນໍາອີກໃນການພົວພັນກັນໃນໂລກ.
- ພາສາສາດ
ແມ່ນຂະແຫນງວິທະຍາສາດຫນຶ່ງ ທີ່ຄົ້ນຄວ້າປາກົດການຕ່າງໆໃນພາສາ
ເປົ້າຫມາຍຂອງການຄົ້ນຄວ້າພາສາສາດແມ່ນພາສາ.
- ໃນຕົວຈິງ
ພາສາບໍແມ່ນປາກົດການຂອງທໍາມະຊາດ ມັນແມ່ນປາກົດການທາງສັງຄົມ
ພາສາບໍເຕີບໃຫຍ່ຂະຫຍາຍຕົວຄືກັບຮ່າງກາຍທີ່ມີຊີວິດ ມັນກໍາເນີດ ມັນຄົງຕົວ ແລະ
ຂະຫຍາຍຕົວພ້ອມໆ
ກັບສັງຄົມ.
- ຄວາມຈິງແລ້ວ
ພາສາສ່ອງແສງລະດັບການຂະຫຍາຍຕົວຂອງສັງຄົມ ເຊັ່ນ ຊີວິດການເປັນຢູ່ ຮີດຄອງປະເພນີ ແລະ
ວະດທະນະທໍາເປັນຕົ້ນ.
- ຍ້ອນແນວນັ້ນ
ວິຊາພາສາສາດ ບໍສະເພາະແຕ່ຕິດພັນກັບວັນນະຄະດີ ມັນຍັງຕິພັນກັບວິຊາປະຫວັດສາດ ບູຮານຄະດີ
ຊົນຊາດວິທະຍາ ແລະ ວິຊາອື່ນໆ.
- ພາສາ ແມ່ນພາຫານະແລກປ່ຽນຄົບຄ້າອາລົມຈິດຂອງຄົນຢູ່ໃນສັງຄົມ
ທັງແມ່ນຜະລິດຕະພັນຂອງສັງຄົມ ແລະ ສັງຄົມເປັນຜູ້ກໍານົດໃຊ້
ຖ້າພວກເຮົາເວົ້າເຖິງພາສາຂອງຄົນຊາດໃດຊາດຫນຶ່ງແລ້ວ
ກໍແມ່ນຄົນໃນຊາດນັ້ນເປັນຜູ້ກໍານົດໃຊ້ ແລະ ທັງຄົ້ນຄວ້າວິວັດການກໍາເນີດ
ການຂະຫຍາຍຕົວຂອງພາສາໃດກໍຕ້ອງຄົ້ນຄວ້າເຖິງປະຫວັດສາດການຂະຫຍາຍຕົວຂອງຊາດນັ້ນ.
- ພາສາ ແມ່ນລະບົບອັນຫນຶ່ງເຊິ່ງມີຫລັກການຊັບຊ້ອນຢ່າງຄັກແນ່
ແລະ ໂດຍທົ່ວໄປແລ້ວພາກສ່ວນທີ່ປະກອບເປັນລະບົບພາສານັ້ນ ມີ ອັກຂະຫລະ ວັດຈະນາ ໄວຍາກອນ
ສັນທະສິນ.
- ໃນຂະແຫນງຕ່າງໆຂອງພາສາສາດ 1 ມີອັກຄະຫລະວິທະຍາ ແມ່ນວິຊາຄົ້ນຄວ້າກ່ຽວກັບລະບົບສຽງຂອງພາສາ
ການນໍາໃຊ້ສຽງຢູ່ໃນບັນດາຫົວຫນ່ວຍທີ່ມີຄວາມຫມາຍຂອງພາສາ
ການຜັນປ່ຽນຂອງສຽງໃນພາສາຢູ່ໃນວິວັດປະຫວັດສາດນັ້ນ ເພື່ອຄົ້ນຄວ້າອັກຄະຫລະໃນຫລາຍດ້ານຕ່າງກັນ
ເຊັ່ນ ດ້ານຟິຊິກສາດ ດ້ານສະລິຍະສາດ ແລະ ດ້ານສັງຄົມ.
- 2 ວັດຈະນາວິທະຍາ ແມ່ນວິຊາຄົ້ນຄວ້າກ່ຽວກັບປະມວນຄໍາສັບ ຫລື ຫົວຫນ່ວຍທີ່ເທົ່າທຽມກັບຄໍາສັບ
ຫນ້າທີ່ຕົ້ນຕໍຂອງວັດຈະນາວິທະຍາແມ່ນຄົ້ນຄວ້າຄັງຄໍາສັບ ( ສາງຄໍາສັບ ) ຂອງພາສາ ອະທິບາຍ
ແລະ ວາດພາບ ຄວາມຫມາຍແຕ່ລະຫົວຫນ່ວຍນັ້ນ
ເພິ່ນໄດ້ແບ່ງວັດຈະນາອອກເປັນຫລາຍຂະແຫນງນ້ອຍໆຕື່ມອີກ ຄື ວິຊາຄວາມຫມາຍ ວິຊາເຄົ້າສັບ (
ນິລຸດຕິສາດ ) ແລະ ວິຊາສໍານວນ.
- 3 ໄວຍາກອນວິທະຍາ ແມ່ນວິຊາທີ່ຄົ້ນຄວ້າກ່ຽວກັບຫລັກການເຄື່ອນໄຫວຂອງບັນດາຫົວຫນ່ວຍພາສາທັງຫມົດທີ່ມີຢູ່ໃນໂຄງຂອງພາສາ
ຫລື ເວົ້າວ່າໄວຍາກອນວິທະຍາ ແມ່ນວິຊາຄົ້ນຄວ້າລະບຽບການເຄື່ຶອນໄຫວ ແລະ
ການໍາໃຊ້ພາສາທັງຫມົດ ໄວຍາກອນວິທະຍາມີສອງພາກສ່ວນ ຄື ວາຈີວິພາກ ແລະ ວາກາຍະສໍາພັນ.
- 4 ສັນທະສິນສາດ
ແມ່ນມີຫນ້າທີ່ຄົ້ນຄວ້າກ່ຽວກັບວາດເວົ້າ ວາດຂຽນ ຢູ່ໃນພາວະຕ່າງກັນ ເຊັ່ນ ວາດເວົ້າ
ວາດຂຽນ ຢູ່ໃນຂົງເຂດວິທະຍາສາດ ການເມືອງ ສິລະປະວັດທະນະທໍາເປັນຕົ້ນ ສັນທະສິນສາດຍັງຄົ້ນຄວ້າກ່ຽວກັບການສະແດງອາລົມຈິດໂດຍຜ່ານພາສາຕື່ມອີກ
ເຊັ່ນ ການໃຊ້ສຽງ ຄໍາສັບ ຫລື ປະໂຫຍກໃຫ້ເຫມາະສົມກັບສະພາວະຄວາມເປັນຈິງທີ່ຕ້ອງສະແດງອອກ
ເວົ້າອີກຢ່າງຫນຶ່ງສັນທະສິນສາດ
ແມ່ນຄົ້ນຄວ້າກ່ຽວກັບການນໍາໃຊ້ພາສາເພື່ອໃຫ້ຮັບປະກັນສິດທິຜົນສູງສຸດນັບທັງຄວາມສັດເຈນ
ແລະ ນິ້ມນວນມ່ວນຫູ.
- ການຈໍາແນກ ພາສາ ແລະ
ຄວາມເວົ້າແມ່ນມີຄວາມຫມາຍທີ່ສຸດ ໂດຍສະເພາະແມ່ນຜູ້ທີ່ຄົ້ນຄວ້າພາສາຕ້ອງໄດ້ຮູ້ວ່າປາກົດການອັນໃດແມ່ນພາສາ
ແລະ ປາກົດການອັນໃດແມ່ນຄວາມເວົ້າ ພວກເຮົາຈໍາແນກພາສາ ແລະ
ຄວາມເວົ້າອອກແມ່ນເພື່ີອຄົ້ນຄວ້າ ແຕ່ບໍແມ່ນແຍກພວກມັນອອກຢ່າງຂາດຂັ້ນ
ຖ້າພວກເຮົາບໍແຍກບັນຫາຈໍານວນນີ້ ມັນຈະນໍາໄປເຖິງບ່ອນວ່າລວມເອົາພາສາ ແລະ
ຄວາມເວົ້າເຂົ້າເປັນອັນຫນຶ່ງອັນດຽວກັນ ຫາກເປັນເຊັ່ນນີ້ ແມ່ນບໍຖືກຕ້ອງ ແລະຝືນກັບຄວາມເປັນຈິງ.
- ເຖິງວ່າ ພາສາ ແລະ
ຄວາມເວົ້າ ຈະມີບາງດ້ານທີ່ຄ້າຍຄືກັນກໍຕາມ ແຕ່ພວກມັນກໍມີອັນແຕກຕ່າງກັນ
ເຊິ່ງພວກເຮົາສາມາດສະຫລຸບໄດ້ດັ່ງນີ້.
- ພາສາ
ແມ່ນຜະລິດຕະພັນຂອງສັງຄົມ ປວງຊົນເປັນເຈົ້າພາສາ ແລະ ມີລັກສະນະທົ່ວໄປ.
- ພາສາ ມີລັກສະນະຄົງຕົວ
ແລະ ຜູກມັດ.
- ພາສາ
ບໍມີລັກສະນະຊົນຊັ້ນ.
- ຄວາມເວົ້າ ແມ່ນຜະລິດຕະພັນຂອງບຸກຄົນ
ມີລັກສະນະເອກະຊົນ ແລະ ບຸກຄົນເປັນເຈົ້າຂອງ.
- ຄວາມເວົ້າ ມີການປ່ຽນແປງເລື່ອຍໆ
ໂດຍສະເພາະແມ່ນວິທີ່ການໃນການນໍາໃຊ້ສັບ.
- ຄວາມເວົ້າ ມີລັກສະນະຊົນຊັ້ນຢ່າງຈະແຈ້ງ.
2
ການສອນພາສາລາວ
- ສະນັ້ນ ການສອນພາສາລາວ ຢູ່ຊັ້ນມັດທະຍົມສາມັນສຶກສາຈຶ່ງໄດ້ນໍາໃຊ້ວິທີສອນຫລາຍວິທີຄື:
- ວິທີສອນແບບບັນລະຍາຍ
- ວິທີສອນແບບອະພິປາຍ
- ວິທີສອນແບບສາທິດ
- ວິທີສອນແບບແບ່ງກຸ່ມເຮັດກິດຈະກໍາ
- ວິທີສອນແບບແກ້ໄຂບັນຫາ ( ແບບວິທະຍາສາດ )
- ວິທີສອນແບບທົດລອງ
- ວິທີສອນແບບສືບສວນ-ສອບສວນ
- ວິທີສອນແບບສູນການຮຽນ
- ວິທີສອນແບບອຸປາໄນ ( ຈາກຕົວຈິງ-ຫາທິດສະດີ )
- ວິທີສອນແບບນີປາໄນ ( ຈາກທິດສະດີ-ຫາຕົວຈິງ )
- ວິທີສອນໂດຍໃຊ້ບົດບາດສົມມຸດ
- ວິທີ່ສອນໂດຍໃຊ້ສະຖານະການຈໍາລອງ
-
ວິທີດໍາເນີນກິດຈະກໍາ
ແນະນໍານັກຮຽນອ່ານ ແລະ
ສົນທະນາເນື້ອໃນກ່ຽວກັບຫລັກການສອນພາສາລາວໃນຊັ້ນມັດທະຍົມຕົ້ນ ແລ້ວຕອບຄໍາຖາມລຸ່ມນິີ້.
-
ຕົວຢ່າງ:
1 ຢາກສອນໄດ້ດີ ຄູຕ້ອງກໍາຫລັກການໃດແດ່ ? ຈົ່ງອະທິບາຍ ແລະ ຍົກຕົວຢ່າງມາປະກອບແຕ່ລະຫລັການ. (
ໃຫ້ນັກຮຽນ 2-3 ຄົນຕອບ ) ນັກຮຽນໃນຫ້ອງປະກອບຄວາມຄິດເຫັນບາງຈຸດທີ່ເຫັນວ່າ
ບໍ່ທັນຄົບຖ້ວນ ແລະ ຄູສະຫລຸບຄືນ.
ຈຸດປະສົງ
- ການສອນ
ພາສາລາວສໍາລັບຊັ້ນມັດທະຍົມສຶກສາ ຊັ້ນ ມ2 ບົດທີ 2 ມີຈຸດປະສົງດັ່ງນີ້:
- ອ່ານເລື່ອງ ແລະ
ອ່ານກອນ ໃຫ້ລະອຽດ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ຊັດເຈນ.
- ໃນເວລາອ່ານ ຄວນພິຈາລະນາເຫດຜົນຢ່າງຮອບຄອບ
ແລ້ວນໍາມາປະມວນກັບຄວາມຄິດຂອງຕົນວ່າ ຂໍ້ຄວາມນັ້ນຫມາຍເຖິງຫຍັງ.
- ພິຈາລະນາຄໍາສັບ ທີ່ມີຄວາມສໍາຄັນນັ້ນໃຫ້ເຂົ້າໃຈຄວາມຫມາຍໄດ້ຊັດເຈນຂຶ້ນ.
- ຮຽບຮຽງຄໍາສັບ ແລະ
ສໍານວນຄໍາເວົ້າໃຫ້ຊັດເຈນ.
- ຈັບແຕ່ໃຈຄວາມສໍາຄັນ ຂອງເລື່ອງນັ້ນໆ ໂດຍໃຊຄວາມຮູ້ ຄວາມຄິດ ເລືອກຢ່າງມີເຫດຜົນ.
ເນື້ອໃນ
ຫົວຂໍ້ບົດຮຽນ
|
ເນື້ອໃນບົດຮຽນ
|
1. ຄວາມໝາຍຄໍາຮ້ອຍກອງ
|
- ແມ່ນຄຳປະພັນທີ່ເປັນຄຳກອນ
ໂດຍມີຫຼັກການສຳຜັດແລະມີຫຼັກການຄໍາເອກ ຄໍາໂທ ໃຫ້ຖືກຕ້ອງຕາມໂຄງປະກອບຂອງມັນ.
|
2.
ຫຼັກການໃນການອ່ານຄໍາຮ້ອຍກອງ
|
- ການອ່ານບົດຄຳຮ້ອຍກອງຕ້ອງອ່ານເປັນຈັ່ງຫວະແລະທໍານອນໂດຍມີການເນືອງສຽງຕາມຫຼັກສະນະສຳຜັດຂອງແຕ່ລະບົດຮ້ອຍກອງ…
|
3.
ວິທີການອ່ານຄໍາຮ້ອຍກອງ
|
- ການອ່ານຄຳຮ້ອຍກອງມີລັກສະນະແຕກຕ່າງກັນເຊັ່ນ:ການອ່ານກາບ, ການອ່ານກອນ,
ການອ່ານໂຄງ, ການອ່ານສານ.
|
3.1 ການອ່ານກາບ
|
- ການອ່ານກາບຈະອ່ານຕາມລັກສະນະການປະກອບຄຳໃນແຕ່ລະວັກ
ເຊິ່ງວັກໜຶ່ງມີສອງຕອນ ການອ່ານຕ້ອງໃຫ້ຖືກລັກສະນະກົກ 3 ປາຍ
4ໃຫ້ອ່ານສາມຄໍາໃນຕອນໜ້າກ່ອນແລ້ວຢຸດໜ້ອຍໜຶ່ງ ຈຶ່ງອ່ານສີ່ຄໍາໃນຕອນຫຼັງ ແລະ ໃຫ້ເນັ້ນສຽງຢູ່ຄໍາສຸດທ້າຍຂອງແຕ່ລະວັກ…
|
3.2 ການອ່ານກອນ
-ກອນອ່ານ
-ກອນຜະຫຍາ
-ກອນລໍາ
-ກອນຮ່າຍ
|
- ການອ່ານກອນຈະອ່ານຕາມລັກສະນະປະກອບຄຳໃນແຕ່ລະວັກ
ເຊິ່ງກອນວັກໜຶ່ງຈະມີສອງຕອນໂດຍມີທັງໝົດ 7 ຄໍາ, 9 ຄໍາ, ຫຼື ຫຼາຍສຸດ 15 ຄໍາ
ການອ່ານຈະມີລັກສະນະ2-3-4-2, 2-4-5-2 ຫຼື 2-5-6-2 ໃຫ້ອ່ານສອງໜ້າ ແລະ
ຢຸດໜ້ອຍໜຶ່ງແລ້ວຈຶ່ງອ່ານຕອນຫຼັງ ໃນກໍລະນີມີຄຳສ້ອຍຢູ່ນຳ ກໍໃຫ້ຢຸດໜ້ອຍໜຶ່ງ ແລ້ວ
ຈຶ່ງອ່ານຄຳສ້ອຍດັ່ງກ່າວສຽງທີ່ຊ້າ ແລະ ເຍີ້ນກວ່າ.
|
3.3 ການອ່ານໂຄງ
|
- ການອ່ານໂຄງຈະອ່ານຕາມລັກສະນະແຕ່ລະແບບເຊັ່ນ: ໂຄງ 3, ໂຄງ 4,
ໂຄງ 5, ໂຄງ 6, ໂຄງ 7,ການອ່ານໂຄງຕ້ອງເວັ້ນສຽງ ຫຼື
ຢຸດສຽງໃນແຕ່ລະວັກນັ້ນກໍຂື້ນກັບໂຄງແຕ່ລະວັກ.
|
3.4 ການອ່ານສານ
|
- ການອ່ານສານຈະອ່ານຕາມລັກສະນະຂອງສານ
ເຊິ່ງສານຈະແຕ່ງເປັນແຖວຍາວ ແລະ ມີການສໍາຜັດເນືອງສຽງກັນໄດ້ເລື້ອຍໆຈົນຈົດບົດ
ເວລາອ່ານສານຈະຕ້ອງເວັ້ນສຽງ ຫຼື ຢຸດສຽງແຕ່ລະບ່ອນໃຫ້ຖືກຕ້ອງ
ຈະຂື້ນສຽງລົງສຽງຢູ່ບ່ອນໃດຈຶ່ງເໝາະສົມ ເວົ້າລວມແລ້ວ ການສານກໍຄືການອ່ານກອນອື່ນໆ
ຕ່າງແຕ່ວ່າການອ່ານສານຈະອ່ານຕໍ່ກັນເລື້ອຍໆ.
|
ຫລັກການສອນ
- ຄູສອນທຸກໆຄົນ
ຕ້ອງກໍາໄດ້ຫລັກການສອນໃຫ້ດີ ແລະ
ນໍາໃຊ້ເຂົ້າໃນຂະບວນການຮຽນ-ການສອນໃຫ້ຖືກຕ້ອງຖືວ່າຜູ້ນັ້ນມີຈິດວິນຍານຂອງຄູຢ່າງແທ້ຈິງ
ເຊິ່ງມີຫລັກການດັ່ງນີ້.
- ການສອນຕ້ອງຮັບປະກັນການສຶກສາ ແນວຄິດການເມືອງໃຫ້ຜູ້ຮຽນ ໃນຂະບວນການຮຽນການສອນ
ຄູຕ້ອງອີງໃສ່ຈຸດພິເສດເນື້ອໃນຂອງບົດຮຽນແຕ່ລະບົດ
ເພື່ອສ້າງແນວຄິດການເມືອງອັນຖືກຕ້ອງໃຫ້ແກ່ນັກຮຽນ
ສ້າງໃຫ້ຜູ້ຮຽນມີຄວາມພ້ອມທີ່ຈະອອກໄປເປັນຄູທີ່ດີໃນອະນາຄົດ ແລະ
ສອນໃຫ້ເດັກນ້ອຍເຍົາວະຊົນລາວຮຸ່ນໃຫມ່ໃຫ້ກາຍເປັນພົນລະເມືອງທີ່ດີຂອງຊາດ.
-
ການສອນຕ້ອງຮັບປະກັນຄວາມຮູ້ວິທະຍາສາດ
ທໍາມະຊາດ ແລະ ວິທະຍາສາດສັງຄົມ ຜູ້ທີ່ຈະເປັນຄູ
ຕ້ອງຮັບປະກັນການເຜີຍແຜ່ບັນດາບົດຮຽນ ວິທະຍາສາດໃຫ້ຖືກຕ້ອງ
ເພື່ອໃຫ້ຜູ້ຮຽນມີຄວາມຮູ້ອັນແນ່ນອນ ແລະ ມີຄວາມເຊື່ອຫມັ້ນຕໍ່ວິທະຍາສາດ.
-
ການສອນຕ້ອງຮັບປະກັນຄວາມສອດຄ່ອງ
ລະຫວ່າງເນື້ອໃນບົດຮຽນກັບຄວາມສາມາດການຮັບຮູ້ຂອງນັກຮຽນແຕ່ລະຮຸ່ນອາຍຸ ນັກຮຽນແຕ່ລະຮຸ່ນອາຍຸມີປະລິມານຄວາມຮູ້ ແລະ
ຄວາມເຂົ້າໃຈແຕກຕ່າງກັນ ສະນັ້ນ ເວລາສອນແຕ່ລະບົດ ຕ້ອງແບ່ງຈໍານວນຊົ່ວໂມງໃຫ້ເຫມາະສົມ
ສອດຄ່ອງກັບຄວາມສາມາດຂອງນັກຮຽນໃນແຕ່ລະຮຸ່ນອາຍຸ ຊັ້ນຮຽນ ຫລື ປີຮຽນ.
-
ການສອນຕ້ອງຮັບປະກັນຄວາມຮູ້ມີການຕໍ່ເນື່ອງກັນເປັນລະບົບ
ບົດຮຽນທີ່ຄູນໍາເອົາມາສອນນັ້ນ ຕ້ອງຈັດໃຫ້ເປັນລະບົບ ແລະ
ຕໍ່ເນື່ອງກັນ ເພື່ອໃຫ້ຜູ້ຮຽນເຂົ້າໃຈສາຍພົວພັນຂອງແຕ່ລະບົດ ຕາມໂລຊິກແຕ່ງ່າຍຫາຍາກ
ແຕ່ຫນ້ອຍຫາຫລາຍ.
-
ການສອນຕ້ອງຮັບປະກັນຄວາມມີປະຊາທິປະໄຕຕໍ່ຜູ້ຮຽນ
ໃນຂະບວນການສອນ ຄູຕ້ອງຜູ້ຮຽນແມ່ນອະນາຄົດຂອງຊາດ
ນັກຮຽນແຕ່ລະຄົນໃນຫ້ອງຮຽນບໍ່ວ່າຍິງ-ຊາຍ ທຸກຄົນມີສິດໄດ້ຮຽນຮູ້ເທົ່າທຽມກັນ ແລະ
ແຕ່ລະຄົນລ້ວນແຕ່ມີຄວາມສາມາດທີ່ບົ່ມຊ້ອນຂອງໃຜລາວ ໃນແຕ່ລະດ້ານແຕກຕ່າງກັນ ສະນັ້ນ
ຄູຕ້ອງເຄົາລົບນັບຖືສິດມີມະນຸດສໍາພັນຕໍ່ນັກຮຽນ ແລະ
ພະຍາຍາມສົ່ງເສີມຫົວຄິດປະດິດສ້າງຂອງຜູ້ຮຽນໃຫ້ມີຄວາມເປັນເຈົ້າຕົນເອງໃນການຮໍ່າຮຽນ
ຄູສອນບໍຄວນສະແດງທ່າທີ ແລະ ພຶດຕິກໍາທີ່ບໍເຫມາະສົມຕໍ່ກັບນັກຮຽນ.
-
ການສອນຕ້ອງເອົາໃຈໃສ່ນັກຮຽນ
ຜູ້ທີ່ມີຈຸດພິເສດ ພວກເຮົາຮູ້ວ່າ
ຄົນເຮົາແຕ່ລະຄົນ ລ້ວນແຕ່ບໍຄືກັນ ທາງດ້ານຮ່າງກາຍ ຈິດໃຈ ແລະ ຄວາມສາມາດ
ນັກຮຽນທີ່ຢູ່ໃນຫ້ອງຮຽນຫນຶ່ງໆ ຍ່ອມຈະມີຈຸດພິເສດແຕກຕ່າງກັນ ການຮັບຮູ້ຊ້າ ພິການທາງຫູ
ສາຍຕາ ແລະ ອື່ນໆ ເວລາສອນຄູຕ້ອງເອົາໃຈໃສ່ກໍາໄດ້ຈຸດພິເສດຂອງເດັກແຕ່ລະຄົນ ແລະ
ວາງວິທີສອນໃຫ້ຖືກຕ້ອງກັບຈຸດພິເສດຂອງນັກຮຽນ ຕໍ່ເພດຍິງ ຄົນປັນຍາອ່ອນ ເດັກພິການ
ນັກຮຽນທີ່ມີປົມດ້ອຍ ແລະ ນັກຮຽນຊົນເຜົ່າ.
-
ການສອນຕ້ອງໃຊ້ສື່ປະຈັກຕາ
ໃນຂະບວນການຮຽນ-ການສອນ ຄູຜູ້ສອນຕ້ອງຊອກຫາທຸກວິທີທາງ
ເພື່ອໃຫ້ຜູ້ຮຽນໄດ້ໃຊ້ອຸປະກອນການທົດລອງ ເຄື່ອງສະແດງ ແລະ ສິ່ງອື່ນໆ ກ່ຽວພັນກັບບົດຮຽນ
ໂດຍເຮັດໃຫ້ຜູ້ຮຽນໄດ້ສໍາຜັດດ້ວຍອິນຊີທາງຫ້າຂອງເຈົ້າຂອງເອງ
ເຮັດໃຫ້ຜູ້ຮຽນກໍາບົດຮຽນໄດ້ດີ ຈື່ໄດ້ດົນນານ ແລະ ສາມາດນໍາໃຊ້ເຂົ້າໃນພາກປະຕິບັດຕົວຈິງຕາມສະຖານະການຕ່າງໆດ້ວຍຄວາມເຫມາະສົມ.
ຂໍ້ສະເຫນີແນະ
- ຄູຕ້ອງເອົາໃຈໃສ່ນັກຮຽນທີ່ມີຈຸດພິເສດ ເຊັ່ນ: ແສງຕາສັ້ນ
ເສດຖະກິດຄອບຄົວຂາດເຂີນ ນັກຮຽນທີ່ມັກຫລັບໃນເວລາສອນ ແລະ ອື່ນໆອີກ.
- ຄູຕ້ອງສະເຫນີຕໍ່ຂັ້ນເທິງເຖິງບັນຫາຂອງໂຮງຮຽນວ່າຂາດເຂີນຫຍັງແດ່
ເຊັ່ນ: ປື້ມຄູມືຄູ ຕໍາລາການຮຽນ-ການສອນ ແລະ ອື່ນໆອີກ.
- ອໍານວຍການໂຮງຮຽນຕ້ອງສະເຫນີຕໍ່ຂັ້ນເທິງເລື່ອງຂາດຄູສອນປະຈໍາວິຊາໃດຫນຶ່ງທີ່ຈະມາສອນວິຊານັ້ນໆ
ຍັງບໍ່ພຽງພໍຕໍ່ຄວາມຮຽກຮ້ອງຕ້ອງການຂອງໂຮງຮຽນ.
3 ສະຫລຸບ
- ໃນການຮຽນ-ການສອນ ວິຊາພາສາລາວ ຢູ່ໃນຊັ້ນມັດທະຍົມຕອນຕົ້ນ
ແມ່ນມີຄວາມຈໍາເປັນຫລາຍຕໍ່ນັກຮຽນຜູ້ທີ່ເກີດໃຫມ່ໃຫຍ່ລຸນ ເປັນຫນໍ່ແຫນງຂອງປະເທດຊາດ
ເພື່ອຈະນໍາເອົາຄວາມຮູ້ຄວາມສາມາດມາສູ່ຕົນເອງ ແລະ ອະນາຄົດພາຍໃນວັນຂ້າງຫນ້າ ສະນັ້ນ ລະບົບການຮຽນການສອນຊັ້ນມັດທະຍົມສຶກສາ
ເພິ່ນຈຶ່ງມີການປັບປຸງຫລັກສູດໃຫ້ແທດເຫມາະກັບນັກຮຽນໃຫ້ເຫມາະສົມກັບແຕ່ລະອາຍຸຮຸ່ນໄວຮຽນ
ດັ່ງນັ້ນ ບົດຮຽນ-ບົດສອນ ບົດທີ 2 ການອ່ານຄໍາຮ້ອຍກອງ ຈຶ່ງເຫມາະສົມກັບນັກຮຽນໃນຊັ້ນ ມ2
ທົ່ວປະເທດລາວເຮົາ.
ไม่มีความคิดเห็น:
แสดงความคิดเห็น