วันศุกร์ที่ 20 มกราคม พ.ศ. 2560

ຂຽນໂດຍ ພຣະ ທອງລອນ ສຸວັນນະສານ

ນິຍາມ ຄໍາວ່າ ວັດທະນະທໍາ
         ວັດທະນະທຳໂດຍລວມມີລັກສະນະສຳຄັນດັ່ງຕໍ່ໄປນີ້ຄື
1. ວັດທະນະທຳເກີດຈາກການສະສົມຮຽນຮູ້ຂອງມະນຸດ (ແຕ່ບໍ່ແມ່ນສິ່ງທີ່ຕິດຕົວມາແບບພັນທຸກັມ) ເຊັ່ນມະນຸດສ້າງທີ່ຢູ່ອາໄສຂອງຕົນແມ່ນເກີດ ຈາກການຮຽນຮູ້ຂອງສະມາຊິກ ໃນສັງຄົມຂອງຕົນ ບໍ່ເຫມືອນເຜີ້ງເຮັດຮັງແມ່ນເຮັດໂດຍສັນຊາດຕະຍານທີ່ເປັນໄປເອງຕາມທັມມະຊາດ ໂດຍບໍ່ຕ້ອງມີການຮຽນຮູ້ຫລືສັ່ງສອນ ສະນັ້ນວັດທະນະທັມລາວແມ່ນ ຄົນລາວໄດ້ມາຈາກການ ສະສົມ ແລະ ສັ່ງສອນຈາກບັນພະບຸຣຸດລາວ,
2. ວັດທະນະທັມເປັນມໍຣະດົກຂອງສັງຄົມ ເພາະວັດທະນະທັມເປັນຜົນຂອງການຖ່າຍທອດແລະການຮຽນຮູ້ຈາກສະມາຊິກຮຸ່ນໜຶ່ງ ໄປສູ່ສະມາຊິກອີກຮຸ່ນຫນ່ຶງໃນສັງຄົມ ການຖ່າຍທອດນັ້ນຕ້ອງໃຊ້ເວລາແລະມີພາສາເປັນສື່ກາງທີ່ຊ່ວຍໃຫ້ມະນຸດໄດ້ສະແດງຄວາມຮູ້ສຶກ ແລະສາມາດເຂົ້າໃຈຜູ້ອື່ນໄດ້ ແລະພາສາກໍຊ່ວຍໃຫ້ການຖ່າຍທອດວັດທະນະທັມສືບຕໍ່ມາເປັນມໍຣະດົກທາງສັງຄົມ ຖ້າພາສາຫາຍໄປຄວາມສຳຄັນຂອງສ່ິງນັ້ນກໍຫາຍໄປ,
3. ວັດທະນະທັມເປັນແບບ ແຜນໃນການດຳເນີນຊີວິດ ທີ່ບຸກຄົນທີ່ເກີດໃນສັງຄົມນັ້ນ ຕ້ອງຮຽນຮູ້ວັດທະນະທັມຂອງສັງຄົມຂອງຕົນຊຶ່ງແຕກຕ່າງກັນໄປຕາມແຕ່ລະສັງ ຄົມ ບໍ່ສາມາດນຳມາປຽບທຽບ ໄດ້ວ່າວັດທະນະທັມຂອງໃຜຈະດີກວ່າກັນ ເພາະແຕ່ລະວັດທະນະທັມຍ່ອມມີຄວາມເໝາະສົມຕາມສະພາບແວດລ້ອມຂອງແຕ່ລະສັງຄົມ ເຊັ່ນ ວັດທະນະທັມລາວກໍມີປະຫວັດຄວາມເປັນມາແລະແບບແຜນການດຳເນີນຊີວິດແບບລາວບໍ່ວ່າດ້ານການແຕ່ງກາຍ ອາຫານການກິນ ຄວາມເປັນຢູ່ ສຸຂະພາບອະນາໄມ ຊຶ່ງແຕກຕ່າງຈາກວັດທະນະທັມຂອງປະເທດອ່ືນໆ ດັ່ງນັ້ນວິຖີຊີວິດຂອງຄົນລາວຈຶ່ງເປັນແບບລາວ,
4. ວັດທະນະທັມເປັນສິ່ງທີ່ປ່ຽນແປງໄດ້ ເພາະວ່າໂລກມີພັດທະນາການໄປເລື້ອຍໆດ້ວຍການຄິດຄົ້ນສິ່​ງ ໄໝ່ໆ ຫລືປັບປຸງຂອງເດີມໃຫ້ເໝາະສົມ ທັນສະໄຫມ ແລະ ເຂົ້າກັບສະຖານນະການທີ່ ປ່ຽນແປງໄປຕາມກາລະເທສະ ຈຶ່ງເຮັດໃຫ້ວັດທະນະທັມມີການປ່ຽນແປງຢູ່ສະເໝີ,
5. ວັດທະນະທັມມີລັກ ສະນະເປັນການສະແດງເຖິງຮູບແບບຂອງຄວາມຄິດ ໃນການສະແດງ ພຶດຕິກຳຂອງມະນຸດ ສະນັ້ນວັດທະ ນະທັມທີ່ເປັນວັດຖຸທີ່ເຮົາເຫັນນັ້ນ ເປັນຜົນມາຈາກຄວາມຄິດ ຄວາມເຊ່ືອຄວາມເຂົ້າໃຈໂດຍທີ່ສະມາຊິກ ໃນສັງຄົມໄດ້ຮັບຮູ້ຮ່ວມກັນຕາມແນວຄິດນັ້ນ,
6. ວັດທະນະທັມແມ່ນຄຸນຄ່າທາງມໍຣະດົກຂອງຊາດ ບໍ່ແມ່ນເປັນຂອງຜູ້ໃດຜູ້ໜຶ່ງໂດຍສະເພາະ ແຕ່ແມ່ນເປັນຂອງສ່ວນລວມ ຊຶ່ງເກີດຈາກການທີ່ມະນຸດ ຮ່ວມກັນສ້າງຂື້ນມາເພ່ືອເປັນ ຮູບແບບໃນການດຳເນີນຊີວິດ ແລະການປະຕິບັດຮ່ວມ ກັນໃນຊາດນັ້ນໆ,
7. ວັດທະນະທັມມີຄວາມສຳພັນ ທາງອຳນາດຂອງຄົນກຸ່ມຄົນຕ່າງໆ (Michel Foucault) ໄດ້ແກ່ຊີວິດວັດທະນະທັມ ສະຕິວັດທະນະທັມ ປັນຍາວັດທະນະທັມແລະ ສຸນທຣີຍະວັດທະນະທັມ ຊຶ່ງມີການຂັບເຄື່ອນຢູ່ງຽບໆ ນັ້ນແມ່ນມີການ ກຳຫນົດຊີ້ນຳຈາກຜູ້ມີອຳນາດ ສະນັ້ນຕ້ອງເຂົ້າໃຈວ່າ ວັດທະນະທັມທີ່ມີ ຄວາມສຳພັນທາງອຳນາດ.
ປະເພດຂອງວັດທະນະທັມ ໂດຍທົ່ວໄປວັດທະນະທັມແບ່ງອອກເປັນປະເພດໃຫຍ່ 2 ປະເພດຄື:
1) ວັດທະນະທັມທາງວັດຖຸ (Material culture) ຊຶ່ງໄດ້ແກ່ສິ່ງປະດິດແລະເຕັກໂນໂລຊີຕ່າງໆ ເຊັ່ນທີ່ຢູ່ອາໄສ ອາຫານ ເຄ່ືອງນຸ່ງຫົ່ມ ເຄ່ືອງໃຊ້ ໝໍ້ເຂົ້າ ຖ້ວຍຊາມ ມີດພ້າໂຕະຕັ່ງ ລົດຍົນເຄື່ອງບິນແລະອື່ນໆ
2) ວັດທະນະທັມທີ່ບໍ່ແມ່ນວັດຖຸ (Non-material culture) ໝາຍເຖິງ ອຸດົມການ ຄ່ານິຍົມ ແນວຄວາມຄິດ ການເມືອງ ປະເພນີ ຮີດຄອງ ພິທີກັມ ສາດສະຫນາ ພາສາວັນນະກັມ ຄວາມເຊື່ອ ຄວາມສົນໃຈ ທັດສະນະຄະຕິ ດົນຕຣີການສະແດງ ຄວາມຮູ້ເລ່ືອງທັມມະຊາດ ຄວາມສາມາດດ້ານ ການຊ່າງສິລະປະເປັນຕົ້ນຊຶ່ງ ເປັນນາມະທັມຫລືເປັນສ່ິງ ທີ່ເບິ່ງບໍ່ເຫັນໄດ້ດ້ວຍຕາ (ມີ 5 ກຸ່ມ: ພາສາ-ວັນນະກັມ ຄວາມເຊື່ອ-ສາສນາ ໂລກະທັດ-ຄ່ານິຍົມ ກິຣິຍາ-ມາຣະຍາດ ຂະນົບທັມນຽມ-ປະເພນີ).
ແຕ່ໂດຍລັກສະນະ ຂອງວັດທະນະທັມນັ້ນມີ 4 ລັກສະນະຄື:
1. ວັດຖຸທັມ ເປັນວັດທະນະທັມທີ່ເປັນຮູບທັມ ທີ່ມະນຸດໄດ້ສ້າງຂຶ້ນ ຊຶ່ງໝາຍເຖິງ ບ້ານເຮືອນທີ່ຢູ່ອາໄສ ເຄື່ອງແຕ່ງກາຍ ເຂົ້າຂອງເຄື່ອງໃຊ້ ອາຫານການກິນ ຢາປິ່ນປົວພະຍາດ ຖະໜົນຫົນທາງ ເຄື່ອງອຳນວຍຄວາມ ສະດວກທຸກຊະນິດ ກໍຈັດເປັນວັດຖຸວັດທະນະທັມທັງສິ້ນ,
2. ເນຕິທັມ ເປັນວັດທະນະທັມ ທາງດ້ານກົດຫມາຍ ຫລືຂະໜົບທັມນຽມປະເພນີ ຂໍ້ຫ້າມ ຂໍ້ຂະລໍາ ລະບຽບແບບແຜນທີ່ມີຄວາມສຳຄັນສະເໝີ ດ້ວຍກົດຫມາຍຫລື ການກະທຳບາງຢ່າງທີ່ບໍ່ມີກົດຫມາຍຫ້າມໄວ້ ແຕ່ຖ້າໃຜເຮັດເຂົ້າກໍ ເປັນທີ່ລັງກຽດຂອງສັງຄົມ ກົດຫມາຍບໍ່ລົງໂທດ ແຕ່ຜູ້ຄົນຈະຄະລະຫານິນທາ,
3. ຄະຕິທັມ ເປັນວັດທະນະທັມ ທາງດ້ານຄວາມເຊື່ອ ຄວາມຄິດ ຄວາມອ່ານຊຶ່ງຖືເປັນ ຫລັກຂອງການດຳເນີນຊີວິດ ສ່ວນໃຫຍ່ໄດ້ຮັບອິດ ທິພົນຈາກສາສະນາຊຶ່ງ ສອນໃນເລື່ອງຂອງກັມ ການກະທຳໂດຍສອນໃຫ້ເຊື່ອໃນ ເຫດ ແລະ ຜົນ ຄວາມເປັນໄປ ໃນທັມມະຊາດ,
4. ສະຫະທັມ ເປັນວັດທະນະທັມ ທາງສັງຄົມ ຫລື ວັດທະນະທັມໃນການ ຕິດຕໍ່ກ່ຽວຂ້ອງກັບກຸ່ມຊົນ ເປັນມາລະຍາດໃນສັງຄົມ ເຊັ່ນ ການມີມາລະຍາດໃນການເວົ້າ ການໃຊ້ພາສາ ມາລະຍາດການຮັບປະທານ ອາຫານແລະອື່ນໆ.
ໃນທາງການແພດນັ້ນເຂົາແບ່ງຕາມສຸກຂະພາວະອອກເປັນ 4 ໝວດຄື 1. ສຸກຂະພາວະທາງກາຍ (Physical Health) 2. ສຸກຂະພາວະທາງສັງຄົມ (Social Health) 3. ສຸກຂະພາວະທາງໃຈ (Mental Health) 4. ສຸກຂະພາວະທາງຈິດວິນຍານ (Spiritual Health), ສ່ວນ Leslie A. White ໄດ້ແບ່ງວັດທະນະທັມອອກເປັນ 4 ປະເພດຄື: 1. ວັດຖຸ (ເຄື່ອງມືເຄື່ອງໃຊ້ຫລືສິ່ງທີ່ກ່ຽວກັບເຄື່ອງມືເຄື່ອງໃຊ້) 2. ການກະທຳ (ແບບແຜນພຶດຕິກັມ) 3. ຄວາມຄິດ (ຄວາມເຊື່ອ ຄວາມຮູ້ ຄວາມເຂົ້າໃຈ) 4.ຄວາມຮູ້ສຶກ (ທັດສະນະຄະຕິ ຄ່ານິຍົມ)
ປະເພດຂອງວັດທະນະທັມ ຕາມງານຂຽນຂອງຂ້າພະເຈົ້າ: ເນ່ືອງຈາກຂ້າພະເຈົ້າ ກຳລັງຂຽນເລ່ືອງ ວັດທະນະທັມລາວ ໂດຍບອກວ່າວັດທະນະທັມ ລາວໄດ້ຮັບອິດທິພົນມາຈາກ 6P (Pທີ່ 1 ຄືຜີ, Pທີ່ 2 ຄືພຣາມ, Pທີ່ 3 ຄືພຸດອັນຫມາຍເຖິງພຣະພຸດທະສາສນາ, Pທີ່ 4 ຄືເພ່ືອນບ້ານ ອັນຫມາຍເຖີງລາວ ໄດ້ຮັບອິດທິພົນຈາກເພ່ືອນບ້ານ, Pທີ່ 5 ຄືຝຣັ່ງ ອັນຫມາຍເຖີງຝຣັ່ງ ເສດແລະພວກ ຕາເວັນຕົກທັງມວນ, Pທີ່ 6 ຄືພັກ ອັນຫມາຍເຖີງ ພັກ-ລັດຄືແນວທາງ ນະໂຍບາຍທີ່ພັກ-ລັດວາງອອກ, ໃນ P ສຸດທ້າຍນີ້ມີອິດທິພົນຫລາຍທີ່ສຸດ ເພາະພາກປະຕິບັດມາ ຈາກພາກນະໂຍບາຍ ພາກນະໂຍບາຍ ມາຈາກພາກທິດສະດີ ພັກ-ລັດຈຶ່ງເປັນອຸດົມການ ຫລືຍອດສູງຫລືສູນລວມ ສ່ວນວັດທະນະທັມ 16 ຫມວດນັ້ນແມ່ນຢູ່ໃຕ້ແຜນນະໂຍ ບາຍທີ່ຈະຕ້ອງປະຕິບັດຕາມນັ້ນ, ນີ້ຄື 6P ອັນເປັນທີ່ມາຂອງ ວັດທະນະທັມລາວຕາມ ຄວາມຄິດຂອງ ປ.ອ ສຸ​ເນ​ດ​ ໂພທິ​ສານ.

ການກຳເນີດຮີດຄອງປະເພນີລາວ
     ຮິດຄອງປະເພນີລາວ ໄດ້ກຳເນີດມາແຕ່ສະໄໝບູຮານນະການ ແລະໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນສະໄໝເຈົ້າຟ້າງຸ່ມມະຫາລາດເປັນຕົ້ນມາ, ປະຊາຊົນລາວທຸກເຜົ່າສາມັກຄີກັນ, ຮ່ວມແຮງຮ່ວມໃຈກັນສ້າງປະເທດ, ສ້າງພື້ນຖານວັດທະນະທຳ, ສົ່ງເສີມພູມປັນຍາຂອງປະຊາຊົນ, ເມື່ອສາສະໜາຈະເລີນຮຸ່ງເຮືອງຂື້ນມາ ສາສະໜາສະຖານໄດ້ກາຍເປັນສູນກາງທາງດ້ານວັດທະນະທຳ, ເປັນໂຮງຮຽນ, ເປັນສູນບຳລຸງຈິດໃຈ, ເປັນຫໍພິພິຕະພັນ ທັງເປັນບ່ອນທຳບຸນສິນກິນທານ.ພະສົງ ສາມະເນນແລະປະຊາຊົນໄດ້ປະຕິບັດພາລະບົດບາດແລະໜ້າທີ່ສຳຄັນໃນການອະນຸລັກແລະເຜີຍແຜ່ມູນເຊື້ອວັດ ທະນະທຳ,ຮີດຄອງປະເພນີອັນດີງາມໃນທ່າຕັ້ງໜ້າຈົນກາຍເປັນຊັບສົມບັດອັນລ້ຳຄ່າຂອງຊາດລາວເຮົາສືບມາເຖິງປັດຈຸບັນ.
ກ. ຮີດ 12
     ຄຳວ່າ: " ຮີດ " ແມ່ນຄໍາທີ່ໄດ້ມາຈາກພາສາບາລີໃນຄໍາວ່າ " ຈະຣິຕະ " ເຊິ່ງມີຄວາມ
ໝາຍວ່າ ຂະນົບທຳນຽມປະເພນີ ທີ່ເຄີຍປະຕິບັດສືບຕໍ່ກັນມາ ຂອງແຕ່ລະເດືອນໃນຮອບປີໜຶ່ງໆ (12 ເດືອນ) ຄົນລາວຮັບວ່າ ມີຮີດຄອງຢ່າງຫຼວງຫຼາຍດັ່ງຄຳທີ່ວ່າ ຮີດ 12 ຄອງ 14 ຮີດຍີ່ຄອງຈຽງ, ຮີດພະຄອງຈົວ, ຮີດຜົວຄອງເມຍ, ຮີດບ້ານຄອງເມືອງ, ຮີດເຖົ້າຄອງເຂີຍ, ຮີດລູກຄອງຫຼານ ເປັນຕົ້ນ.
1. ເດືອນຈຽງ (ເດືອນ 1) ບຸນເຂົ້າກໍາ
     ຄຳວ່າ " ກໍາ " ແມ່ນຄໍານາມໃນພາສາບາລີ ເຊິ່ງມີຄວາມໝາຍວ່າ ການງານ, ຜົນຂອງຄວາມດີ ຫຼື ຄວາມຊົ່ວ. ໃນສະໄໝບູຮານ ພວກເຮົາເຮັດບຸນຂື້ນປີໃໝ່ ເພື່ອລ້ຽງຟ້າລ້ຽງແຖນ ຄືດັ່ງທີ່ໄດ້ສະແດງອອກໃນພະລາຊະໂອວາດຂອງພະເຈົ້າຟ້າງຸ່ມມະຫາລາດ.ເມື່ອພະພຸດທະສາສະໜາເຂົ້າມາຈຶ່ງໄດ້ນຳເອົາບຸນເຂົ້າກຳມາແທນບຸນປີໃໝ່ຂອງລາວ.ບຸນເຂົ້າກຳເປັນປະເພນີໂດຍກົງຂອງພະສົງ,ສະ ໄໝບູຮານພະສົງຈະເຂົ້າກຳຢູ່ຖ້ຳ,ຢູ່ປ່າຫຼືຢູ່ວັດປ່າທີ່ມີຄວາມສະຫງົບທີີ່ສຸດ.ທຸກໆປີພະສົງຕ້ອງໄດ້ເຂົ້າກຳເພື່ອບຳເພັນກຸສົນໃຫ້ພົ້ນຈາກຄວາມບາບ.ໄລຍະພະສົງເຂົ້າກຳຊາວບ້ານກໍມີສ່ວນຮ່ວມໃນການອຸປະຖຳຄ້ຳຊູ,ທຳບຸນດ້ວຍການໃຫ້ຜັກສະຫານການກິນແກ່ພະສົງສາມະເນນ.
    ເມື່ອກ່ອນສະໄໝເຈົ້າຟ້າງຸ່ມຂື້ນຄອງລາດເດືອນອ້າຍ ແລະ ເດືອນຍີ່ຢູ່ໃນສອງເດືອນນີ້ເປັນເດືອນວ່າງ ບໍ່ມີປະເພນີຫຼືກິດຈະກຳຂອງພະສົງໃດໆ.ສະນັ້ນ,ອາຈານບູຮານຈຶ່ງກຳນົດເອົາການເຂົ້າກຳຂອງພະສົງມາໃສ່ເດືອນນີ້.
2. ເດືອນຍີ່ (ເດືອນ 2) ບຸນຄູນລານເຂົ້າ
     ບຸນຄູນລານເຂົ້າ ຫຼືຄູນຂວັນເຂົ້າ ຄຳວ່າ " ລານ " ແປວ່າ ເດີ່ນ ຫຼື ບ່ອນທີ່ຮາບພຽງດີ ເຊິ່ງເພິ່ນເອົາເຂົ້າມາກອງໄວ້.ບຸນນີ້ແມ່ນບຸນໜຶ່ງທີ່ສຳຄັນໃນສະໄໝບູຮານ.ກ່ອນຈະເອົາເຂົ້າຂື້ນເລົ້າຂື້ນເຍຍໄດ້ເພິ່ນຕ້ອງເຮັດບຸນໃຫ້ເຂົ້າກ່ອນ. ການເຮັດແບບນີ້ກໍເພື່ອເປັນສິລິມຸງຄຸນ ມັ່ງມູນພູນສຸກຕໍ່ໄປ. ປະຊາຊົນລາວສະໄໝບູຮານ ເພິ່ນພາກັນນິຍົມເຮັດບຸນນີ້. ຍ້ອນວ່າ ເຂົ້າມີປະໂຫຍດເໜືອກວ່າສິ່ງໃດ; ຖ້າໄດ້ເຮັດບຸນຂວັນເຂົ້າແລ້ວ, ຕາມຄວາມເຊື່ອຂອງຄົນລາວບູຮານວ່າ ກິນບໍ່ໝົດ ຈົກບໍ່ລົງດັ່ງນີ້ເປັນຕົ້ນ ຈົນມີຄຳວ່າ " ເຂົ້າມີສາລີພ້ອມ ຈອມດອຍກໍພໍຢູ່ ເຂົ້າບໍມີ ສາລີບໍ່ພ້ອມຈອມແກ້ວຢູ່ບໍ່ເປັນ ".
   ການເຮັດບຸນຄູນລານເຂົ້າຫຼືບຸນຂວັນເຂົ້ານີ້,ໄດ້ມີເລື່ອງເລົ່າກ່ຽວກັບສາສະໜາສືບຕໍ່ກັນມາເຖິງທຸກວັນນີ້ຄື: ເລື່ອງສອງອ້າຍນ້ອງເຮັດນານຳກັນ.ຄວາມຈິງແລ້ວໃນເດືອນຍີ່ກໍເປັນເດືອນວ່າງທາງກິດຈະກຳຂອງພະສົງຄືໄດ້ກ່າວມາແລ້ວຂ້າງເທິງ.ສະນັ້ນປະຊາຊົນລາວບູຮານຖືເດືອນນີ້ເປັນເດືອນຫາຫລົ້ວຫາຟືນມາໄວ້ເຕັມຖຸນເຕັມລ່າງ ເພື່ອກຽມເຮັດບຸນເຂົ້າຈີ່ໃນເດືອນ 3 ຈົນມີຄໍາວ່າ " ເດືອນອ້າຍເຮັດບຸນເຂົ້າກໍາ ເດືອນຍີ່ຫາຟືນມາໄວ້ ".
3. ເດືອນສາມ ບຸນເຂົ້າຈີ່ ແລະ ບຸນມາຄະບູຊາ      ບຸນເຂົ້າຈີ່ແມ່ນບຸນປະເພນີດັ້ງເດີມສະໄໝກ່ອນຊາວບ້ານພາກັນເຮັດເຂົ້າຈີ່ເພື່ອຖວາຍພະຍາຟ້າພະຍາແຖນມາຮອດສະໄໝລາວມີສາສະໜາພຸດຈະເລີນຮຸ່ງເຮືອງຈຶ່ງນິຍົມພາກັນເຮັດເຂົ້າຈີ່ໄປຖວາຍພະສົງ.ການເຮັດບຸນເຂົ້າຈີ່ ຕາມປະເພນີຕ້ອງທາໄຂ່, ທານ້ຳອ້ອຍ ດັ່ງຄຳໂຕງໂຕຍ " ຄໍາສຸພາສິດວ່າ " ເດືອນສາມຄ້ອຍລົມວອຍໆ ເຈົ້າຫົວຄອຍປັ້ນເຂົ້າຈີ່ເຂົ້າຈີ່ບໍ່ໃສ່ນ້ຳຕານບໍ່ລາດນ້ຳອ້ອຍຈົວນ້ອຍບໍ່ອຸ່ນໃຈ " ບຸນເຂົ້າຈີ່ມີນິທານທ້ອງຖິ່ນ ແລະ ນິທານສາສະໜາກ່າວໄວ້ດັ່ງນີ້:
 ຕົວຢ່າງນິທານສາສະໜາປາງກ່ອນມີແມ່ຍິງຄົນໜຶ່ງຊື່ປຸນນະທາສີເປັນຄົນທຸກຍາກໄຮ້ເຂັນໃຈແລະເປັນ
ຄົນຮັບໃຊ້ເສດຖີຄົນໜຶ່ງຢູ່ໃນເມືອງລາຊະຄຶ(ປະເທດອິນເດຍ)ວັນໜຶ່ງເສດຖີແຕ່ງໃຫ້ນາງໄປຕຳເຂົ້າແຕ່ເຊົ້າເທົ້າຄຳ.ນາງມີຄວາມອິດເມື່ອຍຫຼາຍ,ນາງຈຶ່ງເອົາຮຳເຂົ້າປັ້ນເປັນກ້ອນຈີ່ໃຫ້ສຸກແລ້ວເອົາໃສ່ໃນພົກຜ້າຍ່າງໄປຕັກນ້ຳ ເພື່ອຈະບໍລິໂພກເຂົ້າຈີ່ນັ້ນ. ເມື່ອໄປຕາມທາງ ນາງພົບພຣະພຸດທະເຈົ້າ ເລີຍເກີດຄວາມເຫຼື້ອມໃສຂື້ນທັນທີແລະຄິດວ່າຕົນເປັນຄົນທຸກໄຮ້ໃນຊາດນີ້ເພາະບໍ່ໄດ້ທຳບຸນໃຫ້ທານໄວ້ໃນຊາດກ່ອນແລະຊາດນີ້ກໍບໍ່ເຄີຍໄດ້ທຳບຸນເລີຍ.ຈາກນັ້ນນາງກໍເອົາເຂົ້າຈີ່ທີ່ເຮັດດ້ວຍຮຳເຂົ້າໄປຖວາຍໃຫ້ແກ່ພຣະພຸດທະເຈົ້າ,ເມື່ອພຣະອົງຊົງຮັບແລ້ວກໍນັ່ງສະເຫວີຍຢູ່ຕໍ່ໜ້ານາງເມື່ອສະເຫວີຍແລ້ວກໍໄດ້ຕັດອະໂມທະນາກະຖາໂຜດນາງຈົນສຳເລັດໂສດາປະຕິຜົນເປັນອະລິຍະບຸກຄົນໃນພຸດທະສາສະໜາ,ເມື່ອນາງຕາຍໄປ ກໍໄປເກີດໃນສະຫວັນ, ສະເຫວີຍສົມບັດໃນວິມານຄຳ.
     ນອກຈາກບຸນເຂົ້າຈີ່ແລ້ວ ໃນເດືອນສາມເພັງ ຍັງເປັນວັນສຳຄັນທາງສາສະໜາພຸດອີກວັນໜຶ່ງຄື ວັນວິມາຄະບູຊາ ( ການບູຊາໃນວັນມາຄະ ຫຼືເອີ້ນວ່າ ການບູຊາໃນເດືອນສາມເພັງ ) ເຊິ່ງພຣະອົງໄດ້ສະແດງທຳມະເທດສະໜາຄືຫົວໃຈສຳຄັນຂອງສາສະໜາພຸດ ອັນເປັນຫຼັກສາມ ປະການຄື:
1. ບໍ່ທຳຄວາມຊົ່ວ
2. ຈົ່ງທຳຄວາມດີ
3. ທຳຈິດໃຈໃຫ້ບໍລິສຸດຜ່ອງໃສ

     ໃນທົດສະວັດຕົ້ນຂອງສະຕະວັດທີ່ 21 ບຸນມາຄະບູຊາໄດ້ກາຍເປັນບຸນໜຶ່ງ ທີ່ອົງການ ສ.ປ.ຊ ຮັບຮອງເອົາເປັນບຸນທາງສາກົນ.ດັ່ງນັ້ນບັນດາປະເທດທີ່ນັບຖືສາສະໜາພຸດເມື່ອເຖິງເດືອນສາມເພັງກໍມີກິດຈະກຳຕ່າງໆຂື້ນຕາມປະເພນີ.
  4.  ເດືອນສີ່ ບຸນພະເຫວດ (ບຸນມະຫາຊາດ)
ບຸນພະເຫວດ ແມ່ນບຸນເພື່ອລະນຶກເຖິງຊາດໜຶ່ງ ຂອງພຣະພຸດທະອົງເກີດມາເປັນພະເຫວດສັນດອນ ອັນເປັນການໃຊ້ຊາດເທື່ອສຸດທ້າຍຂອງພຣະອົງ (ເຫວດສັນຕຣະ) ບຸນນີ້ຄວາມຈິງແລ້ວ ເປັນບຸນປ່າງໃຫຍ່ປະຈຳປີ, ມີການຄົບງັນໃຫຍ່ໂຕ ຄຶກຄື້ນຫຼາຍ.ການເຮັດບຸນພະເຫວດ ມີເລື່ອງກ່າວໄວ້ໃນໜັງສືມະໄລມື່ນ ມະໄລແສນວ່າ: ພຣະມະໄລຂື້ນໄປໄຫວ້ທາດເກດແກ້ວຈຸນລະມະນີໃນຊັ້ນດາວວະດຶງ ໄດ້ພົບກັບພຣະອະຣິຍະເມດໄຕຣ ເພິ່ນໄດ້ຖາມຄວາມເປັນຢູ່ຂອງມະນຸດນຳພຣະມະໄລວ່າ: " ຖ້າຢາກພົບພຣະອົງ ຈົ່ງຢ່າໄດ້ຂ້າຕີພໍ່ແມ່, ຢ່າທຳຮ້າຍພຣະພຸດທະເຈົ້າ,ຢ່າຍຸຍົງໃຫ້ພຣະຕີກັນແລະໃຫ້ອາສາຫະຟັງເທດເລື່ອງສັນຕະຊາດົກໃຫ້ຈົບໃນມື້ດຽວ " ຍ້ອນແນວນີ້ ຊາວບ້ານຈຶ່ງພ້ອມກັນເຮັດບຸນພະເຫວດ.
     ກ່ອນຈະເຮັດບຸນພະເຫວດອອກຕົນຍາດໂຍມພາກັນປຸກຜາມຫຼືຕູບ,ຕົບແຕ່ງຫໍແຈກ.ທາງເຂົ້າວັດດ້ວຍດອກໄມ້,ຊໍ່ທຸງ ແລະເນັ່ງຝ້າຍມຸງຄຸນອ້ອມຜາມ ແລະຫໍແຈກຕາມພິທີທາງສາສະໜາພຣາມ. ຮອດມື້ເຮັດບຸນແທ້ ພໍຕາເວັນຄ້າຍ ຊາວບ້ານກໍມີການແຫ່ພະເຫວດ ແລະນາງມະທີນັ້ນ ຊາວບ້ານໄດ້ເລືອກເອົາຜູ້ທີ່ຄົນເຄົາລົບນັບຖືໄວ້ກ່ອນແລ້ວ, ເປັນຜູ້ມີຄວາມສຳຄັນໃນບ້ານ ຕາມທີ່ເລືອກໄວ້ກ່ອນແລ້ວ.
5. ເດືອນຫ້າ ບຸນປີໃໝ່
     ບຸນປີໃໝ່ ແມ່ນບຸນປະເພນີປະຈຳຊາດຂອງລາວເຊິ່ງມີຫຼາຍຊື່ເອີ້ນຕ່່າງກັນ. ບຸນນີ້ເປັນບຸນທີ່ມ່ວນທີ່ສຸດ. ປະຊາຊົນລາວພາກັນສະຫຼອງປີໃໝ່ດ້ວຍການເອົານ້ຳທີ່ສະອາດ, ນ້ຳຫອມ, ນ້ຳຂີ້ໝີ້ນສົງພະ, ສົງຜູ້ເຖົ້າຜູ້ແກ່, ສົງພໍ່ແມ່, ອວຍພອນເຊິ່ງກັນແລະກັນ. ມີພິທີບາສີສູ່ຂວັນປີໃໝ່. ເສຍເຄາະກຳເພື່ອຮັບໂຊກ, ເຮັດບຸນທານຕ່າງໆ, ຕົບພະທາດຊາຍຢູ່ຕາມວັດວາອາຮາມ, ຢູ່ຕາມຫາດຊາຍແຄມນ້ຳປ່ອຍສັດ. ກິດຈະກຳຕ່າງໆ ລ້ວນແຕ່ເປັນການບຳເພັນກຸສົນໄປໃຫ້ດວງວິນຍານພໍ່ແມ່, ຄູບາອາຈານ ຫຼືຜູ້ມີບຸນຄຸນອື່ນໆ.
     ປີໃໝ່ລາວໄດ້ມີນິທານກ່າວໄວ້ດັ່ງນີ້: ແຕ່ກ່ອນມີລູກເສດຖີຜູ້ໜຶ່ງຊື່ ທ້າວທຳມະປາລະກຸມມານ, ຮຽນຈົບວິຊາໄຕເພດ ແມ່ນແຕ່ພາສາສັດກໍຍັງຮູ້ຈັກ ແລະ ຍັງມີພະຍາກະບິນລະພົມ ເປັນອາຈານສອນມຸງຄຸນ. ມື້ໜຶ່ງກາບິນລະພຣົມໄດ້ລົງມາຖາມບັນຫານຳ ທຳມະປາລະກຸມມານ ຖ້າແກ້ບໍ່ໄດ້ພະຍາກະບິນລະພຣົມຈະຕັດຄໍທຳມະປາລະກຸມມານ ຖ້າແກ້ໄດ້ຈະຕັດຄໍຕົນເອງບູຊາທຳມະປາລະກຸມມານ, ບັນຫາມີຢູ່ວ່າ "ຍາມເຊົ້າລາສີຢູ່ໃສ ? ຍາມກາງເວັນລາສີຢູ່ໃສ ? ຍາມກາງຄືນລາສີຢູ່ໃສ ? "  ກະບິນລະພຣົມພັດໃຫ້ 7 ວັນ. ເມື່ອຄົບເຈັດວັນທຳມະປາລະກຸມມານກໍມາແກ້ບັນຫາໃຫ້ຟັງຢ່າງຖືກຕ້ອງໝົດທຸກຂໍ້. ກະບິນລະພຣົມ ຈຶ່ງຍອມຕັດຄໍຕົນເອງ ຕາມສັນຍາໄວ້ ແຕ່ຍ້ອນວ່າຫົວຂອງກະບິນລະພຣົມ ມີຄວາມສັກສິດຫຼາຍ. ສະນັ້ນ, ກ່ອນຈະຕັດຄໍ, ກະບິນລະພຣົມຈິ່ງເອີ້ນ ທິດາທັງເຈັດມາເຂົ້າເຝົ້າ. ທິດາທັງ 7 ມີພະນາມວ່າ:
1. (ນາງ ປະຈຳວັນອາທິດ)  ຊື່ ທຸງສະເທວີ ມີພະຍາຄຸດເປັນພາຫະນະ.
2. (ນາງ ປະຈຳວັນຈັນ)     ຊື່ ໂຄລາຄະເທວີ ມີເສືອເປັນພາຫະນະ.
3. (ນາງ ປະຈຳວັນອັງຄານ)  ຊື່ ຮາກສະເທວີ (ລາກສະ) ມີໝູເປັນພາຫະນະ.
4. (ນາງ ປະຈຳວັນພຸດ)     ຊື່ ມຸນທາເທວີ ມີລວາເປັນພາຫະນະ.
5. (ນາງ ປະຈຳວັນພະຫັດ)  ຊື່ ກິລິນີເທວີ ມີຊ້າງເປັນພາຫະນະ.
6. (ນາງ ປະຈຳວັນສຸກ)     ຊື່ ກິມິທາເທວີ ມີຄວາຍເປັນພາຫະນະ.
7. (ນາງ ປະຈຳວັນເສົາ)    ຊື່ ມະໂຫທອນເທວີ ມີນົກຍຸງເປັນພາຫະນະ.
     ເມື່ອທິດາທັງເຈັດມາໂຈມເອົາຫົວຂອງພໍ່ແລ້ວເອົາໄປປະດິດສະຖານໄວ້ຢູ່ຄັນທຸມາລີ ທີ່ເທິງພູເຂົາໄກລາດ;ຄັນເຖິງວັນສ້ຽງປີໃໝ່;ທິດາແຕ່ລະຄົນພັດປ່ຽນກັນເຊີນເອົາຫົວຂອງພໍ່ອອກມາແຫ່ອ້ອມເຂົາສຸເມຣຸ ຫຼືເຂົາສະເໝນ ປີລະຄົນຕາມລຳດັບ ເພື່ອໃຫ້ເກີດຄວາມຢູ່ເຢັນເປັນສຸກ. ດັ່ງນັ້ນ, ຈິ່ງເປັນທີ່ມາຂອງການເຮັດບຸນປີໃໝ່ລາວມາຮອດປັດຈຸບັນນີ້.
     ປີໃໝ່ລາວດັ້ງເດີມແທ້ຈະແມ່ນມື້ຂື້ນ 1 ຄໍ່າ ເດືອນຈຽງ ຫຼືເດືອນອ້າຍ, ແຕ່ຍ້ອນມີການປ່ຽນແປງຈຶ່ງມາເປັນເດືອນ 5 ຕາມປະຕິທິນປະເພນີລາວ. ປີໃໝ່ຈະຖືກມື້ໃດແທ້ ຫຼືວັນເດືອນປີໃດ ກໍສຸດແລ້ວແຕ່ການຄຳນວນຂອງນັກໂຫລາສາດ, ແຕ່ແນ່ນອນວ່າ ຈະຕ້ອງຕົກຢູ່ໃນເດືອນຂື້ນ ຫຼືປະມານກາງເດືອນເມສາ.
6. ເດືອນຫົກ ບຸນບັ້ງໄຟ
     ເດືອນຫົກແມ່ນບຸນບັ້ງໄຟແລະບຸນວິສາຂະບູຊາ,ບຸນບັ້ງໄຟເປັນບຸນປະເພນີດັ້ງເດີມຂອງລາວ,ແມ່ນພິທີບູຊາແຖນ ເພື່ອຂໍຄວາມຢູ່ສຸກຊຸ່ມເຢັນ, ຂໍນ້ຳຟ້ານ້ຳຝົນຈາກແຖນ ເພື່ອຈະມາທຳການເພີ່ມພູນຜະລິດຜົນ. ບຸນນີ້ກໍເປັນບຸນປາງໃຫຍ່, ມີການເຊີ້ງ, ແຫ່ບັ້ງໄຟ, ຈູດບັ້ງໄຟເສັງກັນ, ຕີກອງຫາງ, ມັກເວົ້າ ແລະ ເຊີ້ງຄຳເພິ ພ້ອມທັງຫຼີ້ນເປື້ອນເຊັ່ນ: ເອົາຂີ້ຕົມທາໜ້າ ແລະ ຕົນໂຕ, ນຸ່ງເຄື່ອງຜິດເພດ... ໂດຍສະເພາະແມ່ນຊາຍໜຸ່ມ.         ການເຮັດບຸນບັ້ງໄຟໄດ້ມີນິທານຫຼືເລື່ອງເລົ່າຕ່າງໆນານາສະຫຼັບສັບຊ້ອນແລະກ່ຽວຂ້ອງກັນຫຼາຍຢ່າງ, ຕົວຢ່າງໜຶ່ງຈາກມູນເຫດຂອງການເຮັດບຸນບັ້ງໄຟມີເລື່ອງເລົ່າໄວ້ວ່າ:ຢູ່ເທິງສະຫວັນຊັ້ນຟ້າມີເທວະບຸດອົງໜຶ່ງຊື່ ວັດສາກາລະ ເຊິ່ງເປັນຜູ້ແຕ່ງນ້ຳຝົນໃຫ້ຕົກລົງມາເມືອງມະນຸດ. ເທບອົງນີ້, ມີຄວາມມັກກ່ຽວກັບການບູຊາໄຟຫຼາຍທີ່ສຸດ.ສະນັ້ນ,ມະນຸດຜູ້ໃດບູຊາໄຟແມ່ນຖືວ່າເປັນການບູຊາເພິ່ນແລ້ວເພິ່ນກໍຈະແຕ່ງນ້ຳຝົນສົ່ງລົງມາໃຫ້ຖືກຕ້ອງຕາມລະດູການດ້ວຍເຫດນີ້ຄົນບູຮານຈຶ່ງບູຊາໄຟດ້ວຍການຈູດ ຫຼື ເຮັດບຸນບັ້ງໄຟ.
     ນອກຈາກບຸນບັ້ງໄຟແລ້ວ,ໃນເດືອນຫົກຍັງມີບຸນສຳຄັນທາງພຸດທະສາສະໜາຄືວັນວິສາຂະບູຊາ,ຄຳວ່າ "ວິສາຂະ "ແປວ່າ ເດືອນຫົກເພັງ.ດັ່ງນັ້ນ, ການເຮັດບຸນວິສາຂະບູຊາເປັນການທຳບຸນສະຫຼອງວັນປະສູດ, ວັນຕັດສະຮູ້ ແລະ ວັນປະລິນິພານຂອງພຣະພຸດທະເຈົ້າໂຄຕະມະນັ້ນເອງ. ພຣະອົງໄດ້ປະສູດມື້ເພັງໃນເດືອນຫົກ ປີຈໍ ກ່ອນ ພ.ສ 80 ປີ, ຕັດສະຮູ້ເປັນພຣະພຸດທະເຈົ້າປີວອກ, ກ່ອນ ພ.ສ 45 ປີ ແລະ ປະລິນິພານປີມະເສັງ ພ.ສ ພຸດທະສັກກະລາດກໍ່ຕັ້ງ ປີທີ 1 ເຊິ່ງເປັນມື້ເພັງເດືອນຫົກນັ້ນເອງ. ສະນັ້ນ, ເດືອນຫົກເພັງແຕ່ລະປີ ປະຊາຊົນລາວ ຜູ້ນັບຖືສາສະໜາພຸດຈຶ່ງເຮັດບຸນຕັກບາດຖວາຍທານແລະຟັງເທສະໜາເພື່ອລະລຶກເຖິງຄຸນພຣະພຸດທະເຈົ້າຕາມຮີດຄອງປະເພນີອັນດີງາມ.
7. ເດືອນເຈັດ ບຸນບູຊາມະເຫສັກຫຼັກເມືອງ (ບຸນເປີກຊຳລະ)
     ເດືອນເຈັດເພິ່ນເຮັດບຸນບູຊາເທພະອາຮັກຫຼັກເມືອງ, ເທວະດາຟ້າແຖນ. ຊາວບ້ານພ້ອມກັນເຮັດພິທີລ້ຽງຜີເສື້ອເມືອງ,ເຊີນເອົາເທວະດາອາຮັກຫຼັກເມືອງເຂົ້າມາຊຳລະຄວາມບໍ່ດີບໍ່ງາມ, ຂັບໄລ່ສິ່ງຂີ້ດຽດຈັງໄຮທັງຫຼາຍອອກຈາກບ້ານເມືອງ, ປ້ອງກັນອັນຕະລາຍບໍ່ໃຫ້ເຂົ້າມາ ແລະ ເຮັດໃຫ້ຊາວບ້ານມີແຕ່ຄວາມສຸກຊຸ່ມເຢັນຕະຫຼອດປີ.
     ເດືອນເຈັດ ປະຊາຊົນລາວບູຮານ ທຳພິທີລ້ຽງຜີເມືອງຕາມແບບຂອງຜູ້ຖືຜີ ຫຼືລັດທິສາສະໜາພຣາມອັນເປັນຮີດຄອງປະເພນີທີ່ເກົ່າແກ່ທີ່ເຄີຍປະຕິບັດກັນມາກ່ອນມີການຮັບຖືພຸດທະສາສະໜາ. ຕົ້ນເຫດທີ່ຈະມາມີການປະຕິບັດປະເພນີລ້ຽງຜີເມືອງ ຜີປູ່ຕາໄດ້ກ່າວໄວ້ໃນຄຳພີ ເລື່ອງພະຍາພະລາລາດ.
8. ເດືອນແປດ ບຸນເຂົ້າວັດສາ (ພັນສາ)
     ເດືອນແປດເພັງເປັນມື້ພຣະສົງເຂົ້າຈຳວັດສາ. ຄຳວ່າ "ວັດສາ" ຫຼື "ພັນສາ" ແປວ່າ ຝົນ ຫຼື ລະດູຝົນ. ພຣະສົງທັງໝົດຈະຕ້ອງໄດ້ຈຳວັດສາຕະຫຼອດ 3 ເດືອນເຕັມ 8 ເດືອນເພັງ 11 ເພັງ ພຣະສົງຈຳວັດສາຢູ່ວັດ,ບໍ່ໄດ້ທຽວໄປນອນຄ້າງຄືນແບບບໍ່ຈຳເປັນເຊິ່ງມີວິໄນສົງໂດຍສະເພາະ. ມື້ເຂົ້າພັນສາຊາວພຸດທະບໍລິສັດທັງຫຼາຍພາກັນຫໍ່ເຂົ້າຕົ້ມ,ເຮັດເຂົ້າໜົມ,ເຄື່ອງພັນສາໄປຕັກບາດຖວາຍພະຍາຫານແກ່ພຣະສົງເປັນຂະບວນຄຶກຄື້ນ.
     ເມື່ອພຣະພຸດທະເຈົ້າຊົງຊາບປະການດັ່ງກ່າວຈາກຊາວບ້ານ ພຣະອົງ,ຈຶ່ງມີລະບຽບວິໄນເຄັ່ງຄັດ ເມື່ອເຖິງລະດູເດືອນ 8 (ຍາມຝົນຕົກໜັກ) ພຣະສົງຕ້ອງເຂົ້າຈຳວັດສາຕະຫຼອດ 3 ເດືອນ ໂດຍກຳນົດເອົາມື້ ເດືອນ 8 – 11 ເພັງ. ໄລຍະຈຳພັນສາ 3 ເດືອນ ພຣະສົງມີວິໄນເຄັ່ງຄັດຄື:
·        ພໍ່ແມ່ ຫຼື ເພື່ອນນັກບວດດ້ວຍກັນເຈັບໄຂ້ສາມາດໄປຫາພະຍາບານຫຼືປິ່ນປົວໄດ້.
·        ເພື່ອນນັກບວດນຳກັນມີຄວາມກະສັນຍາກສິກສາມາດໄປເລົ່າລົມໃຫ້ເຊົ່າຍາກສິກໄດ້.
·        ເມື່ອມີເຫດການເກີດຂື້ນເຊັ່ນ: ກຸດຕິເພ ໄປຫາເຄື່ອງສຳພາລະ ມາຊ້ອມແປງໄດ້.
·        ຊາວບ້ານຊາວເມືອງອື່ນມານິມົນໄປທຳບຸນສາມາດໄປສະໜອງສັດທາໄດ້.
·        ນອກຈາກນີ້ຖ້າມີເລື່ອງສຳຄັນ ແລະ ຈຳເປັນກໍອານຸໂລມໄປໄດ້ຄືກັນ.
+ ຖືກໂຈນ ຫຼື ສັດຮ້າຍມາບຽດບຽນ
+ ບ່ອນຢູ່ຖືກນ້ຳຖ້ວມ ຫຼື ໄຟໄໝ້, ເພພັງຈົນຢູ່ບໍ່ໄດ້.
+ ໄພຮ້າຍເກີິດຂື້ນໃນບ້ານທີ່ພຣະສົງອາໄສ ບິນທະບາດ, ຖືກຊາວບ້ານເກີດອົບພະຍົບໄປກໍ່ສາມາດຍ້າຍໄປນຳຊາວບ້ານໄດ້.
+ ມີຄວາມອຶດຢາກອາຫານການກິນ ຫຼື ປະມານບໍ່ສາມາດທົນຢູ່ຕໍ່ໄປໄດ້ ກໍ່ໄປໄດ້.
+ ມີຜູ້ຍິງມາກວນໃຈ ຫຼື ພີ່ນ້ອງມາກວນຕົວະຍົວະໃຫ້ລາສິກກໍ່ສາມາດໄປໄດ້.
+ ພຣະສົງວັດອື່ນພວມຈະແຕກແຍກກັນ ຫຼື ແຕກແຍກແລ້ວໄປລະງັບເຫດການກໍ່ໄດ້ ເມື່ອອອກພັນສາແລ້ວພຣະສົງຈະໄດ້ຮັບອະນິສົງ 5 ຢ່າງຄື:
1. ໄປນອນຄ້າງຄືນ ໂດຍບໍ່ຕ້ອງຄອບລາກໍໄດ້.
2. ນັ່ງສັນເຂົ້າຮ່ວມຫຼາຍອົງກໍ່ໄດ້.
3. ຕາມທຳມະດາພຣະສົງມີຜ້າ 3 ຜືນຄື: ຜ້າສະບົງ (ຜ້ານຸ່ງ), ຜ້າຈີວອນ (ຜ້າຄຸມ) ຜ້າສັງຄາ (ຜ້າຫົ່ມນອກ). ເມື່ອອອກພັນສາແລ້ວ ເອົາໄປນຳພຽງ 2 ຜືນກໍໄດ້.
4. ພຣະສົງຈຳພັນສາແລ້ວຈະເກັບຜ້າຮັກສາໄວ້ຫຼາຍຜືນກໍໄດ້ (ນອກຈາກ 3 ຜືນ)
5. ເມື່ອມີລາບເກີດຂື້ນຄື: ມີຜູ້ເອົາຈີວອນມາຖວາຍຕ້ອງແຈກໃຫ້ພຣະສົງຕາມລຳດັບຂອງພັນສາ.
9. ເດືອນເກົ້າ ບຸນຫໍເຂົ້າປະດັບດິນ
   ບຸນເຂົ້າປະດັບດິແມ່ນເດືອນ9 ດັບ.ເພິ່ນເຮັດບຸນອຸທິດບຸນກຸສົນໄປໃຫ້ດວງວິນຍານຜູ້ລ່ວງລັບໄປແລ້ວ. ຕາມຄວາມເຊື່ອຂອງຄົນບູຮານວ່າຕອນເຊົ້າມືດຂອງວັນນີ້ພະຍາຍົມພິບານໄດ້ປ່ອຍສັດນາຮົກອອກມາຮັບຜົນທານທີ່ຍາດພີ່ນ້ອງສົ່ງໄປ. ສະນັ້ນ, ເຮົາຈຶ່ງນິຍົມເອົາຫໍ່ເຂົ້າປາອາຫານ, ໝາກໄມ້ໄປຢາຍໄວ້ຢູ່ແຄມວັດ, ແຄມທາງ, ແຄມເຮືອນ, ແຄມປ່າ, ຮົ້ວໄຮ່ປາຍນາ, ໄວ້ຕາມດິນແຕ່ເຊົ້າ ດັ່ງນັ້ນ, ຈຶ່ງເອີ້ນວ່າ  " ເຂົ້າປະດັບດິນ "
     ຕົ້ນເຫດຂອງການເຮັດບຸນນີ້ປາງກ່ອນມີຍາດພີ່ນ້ອງພະຍາພິມພິສານພະເຈົ້າແຜ່ນດິນເມຶືອງລາຊະຄຶ ປະເທດອິນເດຍສະໄໝພຸດທະການ ພາກັນເຮັດສັງຄະທານໄປເຄນພະສົງ, ໃນຂະນະແຕ່ງອາຫານນັ້ນ ພວກເດັກນ້ອຍລູກຫຼານພາກັນໄຫ້ແອ່ວກິນ, ພໍ່ແມ່ອົດບໍ່ໄດ້ກໍຢິບບາຍໃຫ້ເດັກພວກນັ້ນເຊິ່ງນັບວ່າ ກິນກ່ອນສົງ ຫຼືກິນຂອງສົງ.
     ເມື່ອຕາຍໄປແລ້ວກໍໄປຕົກນາຮົກອະເວຈີ, ຄັນພົ້ນຈາກນາຮົກກໍມາເກີດເປັນເປດ. ມາວັນໜຶ່ງພະຍາພິມພິສານຖວາຍທານແກ່ພະສົງ ອັນມີພຣະພຸດທະເຈົ້າເປັນປະມຸກ, ແຕ່ບໍ່ໄດ້ອຸທິດສ່ວນບຸນກຸສົນໄປຫາພວກເປດເຫຼົ່ານັ້ນ. ພໍຕົກກາງຄືນມາພະຍາພິມພິສານນອນຝັນ ຍິນສຽງພວກເປດມາຮ້ອງ, ມາເຄາະຝາເຮືອນໝົດຄືນຈົນນອນບໍ່ຫຼັບ.
     ເມື່ອຕື່ນເຊົ້າມາ, ພະຍາພິມພິສານຈຶ່ງໄດ້ສະເດັດເຂົ້າເຝົ້າພຣະພຸດທະເຈົ້າ ຢູ່ວັດເວລຸວັນ. ຈາກນັ້ນ,ພຣະພຸດທະເຈົ້າຈຶ່ງແຈ້ງສາເຫດແລະເທດສະໜາສັ່ງສອນໃຫ້ພະຍາພິມພິສານຈົ່ງໃຫ້ທານເຂົ້າ ໂພຊະນາອາຫານໄປເຖິງຍາຕິກາວົງສາພວກເປດເຫຼົ່ານັ້ນກໍຈະໄດ້ຮັບຜົນແລະພົ້ນຈາກຄວາມທຸກທໍລະ ມານ. ການເຮັດບຸນນີ້ ນອກຈາກເລື່ອງເລົ່ານີ້ ຍັງມີເລື່ອງອື່ນໆເຊັ່ນ: ຕາມໜັງສືເທສະໜາ ບຸນຫໍ່ເຂົ້າປະດັບດິນ ເປັນປະເພນີສືບເນື່ອງມາຈາກສາສະໜາພຣາມ ຕາມປະກົດຢູ່ໃນຊາດົກເລື່ອງ (ມັດຖະກຸນທະລີ) ກ່ອນຄັ້ງພຸດທະການ.
10. ເດືອນສິບ ບຸນເຂົ້າສະຫຼາກ (ເຂົ້າສາກ)
     ບຸນເຂົ້າສະຫຼາກແມ່ນເຮັດໃນເດືອນ 10 ເພັງ. ຊາວບ້ານຫໍ່ເຂົ້າຕົ້ມ, ເຂົ້າໜົມ, ຂອງຫວານ, ຂອງຄາວ. ຄຳໝາກກອກຢາໃສ່ສະຫຼາກແລ້ວໃສ່ກວຍ ຫຼືກະທໍທີ່ສານດ້ວຍໄມ້,ຂຽນຊື່ຜູ້ອຸທິດໃສ່ ແລະຊື່ຜູ້ອຸທິດໄປເຖິງແລ້ວນຳໄປຖວາຍແກ່ພຣະສົງອົງນັ້ນ,ແລ້ວກໍອຸທິດບຸນໃຫ້ດວງວິນຍານໃຫ້ແກ່ຜູ້ລ່ວງລັບໄປນັ້ນ ຈິ່ງເອີ້ນວ່າ: ເຂົ້າສະຫຼາກການເຮັດບຸນເຂົ້າສະຫຼາກ ກິດຈະກຳ ແລະ ຮູບການຕ່າງໆຄ້າຍຄືບຸນເຂົ້າປະດັບດິນ.
     ການເຮັດບຸນເຂົ້າສະຫຼາກມີເລື່ອງເລົ່າໄວ້ວ່າ:ມີລູກຊາຍເສດຖີຜູ້ໜຶ່ງເມື່ອພໍ່ຕາຍໄປແລ້ວຜູ້ເປັນແມ່ຊອກຫາຍິງສາວມາໃຫ້ເປັນພັນລະຍາ,ແຕ່ນາງບໍ່ມີລູກ ແມ່ຈຶ່ງເອົາຍິງສາວໃຫ້ອີກຜູ້ໜຶ່ງມາເປັນເມຍນ້ອຍ(ພັນລະຍາ). ເມື່ອເມຍນ້ອຍມີລູກ, ເມຍຫຼວງຄິດອິດສາຈຶ່ງຄິດຂ້າເມຍນ້ອຍ ໂດຍເອົາຢາໃຫ້ເມຍນ້ອຍກິນໃຫ້ຫລຸລູກເສຍ ເຮັດແນວນັ້ນ2- 3ຄັ້ງໃນທີ່ສຸດເມຍນ້ອຍກໍຕາຍ.ກ່ອນຈະຕາຍເມຍນ້ອຍໄດ້ຜູກເວນກັບເມຍຫຼວງວ່າຂໍໃຫ້ເກີດເປັນນາງຍັກຂິນີ ໃຫ້ມາກິນໂຕມັນ. ເມື່ອເມຍນ້ອຍ ແລະ ເມຍຫຼວງຈ່ອງເວນກັນຕ່າງຄົນຕ່າງຕາຍໄປ ແລະເກີດເປັນສັດ.ເມຍນ້ອຍທີ່ເກີດເປັນແມວ,ເກີດເປັນເນື້ອແລະເກີດເປັນຍັກສ່ວນເມຍຫຼວງຕາຍໄປເກີດເປັນແມ່ໄກ່, ເກີດເປັນເສືອແລະເກີດເປັນຄົນ ທັງສອງຈ່ອງເວນຈ່ອງກຳກັນ. ມີມື້ໜຶ່ງ ນາງຍັກໄລ່ຈັບລູກຜູ້ເປັນເມຍຫຼວງກິນ,ແຕ່ນາງຜູ້ເປັນເມຍຫຼວງອູ້ມລູກແລ່ນໄປວັດເຊຕະວັນ ໃນຂະນະນັ້ນ ພຣະພຸດທະເຈົ້າພວມເທສະໜາສັ່ງສອນອຸປະສົກອຸປະສິກາຢູ່,ພຣະອົງຈຶ່ງໃຫ້ພຣະອານົນໄປບອກນາງຍັກຂິນີມາສັ່ງສອນບໍ່ໃຫ້ຈ່ອງເວນຈ່ອງກຳກັນອີກຕໍ່ໄປ;ຈາກນັ້ນພຣະພຸດທະເຈົ້າຈິ່ງໃຫ້ນາງຍັດຂິນີໄປຢູ່ຫົວໄຮ່ປາຍນາແລ້ວລ້ຽງເກືອໃຫ້ດີ.
11. ເດືອນສິບເອັດ ບຸນອອກພັນສາປະວໍລະນາ (ປະວາລະນາ)
     ຄຳວ່າ " ປະວໍລະນາ "ແປວ່າ ບອກກັນໄວ້ລ່ວງໜ້າ. ບຸນອອກພັນສາແມ່ນເດືອນ 11ເພັງ.ພາຍຫຼັງພຣະສົງຢູ່ຈຳພັນສາໄດ້3ເດືອນ.ໃນການອອກພັນສານີ້,ຊາວພຸດທະສະນິກະຊົນທັງຫຼາຍ ຈຶ່ງພາກັນເຮັດບຸນຕັກບາດຢາດນ້ຳ.ສ່ວນພຣະສົງຈະໄດ້ຮັບອະນິສົງໃນການຈຳພັນສາຕາມພຣະພຸດທະອົງຊົງບັນຍັດໄວ້ໃນຄຳພີ.
     ບຸນອອກພັນສາປະວໍລະນາ ມີກິດຈະກຳທີ່ມີຄວາມມ່ວນຄຶກຄຶ້ນ ມີການເຄື່ອນໄຫວເຮືອໄຟໂຄກ ແລະ ໄຫຼເຮືອໄຟນ້ຳຕາມປະເພນີສາສະໜາພຣາມເຊິ່ງມີມາແຕ່ດົນນານ ໂດຍແມ່ນເຈົ້າສຸລະຍະວົງສາ ມາຮອດປັດຈຸບັນ ການຊ່ວງເຮືອບໍ່ສະເພາະແຕ່ຈັດໃສ່ມື້ອອກພັນສາເທົ່ານັ້ນ, ເພິ່ນຍັງນິຍົມຈັບໃສ່ກ່ອນ ຫຼື ຫຼັງພິເສດແມ່ນບຸນອອກພັນສາ ຈະມີປະກົດການທຳມະຊາດຕາມແມ່ນ້ຳຂອງເຊັ່ນ: ບັ້ງໄຟພະຍານາກ.
12. ເດືອນ 12 ບຸນກັນຖິນ ແລະ ບຸນພະທາດ
     ແມ່ນນັບແຕ່ມື້ແຮມ 1 ຄໍ່າ ເດືອນ 11 ຈົນຮອດວັນເພັງເດືອນ 12 ເປັນເວລາ 1 ເດືອນພໍດີ ໄລຍະນີ້ທາງວິໄນສົງ ຮຽກວ່າ " ຈີວະຣະກາລະສະໄໝ " ແປວ່າ ໄລຍະເວລາເຮັດຜ້າຈີວອນ ຫຼື ຮຽກວ່າ " ຈີວະຣະທານະສະໄໝ " ແປວ່າ ເວລາໃຫ້ຈີວອນ.
ສ່ວນຄຳວ່າ " ກະຖິນ " ມີ 2 ຄວາມໝາຍຄື 1) ຄວາມໝາຍໃນທາງພາສາລາວແທ້ແປວ່າ ໄມ້ກັງ ຫຼື ໄມ້ຄຶງໄທເອີ້ນວ່າ:ໄມ້ສະດຶງຄື:ໄມ້ເຮັດໃຫ້ເຄັ່ງ.ໃນສະໄໝກ່ອນໆພຸ້ນບໍ່ມີຜ້າຈີວອນຂາຍຢ່າງຫຼວງຫຼາຍຢູ່ຕະຫຼອດຄືສະໄໝນີ້.ສະນັ້ນ,ພຣະພຸດທະເຈົ້າຈຶ່ງອະນຸຍາດໃຫ້ພຣະສົງຊອກຫາໃຫ້ໄດ້ມາຖືກຕ້ອງຕາມວິໄນສົງ ແລ້ວມາຫຍິບຕໍ່ເຂົ້າກັນ,ເວລາຫຍິບຈຳເປັນຕ້ອງໃຊ້ໄມ້ແບບຫຼືໄມ້ຄຶງ. ການຫຍິບຜ້າຕາມໄມ້ຄຶງຈຶ່ງຮຽກວ່າ ຜ້າກະຖິນ. 2) ຄວາມໝາຍໃນຄຳນາມ ພາສາບາລີແປວ່າ ຜ້າທີ່ເຄນໃຫ້ພຣະສົງທີ່ຈຳວັດສາ. ໝາຍຄວາມວ່າ ການເຮັດບຸນດ້ວຍການເອົາ ຜ້າໄປເຄນໃຫ້ຄູບາ ຫຼື ພຣະສົງຢູ່ໃນວັດ. ບຸນນີ້ຖືເປັນອານິສົງຜົນແຫ່ງບຸນຂອງພຣະສົງທີ່ຈຳວັດສາຕະຫຼອດ3ເດືອນເຕັມສົມຄວນຈະຕ້ອງໄດ້ຮັບກອງກະຖິນ (ຈຸລະກະຖິນ ຫຼື ມະຫາກະຖິນ).
     ບຸກຄົນໃດມີສັດທາເຮັດກອງກະຖິນສ່ວນຕົວກໍໄດ້.ຖ້າຈະເຮັດກອງກະຖິນໄປວັດເພິ່ນໄປປັກສະຫຼາກໄວ້ ຫຼື ບອກລ່ວງໜ້າກ່ອນກາງພັນສາ.ຈາກນັ້ນທາງຄະນະຝ່າຍສົງປະຈຳວັດກໍຈະໄດ້ຮັບກອງກະຖິນ.ກ່ອນຈະຮັບກອງກະຖິນພຣະສົງຈະຫາລືກັນວ່າ ພຣະສົງອົງໃດຄວນຈະໄດ້ຮັບກອງກະຖິນ.
     ນອກຈາກບຸນກະຖິນແລ້ວ, ເພີ່ນຍັງເຮັດບຸນໄຫ້ວທາດ. ການເຮັດບຸນໄຫວ້ທາດ ນັບວ່າເປັນບຸນປາງໃຫຍ່ຄຶກຄື້ນມ່ວນຊື່ນ ແລະສຳຄັນຕໍ່ປະເທດຊາດບ້ານເມືອງຫຼາຍທີ່ສຸດ. ແຕ່ກ່ອນປະຊາຊົນລາວເຮັດບຸນໄຫວ້ພຣະທາດຫຼາຍແຫ່ງເຊັ່ນ ພະທາດຫຼວງວຽງຈັນ, ພະທາດໝາກໂມ (ວັດວິຊຸນ) ຫລວງພະບາງ, ພະທາດອີງຮັງ ແລະພະທາດໂພ່ນ ແຂວງສະຫວັນນະເຂດ, ພະທາດສີໂຄດຕະບອງຢູ່ເມືອງເກົ່າແຂວງຄຳມ່ວນເປັນຕົ້ນ.  /ພະທາດຫຼວງວຽງຈັນສ້າງຂື້ນໃນປີ1566ຫຼັງຈາກພະເຈົ້າໄຊຍະເສດຖາທິລາດພັດທະນາເມືອງວຽງຈັນເປັນລາຊະທານີລ້ານຊ້າງໄດ້ 6 ປີ.ການເຮັດບຸນນະມັດສະການພະທາດຫຼວງວຽງຈັນນັບວ່າເປັນປະເພນີ ທີ່ສຳຄັນຢ່າງຍິ່ງທີ່ສືບຕໍ່ກັນມາໄດ້ຫຼາຍສະຕະວັດໂດຍມີພະມະຫາກະສັດອົງເປັນປະມຸກໃນສະໄໝຕ່າງໆ ມາເປັນປະທານພິທີປະຈຳທຸກໆປີບໍ່ຂາດສິ່ງທີ່ນຳມາສັກກາລະບູຊາໄຫວ້ພະທາດຫຼວງມີດອກໄມ້ທູບທຽນ, ສິ່ງສຳຄັນຂາດບໍ່ໄດ້ແມ່ນຜາສາດເຜິ້ງຄືມື້ຂື້ນ 13 ຄໍ່າເດືອນ 12 ເພິ່ນຈະເລີ່ມແຫ່ພະສາດຢູ່ວັດສີເມືອງ (ຫຼັກເມືອງ) ປະມານ 7 ໂມງແລງ. ມື້ຂື້ນ 14 ຄໍ່າ ມີພິທີຮັບນໍ້າໃຫຍ່ຢູ່ວັດອົງຕື້ ແລະມື້ ຄ່ໍ່າເພັງ ເດືອນ 12 ເປັນມື້ດໍາເນີນພິທີສຸດທ້າຍ ຢູ່ພະທາດຫຼວງ ໂດຍການຕັກບາດຖວາຍທານຢ່າງຄຶກຄື້ນ.
     ໃນສະໄໝບູຮານ ແລະ ສະໄໝຕ່າງໆຈົນສືບມາເຖິງສູ່ມື້ນີ້ ກ່ອນຈະເຖິງມື້ໄຫວ້ທາດຫຼວງ ໄດ້ມີການຄົບງັນມາກ່ອນແລ້ວຢ່າງໜ້ອຍ 5-7 ວັນ, ການຄົບງັນມີກິດຈະກຳກິລາ ແລະສິລະປະ ວັນນະຄະດີຕາມປະເພນີ. ມາຮອດສະໄໝນີ້ພະທາດຫຼວງວຽງຈັນໄດ້ກາຍເປັນສັນຍາລັກຂອງຊາດ(ກາຊາດ).
     ສະຫຼຸບ: ຮີດ 12 ທີ່ກ່າວມາຂ້າງເທິງມີບາງບຸນປະເພນີບໍ່ໄດ້ຈັດຕັ້ງປະຕິບັດແລ້ວ ຫຼື ຍັງພາກັນເຮັດຢູ່ບາງທ້ອງຖິ່ນທີ່ຈຳກັດເທົ່ານັ້ນ. ສ່ວນບຸນທີ່ຈັດຕັ້ງປະຕິບັດເປັນຂະບວນຂອງຊາວພຸດເຊັ່ນ: ບຸນປີໃໝ່, ບຸນເຂົ້າພັນສາ ແລະ ອອກພັນສາ, ບຸນຫໍ່ເຂົ້າປະດັບດິນ, ບຸນເຂົ້າສະຫຼາກ ແລະ ບຸນພະທາດຫຼວງ. ນອກຈາກບຸນທາດຫຼວງ, ການເຮັດບຸນຕ່າງໆຂອງປະຊາຊົນລາວຈະຍິ່ງໃຫຍ່ ຫຼືຄຶກຄື້ນ ແມ່ນອີງຕາມສະພາບ ແລະຈຸດພິເສດຂອງບ້ານໃນທ້ອງຖິ່ນນັ້ນໆ.

 ການຈັດໝວດໝູ່ຂອງວັດທະນະທັມ
ໂດຍອາໄສບົດ ຮຽນຈາກການ ແບ່ງວັດທະນະທັມ ດັ່ງກ່າວຂ້າງຕັ້ນນັ້ນ ຂ້າພະເຈົ້າຈຶ່ງໄດ້ແບ່ງວັດທະ ນະທັມລາວອອກເປັນ 4 ຫມວດໃຫຍ່ ຄື: 1. ວິຖີຊີວິດທາງເສດຖະກິດ ຮຽກວ່າຊີວິດວັດທະນະທັມ, 2. ວິຖີຊີວິດທາງສັງຄົມຮຽກວ່າ ສະຕິວັດທະນະທັມ, 3. ວິຖີຊີວິດທາງການສຶກສາຮຽກວ່າ ປັນຍາວັດທະນະທັມ, 4. ວິຖີຊີວິດທາງສິລະປະຮຽກວ່າ ສຸນທຣີຍະວັດທະນະທັມ ແລະ ແບ່ງເປັນ 16 ຫມວດຍ່ອຍ ຄື:ຫມວດ 1. ຊີວິດວັດທະນະທັມມີ 1.ເຄື່ອງນຸ່ງຫົ່ມ (ໄດ້ແກ່ເຄ່ືອງນຸ່ງຫົ່ມທາງການ ເຄ່ືອງນຸ່ງຫົ່ມໃນບຸນປະເພນີ ເຄ່ືອງນຸ່ງຫົ່ມໃນຊີວິດປະຈຳວັນ ແລະ ການອອກແຮງງານ) ສະໄໝກ່ອນເຈົ້າຂຸນມູນ ນາຍແລະສາມັນຊົນມີການແຕ່ງ ຕົວທີ່ມີລະບຽບແບບແຜນຄັກແນ່ ຕາມລະດັບຊັ້ນ ຫລື ຂັ້ນຂອງຕົນໃນຕຳແຫນ່ງສັກດິນາທີ່ໄດ້ຮັບ, 2.ທີ່ຢູ່ອາໄສ (ກໍເປັນໄປຕາມຊັ້ນຕ່ຳ ຊັ້ນກາງ ຊັ້ນສູງ) ຊັ້ນຕ່ຳເປັນເຮືອນແບບຜູກຕັດໂດຍໃຊ້ໄມ້ໄຜ່ເປັນຫລັກ ຊັ້ນກາງເຮັດດ້ວຍໄມ້ແກ່ນທັງເສົາ ມີແປ້ນມຸງແປ້ນປູ ແປ້ນແອ້ມແລະມີຫລາຍຫ້ອງ ສ່ວນຊັ້ນສູງເປັນເຮືອນແບບບ້ອງທອງ, 3. ອາຫານ (ປົກກະຕິ ອາຫານລາວມີ 12 ຄູ່ 24 ປະເພດ) ເຊັ່ນ ລາບ-ກ້ອຍ ເອາະ-ອ່ອມ ຕົ້ມ-ແກງ ຊຸບ-ຕຳ ປິ້ງ-ຈີ່ ປົ່ນ-ແຈ່ວ ໜຶ້ງ-ມົກ ອົບ-ມອບ ໝັກ-ດອງ ຂົ້ວ-ຈືນ ເຂົ້າປຸ້ນ-ເຂົ້າຊອຍ ຜັກ-ໜໍ່, 4.ສຸກຂະພາບການຍາແລະກິລາ (ໝໍພື້ນເມືອງ ເຊັ່ນ ໝໍຢາ ໝໍມໍ ໝໍມົນ ໝໍເປົ່າ ຫມໍທັມ ໝໍສູດ ເປັນຕົ້ນ ກິລາບູຮານມີ ຕີຄີ ແຂ່ງມ້າ ຕີມວຍລາຍ ດຶງເຊືອກ ໝາກສະກາ ຊ່ວງເຮືອເປັນຕົ້ນ ກິລາລາວເປັນຕົວວັດສຸກຂະພາບດີ ຄຸນນະທັມດີ ໃຈດີ ປະຕິບັດດີ ກະຕິກາດີ ຮູ້ຫນ້າທີ່ຮູ້ແກ້ບັນຫາ ຮູ້ຄາດຄະເນ.ໝວດ 2. ສະຕິວັດທະນະທັມມີ 5. ຈາຣີຕປະເພນີພິທີກັມ (ຈາຣີຕປະເພນີ ຂະໜົບປະເພນີ ທັມ ນຽມປະເພນີ ຮິດສິບສອງ ຄອງສິບສີ່, 6. ນິຕິທັມ ການປົກຄອງມີຮາກຖານມາຈາກຄຳພີເດີມຄື ຄຳພີຣັດຖະສາດ ທີ່ເປັນຄຳພີໃນເລື່ອງຊັ້ນເຊີງທາງການເມືອງການປົກຄອງ, 7. ລະບຽບກົດໝາຍ ມີຕົ້ນແບບມາຈາກຄຳພີທັມສາດ ຫລືພຣະທັມມະນູສາດ ປັບມາເປັນກົດໝາຍຂຸນບໍຣົມ ແລະພຣະທັມມະສາດໃນສະໄໝພຣະເຈົ້າສຸຣິຍະວົງສາທັມມິກະຣາດ, 8.ມູນເຊື້ອພູມປັນຍາ (ພູມປັນຍາຊາດ ພູມປັນຍາທ້ອງຖິ່ນແລະຊົນເຜົ່າ ລວມທັງພິພິດທະພັນ) ມູນເຊື້ອຮັກຊາດແພງເຊື້ອ ມູນເຊື້ອດຸມັ່ນຂະຫຍັນພຽນ ແລະມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນ.

ໝວດ 3. ປັນຍາວັດທະນະທັມມີ 9. ການສຶກສາ (ຄະດີໂລກ) ຈະເປັນການສຶກສາໃນຣາຊະສຳນັກເບື້ອງຕົ້ນມີ 4 ວິຊາຄື ວິຊາແພດ ຍິງທະນູ ດົນຕີຂັບຮ້ອງແລະການໃຊ້ອາວຸດ ຕໍ່ມາເພີ່ມອີກ 2 ຄືສະຖາປັຕຫລືການກໍ່ສ້າງແລະສິລະປະວິທະຍາຈຶ່ງເປັນ 6 ວິຊາ ແຕ່ເຕັມໆມີ 18 ວິຊາໃນສະໄໝລ້ານຊ້າງ (ສຸເນດ ໂພທິສານ, 2000,276), 10. ສາດສະຫນາ ມີ 5 ສາດສະຫນາຄື ຄວາມເຊື່ອຜີດັ້ງເດີມ ສາດສະຫນາພຸດ ສາດສະຫນາພຣາມ ສາດສະຫນາພຸດມະຫາຍານ ແລະສາດສະຫນາຮິນດູ (ສະໄໝລ້ານຊ້າງເນັ້ນພຸດ ທະສາດສະຫນາຮຽກຄະດີທັມ) 11. ພາສາ-ວັນນະກັມ ມີ 6 ວິຊາຄືວິຊາອອກສຽງຮຽກວ່າ ສິກສາ ແຕ່ງກາບກອນຮຽກສັນທະລັກ ຫລັກພາສາຮຽກໄວຍາກອນ ວິຊາຮາກສັບຮຽກນິຣຸດຕິ ດາຣາສາດຮຽກວ່າໂຊ ຕິຍະແລະວິຊາພິທີກຳຮຽກວ່າ ກັນລະປະ ສ່ວນວັນນະຄະດີ ກໍມີຣາມາຍະນະ ແລະມະຫາພາຣະຕະເປັນຕົ້ນແບບ, 12.ປະຫວັດສາດ-ຕຳນານ ເປັນຄຳພີປຸຣານ ຫລືບູຮານສາຕ ພົງສາວະດານ ສາສະນາວົງ ພື້ນ ຕຳນານ ນິທານປະໂຫຍດ ຂອງວິຊາປະຫວັດສາດ ຊ່ວຍໃຫ້ຜູ້ສຶກສາ ໄດ້ຮູ້ຈັກໃຊ້ຄວາມຄິດ ຮູ້ຈັກຫາເຫດຜົນຈາກຂໍ້ມູນຕ່າງໆ ທີ່ມີຢູ່ ເປັນການລັບສະຫມອງເພື່ອ ການປັບຕົວຂອງຄົນຂອງ ສັງຄົມແລະຂອງຊາດ ປະຫວັດສາດ ບໍ່ໄດ້ຂຶ້ນຢູ່ກັບຂໍ້ມູນ ພຽງຢ່າງດຽວ ແຕ່ທີ່ສຳຄັນຍັງຂຶ້ນຢູ່ກັບ ການປະເມີນຄຸນຄ່າໃນແງ່ມຸມ ໃໝ່ຕ່າງໆເພື່ອປວງຊົນ ແລະ ທີ່ສຳຄັນຍັງເປັນ ການຄາດຄະເນ ຫລື ມີວິໄສທັດເພື່ອ ອະນາຄົດເພາະ ປະຫວັດສາດຄື ອະດີດ ປັດຈຸບັນ ແລະອະນາຄົດ.ໝວດ 4. ສຸນທຣີຍະວັດທະນະທັມມີ 13. ສຸນທຣີຍະທາງສັງຄົມ-ຈະຣິຍະທັມ (ເປັນການປະພຶດທີ່ງາມທາງກາຍ ໄດ້ແກ່ການອ່ອນນ້ອມຖ່ອມຕົນ ອັນຫມາຍເຖີງກາຍະກັມ ຫລືການກະທຳທາງກາຍນັ້ນເອງ), 14. ສຸນທຣີຍະທາງພາສາວັນນະຄະດີ (ອັນຫມາຍເຖີງວະຈີກັມທັງມວນ ຫມາຍເຖີງການຮູ້ຈັກໃຊ້ພາສາທີ່ອ່ອນຫວານນຸ່ມ ນວນຊວນຟັງເຊັ່ນ ສຸພາສິດ ຄຳສອນ ກາບກອນເປັນຕົ້ນ) ພາສາໃນຫມວດນີ້ ຕ່າງຈາກຫມວດ 3 ເພາະຫມວດ 3 ເປັນພາສາທົ່ວໄປ ແຕ່ຫມວດ 4 ເປັນພາສາທີ່ງົດງາມ ເປັນພາສາທີ່ມີສຸນທຣີຍະ, 15. ສຸນທຣີຍະທາງສິລະປະ(ສະຖາປັຕຍະກັມ ປະຕິມາກັມ ວິຈິຕຕະກັມ) 16. ສຸນທຣີຍະທາງພັກຜ່ອນຍ່ອນໃຈ (ໄດ້ແກ່ດົນຕຣີ ການສະແດງ ການພັກຜ່ອນຫຍ່ອນໃຈ) ໃນຫມວດນີ້ເນັ້ນ ຄວາມສຸນທຣີຍະຄືຄວາມງາມ ຂົງຈື້ໄດ້ສອນໄວ້ວ່າ ກິຣິຍາມາຣະຍາດ ກະວີນິພົນ ແລະສິນປະດົນຕຣີທັງສາມຢ່າງນີ້ເປັນສຸດ ຍອດຂອງວິຊາການທັງມວນ ແລະສອດຄ່ອງກັບບູຮານລາວທີ່ວ່າ ພາສາບອກຊາດມາ ຣະຍາດບອກສະກຸນສະນັ້ນໝວດສຸດທ້າຍ ນີ້ເປັນສຸດຍອດແຫ່ງ ຈັນຍາບັນລາວທີ່ຈະຕ້ອງ ປະຕິດບັດໃຫ້ໄດ້ໃນການກະທຳ ໃນການເວົ້າ ໃນສິລະປະແລະ ບັນເທີງທີ່ເຕັມໄປດ້ວຍຄວາມງາມ ແລະສຸນທຣີຍະທີ່ຈະດຶງດູດ ເພື່ອນມິດມາທ່ອງທ່ຽວລາວ.
ໃນ 4 ຫມວດນີ້ເປັນການວິໄຈ ໃນລັກສະນະທີ່ເປັນ ການວິໄຈພື້ນຖານ (Basic Research ຫລື RBL ຫລື PBL) ຄືຕ້ອງການໃຫ້ເຫັນ k (knowledge) ຄືອົງຄວາມຮູ້ເສຍກ່ອນ ກ່ອນທີ່ຈະກ້າວໄປສູ່ການວິໄຈ ການຈັດການຫລືການປະຍຸກໃຊ້ ໃນປັດຈຸບັນການວິໄຈພື້ນຖານ ປະເທດເຮົາຍັງຂາດແຄນຫລາຍ ການທີ່ຈະຈັດການຫລື ມີການປະຍຸກໃຊ້ທາງ ວັດທະນະທັມນັ້ນ ມີຄວາມຈຳເປັນ ທີ່ຈຳຕ້ອງໃຫ້ຄວາມສຳຄັນ ກັບການວິໄຈພື້ນຖານຫລື ການຮຽນຮູ້ຈາກບັນຫາຫລື ຈາກການວິໄຈເສຍກ່ອນ ຄືຕ້ອງໃຫ້ແຫນ້ນຫນາພຽງພໍ ເພາະມັນຄືພື້ນຖານ ສະນັ້ນໃນ 4 ຫມວດນັ້ນຕ້ອງລົງສູ່ການວິໄຈພື້ນຖານ ຄືຕ້ອງໄດ້ຂໍ້ສະຣູບຜ່ານການວິໄຈເປັນສຳຄັນ.

ການບໍຣິຫານຈັດການທາງວັດທະນະທັມ ວັດທະນະທັມທັງ 4 ຫມວດນັ້ນຈະເກີດປະໂຫຍດໄດ້ ຫລາຍນ້ອຍນັ້ນຢູ່ທີ່ການບໍຣິຫານ ຈັດການເປັນສຳຄັນ ໃນຫມວດທີ່ຫນ່ຶງນັ້ນເປົ້າຫມາຍຢູ່ທີ່ ປະຊາຊົນຕ້ອງຮັ່ງມີ ແຕ່ກ່ອນຈະຮັ່ງມີໄດ້ກໍເລີ່ມມາຈາກກິນອີ່ມ ນຸ່ງອຸ່ນ ກ້າວມາຂັ້ນທີ່ສອງກິນແຊບນຸ່ງງາມ ແລະຂັ້ນທີ່ສາມ ປະຊາຊົນຮັ່ງມີຜາສຸກ ສະນັ້ນຫມວດນີ້ຈ່ຶງ ແມ່ນຄວາມຈຳເປັນພື້ນຖານດ້ານ ປັດໄຈສີ່ໃນການດຳລົງຊີວິດ ຂອງປະຊາຊົນລາວບັນດາເຜົ່າ.
ການບໍຣິຫານຈັດການຈ່ຶງ ຢູ່ທີ່ການມີອາຊີບເປັນຫລັກ ລັດຕ້ອງວາງແຜນເພື່ອ ເຮັດໃຫ້ມີການປະ ກອບອາຊີບຢ່າງຮອບຄອບ ໂດຍເລີ່ມຕັ້ງແຕ່ການເລືອກ ໃຫ້ການສຶກສາຮ່ຳຮຽນ ໃນສາຂາວິຊາທີ່   ເໝາະສົມ ກັບຕົນເອງ ຊຶ່ງການທີ່ຈະຕັດສິນໃຈ ເລືອກສຶກສາຕໍ່ໄປ ໃນແຕ່ລະລະດັບຢ່າງ ເໝາະສົມນັ້ນ ຕ້ອງມອງຕົນເອງ ແລະມອງໂລກຢ່າງຖືກຕ້ອງ ໃນຂັ້ນນີ້ບຸກຄົນຈະຕ້ອງ ຮູ້ຈັກວິເຄາະແລະສຳລວດຕົນເອງແລະ ພິຈາລະນາລັກສະນະລວມ ຂອງຕົນເອງທຸກແງ່ທຸກມຸມ ຈົນເກີດຄວາມເຂົ້າໃຈ ແລະຮູ້ຂໍ້ດີຫລືຂໍ້ບົກຜ່ອງ ຢ່າງແທ້ຈິງກ່ຽວກັບສິ່ງຕ່າງໆ ເຊັ່ນຄວາມສາມາດ ຄວາມຖະຫນັດ ຄວາມສົນໃຈ ບຸກຄະລິກລັກສະນະ ທີ່ມີຄວາມສຳພັນ ກັບການເລືອກອາຊີບ ບຸກຄົນຈະຕັດສິນໃຈເລືອກອາຊີບ ໂດຍໃຊ້ຫລັກການວິເຄາະຕົນເອງ ແລະວິເຄາະອາຊີບມາປະກອບກັນ. ເມື່ອວິຖີຊີວິດທາງ ເສດຖະກິດດີແລ້ວກໍຂາຍ ໄດ້ຄືທີ່ເປັນຢູ່ໃນປັດຈຸບັນ ວັດທະ ນະທັມໃນຫມວດທີ 1 ນີ້ ກໍາລັງຂາຍໄດ້ດີແບບຂື້ນ ຫນ້າຂື້ນຕາບໍ່ວ່າເຄື່ອງນຸ່ງຫົ່ມຜ້າແພ, ເຮືອນຊານແບບລາວແຂກກໍມັກເຂົ້າພັກ, ອາຫານແບບພາໂຕກກໍຂາຍໄດ້ດີເມື່ອຈັດການດີ, ສຸດທ້າຍໃນຫມວດນີ້ ດ້ານສຸຂພາບ ການນວດ ສະປາ ກິລາ ມວຍລາຍແມ່ນນ່າສົນໃຈທັງນັ້ນ, ທີ່ສຳຄັນທີ່ສຸດແມ່ນທັມມະຊາດ ພູມິປະເທດ ບ້ານເກົ່າ ເມືອງເກົ່າ ເມືອງມໍລະດົກ ວິຖີຊີວິດແບບເດີມໆລ້ວນແຕ່ຂາຍໄດ້.
ຫມວດທີ່ສອງ ວິຖີຊີວິດທາງສັງຄົມຮຽກວ່າ ສະຕິວັດທະນະທັມ, ໃນຫມວດນີ້ເປັນວັດທະນະທັມ ດ້ານສັງຄົມ ຄືໃຫ້ມອງສັງຄົມ ຍຶດຫມັ້ນໃນສັງຄົມ ກໍຄືເປັນການກະທຳຣະຫວ່າງມະນຸດກັບສັງຄົມຫລືການກະທຳທາງສັງຄົມຂອງມະນຸດ ການກະທຳທາງສັງຄົມນັ້ນມີຮູບແບບແລະປັດໄຈທີ່ສຳຄັນດັ່ງນີ້ 1. ຮູບແບບຂອງການກະທຳທາງສັງຄົມຂອງບຸກຄົນ ມີ 4 ຮູບແບບ ຄື: ຄວາມຄິດເຫັນ, ອາຣົມຫລືຄວາມຮູ້ສຶກ, ການຄາດຄະເນພຶດຕິກຳ ແລະພຶດຕິກຳທີ່ສະແດງອອກ, 2. ປັດໄຈຂອງການກະທຳທາງສັງຄົມນັ້ນ ບຸກຄົນຈະກະທຳສິ່ງໃດສິ່ງໜຶ່ງຂຶ້ນຢູ່ກັບປັດໄຈຫລາຍປະການ ດັ່ງນີ້ຄື: ເປົ້າປະສົງ, ຄວາມເຊື່ອທີ່ສືບທອດກັນມາ, ຄ່ານິຍົມຫລືມາດຕະຖານ, ນິໄສແລະຂະໜົບທຳນຽມປະເພນີ, ຄວາມຄາດໝາຍ, ຂໍ້ຜູກມັດ, ແຮງຈູງໃຈ, ໂອກາດ, ຄວາມສາມາດ, ການສະໜັບສະໜູນ. ວັດທະນະທັມຫມວດນີ້ຂາຍປະເພນີ ຮີດຄອງ ພິທີກັມ ຮີດສິບສອງ ຄອງສິບສີ່ ຄວາມສະຫງົບ ຄວາມເປັນຣະບຽບຮຽບຮ້ອຍ ຄວາມອ່ອນນ້ອມຖ່ອມຕົນ ຄວາມເປັນມິດ ເຮົາຈະເຫັນໄດ້ວ່າຜ່ານມາລາວເຮົາເຮັດໄດ້ດີ ເຮົາຈັດໄດ້ຍິ່ງໃຫຍ່ ເຊັ່ນບຸນຊ່ວງເຮືອ ບຸນທາດຫລວງ ບຸນສົງການປີໃຫມ່ ຖ້າຫາກນຳມາຟື້ນຄືນໄດ້ອີກຫລາຍໆບຸນປະເພນີ ເຊັ່ນບຸນບັ້ງໄຟ ເປັນຕົ້ນກໍຄິດວ່າຈະຂາຍໄດ້ເພີ້ມອີກ ຍິ່ງຖ້າໃຫ້ມັນຢູ່ໃນພິພິດທະພັນ ຫ້ອງມູນເຊື້ອຂອງແຂວງຂອງເມືອງກໍຈະເປັນການສຶກສາອົບຮົມຄົນໄດ້ເປັນຢ່າງດີ.
ຫມວດທີສາມ ວິຖີຊີວິດທາງປັນຍາຮຽກວ່າ ປັນຍາວັດທະນະທັມຄືການຮຽນຮູ້ (Learning) ໝາຍເຖິງ "ການປ່ຽນແປງພຶດຕິກັມໄປຈາກເດີມ ອັນເປັນຜົນມາຈາກການໄດ້ຮັບປະສົບການ" ພຶດຕິກັມທີ່ປ່ຽນແປງໃນທີ່ນີ້ ບໍ່ໄດ້ໝາຍເຖິງສະເພາະພຶດຕິກັມທາງກາຍເທົ່ານັ້ນ ແຕ່ຍັງລວມເຖິງພຶດຕິກັມ ທັງມວນທີ່ມະນຸດສະແດງອອກມາ ຊຶ່ງແຍກອອກເປັນ 3 ດ້ານຄື: 1. ພຶດຕິກັມທາງສະຫມອງ(Cognitive) ຫລືພຸດທິພິໄສເປັນການຮຽນ ຮູ້ກ່ຽວກັບຂໍ້ເທັດຈິງ(Fact) ຄວາມຄິດລວບຍອດ(Concept) ແລະ ຫລັກການ(Principle), 2. ພຶດຕິກຳດ້ານທັກສະ(Psychomotor) ຫລືທັກສະພິໄສ ເປັນພຶດຕິກັມທາງກ້າມເນື້ອ ສະແດງອອກທາງດ້ານຮ່າງກາຍ ເຊັ່ນການຂັບຣົົດ ການອ່ານອອກສຽງ ການສະແດງທ່າທາງ, 3. ພຶດຕິກັມທາງຄວາມຮູ້ສຶກ(Affective) ຫລືຈິດພິໄສ ເປັນພຶດຕິກັມທີ່ເກິດຂື້ນ ພາຍໃນເຊັ່ນການເຫັນຄຸນຄ່າ ເຈຕະຄະຕິ ຄວາມຮູ້ສຶກສົງສານ ເຫັນໃຈເພື່ອນມະນຸດເປັນຕົ້ນ ສິ່ງເຫລົ່ານີ້ໄດ້ມາ ຈາກການຮຽນຮູ້ສອງທາງຄື ປະຣະໂຕໂຄສະແລະ ໂຍນິໂສມະນັດສິການ.
ລັກສະນະຂອງການຈັດລຳດັບ ການຮຽນຮູ້ມີດັ່ງນີ້: 1.ການຮຽນຮູ້ແບບສັນຍານ(Signal Learning) ເປັນການຮຽນຮູ້ແບບການວາງເງື່ອນໄຂ ເກີດຈາກຄວາມໃກ້ຊິດ ຂອງສິ່ງເລົ້າທາງໃຈແລະການກະທຳຊ້ຳ ຜູ້ຮຽນທີ່ບໍ່ສາມາດຄວບຄຸມພຶດຕິກຳ ຂອງຕົນເອງໄດ້, 2. ການຮຽນຮູ້ແບບການຕອບສະຫນອງ (Respond Learning)ຄືການຮຽນຮູ້ທີ່ຜູ້ຮຽນສາມາດ ຄວບຄຸມພຶດຕິກັມນັ້ນໄດ້ ການຕອບສະຫນອງເປັນຜົນຈາກການເສີມແຮງ ກັບໂອກາດໃນການກະທຳຊ້ຳຫລືຝຶກຝົນ, 3. ການຮຽນຮູ້ແບບລູກໂຊ່(Chaining Learning) ຄືການຮຽນຮູ້ອັນເນື່ອງ ມາຈາກການເຊື່ອມໂຍງ ກັບສິ່ງເລົ້າທາງໃຈ ກັບການຕອບສະຫນອງຕິດຕໍ່ກັນ ເປັນກິດຈະກັມທີ່ຕໍ່ເນື່ອງ ໂດຍເປັນພຶດຕິກັມທີ່ກ່ຽວກັບການເຄື່ອນໄຫວ ເຊັ່ນ ການຂັບຣົດ ການໃຊ້ເຄື່ອງມືບາງຢ່າງທີ່ຕໍ່ເນ່ືອງ, 4. ການຮຽນຮູ້ແບບພາສາສຳພັນ(Verbal Association Learning) ມີລັກສະນະເຊັ່ນດຽວກັບການຮຽນຮູ້ ແບບລູກໂຊ່ຫາກແຕ່ໃຊ້ພາສາ ຫລືສັນຍະລັກແທນ, 5. ການຮຽນຮູ້ແບບການຈຳແນກ(Decomposition Learning) ໄດ້ແກ່ການຮຽນຮູ້ທີ່ຜູ້ຮຽນສາມາດເບິ່ງ ແລະເຫັນຄວາມແຕກຕ່າງແລະສາມາດເລືອກຕອບສະຫນອງໄດ້, 6. ການຮຽນຮູ້ແບບມະໂນທັດ (Concept Learning) ໄດ້ແກ່ການຮຽນຮູ້ອັນເນື່ອງມາຈາກຄວາມສາມາດໃນການຕອບສະຫນອງສິ່ງຕ່າງໆ ໃນລັກສະນະທີ່ເປັນສ່ວນລວມຂອງສິ່ງນັ້ນ ເຊັ່ນ ຜັງມະໂນທັດທີ່ກ່ຽວກັບສ່ວນໂຄ້ງຮອບຕົວເຮົາແລະຣະຍະທາງຈາກສູນກາງໄປຫາ ພາສາເພື່ອການຮຽນຮູ້ ພາສາເພ່ືອການສ່ືສານ ພາສາເພ່ືອການເປັນວັດທະນະທັມແຫ່ງຊາດ ແລະພາສາເພ່ືອການດຳຣົງຊີວິດ ເປັນຕົ້ນ, 7. ການຮຽນຮູ້ຫລັກການແລະກົດເກນ (Principle Learning) ເກີດຈາກຄວາມສາມາດເຊື່ອມໂຍງມະໂນທັດເຂົ້ານຳກັນສາມາດນຳໄປຕັ້ງເປັນກົດເກນໄດ້, 8. ການຮຽນຮູ້ແບບແກ້ບັນຫາ (Problem Solving) ໄດ້ແກ່ການຮຽນຮູ້ໃນຣະດັບທີ່ຜູ້ຮຽນສາມາດລວບລວມກົດເກນ ເພ່ືອນຳໄປແກ້ບັນຫາໃນສະຖານນະການຕ່າງໆ. ທີ່ຈີງຫມວດນີ້ເປັນນາມະທັມ ເພາະແມ່ນສຶກສາ ພາສາ ສາສນາ ປະຫວັດສາດ ຖ້າເບີ່ງແລ້ວໃນປັດຈຸບັນ ຍັງຂາຍບໍ່ໄດ້ປານໃດ ເພາະມັນລົງທືນຫລາຍ ແຕ່ບໍ່ເຫັນຜົນທັນຕາ ເຫມືອນຫມວດອື່ນ ແຕ່ແທ້ທີ່ຈີງແລ້ວຫມວດນີ້ມີຄ່າຫລາຍທີ່ສຸດ ຖ້າປ່ຽນຈາກນິວັດຖຸມາເປັນວັດຖຸ ຄືປ່ຽນຈາກນາມະທັມ ມາເປັນຮູບປະທັມເສຍກ່ອນ ອັນນັ້ນຫມາຍເຖີງ ຜະລິດອອກມາໃນຮູບຫນັງສື ຕຳຣາ ຊີດີ ວີຊີດີ ແປລເປັນພາສາຕ່າງ ປະເທດເຊັ່ນພາສາອັງກິດ ກໍຈະຂາຍໄດ້ແບບກິນ ບໍ່ບົກຈົກບໍ່ລົງຈັກເທື່ອ ເພາະຄວາມຄິດຄືຕົ້ນ ກຳເນີດຂອງທຸກຢ່າງ ແຕ່ທີ່ສຳຄັນໃນຍຸກປັດຈຸບັນຂອງ ການຮຽນຮູ້ແມ່ນການຮຽນຮູ້ແບບ ໃຫມ່ທີ່ເປັນການຮຽນຮູ້ໂດຍ ຜູ້ຮຽນເປັນສູນກາງ ບໍ່ແມ່ນຄຣູເປັນ ສູນກາງອີກແລ້ວ ສະນັ້ນການຈັດການທີ່ຄວນເຮັດ ແມ່ນໃຫ້ຜູ້ຮຽນເປັນສູນກາງ.
ຫມວດທີ 4 ວິຖີຊີວິດທາງສິລະປະຮຽກວ່າ ສິລະປະວັດທະນະທັມ ເປັນວັດທະນະທັມທາງ ສຸນທຣີຍະຫລືຄວາມງາມ ໂດຍທີ່ສັງຄົມມະນຸດໄດ້ບັນຈົງສ້າງຂຶ້ນມາ ຫລັງຈາກຢູ່ລອດປອດ ໄພໄດ້ຢ່າງຍັ່ງຍືນຫມັ່ນຄົງໃນຫມວດ 1 ຫມວດ 2 ແລ້ວ ຫມວດ 3 ຈຶ່ງຈະເກີດຂື້ນ ຈົນກະທັ່ງວິຖີການດໍາເນີນຊີວິດ ເຂົ້າສູ່ສະພາບປົກກະຕິແຫ່ງ ການຢູ່ດີກິນດີຄິດດີແລ້ວສິລະປະວັດທະນະທັມ ແຫ່ງຄວາມສຸນທຣີຍະຈຶ່ງ ເກີດຂຶ້ນມາໄດ້ ທິດສະດີທີ່ໃຊ້ເປັນ ຫລັກໃນການສຶກສາວິໄຈ ຄວນເປັນທິດສະດີແຫ່ງສຸນທຣີຍະຫລືຄວາມງາມ (Aesthetics) ແລ້ວຍັງອາດໃຊ້ທິດສະດີ ທາງສັງຄົມວິທະຍາ ແລະມະນຸດວິທະຍາ ເປັນທິດສະດີເສີມ ທິດສະດີທາງສຸນທຣີຍະນີ້ມີ ທັງດ້ານສິລະປະກັມ ດົນຕຣີ ນາຕະສິນແລະວັນນະກັມ. ຫມວດນີ້ຂາຍຄວາມງາມ ຫລືຂາຍບໍຣິການ ອັນຫມາຍເຖີງຄວາມອ່ອນຫວານນິ້ມນວນ ການຕ້ອນຮັບຂັບສູ່ ຕື່ນແຂກຕື່ນຄົນ ອັນຫມາຍເຖີງຮູ້ຈັກໃຫ້ກຽດ ບໍ່ແຂງກະດ້າງ, ທັງສີ່ຫມວດໃນກຸ່ມນີ້ ຫມາຍເຖີງກາຍະກັມ ວະຈີກັມ ສິລະປະກັມແລະການບັນເທີງ ເປັນຫມວດທີ່ຂາຍໄດ້ດີຢູ່ແລ້ວ ເພາະມັນແມ່ນຄວາມມັກຄວາມປາດຖະຫນາໃນຄວາມສະນຸກສະນານເພີດເພີນໃນສຸນທຣີຍະ ຄົນລາວເຮົາຍັງ ຮັບເອົາຂອງເກົາຫລີມາເສບສົມ ບໍ່ວ່າຈະເປັນຫນັງ ອາຫານແລະອື່ນໆທີ່ເກົາຫລີ ກຳລັງຈະຄອງໂລກ ສະນັ້ນ ການສະແດງ ເພງ ສິລະປະຕ່າງໆລາວເຮົາກໍມີດີຢູ່ແລ້ວ ພຽງແຕ່ຕັ້ງຕົວໃຫ້ດີ ຄິດໃຫ້ອອກກໍຈະຂາຍໄດ້ຢ່າງແນ່ນອນ.
ຄຸນຄ່າຂອງວັດທະນະທັມດ້ານວັດຖຸ ເພ່ືອພັດທະນາປະເທດຊາດນັ້ນ ປະເດັນນີ້ເປັນບັນຫາໃຫຍ່ ເພາະວັດທະນະທັມມີລັກສະນະເຖີງ 7 ປະການດັ່ງທີ່ກ່າວມາແລ້ວ (ຄືມີມາແຕ່ອະດີດ ຖ່າຍທອດຈາກຮຸ່ນສູ່ຮຸ່ນ ແຕ່ລະວັດທະນະທັມບໍ່ຄືກັນ ວັດທະນະທັມປ່ຽນແປງໄດ້ ວັດທະນະທັມຄືຄວາມຄິດ ວັດທະນະທັມຄືຄຸນຄ່າທາງມໍຣະດົກ ແລະ ວັດທະນະທັມສຳພັນກັບອຳນາດ) ເມື່ອວັດທະນະທັມມີ ລັກສະນະສະລັບຊັບຊ້ອນດັ່ງກ່າວ ຈ່ຶງເປັນບັນຫາໃຫຍ່ທີ່ຈະນຳເອົາ ວັດທະນະທັມໄປໃຊ້ໃນ ການພັດທະນາປະເທດ. Pierre Bourdieu ໄດ້ອະທິບາຍໃນການນຳ ເອົາວັດທະນະທັມມາພັດທະນາປະເທດວ່າມີ 3 ແບບຄື: 1. ທຶນວັດທະນະທັມທີ່ມີຢູ່ໃນຕົວບຸກຄົນ ເຊັ່ນຄວາມຮູ້ ຄວາມຄິດ ຈິນຕະນາການ ຄວາມເຊື່ອທີ່ເຂົາມີ ກໍໃຊ້ຄົນພວກນີ້ມາທຳງານ, 2. ທຶນວັດທະນະທັມທີ່ເປັນ ຮູບປະທັມເຊັ່ນບູຮານສະຖານ ບູຮານວັດຖຸ ພາບ ເຄື່ອງມືເຄື່ອງໃຊ້ ສິ່ງກໍ່ສ້າງ ເຄ່ືອງກິນ ເຄ່ືອງນຸ່ງຖື ສະຖານທີ່ມໍຣະດົກຕ້ອງ ອາໄສສິ່ງເຫລົ່ານີ້ໃຫ້ເປັນ ຕົ້ນທຶນເພື່ອທຳເງິນໄດ້ຫລືຂາຍໄດ້, 3. ລະບຽບປະເພນີວັດທະນະທັມ ສັງຄົມ ຄວາມສາມັກຄີ ເອື້ອອາທອນ ມາລະຍາດ ກໍເປັນທຶນໃຫ້ຄົນຢາກມາທ່ອງທ່ຽວ; ທັງ 3 ຢ່າງນີ້ເປັນສິນຄ້າທີ່ມີຄຸນ (merit goods) ແລະລວມທັງທຶນທີ່ 4 ຄືທັມມະຊາດ ເມື່ອສາມາດ ບໍຣິຫານຈັດການ ທີ່ດີແລ້ວກໍສາມາດຂາຍໄດ້ຢ່າງແນ່ນອນ.
ໃນການນຳເອົາ ວັດທະນະທັມມາດັນເສດຖະກິດນັ້ນ ຕ້ອງເຮັດໃຫ້ວັດທະນະທັມ ມີພະລັງເສຍກ່ອນ ເມື່ອມີພະລັງແລ້ວຈຶ່ງ ຈະເປັນພະລັງດັນໃນ ການພັດທະນາເສດຖະກິດໄດ້ ຂັ້ນຕອນທີ່ກະທຳກັນຢູ່ມີ 4 ຂັ້ນຕອນຄື: 1. ຈະຕ້ອງສຶກສາເລ່ືອງລາວ ປະຫວັດຄວາມເປັນມາ ຂອງວັດທະນະທັມນັ້ນໃຫ້ດີເສຍກ່ອນຫລາຍປະເທດ ໄດ້ທຳໄປແບບບໍ່ຖືກຕ້ອງຫລືບິດເບືອນ ທາງປະຫວັດຄວາມເປັນມາ ຂອງພື້ນທີ່ວັດທະນະທັມນັ້ນ ຫລືເຮັດເກີນຈີງຈົນຂາດຄວາມນ່າເຊື່ອຖື ຫລືຄວາມເຊື່ອຫມັ້ນ ດັ່ງນັ້ນເຮົາຕ້ອງທຳການວິໄຈ (research) ເສຍກ່ອນ. 2. ຂັ້ນທີສອງຕ້ອງລະວັງ ບໍ່ໃຫ້ທຶນແລະອຳນາດຢູ່ ເຫນືອວັດທະນະທັມທາງ ຈະຣິຍະທັມທີ່ມີເສັ້ນແບ່ງຝ່າແຝດ ຈຶ່ງຕ້ອງນັ່ງຄິດສະເຫມີວ່າ ວັດທະນະທັມແລະປະຫວັດສາດມັກ ຈະມາດ້ວຍກັນແລະໄປດ້ວຍກັນ ຈະນຳສະເຫນີແບບໃດກໍຕາມ ຈະຕ້ອງບໍ່ໃຫ້ຂັດແຍ້ງກັບ ຫລັກຖານທາງປະຫວັດສາດ ຄືໃຫ້ເປັນທີ່ຍອມຮັບໄດ້ ກໍຄືຕ້ອງມີຜູ້ຮູ້ຫລືມີນັກປະຫວັດສາດ ມືດີມາເປັນຜູ້ຊ່ຽວຊານໃຫ້ນັ້ນເອງ, 3. ຕ້ອງສ້າງມູນຄ່າເພີ້ມເສຍກ່ອນ ຢ່າລືມວ່າວັດທະນະທັມທີ່ຈັບຕ້ອງບໍ່ໄດ້ (Intangible Culture)ເຊັ່ນ ຮີດ 12 ຄອງ 14 ພາສາ ສາສນາ ຄວາມດີ ຂໍ້ຄິດເຫັນໃນປະຫວັດສາດ ຄວາມງາມທາງກາຍ ວາຈາ ໃຈ ການພັກຜ່ອນຫຍ່ອນໃຈ ຄວາມເປັນຢູ່ແບບລຽບງ່າຍ ທີ່ຢາກໃຫ້ UN ບອກວ່າຄວນໄປເບີ່ງທີ່ປະເທດລາວ ບໍ່ແມ່ນທີ່ປະເທດພູຖານເທົ່ານັ້ນ ເພາະລາວກໍມີວິຖີຊີວິດທີ່ດີໆ ຫລາຍຢ່າງທີ່ຈະຕ້ອງເຮັດ ໃຫ້ເປັນທຶນໄດ້ ຄືຂາຍໄດ້. 4. ປະການສຳຄັນໃນ ການພັດທະນານັ້ນ ບໍ່ແມ່ນການຂະຫຍາຍຕົວ ທາງເສດຖະກິດ ແລະ ປະສິດທິ ພາບການຜະລິດຢ່າງດຽວ ແຕ່ຫາກຢູ່ທີ່ພື້ນຖານ ທາງວັດຖຸວັດທະນະທັມຂອງປະຊາຊົນເປັນສຳຄັນ ຄືການພັດທະນາຈາກເບື້ອງຫລ່າງ ທີ່ເນັ້ນຂະບວນການປະຊາທິປະໄຕພື້ນຖານໂດຍ ແລະ ເນັ້ນຄ່ານິຍົມ ທັດສະນະຄະຕິ ຈິດສຳນຶກແລະ ວິຖີຊີວິດທີ່ສົມດຸນກັບທັມມະຊາດ.
ການຂາຍວັດທະນະທັມນັ້ນ ມີ 3 ຫລັກການຄື: 1. ສຶກສາຈຸດເດັ່ນຂອງວັດທະນະທັມ ແລະນຳມາປັບໃຫ້ເຂົ້າກັບກຸ່ມ ເປົ້າຫມາຍໃຫ້ທັນສະໄຫມແຕ່ມີເອກະລັກ, 2. ສ້າງຄຳອະທິບາຍ ທີ່ສອດຄ່ອງກັບປະຫວັດ ສາດ ກໍຄືໃຫ້ຮູ້ປະຫວັດ ຄວາມເປັນມາຂອງສິ່ງນັ້ນ ແລະຕ້ອງເປັນການອະທິບາຍທີ່ນ່າຈັບໃຈ ນ່າສົນໃຈ, 3. ທີ່ສຳຄັນທີ່ສຸດ ຢູ່ທີ່ການບໍຣິຫານຈັດການ ແລະ ການບໍຣິການທີ່ປະທັບໃຈ. ການຈັດການທາງ ວັດທະນະທັມນັ້ນຢູ່ທີ່ 1.ປົກປ້ອງຮັກສາຊັບ ພະຍາກອນທາງວັດທະນະທັມ, 2. ການໃຊ້ຊັບພະຍາກອນ ມະນຸດຜູ້ຊຳນານ,3. ການວິໄຈ ເຝົ້າລະວັງ ແລະ ປະເມິນຢູ່ຕະຫລອດເວລາ, 4. ການບໍຣິຫານຈັດການດ້ານການເງິນການຕະຫລາດ.
ອີກແບບຫນຶ່ງ ການໃຊ້ຄໍາສັບລາວວ່າ ຊຸບ ເຫມືອນຊຸບຫນໍ່ໄມ້ ຫມາຍເຖີງການປຸງແຕ່ງເພີ້ມເຕີມ ແທ້ ຈີງຫນໍ່ໄມ້ນັ້ນກໍກິນໄດ້ແລ້ວ ແຕ່ຖ້ານໍາມາຊຸບໃສ່ເຄ່ືອງປຸງແຕ່ງຂອງຫອມເຄື່ອງເທດປະສົມເຂົ້າໄປອີກຈະນ່າກິນ, ໃນກໍຣະນີວັດທະນະທັມກໍເຊັ່ນດຽວກັນ ຄືເຮັດໃຫ້ມີພະລັງຫລາຍຂື້ນໂດຍ ການເຂົ້າໃຈໃນການປຸງແຕ່ງ ຖ້າການສະແດງກໍແມ່ນແສງສີສຽງ ແຕ່ວັດທະນະທັມນັ້ນແມ່ນ ການຫຍັບມາປະສົມ ກັນກໍຈະຂາຍໄດ້ ເຊັ່ນຈະຂາຍພຣະທາດຫລວງ, ພຣະທາດຫລວງນັ້ນຍ່ິງໃຫຍ່ຢູ່ແລ້ວແຕ່ຖ້າໃຊ້ຫລັກການອົງປະກອບເພີ້ມຈະຂາຍໄດ້ແບບບໍ່ມີວັນຫມົດຊົ່ວລູກຫລານ ແຕ່ຕ້ອງມີປະສົບການ ແລະ ຄິດອອກ ຕ້ອງເບີ່ງແຫລ່ງທ່ອງທ່ຽວທີ່ເດັ່ນໆໃນໂລກແລ້ວນໍາອົງປະກອບເຫລົ່ານັ້ນມາປັບໃຊ້ ກໍຈະຊ່ວຍໃນການພັດທະນາປະເທດຊາດໄດ້ເປັນຢ່າງດີ.
ເວົ້າງ່າຍໆແມ່ນການນຳເອົາວັດທະນະທັມມາປະດິດສ້າງຫລືການສ້າງສັນຫລືສ້າງນະວະຕະກັມ ໂດຍອາໄສຈິນຕະນາການ ຄວາມຄິດ ຄວາມຮູ້ ແລະ ເຕັກໂນໂລຊີເປັນແກນນຳເພ່ືອໃຫ້ເກີດລາຍໄດ້ ໃຊ້ວັດທະນະທັມເປັນທຶນເພ່ືອສ້າງນະວະຕະກັມ ໃຫ້ມີຜູ້ຜະລິດ ມີການລົງທຶນ ມີຜົນຜະລິດ ມີຜູ້ບໍຣິໂພກ ເຊ່ັນແຫລ່ງມໍລະດົກໂລກ ມໍລະດົກແຫ່ງຊາດ ມໍລະດົກທ້ອງຖ່ິນ ມໍລະດົກຊົນເຜົ່າ ພິພິດທະພັນ ຫ້ອງສະຫມຸດ ອະນຸສອນສະຖານ ທັດສະນະສິນ ສື່ສິ່ງພິມ ສ່ືອິເລັກໂທນິກຕ່າງໆ ການອອກແບບຕົກແຕ່ງ ບໍຣິການວັດທະນະທັມ ບໍຣິການສຸຂະພາບ ອາຫານເພ່ືອສຸຂະພາບ ບັນເທີງທາງວັດທະນະທັມ ງານທາງປະເພນີເປັນຕົ້ນ ເມື່ອມີການລົງທຶນ ມີການຜະລິດ ມີຜົນຜະລິດແລະມີຜູ້ບໍຣິໂພກແລ້ວກໍຖືວ່າຂາຍໄດ້ແລ້ວ.
ດັ່ງທີ່ໄດ້ຍົກມາຈາກມະຕິ 9 ສະໄຫມທີ 5 ທີ່ວ່າວັດທະນະທັມກໍາລັງດັນໃຫ້ສັງຄົມຂະຫຍາຍຕົວ ປະໂຫຍກນີ້ ເປັນປະເດັນສຳຄັນໃນການທີ່ຈະນຳເອົາວັດທະນະທັມມາພັດທະນາປະເທດ ເຮົາຄິດງ່າຍໆວ່າການດັນຫລືການຍູ້ນັ້ນ ຕ້ອງໃຊ້ພະລັງຢ່າງແຮງຈຶ່ງຈະດັນໄດ້ຫລືຍູ້ໄດ້ ສະນັ້ນປະເດັນທີ່ຈະໃຊ້ວັດທະ ນະທັມມາດັນໃຫ້ເສດຖະກິດແລະສັງຄົມພັດທະນາໄປໄດ້ນັ້ນ ວັດທະນະທັມນັ້ນກໍຈະຕ້ອງມີພະລັງເສຍກ່ອນ ຊຶ່ງເຮັດໄດ້ດ້ວຍການອະນຸລັກຟື້ນຟູຄົ້ນຄວ້າວິໄຈໃຫ້ເປັນທີ່ເຂົ້າໃຈເສຍກ່ອນຈ່ຶງຈະມາດັນການພັດທະ ນາເສດຖະກິດໄດ້.

ວັດທະນະທັມຈະມີພະລັງດັນໄດ້ນັ້ນຢູ່ທີ່ຄົນເຂົ້າໃຈ ໃຫ້ຄວາມສຳຄັນຕໍ່ວັດທະນະທັມ ຖ້າເຂົ້າໃຈພຽງແຕ່ວ່າວັດທະນະທັມຄືບູຮານສະຖານ ສິລະປະວັດຖຸ ການຮ້ອງລໍາທຳເພງເທົ່ານັ້ນ ກໍບໍ່ເຫັນວ່າວັດທະນະທັມຈະມີພະລັງໃນການພັດທະນາແຕ່ຢ່າງໃດ ວັດທະນະທັມຈະມີພະລັງໃນການພັດທະນາປະ ເທດໄດ້ນັ້ນ ຢູ່ທີ່ຄວາມເຂົ້າໃຈຄວາມຫມາຍຂອງຄຳວ່າ ວັດທະນະທັມຄວາມເຂົ້າໃຈເທົ່ານັ້ນທີ່ຈະເປັນພະລັງຫລືອຳນາດອັນຍິ່ງໃຫຍ່ ຄື ອຳນາດແຫ່ງຄວາມເຂົ້າໃຈ (Power of understanding) ສະນັ້ນການທີ່ຈະເຮັດໃຫ້ເກີດຄວາມເຂົ້າໃຈກ່ຽວກັບວັດທະນະທັມເພ່ືອການພັດທະນານັ້ນ ຄວນເລີ່ມຕົ້ນທີ່ການບູຣະນາການ ຫລືໃຫ້ຄວາມສົມດຸນແກ່ການພັດທະນາເສຍກ່ອນ ເຊັ່ນຖ້າ ສປປ.ລາວພັດທະນາປະເທດໂດຍເນັ້ນແຕ່ການພັດນະທຸຣະກິດ ບໍ່ພັດທະນາດ້ານວັດທະນະທັມເລີຍ ວັດທະນະທັມລາວກໍຈະສູນຫາຍໄປຈາກດິນແດນລາວ ເມື່ອສູນເສຍວັດທະນະທັມກໍເທົ່າກັບສູນເສຍຊາດ ດັ່ງທ່ານປະທານພັກກ່າວໄວ້ແລ້ວ ສະນັ້ນການພັດທະນາອັນໃດ ກໍຕາມທີ່ຕັດຂາດຈາກຮາກຖານ ທາງວັດທະນະທັມຂອງຕົນເອງ ກໍຈະເກີດຄວາມເສຍ ຫາຍສຸດທີ່ຈະຄະນານັບໄດ້ ຈ່ຶງຈຳເປັນທີ່ຈະຕ້ອງ ທົບທວນການພັດທະນາ ແລະ ສ້າງຄວາມເຂົ້າ ໃຈເຖິງການພັດນະ ທີ່ບໍ່ຕັດຂາດຈາກຮາກເຫງົ້າ ທາງວັດທະນະທັມຂອງຕົນເອງ ນີ້ຄືເລື່ອງຂອງຫລັກການ ໃຫຍ່ແຫ່ງການພັດທະນາຫລື ວັດທະນະທັມກັບການພັດທະນາ.
ໃນຄຸນລັກສະນະຂອງວັດທະນະທັມ ທີ່ວ່າວັດທະນະທັມມີຄວາມສຳພັນທາງອຳນາດນັ້ນ ຫມາຍເຖີງອຳນາດລັດ ແລະ ອຳນາດເງິນ ອຳນາດທັງສອງຢ່າງນີ້ປົກຄຸມໄປທົ່ວທຸກແຫ່ງ ອຳນາດລັດ ແລະ ອຳນາດເງີນມີລັກສະນະລວມສູນທີ່ຮຸນແຮງຫລາຍ ຈຶ່ງດຶງດູດເອົາກິດຈະກຳຕ່າງໆ ທາງສັງຄົມເຂົ້າຫາອຳນາດທັງສອງ ສ່ວນອຳນາດວັດທະນະທັມ ອຳນາດທາງສັງຄົມ ອຳນາດການສຶກສາ ອຳນາດສາດສະຫນາ ຫລື ແມ່ນແຕ່ການໃຫ້ຄວາມສຳຄັນ ແກ່ວັດທະນະທັມກໍບໍ່ມີຫລືມີແຕ່ນ້ອຍເຕັມທີ ກໍຈະເກີດສະພາບທີ່ອຳນາດໃນສັງຄົມບໍ່ສົມດຸນ ແລະ ຈະເກີດຊ່ອງວ່າງທາງສັງຄົມ ແລະ ເກີດບັນຫາຕ່າງໆໃນສັງຄົມຕາມມາ ຄວາມເສື່ອມທາງສີລະທັມກໍຈະເກີດຂຶ້ນ ຈຶ່ງຕ້ອງພັດທະນາວັດທະນະທັມ ໃຫ້ສົມດຸນຈ່ຶງຈະບໍ່ເສຍຊາດ.
ຄວາມແຕກຕ່າງລະຫວ່າງວັດທະນະທັມທີ່ເປັນວັດຖຸກັບວັດທະນະທັມທີ່ບໍ່ແມ່ນວັດຖຸນັ້ນ ແທ້ທີ່ຈີງວັດທະນະທັມທັງສອງ ຢ່າງນັ້ນເປັນອັນດຽວກັນ ເຫມືອນຄຳວ່າ ເຈົ້າຄືສິ່ງທີ່ເຈົ້າຄິດຫລືຄ້າຍໆກັບຄຳວ່າ ເຈົ້າຄືສິ່ງທີ່ເຈົ້າກິນເຂົ້າໄປນັ້ນເອງຄວາມຫມາຍອັນນີ້ບໍ່ຕ້ອງຕີຄວາມໃຫ້ຍາກ ເວົ້າແບບງ່າຍໆກໍຄື ຄິດຢ່າງໃດກໍເປັນຢ່າງນັ້ນນັ້ນເອງ, ໃນວັດທະນະທັມທີ່ເປັນວັດຖຸກໍເຊັ່ນດຽວກັນ ວັດຖຸວັດທະນະທັມທີ່ເຮົາເຫັນນັ້ນລ້ວນແຕ່ແມ່ນວັດທະນະທັມທາງຈິດໃຈຫລືເປັນຕົວແທນທາງໃຈ ທາງຄວາມຄິດ ຈ່ຶງອອກມາເປັນວັດຖຸໃຫ້ເຮົາເຫັນ ສະນັ້ນເມ່ືອເຮົາເຫັນວັດຖຸວັດທະນະທັມ ແຕ່ບໍ່ເຂົ້າໃຈຄວາມຫມາຍ ຄວາມເປັນມາ ຄວາມສຳຄັນຫລືຄຸນຄ່າ ອັນນັ້ນຫມາຍເຖິງເຫັນແຕ່ຕາເນື້ອ ແຕ່ຕາໃຈແນມບໍ່ເຫັນນັ້ນແຫລະ ວັດທະນະທັມບໍ່ມີພະລັງ ຫົວໃຈສຳຄັນຂອງມັນ ຄື ຄວາມຄິດທີ່ຢູ່ເບື້ອງຫລັງວັດຖຸທາງວັດທະນະທັມ ເຫລົ່ານັ້ນຕ່າງຫາກຄຳວ່າ ຄວາມຄິດໃນທີ່ນີ້ບໍ່ໄດ້ມີຄວາມຫມາຍແຕ່ພຽງຄວາມຄິດ ທີ່ນຳໄປສູ່ການສ້າງວັດຖຸນັ້ນເທົ່ານັ້ນ ແຕ່ໝາຍຄວາມລວມໄປເຖິງສິ່ງທີ່ອາດສຳຄັນກວ່າ ຄືຄວາມຄິດທີ່ຈະໃຊ້ຫລືບໍ່ໃຊ້ ໃນທີ່ສິ່ງປະດິດນັ້ນດ້ວຍ ຕົວຢ່າງເຊັ່ນຄວາມ ຄິດ ແລະ ທິດສະດີຂອງ ອັນເບີຕ ໄອສະໄຕ ເປັນສິ່ງທີ່ຍິ່ງໃຫຍ່ຕໍ່ຄວາມຮູ້ທາງວິທະຍາສາດ ແຕ່ການສ້າງ ແລະ ການໃຊ້ລະເບີດປະຣະມານູ ອັນເປັນມະຫັນຕະໄພຕໍ່ ມວນມະນຸດຊາດ ແລະ ທັມມະຊາດ ດັ່ງນັ້ນຄວາມຄິດໃນ ຄວາມຫມາຍນີ້ກໍຄື ສີລະທັມ ຈະຣິຍະທັມທີ່ນຳໄປສູ່ການກະທຳນັ້ນເອງ.
ວັດທະນະທັມທາງວັດຖຸທີ່ເປັນຮູບເຄົາລົບຂອງຊາດເຊັ່ນເຈົ້າຟ້າງຸ່ມ ເຈົ້າໄຊຍະເຊດຖາທິຣາດ ເຈົ້າອະນຸວົງເປັນຕົ້ນກໍເຊ່ັນດຽວກັນ ຄຸນຄ່າຂອງອະນຸສາວະລີ ເຫລົ່ານີ້ຢູ່ທີ່ຄວາມຫມາຍ ແບບຢ່າງ ແລະ ຜົນງານ ຂອງພວກເພີ່ນທີ່ລູກຫລານຄວນຈົດຈຳ ເພ່ືອນຳໄປປະຕິບັດຕາມ ເພ່ືອຮັກສາຜືນແຜ່ນດິນລາວ ເພ່ືອສ້າງສາພັດທະນາຊາດບ້ານເມືອງໃຫ້ຈະເລີນກ້າວຫນ້າ ຫລື ພຣະພຸດທະຮູບທີ່ເປັນ ວັດຖຸທີ່ມີຄວາມສຳຄັນທັງໃນທາງພຸດທະສາສະນາ ທີ່ສ້າງດ້ວຍໂລຫະທີ່ສວຍສົດງົດງາມ ທາງສິລະປະກັມກໍມີຄວາມສຳຄັນ ແຕ່ສິ່ງທີ່ສຳຄັນຫລາຍໄປກວ່ານັ້ນ ຄືສັດທາຄວາມເຊື່ອທີ່ເປັນພະລັງຜັກດັນໃຫ້ມີການສ້າງ ແລະ ເຄົາຣົບບູຊາພຣະ ພຸດທະຮູບແລ້ວເກີດການ ປະຕິບັດຕາມພຣະທັມຄຳສັ່ງສອນ ອັນເຮັດໃຫ້ສັງຄົມບ້ານ ເມືອງມີຄວາມສະຫງົບສຸກ ດ້ວຍເຫດນີ້ນັກມະນຸດ ວິທະຍາບາງສຳນັກຈຶ່ງສະຫລຸບ ວ່າທ້າຍທີ່ສຸດແລ້ວ ສິ່ງທີ່ເຮົາຮຽກວ່າ ວັດທະນະທັມກໍຄື ຄວາມຄິດຫລື ລະບົບຄິດທີ່ນຳໄປສູ່ການກະທຳ ຂອງມະນຸດນັ້ນເອງ.
ຫາກຄວາມເຂົ້າໃຈ ວັດທະນະທັມໃນແນວນີ້ແລ້ວ ເຮົາຈະເຫັນໄດ້ວ່າແມ່ນກະທັ່ງ ຄວາມຄິດທາງວິທະຍາສາດ ແລະ ໂດຍສະເພາະຢ່າງ ຍິ່ງເຕັກໂນໂລຊີ ກໍເປັນສ່ວນຫນຶ່ງ ຂອງວັດທະນະທັມ ກົດເກນທາງວິທະຍາສາດ ຄືຜົນຂອງການຄົ້ນ ພົບກົດເກນຂອງມະນຸດ ສ່ວນເຕັກໂນໂລຊີກໍຄືການ ໃຊ້ຄວາມຮູ້ຂອງມະນຸດກ່ຽວ ກັບທັມມະຊາດແລະ ກົດເກນຂອງທັມມະຊາດມາຮັບໃຊ້ມະນຸດ ຕາມລະບົບຄວາມຄິດຂອງມະນຸດ ທີ່ປ່ຽນແປງໄປຕາມເງື່ອນໄຂຕ່າງໆ ຊຶ່ງອາດເປັນຜົນດີີຕໍ່ທັງມະນຸດ ແລະ ທັມມະຊາດຫລືອາດ ເປັນຜົນດີີຕໍ່ສະເພາະມະນຸດ ແຕ່ມີຜົນຮ້າຍຫລືທຳລາຍ ທັມມະຊາດກໍໄດ້ເຊັ່ນກັນ ດ້ວຍເຫດນີ້ສິ່ງທີ່ເຮົາຮຽກວ່າ ການພັດທະນາການ ທາງວັດທະນະທັມ ອາລະຍະທັມ ວິທະຍາສາດ ແລະ ເຕັກໂນໂລຊີ ຖ້າບໍ່ວິເຄາະໃຫ້ຊັດເຈນ ແລະ ຖືກຕ້ອງແລ້ວສິ່ງທີ່ເຮົາເຫັນເຮົາຮູ້ ເຮົາອາດຄິດວ່າເປັນ ຄວາມກ້າວໜ້າ ຄວາມທັນສະໄໝກໍໄດ້ ແຕ່ແທ້ທີ່ຈິງແລ້ວມັນອາດ ເປັນມະຫັນຕະໄພຕໍ່ມະນຸດ ແລະ ທັມມະຊາດກໍໄດ້.
ສະນັ້ນໂລກທີ່ເຮົາດຳລົງຊີວິດກັນຢູ່ ໃນທຸກມື້ນີ້ຈຶ່ງເປັນໂລກແຫ່ງ 3 ມິຕິ ກໍຄືເປັນໂລກທີ່ປະກອບດ້ວຍ: 1. ມິຕິທີ່ເປັນຮູບປະທັມ, 2. ມິຕິທີ່ເປັນນາມະທັມ ແລະ 3. ມິຕິທີ່ສຳພັນຕໍ່ການກະທຳຂອງມະນຸດ ເພາະສະນັ້ນ ເມ່ືອເຮົາເປີດຕາເປີດໃຈຂອງເຮົາ ມອງໄປມຸມໃດຂອງວັດທະນະທັມ ທາງວັດຖຸໃນມິຕິທີ່ຫນ່ຶງ ເຮົາຈະຕ້ອງເຂົ້າສູ່ມິຕິທີສອງ ຄືຕາໃຈອັນຫມາຍເຖິງຄວາມຫມາຍ ຄວາມຄິດ ຄວາມສຳຄັນ ຄຸນຄ່າ ແລະສຸນທຣີຍະພາບຂອງສ່ິງນັ້ນ ຖ້າເຮົາມາມອງໃນມຸມຂອງສາດສະໜາ ຮ່າງກາຍຂອງມະນຸດກໍປະກອບ ດ້ວຍສ່ວນທີ່ເປັນກາຍະສັງຂານ ທີ່ປະກອບກັນຂຶ້ນຈາກ ປັດໄຈອັນໄດ້ແກ່ມະຫາພູຕະຮູບທັງ 4 ຄືດິນ ນໍ້າ ລົມ ໄຟ ກັບອີກສ່ວນຫນຶ່ງ ຄືເລື່ອງຂອງຈິດວິນຍານ ຄືຈິດ ແລະ ເຈດຕະສິກອັນເປັນເຄື່ອງຮັບຮູ້ຄວາມຮູ້ສຶກຜ່ານອາຍະຕະນະ 12 ເຮັດໃຫ້ມະນຸດປະກອບດ້ວຍຮ່າງກາຍ ຄວາມຮູ້ສຶກ ແລະ ອາລົມຕ່າງໆເຂົ້ານໍາກັນ ຮູບປະທັມຈຶ່ງເປັນສິ່ງທີ່ກຳນົດໄດ້ ແລະ ເຫັນໄດ້ດ້ວຍຕາ ແຕ່ນາມະທັມນັ້ນຈະກຳນົດ ຫລືເຂົ້າໃຈໄດ້ດ້ວຍນາມະທັມນຳກັນເທົ່ານັ້ນ (ເວທະນາ ສັນຍາ ສັງຂານ ວິນຍານ) ແຕ່ທັງສອງຢ່າງແມ່ນອາໄສຊຶ່ງກັນ ແລະ ກັນ ຖ້າບໍ່ມີຮູບ ນາມກໍເກີດບໍ່ໄດ້ ເພາະທັງສອງຢ່າງສຳພັນກັນແບບກາຍອິນຊີ ເຊັ່ນດຽວກັນກັບວັດທະນະທັມ ທີ່ເປັນວັດຖຸເປັນພຽງຮູບປະທັມ ຄວາມຫມາຍ ແລະ ຄຸນຄ່າ ທີ່ມີຢູ່ໃນວັດຖຸນັ້ນມີ ຄວາມສຳຄັນເປັນທີສອງ ແຕ່ທີ່ສຳຄັນຫລາຍກວ່ານັ້ນ ມິຕິທີສາມຄື ມິຕິແຫ່ງຄວາມສຳພັນຂອງມັນຕໍ່ການດຳລົງຢູ່ຂອງສັງຄົມຄື ການກະທຳຂອງຄົນຈຶ່ງເປັນສອງສ່ິງໃນສາມມິຕິນັ້ນເອງ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງ ພັກ ສປປ.ລາວ ໄດ້ນິຍາມສັງຄົມນິຍົມວ່າ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ້ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລສ່ວນນະ ໂຍບາຍຫລັກທາງວັດທະນະທັມກໍຄື ລັກສະນະຊາດ ວິທະຍາສາດ ແລະ ມະຫາຊົນ, ວັດທະນະທັມຄືຊາດ ວັດທະນະທັມແມ່ນພະລັງດັນ ວັດທະນະທຳແມ່ນເປົ້າໝາຍຂອງການພັດທະນາ ເສຍວັດທະນະທຳຄືເສຍຊາດ ເພາະວັດທະນະທັມຄືຊາດ”. ດັ່ງນັ້ນ ຄຸນຄ່າມໍລະດົກວັດທະນະທັມທາງ ດ້ານວັດຖຸເພ່ືອພັດທະນາປະເທດຊາດນັ້ນ ຈ່ຶງຢູ່ທີ່ການເຂົ້າໃຈຄວາມຄິດຄວາມຫມາຍຂອງວັດຖຸ ວັດທະນະທັມເພ່ືອເປັນຜົນໃນທາງປະຕິບັດຕາມແນວທາງຂອງພັກ ແລະ ລັດ ຕ້ອງມີຄວາມສາມາດໃນການປັບວັດທະນະທັມທີ່ເປັນນາມະທັມ ໃຫ້ອອກມາປາກົດເປັນຮູບປະທັມໃຫ້ສາມາດສຳຜັດໄດ້ ເຊັ່ນປະຫວັດສາດລາວກໍຕ້ອງຂຽນອອກມາເປັນ ຮູບເຫລັ້ມທີ່ມີເນື້ອຫາທັນສະໄຫມນ່າອ່ານ ວັດທະນະທັມທີ່ເປັນນາມະທັມກໍ ຂຽນອອກມາໃຫ້ຄົນອ່ານ ໃຫ້ຄົນສົນໃຈ ໃຫ້ຄົນເຂົ້າໃຈ ເພ່ືອນຳໄປສູ່ການປະຕິບັດ ຫລືໃຫ້ເກີດປະໂຫຍດ ທາງເສດຖະກິດຫລືຂາຍໄດ້ນັ້ນເອງ.
ຫລັກການເບື້ອງຕົ້ນ ຂອງການປົກປັກຮັກສາ ຄຸນຄ່າມໍລະດົກວັດທະນະທັມ ທາງດ້ານວັດຖຸ ເພ່ືອພັດທະນາປະເທດຊາດນັ້ນ ມີຂັ້ນຕອນດັ່ງນີ້: 1. ການຄົ້ນຄວ້າວິໄຈ ຄວນສຶກສາ ແລະ ເກັບລວບລວມຂໍ້ມູນທາງວັດທະນະທັມໃນ 4 ໝວດໃຫຍ່ ແລະ 16 ຫມວດຍ່ອຍໃຫ້ໄດ້ດີເພ່ືອໃຫ້ເກິດຄວາມເຂົ້າໃຈທີ່ຖືກຕ້ອງ ເພ່ືອໃຫ້ຮູ້ຄວາມເປັນມາໃນອະດີດ ສະພາບການໃນປັດຈຸບັນ ແລະ ແນວທາງແກ້ໄຂ, 2. ການອະນຸຣັກ ຄວນຕ້ອງຮ່ວມກັນ ອະນຸຣັກວັດທະນະທັມທີ່ ເປັນເອກະລັກຂອງທ້ອງຖິ່ນ ໃຫ້ມີພິພິດທະພັນທ້ອງຖິ່ນ ເພື່ອສະແດງສະພາບຊີວິດ ແລະ ຄວາມເປັນມາຂອງຊຸມຊົນ ອັນຈະສ້າງຄວາມຮູ້ ແລະຄວາມພູູມໃຈໃນຊຸມຊົນທ້ອງຖິ່ນ, 3. ການຟື້ນຟູ ເລືອກສັນວັດທະນະທັມທີ່ກຳລັງສູນຫາຍ ຫລືທີ່ສູນຫາຍໄປແລ້ວມາ ເຮັດໃຫ້ມີຄຸນຄ່າ ແລະ ມີຄວາມສຳຄັນ ຕໍ່ການດຳເນີນຊີວິດໃນທ້ອງຖິ່ນ ໂດຍສະເພາະພື້ນຖານທາງຈະຣິຍະທັມ ສິລະທັມ ບັນທັດຖານ ແລະ ຄ່ານິຍົມ, 4. ການພັດທະນາ ເລີ່ມສ້າງສັນວັດທະນະທັມ ໃຫ້ເໝາະສົມກັບຍຸກສະໄໝ ແລະ ເກີດປະໂຫຍດ ໃນການດຳເນີນຊີວິດປະຈຳວັນ ໂດຍໃຊ້ວັດທະນະທັມເປັນ ເປົ້າໝາຍຂອງການພັດທະນາ, 5. ການຖ່າຍທອດ ນຳວັດທະນະທັມທີ່ຜ່ານມາເລືອກ ກັ່ນຕອງດ້ວຍເຫດ ແລະ ຜົນຢ່າງຮອບຄອບ ແລະ ຮອບດ້ານ ໄປຖ່າຍທອດໃຫ້ຄົນ ໃນສັງຄົມໄດ້ຮັບຮູ້ ເກີດຄວາມເຂົ້າໃຈ ຮິ່ນຕອງໃນຄຸນຄ່າ ໃນປະໂຫຍດ ຜ່ານສື່ ສະຖາບັນຄອບຄົວ ສະຖາບັນການສຶກສາ ແລະ ການຈັດກິດຈະກຳທາງວັດທະນະທັມ, 6. ສົ່ງເສີມກິດຈະກັມ ສົ່ງເສີມ ແລະ ສະໜັບສະໜູນ ໃຫ້ເກີດເຄືອຂ່າຍການສືບສານ ແລະ ພັດທະນາວັດທະນະທັມຂອງຊຸມຊົນຕ່າງໆ ເພື່ອຈັດກິດຈະກັມທາງ ວັດທະນະທັມທ້ອງຖິ່ນຢ່າງຕໍ່ເນື່ອງ, 7. ການເຜີຍແຜ່ແລກປ່ຽນ ໃຫ້ເກີດການເຜີຍແຜ່ທາງວັດທະນະທັມຢ່າງກວ້າງຂວາງ ດ້ວຍສື່ຕ່າງໆ ແລະ ວິທີການຕ່າງໆ ແລກປ່ຽນທາງວັດທະນະທັມ ລະຫວ່າງກຸ່ມທ້ອງຖິ່ນ ແລະ ຕ່າງປະເທດ, 8. ການເສີມສ້າງນັກປຣາດ ທ້ອງຖິ່ນດ້ານວັດທະນະທັມ ເພ່ືອພັດທະນາສັກກະຍະພາບ ຂອງຊາວບ້ານ ໃຫ້ຊາວບ້ານມີໂອກາດສະແດງສັກກະຍະພາບ ດ້ານວັດທະນະທັມຢ່າງເຕັມທີ່ ມີການຍົກຍ້ອງປະກາດ ກຽດຕິຄຸນໃນລັກສະນະຕ່າງໆ. ທັງ 8 ປະເດັນນີ້ ລ້ວນແຕ່ແມ່ນຈະຕ້ອງທໍາງານຢ່າງຈິງຈັງ  ບໍ່ແມ່ນຕາມມີຕາມເກີດ ຖ້າບໍ່ດັ່ງນັ້ນໄປບໍ່ລອດ.

ປະເດັນສຸດທ້າຍຂໍຍົກຕົວຢ່າງ ພາສາລາວ ແມ່ນເອກະລັກຫນ່ຶງ ທີ່ສຳຄັນທີ່ສຸດຂອງວັດທະນະທັມລາວວ່າເຮົາ ຈະມີວິໄສທັດຕໍ່ພາສາລາວແນວໃດແດ່, ພາສາລາວກໍມີພັດທະນາການເຫມືອນ ກັບພາສາຂອງປະເທດເພ່ືອນບ້ານທີ່ມີທີ່ມາ ໃນສາຍວັດທະນະທັມດຽວກັນກັບລັງກາ ຈາມ ມອນ ພະມ້າ ຂະເຫມນ ສະຍາມ ແລະ ລາວ ຄືຮັບເອົາພາສາບາລີສັນສະກິດ ມາພັດທະນາພາສາຂອງຕົນ ລາວເຮົານັ້ນຮັບເອົາພາສາບາລີມາກ່ອນ ຄືຮັບເອົາມາໃນຍຸກສີໂຄດຕະບອງ ພາສາສັນສະກິດນັ້ນມາກັບ ພຸດທະສາສນາມະຫາຍານທີ່ເຂົ້າມາສູ່ລາວ ຫລັງຈາກພາສາບາລີ ມີຫລັກຖານຊັດເຈນທີ່ຊາຍຟອງ ອິດທິພົນມະຫາຍານທີ່ແພ່ ເຂົ້າສູ່ລຸ່ມແມ່ນ້ຳຂອງ ເຮັດໃຫ້ລາວຮັບເອົາພາສາສັນສະກິດຢ່າງເຕັມໆ ນອກຈາກນີ້ ສາສນາພຣາມຮິນດູທີ່ມີອິດທິພົນ ໃນລຸ່ມແມ່ນ້ຳຂອງກໍໃຊ້ພາສາສັນສະກິດ ເຫມືອນກັນແຕ່ຄວາມແຮງບໍ່ສູ້ມະຫາຍານ ລາວເຮົາຈ່ຶງຮັບເອົາພາສາບາລີ ຫລາຍກວ່າສັນສະກິດ ພໍພຸດທະສາສນາມະຫາຍານ ອ່ອນແຮງລົງ ລາວເຮົາຈ່ຶງເລີ່ມດັດແປງ ດັດປັບເອົາຕົວອັກສອນມາເປັນອັກສອນລາວ ໂດຍພຣະສົງສາຍລັງກາວົງ ທີ່ແຕກສານພາສາບາລີສັນສະກິດ ມາເຖີງສະໄຫມພຣະຍາ ຟ້າງຸ່ມລັດທິລັງກາວົງໄດ້ຖືກນຳເຂົ້າ ຈາກຂະເຫມນແບບຄົບວົງຈອນ ເມ່ືອພາສາມາບວກກັບອຳນາດ ຄວາມເດັ່ນຊັດຂອງພາສາລາວ ຈ່ຶງປາກົດຕົວເຕັມອັດຕາ ແຕ່ນັ້ນມາ ໂດຍຍຶດທັງບາລີ ແລະ ສັນສະກິດ, ບາລີໃຊ້ທາງພຸດທະສາສນາ ແຕ່ສັນສະກິດໃຊ້ ໂດຍພວກພຣາມຫລືມະໂຮງເພ່ືອ ບັນທຶກເລ່ືອງໃນທາງໂລກຫລືທາງບ້ານເມືອງ.
 ວິໄສທັດຕໍ່ພາສາລາວນັ້ນ ເຮົາຈະມອງອອກເມ່ືອມີຍານຫລື ປັນຍາທີ່ຫຍ່ັງຮູ້ອະດີດຫລືຄວາມ ເປັນມາຂອງພາສາລາວ ຮູ້ສະພາບປັດຈຸບັນຂອງພາສາລາວທີ່ສ່ືຄວາມຫມາຍໄດ້ບໍ່ສົມບູນ ບໍ່ຊັດເຈນເພາະອັກຂະຣະທີ່ໃຊ້ ເປັນລະຫັດເພ່ືອສື່ຄວາມຫມາຍບໍ່ຄົບຖ້ວນ ແລະ ທີ່ສຳຄັນແມ່ນ ຮູ້ວິທີການທີ່ຈະແກ້ບັນຫາຂອງພາສາລາວ ກໍຄືຮູ້ຫລັກໃນການວິໄຈ ທາງຄຸນນະພາບ ຮູ້ຜູ້ໃຫ້ຂ້ໍມູນຫລັກ ຜູ້ໃຫ້ຂໍ້ມູນທີ່ຮູ້ບາລີສັນສະກິດ ແລະ ຜູ້ຮູ້ໃຊ້ພາສາລາວ ທີ່ເຂົ້າໃຈຮາກສັບບາລີສັນສະກິດ ຕົວຢ່າງການສຳຫລວດຕົວ ເປັນການສໍາຫລວດທີ່ຜິດຫລັກ ການວິໄຈໂດຍໄປເອົາແບບທາງ ສະຖິຕິມາໃຊ້ໃນທາງຄຸນນະພາບ.
ໃນໂລກຍຸກໂລກາພິວັດນີ້ ພາສາອັງກິດມາແຮງ ພາສາອາຊຽນກໍມາແຮງ ຖ້າພາສາລາວບໍ່ເຂົ້າຮູບເຂົ້າຮອຍ ຍັງຂຽນຕາມງ່າຍ ຕາມໃຈຂາດວິຊາການແລ້ວ ພາສາລາວກໍນ່າເປັນຫ່ວງທີ່ສຸດ ເພາະໃນສະຖາ ນະການໃຫມ່ນີ້ຕົວຊີ້ວັດ ດ້ານພາສານັ້ນເປັນ ຕົວຊີ້ວັດທີ່ສຳຜັດໄດ້ ເຫັນໄດ້ ເຂົ້າໃຈໄດ້ໂດຍຕົວຊີ້ວັດທີ່ມີຢູ່ 10 ຕົວຄື: 1. ວັດຈາກຈຳນວນຜູ້ໃຊ້ພາສາລາວ (ຕົວເລກທີ່ອອກມາໃນລາວມີ 2.5 ລ້ານຄົນ, ແລະ ອີກ 15 ລ້ານໃຊ້ເປັນພຽງ ພາສາເວົ້າແຕ່ບໍ່ໄດ້ໃຊ້ຕົວອັກສອນ), 2. ວັດຕາມການກະຈາຍຕົວຂອງຜູ້ໃຊ້ພາສານັ້ນ, 3. ວັດຈາກດັດຊະນີການ ພັດທະນາຂອງປະຊາກອນທີ່ໃຊ້ພາສານັ້ນ (ເພາະປະຊາກອນທີ່ ພັດທະນາແລ້ວຈະໄປມີບົດບາດ ໃນກິດຈະການຕ່າງໆຂອງໂລກ ເຊ່ັນໄປສອນວິຊາການ ໃນມະຫາວິທະຍາໄລຂອງຕ່າງປະເທດ), 4. ອັດຕາການຈະເລີນພັນຂອງຜູ້ໃຊ້ພາສານັ້ນ (ຫມາຍເຖີງຄົນທີ່ໃຊ້ພາສາລາວມີໂອກາດ ມີອຳນາດໃນຕ່າງປະເທດ), 5. ອັດຕາການເຂົ້າເຖິງອິນເຕີເນັຕຂອງຜູ້ໃຊ້ພາສາລາວ (ໃນກໍລະນີຄົນອີສານກໍຫາຍໄປ ຄົນລາວທີ່ເຂົ້າເຖີງອິນເຕີເນັຕພາສາລາວກໍນ້ອຍລົງ), 6. ຈໍານວນບົດຄວາມພາສາລາວທີ່ນ່າສົນໃຈທີ່ໂລກຈະເຂົ້າເຖີງ (ຕ.ຍ.ເນເທີແລນ 16 ລ້ານຄົນແຕ່ມີງານຂຽນທີ່ເດັ່ນໆຕິດອັນດັບ 7 ຂອງໂລກ), 7. ຈຳນວນຄົນທີ່ເວົ້າພາສາລາວ (ໃນຂໍ້ນີ້ເມື່ອທຽບກັບຂໍ້ສອງຈະມີຈຳນວນທີ່ຫລາຍກວ່າ), 8. ວັນນະກັມທີ່ໄດ້ຮັບລາງວັນໂນເບີລ (ມະຫາສິລາກໍຍັງບໍ່ໄດ້?), 9. ການແປຈາກລາວເປັນພາສາອ່ືນ, 10. ການແປ ຈາກພາສາອ່ືນເປັນພາສາລາວ.
ທັງ 10 ຕົວຊີ້ວັດນີ້ເຮັດໃຫ້ພາສາລາວຢູ່ອັນດັບທ້າຍໆໃນໂລກປັດຈຸບັນ ແຕ່ຖ້າອີກ 30 ປີຂ້າງຫນ້າອາດຈະໄປ ທ້າຍສຸດຫລືບໍ່ຢູ່ໃນການຈັດລຳດັບເລີຍກໍໄດ້ ຈຶ່ງເຖີງເວລາແລ້ວທີ່ເຮົາຈະຕ້ອງຄິດໄວ້ ເພ່ືອຫາທາງອອກໃຫ້ແກ່ພາສາລາວຢ່າງຈີງຈັງ ທ່ານພູມີ ວົງວິຈິດໄດ້ກ່າວວ່າ ອັກສອນລາວ 26 ຕົວນັ້ນໃຫ້ໃຊ້ຢູ່ໃນເຂດປົດປ່ອຍເພ່ືອຄວາມງ່າຍໃນການຂຽນ ແຕ່ເມ່ືອປະເທດຊາດມີການ ພັດທະນາແລ້ວກໍໃຫ້ນຳອັກສອນຕົວອ່ືນ ຈາກພາສາບາລີສັນສະກິດມາໃຊ້ໄດ້ຕາມຄວາມຈຳເປັນ”. ທາງເລືອກຂອງພາສາລາວນັ້ນ ເຮົາອາດຕ້ອງເບີ່ງໃນບໍ]ລິບົດຂອງ ການເປັນພາສາໃນການເປັນເຄື່ອງມື ສື່ສານຂ້າມພົມແດນຂອງລັດ ແລະ ພົມແດນຊາດ ຫລາຍກວ່າການເປັນເຄື່ອງມືທາງການສຶກສາ ຫລືທາງວິຊາການ ການຄິດແບບນີ້ບໍ່ແມ່ນ ຈະເຮັດໃຫ້ໄດ້ຜົນໃນເວລາສັ້ນໆ ແຕ່ຕ້ອງໃຊ້ເວລາເປັນທົດສະວັດ ໃນການກຽມຄວາມພ້ອມ ຫາກເຮົາຕ້ອງການໃຫ້ ສປປ.ລາວ ເພີ່ມຂີດຄວາມສາມາດ ໃນການແຂ່ງຂັນໃນປີ 2030 ທີ່ຈະມາເຖີງ ຈ່ຶງເປັນສິ່ງຫນຶ່ງທີ່ເຮົາຄວນຄິດໄວ້ ເຊ່ັນການໃຊ້ວິທີການທີ່ເປັນສາກົນ ໃຫ້ຄົນທີ່ສົນໃຈເຂົ້າເຖີງຕົວອັກສອນລາວ ໂດຍ click ທີ່ພາສາລາວ (iPad iPhone iPod iTunes ທີ່ Steve Jobs ສ້າງໄວ້) ໃຫ້ເຫັນຕົວອັກສອນລາວ ແລະ ໄດ້ຟັງສຽງໄປພ້ອມ ແບບທີ່ເຂົາໃຊ້ຮຽນພາສາອັງກິດຫລືພາສາຈີນນັ້ນເອງ ຫລືເພງລາວທີ່ມ່ວນໆ ທີ່ມີອັກສອນລາວປາກົດໃຫ້ເຫັນ ຫລືຮູບເງົາທີ່ມີອັກສອນລາວ ການນຳໃຊ້ເຕັກໂນໂລຊີໃຫມ່ໆ ແບບນີ້ແມ່ນວິທີການສົ່ງເສີມພາສາລາວໄດ້ທັງນັ້ນ ອັນນີ້ເປັນວິທີຫລືແນວຄິດພື້ນໆ ທີ່ທາງສັງຄົມຂ້າມລັດຊາດຫລືຂ້າມພົມແດນລັດ (Transnationalism Social Space) ຄືພາສາຂ້າມພົມແດນລັດ ຫລືພົມແດນຊາດ ອັນຫມາຍເຖີງປາກົດການໃຫມ່ທີ່ພວມ ເກີດຂື້ນໃນຍຸກໂລກາພິວັດ ທີ່ເອີ້ນວ່າເປັນການໄຫລລະດັບໂລກ ແຕ່ໃນສັງຄົມຣະດັບຂ້າມພົມແດນ ນັ້ນເປັນການໄຫລຣະດັບທ້ອງຖິ່ນ ຫລືຂົງເຂດເທົ່ານັ້ນ ຊຶ່ງຕົວສະແດງຫລືຕົວ ກະທຳຈະບໍ່ແມ່ນລັດ (Non-State Actors).
ຕາມທັມມະຊາດຂອງມັນໄດ້ ເຫມືອນເພ່ືອນບ້ານທີ່ຢູ່ໃນສາຍວັດທະນະທັມດຽວກັນ ໂດຍສະເພາະການໃຊ້ອັກສອນລາວພຽງຊາວຫົກເຄ່ີງຫລື 261/2 ເພາະຕົວ ຖືກໃຊ້ພຽງເຄີ່ງດຽວ ໃນຄວາມຮູ້ອັນເລັກນ້ອຍຂອງຂ້າພະເຈົ້ານັ້ນ ເຫັນວ່າເປັນການບໍ່ສອດຄ່ອງກັບ ທິດສະດີໂຄງສ້າງຫນ້າທີ່ນິຍົມ ແລະ ທິດສະດີສັນຍະລັກສຳພັນ, ການແກ້ໄຂບັນຫາພາສາ.( ສຸເນດ ໂພທິສານ)
   ຈາກນັ້ນອະທິບາຍທີ່ມາທີ່ໄປໃນການສະກົດວ່າມີແນວໃດແນ່ ໂດຍໃຫ້ຍຶດທາງສາຍກາງ (ມັດຊິມາ) ຄືການຮັກສາເຫງົ້າ ແຕ່ບໍ່ແມ່ນຮັກສາຮາກ ເຊ່ັນ ສາຕ ຖ້າຂຽນເຕັມເປັນ ສາສຕຣ໌ ແຕ່ບໍ່ຄວນເປັນ ສາດ ເພາະຄວາມຫມາຍເປັນອື່ນໄດ້, ປະວັຕສາຕ ຂຽນເຕັມຄືປະວັຕຕິສາຕຣ໌, ຣັຕ ຂຽນເຕັມຄື ຣັຕຕະນະ, ທາຕ ມາຈາກ ທາຕຸ, ຊາຕ ມາຈາກ ຊາຕິ ແລະ ຄຳອ່ືນໆເຊ່ັນ ວັດ(ແທກ) ວັທ(ວັດທະນາ) ວັຕ(ກົມ) ວັຖ(ເລ່ືອງ-ຊີ້ແຈງ) ວັຈ(ຄຳ-ວາຈາ) ວັສ(ຝົນ) ວັຊ(ຜິດ-ໂທດ) ຕົວຢ່າງທັງ 7 ຄໍາຂອງຄໍາວ່າ ວັດທີ່ຍົກມານີ້ອອກສຽງດຽວຄື ວັດ ແຕ່ມີຄວາມຫມາຍຕ່າງ ຖ້າເຮົາໃຊ້ ວັດ ຄຳດຽວ ມັນກໍແທນຄຳດຽວ ເພາະອັກສອນຫລືຕົວອັກສອນ ມັນຈະສ່ືຄວາມຫມາຍ ເມື່ອບໍ່ເຫັນມັນກໍສື່ບໍ່ໄດ້ ຈຶ່ງຄວນພະຍາມນຳຄົນລາວ ເຂົ້າສູ່ຄວາມເປັນຈີງທີ່ບັນພະບຸຣຸດລາວສ້າງເອົາໄວ້ ເພື່ອໃຫ້ຄົນລາວຄ່ອຍໆຟື້ນຄວາມເຂົ້າໃຈກັບຄືນມາ ຈະຖືວ່າເລັກນ້ອຍບໍ່ໄດ້ ເພາະເລັກນ້ອຍຄືໃຫຍ່ຕາມທິດສະດີ reductionism ພ້ອມກັນນັ້ນກໍເຂົ້າໄປ ຈັດການກັບຕົວຊີ້ວັດທັງ 10 ຕົວໃຫ້ໄດ້ແລ້ວ ກໍເຊ່ືອວ່າພາສາລາວ ຈະຍັງມີໂອກາດເປັນພາສາ ຫນ່ຶງໃນໂລກ ແລະ ຂະຫຍັບອັນດັບຂື້ນມາໄດ້ ຕາມການຈັດຂອງ “Entropy”.
ເພື່ອນໍາໄປສູ່ຄວາມຫມັ້ນຄົງແລະຄວາມຮ່ວມມືໃນ 3 ດ້ານຫລື 3 ເສົາຫລັກໃນປີ 2015 ໄດ້ແກ່

                 1. ປະຊາຄົມການເມືອງອາຊຽນ.
                 2. ປະຊາຄົມເສດຖະກິດອາຊຽນ
                 3. ປະຊາຄົມສັງຄົມ ແລະ ວັດທະນະທຳອາຊຽນ
ອາຊຽນມຸ່ງຫວັງປະໂຫຍດຈາກການລວມຕົວກັນເປັນປະຊາຄົມສັງຄົມ ແລະ ວັດທະນະ ທັມອາຊຽນເພື່ອໃຫ້ປະຊາຊົນອາຊຽນມີຄວາມຢູ່ດີກິນດີ ປາສະຈາກໂລຄໄພໄຂ້ເຈັບ ມີສິ່ງແວດລ້ອມທີ່ດີ ແລະ ມີຄວາມຮູ້ສຶກເປັນໜຶ່ງດຽວກັນ ໂດຍເນັ້ນການສົ່ງເສີມຄວາມຮູ້ ຄວາມເຂົ້າໃຈລະຫວ່າງປະເທດສະມາຊິກໃນດ້ານຄວາມເຊື່ອມໂຍງທາງປະຫວັດສາດ ມໍລະດົກທາງວັດທະນະທັມ ແລະ ອັດຕະລັກລະດັບພາກພື້ນຮ່ວມກັນ
ໃນການເສີມສ້າງຮາກຖານ ແລະ ຄວາມເຊື່ອມໂຍງລະຫວ່າງກັນທີ່ແຂງແກ່ນເພື່ອນຳໄປສູ່ຄວາມເຂົ້າໃຈຂອງການເປັນເພື່ອນບ້ານທີ່ດີນັ້ນ ຕ້ອງຮູ້ເຂົາຮູ້ເຮົາ ແລະ ມີຄວາມຮັບຜິດຊອບຮ່ວມກັນລະຫວ່າງປະເທດສະມາຊິກພາຍໃຕ້ສັງຄົມທີ່ເອື້ອອາທອນ ໂດຍມີແຜນປະຕິບັດການເພື່ອນຳໄປສູ່ການຈັດຕັ້ງປະຊາຄົມສັງຄົມ ແລະ ວັດທະນະທຳອາຊຽນ (ASEAN Socio-Cultural Community - ASCC) ທີ່ໄດ້ກຳນົດກິດຈະກຳໃນຄວາມຮ່ວມມືທີ່ມີປະຊາຊົນເປັນ ສູນກາງໂດຍເນັ້ນຄວາມຮ່ວມມືໃນດ້ານຕ່າງໆ ໄດ້ແກ່
1. ການພັດທະນາຊັບຍາກອນມະນຸດ (Human Development)
2. ການຄຸ້ມຄອງ ແລະ ສະຫວັດດິການສັງຄົມ (Social Welfare and Protection)
3. ສິດທິ ແລະ ຄວາມຍຸດຕິທັມທາງສັງຄົມ (Social Justice and Rights)
4. ຄວາມຍືນຍົງດ້ານສິ່ງແວດລ້ອມ (Ensuring Environmental Sustainability)
5. ການສ້າງອັດຕະລັກອາຊຽນ (Building ASEAN Identity)
6. ການລົດຊ່ອງວ່າງທາງການພັດທະນາ (Narrowing the Development Gap)
ໂດຍເນັ້ນໃຫ້ມີການສົ່ງເສີມປະຕິສຳພັນລະຫວ່າງນັກຂຽນ ນັກຄິດ ແລະ ສິລະປິນໃນພາກພື້ນ ຕະຫລອດຈົນການເສີມສ້າງຈິດສຳນຶກ ຮູ້ກ່ຽວກັບອາຊຽນໃນພາກພື້ນ ໂດຍສະເພາະໃນລະດັບປະຊາຊົນ
ໃນຄວາມເປັນຈິງນັ້ນວັດທະນະທັມອາຊຽນມີ 3 ກຸ່ມຄື ກຸ່ມອາຊຽນເໜືອຫລືກຸ່ມລຸ່ມນ້ຳຂອງ (ໄທ ລາວ ຂະເຫມນ ພະມ້າ ວຽດນາມ) ກຸ່ມອາຊຽນໃຕ້ (ມາເລເຊັຍ ອິນໂດນີເຊັຍ ບຣູໄນ ສິງຄະໂປ) ແລະອາຊຽນຕະເວັນອອກ (ຟິລິບປິນ)
ໃນການປະຊຸມລັດຖະມົນຕຣີອາຊຽນທີ່ກຳກັບດູແລງານດ້ານວັດທະນະທັມ ແລະ ສິລະປະ (ASEAN Ministers  Responsible for Culture and the Arts - AMCA) ເທື່ອທີ່ 5 ທີ່ສາທາລະນະລັດສິງຄະໂປ (ທີ່ມາ: ຄົມຊັດເລິກອອນໄລນ໌ ວັນທີ່ 02-07-2555) ກຸ່ມລັດຖະມົນຕີວັດທະນະທັມອາຊຽນໄດ້ເວົ້າເຖິງແນວທາງການດຳເນີນງານຄວາມຮ່ວມມືດ້ານການ ສົ່ງເສີມອັດຕະລັກອາຊຽນພາຍໃຕ້ກອບພິມຂຽວແຜນງານການຈັດຕັ້ງປະຊາຄົມສັງຄົມ ແລະ ວັດທະນະທັມອາຊຽນ (ASCC Blueprint) ແລະ ການດຳເນີນການຕາມປະຕິຍານວ່າດ້ວຍເອກະພາບຂອງອາຊຽນໃນຄວາມຫລາກຫລາຍ ທາງວັດທະນະທັມ ເພື່ອເສີມສ້າງປະຊາຄົມອາຊຽນ (Declaration on ASEAN Unity in Cultural Diversity: Towards Strengthening ASEAN Community).
ໄດ້ແກ່ການສົ່ງເສີມຈິດສຳນຶກໃນຄວາມເປັນອາຊຽນ ການປົກປັກຮັກສາສົ່ງເສີມແລະຫາປະໂຍດຈາກຄວາມຫລາກຫລາຍທາງວັດທະນະທັມຂອງອາຊຽນ ການສົ່ງເສີມອຸດສາຫະກັມ ວັດທະນະທັມສ້າງສັນ ວັດທະນະທັມໃນຖານະເຄື່ອງມືໃນການນຳໄປສູ່ສັງຄົມເອື້ອອາທອນແລະແບ່ງປັນ ການພັດທະນາຊັບຍາກອນມະນຸດ ແລະການສ້າງເຄືອຂ່າຍໃນບໍຣິບົດທາງວັດທະນະທັມ ຮ່ວມມືກັນໃນສາຂາອື່ນໆ ໃນການໃຊ້ວັດທະນະທັມເປັນສື່ໃນການຈັດການໄພພິບັດ ດ້ານມະນຸດສະທັມ ການອະນຸລັກສິ່ງແວດລ້ອມ ການສົ່ງເສີມຄວາມຫລາກຫລາຍທາງ ຊີວະພາບ ການສຶກສາແລະກີລາ
ຈາກນັ້ນທີ່ປະຊຸມໄດ້ພິຈາລະນາຄວາມຄືບໜ້າໃນການດຳເນີນຄວາມຮ່ວມມືດ້ານວັດທະນະທັມອາຊຽນພາຍໃນພາກພື້ນ ແລະ ກຳນົດປະເດັນສຳຄັນທີ່ຈະດຳເນີນການໃນ 2 ປີຂ້າງໜ້າ ພາຍໃຕ້ຂອບປະຕິຍານອາຊຽນ ວ່າດ້ວຍຄວາມເປັນເອກະພາບໃນຄວາມຫລາກຫລາຍທາງວັດທະນະທັມ (Unity in Diversity) ສູ່ປະຊາຄົມອາຊຽນ ແຜນງານການຈັດຕັ້ງປະຊາຄົມສັງຄົມ ແລະ ວັດທະນະທັມອາຊຽນ ແລະ ແຜນງານຫລັກດ້ານຄວາມເຊື່ອມໂຍງອາຊຽນ ເປັນກົນໄກສຳຄັນທີ່ຈະນຳໄປສູ່ການສ້າງປະຊາຄົມອາຊຽນໃນປີ 2015
ໃນທີ່ປະຊຸມລັດມົນຖະຕີອາຊຽນໄດ້ເຫັນດີກັບການສົ່ງເສີມຄວາມຮ່ວມມືອາຊຽນໃນດ້ານວັດທະນະທັມ ແລະ ສິລະປະໂດຍເນັ້ນການພັດທະນາຊັບຍາກອນມະນຸດການປົກປ້ອງ ແລະ ສົ່ງເສີມມໍລະດົກວັດທະນະທັມອາຊຽນ ສົ່ງເສີມການພັດທະນາວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍດ້ານວັດທະນະທັມ ລວມທັງອຸດສາຫະກັມວັດທະນະທັມສ້າງສັນ
ສ່ວນເຍົາວະຊົນທີ່ປະຊຸມເຫັນວ່າມີຄວາມຈຳເປັນທີ່ຈະຕ້ອງເນັ້ນການມີສ່ວນຮ່ວມຂອງເຍົາວະຊົນໃນງານວັດທະນະທັມໂດຍຜ່ານຊ່ອງທາງຕ່າງໆ ບໍ່ວ່າຈະເປັນສື່ສັງຄົມສະໄໝໃໝ່ ໄດ້ແກ່ ເຟສບຸ໊ກ, ທະວິດເຕີຣ໌ ລວມທັງງານອາສາສະໝັກທາງວັດທະນະທັມ,ວິສາຫະກິດທາງວັດທະນະທັມ ການແລກປ່ຽນລະດັບປະຊາຊົນ ແລະ ກິດຈະກຳເຊື່ອມໂຍງອື່ນໆ
ໃນການປະຊຸມເທື່ອນີ້ ລັດຖະມົນຕຣີວັດທະນະທັມຈາກແຕ່ລະປະເທດສະມາຊິກອາຊຽນໄດ້ກ່າວເຖິງກິດຈະກັມ ໂຄງການດ້ານວັດທະນະທັມອາຊຽນ ເຊັ່ນ

1. ບຣູໄນດາລຸດຊາລາມ ສະເໜີການສົ່ງເສີມຍຸດທະສາດການຕລາດສຳລັບເສດຖະກິດສ້າງສັນທາງວັດທະນະທັມລວມເຖິງການປົກປ້ອງຊັບສິນທາງປັນຍາໃນງານວັດທະນະທັມສ້າງສັນ,ທັງການປົກປັກຮັກສາຄຸນຄ່າທາງວັດທະນະທັມ
2. ອິນໂດນີເຊັຍສະເໜີໃຫ້ດຳເນີນງານຄວາມຮ່ວມມືດ້ານບູຮານຄະດີ ຄື "Homoerectus Occupation in Southeast Asia" ເນື່ອງຈາກຫລາຍປະເທດໃນອາຊຽນເປັນແຫລ່ງກຳເນີດຂອງມະນຸດຍຸກແຮກເລີ່ມ ສະແດງໃຫ້ເຫັນເຖິງອາລະຍະທັມ ແລະ ວິວັດທະນາການຂອງສັງຄົມໃນພາກພື້ນອຸສາອາຄະເນ
3. ມາເລເຊັຍສະເໜີການເສີມສ້າງຈິດສຳນຶກໃນວັດທະນະທັມອາຊຽນໃນໝູ່ເຍົາວະຊົນຜ່ານໂຊຊຽນມີເດັຍ ເຊັ່ນ ເຟສບຸ໊ກ, ທະວິດເຕີຣ໌ ເປັນຕົ້ນນອກຈາກນັ້ນຍັງສະໜັບສະໜູນການສົ່ງເສີມອຸດສາຫະກັມພາບພະຍົນຂອງອາຊຽນ
ມຸມວັດທະນະທັມຂອງເສົາຫລັກທີ່3 ເພາະໃນ 3 ເສົາຫລັກນັ້ນເສົາທີ່ 3 ຄືເສົາປະຊາຄົມສັງຄົມແລະ ວັດທະນະທັມອາຊຽນເປັນເສົາຫລັກທີ່ສຳຄັນທີ່ສຸດທີ່ຈະນຳໄປສູ່ຄວາມສຳເລັດ ແລະ ຄວາມຫມັ້ນຄົງຂອງອີກ 2 ເສົາຫລັກເນື່ອງຈາກເສົາທີ່ 3 ນີ້ສາມາດເຊື່ອມໂຍງຄົນໄດ້ ດ້ວຍສິລະປະວັດທະນະທັມ ບໍ່ແມ່ນດ້ວຍຜົນກຳໄລຫລືວັດຖຸ ເນື່ອງຈາກເປັນເລື່ອງຂອງສິລະປະວັດທະນະທັມ ເປັນເລື່ອງຂອງ ສຸນທຣີຍະພາບ ຄວາມດູດດື່ມ ແລະ ຄຸນນະພາບຊຶ່ງ GDP ຫລື ເງີນວັດບໍ່ໄດ້ ເພາະສິລະປະ ແລະ ວັດທະນະທັມບົ່ງບອກດ້ວຍປະລິມານຕົວເລກບໍ່ໄດ້ ແຕ່ສິລະປະ ແລະ ວັດທະນະທັມເປັນອົງປະກອບທີ່ສຳຄັນຂອງການເປັນມະນຸດໃນສັງຄົມ
ອາຊຽນໃນປັດຈຸບັນ ມີກຳລັງຊື້ຫລາຍຂຶ້ນ ໂດຍສະເພາະໃນກຸ່ມຊົນຊັ້ນກາງ ຊຶ່ງມີຄວາມຕ້ອງການບໍຣິໂພກສິ່ງໃໝ່ໆຫລາຍຂຶ້ນໂດຍມະນຸດຕ້ອງການເສບສິ່ງທີ່ເໜືອກວ່າວັດຖຸ ເສດຖະ ກິດ ຈຶ່ງເປັນຄວາມທ້າທາຍຂອງອາຊຽນວ່າຈະເຮັດແນວໃດ ໃຫ້ຊົນຊັ້ນຫລ່າງທີ່ຢາກມີຄຸນນະພາບຊີວິດທີ່ດີຂອງຕົວເອງໄດ້ຮັບການເກື້ອໜຸນຈາກຊົນຊັ້ນກາງ ເສົາການເມືອງກໍແຕກຕ່າງກັນພາຍໃນປະເທດອາຊຽນ ຍິ່ງກວ່ານັ້ນບາງປະເທດກໍມີການເມືອງພາຍໃນທີ່ຍັງບໍ່ນິ້ງ
ໃນອະດີດວັດທະນະທັມເປັນເລື່ອງຂອງສາສນາ ສິລະປະ ວິຖີຊີວິດຈາຮີດປະເພນີເປັນແຫລ່ງກຳເນີດຂອງອາຣະຍະທັມ ຄວາມຈະເຣີນງອກງາມ ເປັນສິ່ງບົ່ງບອກເຖິງອັດຕະລັກ ອີກທັງຍັງເປັນຮາກເຫງົ້າທີ່ສຳຄັນຂອງຊຸມຊົນແລະປະເທດນັ້ນໆ
ແຕ່ປັດຈຸບັນ ຍ້ອນການພັດທະນາຂອງໂລກ ແລະ ກະແສສັງຄົມແລະເສດຖະກິດທີ່ປ່ຽນແປງໄປໂດຍ ມີການເຄື່ອນຍ້າຍຂໍ້ມູນຂ່າວສານຢ່າງບໍ່ມີຂອບເຂດ ວັດທະນະທັມຈຶ່ງ ກາຍເປັນສິ່ງທີ່ຢູ່ໃນທຸກກິດຈະກັມຂອງຄົນໃນສັງຄົມ ບໍ່ວ່າຈະເປັນການເມືອງ ຫລືເສດຖະກິດ ທັງນີ້ວັດທະນະທຳຂອງຊຸມຊົນໜຶ່ງອາດສົ່ງຜົນກະທົບຕໍ່ວັດທະນະທັມຂອງອີກຊຸມຊົນຊຶ່ງຢູ່ໃນອີກມຸມໜຶ່ງຂອງໂລກກໍໄດ້
ດັ່ງນັ້ນ, ການດຳເນີນງານດ້ານວັດທະນະທັມໃນຍຸກປັດຈຸບັນ ຈຶ່ງມີຄວາມຊັບຊ້ອນຫລາຍຍິ່ງຂຶ້ນ ກ່າວຄືຕ້ອງປົກປັກຮັກສາເອກະລັກດັ້ງເດີມ ຄວາມເປັນຕົວຕົນຂອງເຮົາເອງໄວ້ ຂະນະທີ່ຕ້ອງປັບປຸງວິຖີຊີວິດໃຫ້ສອດຄ່ອງກັບກະແສເສດຖະກິດ ແລະ ສັງຄົມໃນຍຸກໃໝ່ ແລະ ດ້ວຍກະແສໂລກໃນປັດຈຸບັນທີ່ເຮັດໃຫ້ປະເທດຕ່າງໆ ຕ້ອງມີການເພິ່ງພາກັນ ຊຶ່ງປະເທດພຽງປະເທດດຽວບໍ່ສາມາດຢູ່ໄດ້ໂດຍລຳພັງ ດັ່ງນັ້ນ ຈຶ່ງຫລີກລ້ຽງບໍ່ໄດ້ ທີ່ຈະຕ້ອງມີການເປີດຮັບວັດທະນະທັມ ທີ່ຫລາກຫລາຍ ແລະ ແຕກຕ່າງຂອງຊຸມຊົນທີ່ຢູ່ຮອບຕົວ ການລວມຕົວກັນລະຫວ່າງຊຸມຊົນ ພາກພື້ນ ໃນພື້ນທີ່ໃກ້ຄຽງເຫລົ່ານີ້ເກີດຂຶ້ນໃນກິດຈະກັມທຸກຮູບແບບໃນສັງຄົມບໍ່ພຽງແຕ່ວັດນະທັມ ຫາກແຕ່ຍັງມີການຮ່ວມຕົວກັນດ້ວຍເຫດຜົນຕ່າງໆ ອັນນຳມາຊຶ່ງຄວາມເຂັ້ມແຂງທາງການເມືອງ ເສດຖະກິດ ສັງຄົມ
ດັ່ງນັ້ນເສົາຫລັກທີ່ 3 ຄືວັດທະນະທັມຈຶ່ງເປັນເສົາຫລັກທີ່ສຳຄັນໃນການເຮັດຫນ້າທີ່ປະສານສຳພັນ ຫລືນຳໜ້າໄປກ່ອນເສົາອື່ນໆທີ່ໂດຍສູດ 4 in 1(ອັດຕະລັກທ້ອງຖິ່ນ-ຊາດ-ລຸ່ມນ້ຳໂຂງ-ອາຊຽນ)ອັນໝາຍເຖິງຄົນໆໜຶ່ງມີ 4 ມິຕິ ຫລື 4 ອັດຕະລັກໃນຄົນຄົນດຽວ
      1.ເຮົາຕ້ອງການສ້າງອັດຕະລັກທາງສິລະປະ ແລະ ວັດທະນະທັມທ້ອງຖິ່ນ
      2.ເຮົາຕ້ອງການສ້າງອັດຕະລັກທາງສິລະປະ ແລະ ວັດທະນະທັມແຫ່ງຊາດ
      3.ເຮົາຕ້ອງການສ້າງອັດຕະລັກທາງສິລະປະ ແລະ ວັດທະນະທັມລຸ່ມນ້ຳຂອງ
      4.ເຮົາຕ້ອງການສ້າງອັດຕະລັກທາງສິນລະປະ ແລະ ວັດທະນະທັມອາຊຽນ

ອັດຕະລັກທາງສິລະປະ ແລະ ວັດທະນະທັມທ້ອງຖິ່ນ ໃນແຕ່ລະປະເທດມີຄວາມຫລາກຫລາຍທີ່ບໍ່ເໝືອນກັນກໍຄືມີວັດທະນະທັມປະຈຳທ້ອງຖິ່ນຂອງຕົນກໍຄື sub-culture ທີ່ເຮົາຈະຕ້ອງສົ່ງເສີມຄວາມເປັນທ້ອງຖິ່ນ ໃຫ້ເຂັ້ມແຂງຂຶ້ນມາ ຊຶ່ງຈະເຮັດໃຫ້ຄົນທັງຫລາຍໄດ້ຮູ້ເຖິງຄວາມຫລາກຫລາຍ ແລະ ຈະຊ່ວຍເສີມສ້າງຄວາມພູູມໃຈໃນທ້ອງຖິ່ນ ໃນຊາດ ແລະ ອາຊຽນ ເຊັ່ນສິລະປະວັດທະນະທັມ ປະຫວັດສາດ ພາສາຊາດ ພາສາຖິ່ນຊຶ່ງໃນຫລາຍປະເທດທີ່ມີວັດທະນະທັມຫລັກມັກຈະເພີກເສີຍກັບວັດທະນະທັມຍ່ອຍຂອງແຕ່ລະທ້ອງຖິ່ນ ແລະ ພາກພື້ນຂອງຕົນ
ອັດຕະລັກທາງສິລະປະ ແລະ ວັດທະນະທັມແຫ່ງຊາດ ຫລືວັດທະນະທັມໃນລະດັບຊາດນັ້ນ ໃນແຕ່ລະປະເທດກໍໄດ້ສົ່ງເສີມກັນຢູ່ແລ້ວ ກໍບໍ່ໜ້າເປັນຫ່ວງເທົ່າກັບທ້ອງຖິ່ນ ແຕ່ວັດທະນະທັມລະດັບຊາດນີ້ ໃນແຕ່ລະປະເທດຂອງປະຊາຄົມອາຊຽນ ກໍມີສິ່ງທີ່ຈະຕ້ອງລະມັດລະວັງໃຫ້ເປັນແນວດຽວກັນ ຫລືໃຫ້ສະແຫວງຈຸດຮ່ວມສະຫງວນຈຸດຕ່າງ ເຊັ່ນ ສິລະປະວັດທະນະທັມ ສາສນາ ປະຫວັດສາດ ການເມືອງ ເປັນຕົ້ນ
ອັດຕະລັກທາງສິລະປະແລະວັດທະນະທັມລຸ່ມນ້ຳຂອງ ໃນລະດັບທີ່ 3 ເປັນລະດັບທີ່ເປັນພາກພື້ນ ຫລືຂົງເຂດລຸ່ມແມ່ນ້ຳຂອງ ອັນປະເທດໃນແຖບນີ້ຕ້ອງສະແຫວງຫາຈຸດຮ່ວມກັນໃຫ້ໄດ້ ໂດຍສະເພາະຄວາມສຳພັນຂ້າມວັດທະນະທັມໃນພາກພື້ນລຸ່ມນ້ຳຂອງ ທີ່ປະຊາຊົນລຸ່ມນ້ຳຂອງມີນຳກັນ ເຊັ່ນວັນນະກຳເລື່ອງສັງສິນໄຊ ທີ່ທັງລາວ ແລະ ໄທມີຮ່ວມກັນ ພາສາ ວັດທະນະທັມ ປະເພນີອີກຫລາຍຢ່າງທີ່ມີຮ່ວມກັນທີ່ຄວນສົ່ງເສີມໃນລະດັບພາກພື້ນ
ຖ້າເວົ້າໃນວັດທະນະທັມ 4 ໝວດ:
      1. ຊີວິດວັດທະນະທັມ ຄືການດຳເນີນຊີວິດຂອງຊາວລຸ່ມນ້ຳຂອງຄ້າຍກັນເພາະມີພູມິສາດດຽວກັນ ການດຳເນີນຊີວິດຈຶ່ງບໍ່ແຕກຕ່າງກັນຫລາຍ ໂດຍສະເພາະດ້ານປັດໄຈ 4 ອາຫານການກິນຂອງລຸ່ມນ້ຳຂອງກໍບໍ່ແຕກຕ່າງກັນຫລາຍ ຫລືໄປນຳກັນໄດ້ ຍິ່ງສອງຝັ່ງຂອງລາວ-ໄທ ຍິ່ງບໍ່ແຕກຕ່າງກັນເລີຍ
      2. ປະເພນີຕ່າງໆກໍບໍ່ແຕກຕ່າງກັນຫລາຍ ເຊັ່ນປະເພນີບຸນສົງນໍ້າຂອງລາວ ໄທ ພະມ້າ ຂະເຫມນ ແລະ ວຽດນາມ ບາງສ່ວນກໍເປັນອັນໜຶ່ງອັນດຽວກັນ ການບູຊາພຣະທາດສອງຝັ່ງຂອງ ການແຂ່ງເຮືອສອງຝັ່ງຂອງ ແລະ ປະເພນີທາງສາສນາເກືອບຈະເປັນອັນດຽວກັນ
      3. ດ້ານພາສາ (ພະມ້າ ຂະເຫມນໄທ ລາວ) ມີທີ່ມາຂອງຕົວອັກສອນທີ່ຄ້າຍຄືກັນ ໂດຍໄດ້ຮັບອິດທິພົນມາຈາກບາລີສັນສະກຣິດ ດ້ານວັນນະກັມກໍມີທີ່ມາຈາກພຸດທະສາສນາຄືກັນ ສະເພາະເລື່ອງສິນໄຊກໍໄດ້ກາຍເປັນຂອງສອງຝັ່ງຂອງໄປແລ້ວ ດ້ານປະຫວັດສາດກໍມີຄວາມກ່ຽວພັນທັງສອງຝັ່ງຂອງ ເຊັ່ນສະໄໝພຣະເຈົ້າໄຊຍະເຊດຖາທິຣາດເປັນຕົ້ນ
      4. ດ້ານນາຕະສິລ ດົນຕຣີ ການສະແດງ ການຣ່າຍຣຳ ຂອງໄທລາວຂະເຂຫມນມີຄວາມຄ້າຍຄືກັນຫລາຍ ລວມທັງເລື່ອງດົນຕຣີກໍໄດ້ຮັບອິດທິພົນຊຶ່ງກັນແລະກັນ ມີແຕ່ການປັບປ່ຽນໃຫ້ເຂົ້າກັບວັດທະນະທັມປະເພນີຂອງປະເທດນັ້ນໆ ດ້ານສິລະປະເຊັ່ນສະຖາປັດຕະຍະກັມ ປະຕິມາກັມ ວິຈິຕະກັມ ທັດສະນະສິລກໍຄ້າຍໆ ກັນ

ອັດຕະລັກທາງສິລະປະ ແລະ ວັດທະນະທັມອາຊຽນ ທີ່ເຮົາສາມາດຮ່ວມມືກັນສ້າງໄດ້ໃນຫລາຍໆເລື່ອງ ເຊັ່ນຣາມກຽນທີ່ຈະນຳໄປສູ່ອັດຕະລັກອາຊຽນໄດ້ ເພາະເປັນສິ່ງທີ່ບັນພະບຸຣຸດສ້າງສົມມາ ເປັນມໍລະດົກທີ່ຕ່າງຝ່າຍຕ່າງກໍມີເປັນຂອງຕົວເອງ ບາງປະເທດເຖິງກັບຂັດແຍ້ງກັນວ່າມໍລະດົກທາງວັດທະນະທັມນັ້ນເປັນຂອງຕົນ ເພາະສິ່ງນີ້ຄືທຸນທາງສັງຄົມວັດທະນະທັມ (social culture capital) ທີ່ສຳຄັນ ດັ່ງນັ້ນເຮັດແນວໃດໃຫ້ຊັບພະຍາກອນນີ້ເພີ່ມພູນ ເຮັດແນວໃດໃຫ້ມີຄວາມຮູ້ສຶກຈິດສຳນຶກເປັນອັນໜຶ່ງອັນດຽວກັນ ມີອະນາຄົດຮ່ວມກັນ ແລະ ຜູກພັນກັນເພື່ອນຳໄປສູ່ປະຊາຄົມສັງຄົມ ແລະ ວັດທະນະທັມອາຊຽນ
ໃນຄວາມເປັນຈິງນັ້ນອາຊຽນໄດ້ຮັບ Indic Culture ຮ່ວມກັນເມື່ອຄັ້ງແຕ່ກ່ອນແຕ່ກີ້ບໍ່ຕ່ຳກວ່າ 6 ຢ່າງ ເຊັ່ນກົດໝາຍ (ພຣະທັມນູສາຕ) ການປົກຄອງ (ເທວະຣາດ) ອັກສອນພາສາ (ເທວະນາຄີ) ວັນນະກັມ (ຣາມາຍະນະ ແລະ ມະຫາພາຣະຕະ) ສິລະປະ (ທ່າຟ້ອນ) ສະຖາປັດ (ອາຄານສະຖານທີ່) ຖ້າຖອຍກັບຍ້ອນໄປກ່ອນປະຫວັດສາດອີກກໍມີຄ້ອງບັ້ງຫລືກອງມະໂຫຣະທຶກ ເຄື່ອງມືຫິນ ການກະເສດ
ດັ່ງນັ້ນທັງ 4 ມິຕິ ຫລື 4 ອັດຕະລັກນີ້ຫາກ ຮັກສາເອົາໄວ້ໄດ້ແລ້ວກໍຈະເຮັດໃຫ້ເກີດຄວາມສວຍງາມ ໜ້າຮັກ ອ່ອນຫວານຕະການຕາ ມີສເຫນ່ຈັບໃຈເພາະມີຄວາມຫລາກຫລາຍແຕກຕ່າງຢ່າງມີເອກະລັກ ຈຶ່ງບໍ່ຄວນມອງວ່າສິ່ງເຫລົ້ານີ້ຈະໄປຂັດແຍ້ງກັບຄວາມຫມັ້ນຄົງ ຄວາມສາມັກຄີ ແລະ ຄວາມເປັນອັນໜຶ່ງອັນດຽວກັນ ເພາະຫລາຍປະເທດສ້າງມາຈາກວັດທະນະທັມທີ່ຫລາກຫລາຍ ເຊັ່ນ ປະເທດອະເມຣິກາ ສິງຄະໂປ ມາເລເຊຍ ບໍ່ໄດ້ເກີດຈາກເຊື້ອຊາດດຽວ ແຕ່ເປັນສັງຄົມສາຍຮຸ່ງມີທຸກສີສັນ ເໝືອນແຈກັນທີ່ສວຍງາມເພາະມີດອກໄມ້ຫລາຍສີ

ດັ່ງນັ້ນ, ຄວາມເປັນອັນໜຶ່ງອັນດຽວກັນ ຄວາມມີສະຖຽນລະພາບ ຄວາມຮັກຊາດ ບໍ່ໄດ້ເຮັດໃຫ້ຄົນເໝືອນກັນໝົດ ການເຮັດໃຫ້ຄົນສະດວກ ສະບາຍທີ່ຈະສະແດງວັດທະນະທັມຕາມອັດຕະລັກຂອງຕົວເອງນັ້ນຕ່າງຫາກ ທີ່ເປັນຫລັກປະກັນຄວາມຫມັ້ນຄົງໃນການຢູ່ຮ່ວມກັນຢ່າງສັນຕິ ແລະ ທີ່ສຳຄັນທີ່ສຸດຄືວັດທະນະທັມທ້ອງຖິ່ນນີ້ ເປັນສິ່ງທີ່ສາມາດຂາຍໃຫ້ນັກທ່ອງທ່ຽວໄດ້ ແລະ ເປັນສີສັນໃນການສ້າງປະຊາຄົມອາຊຽນ
ສະນັ້ນສິນລະປະ ແລະ ວັດທະນະທັມທີ່ຫລາກຫລາຍໃນລະດັບຕ່າງໆ ຈຶ່ງມີຄວາມສຳຄັນຫລາຍ ເພາະເມື່ອໃດທີ່ປະເທດໃດບໍ່ມີຄວາມຫລາກຫລາຍ ຫລື ເມື່ອໃດທີ່ອາຊຽນເດີນໜ້າຜັກດັນໃຫ້ຄົນຄືກັນຫມົດ ເມື່ອນັ້ນອາຊຽນກໍຈະໝົດສະເຫນ່ ແລະ ຍັງນຳໄປສູ່ຄວາມຂັດແຍ່ງ ແລະ ຄວາມຮຸນແຮງຕ່າງໆ ດັ່ງນັ້ນ ປະຊາຄົມສັງຄົມ ແລະ ວັດທະນະທັມອາຊຽນ ຈຶ່ງຕ້ອງສົ່ງເສີມ ສະໜັບສະໜູນຄວາມຫລາກຫລາຍ ແລະສ້າງສັນເຮັດໃຫ້ເກີດຜະລິດຜົນທາງວັດທະນະທັມຊຶ່ງສາມາດເຮັດໃຫ້ການທ່ອງທ່ຽວທີ່ສາມາດຂາຍໄດ້ ເຊັ່ນອາຫານໃນພາກພື້ນຕ່າງໆ ຕ້ອງມີການຂັບເຄື້ອນໃນການສ້າງສັນຈາກແຕ່ລະຫນ່ວຍວັດທະນະທັມຕ່າງໆ
ຄວາມຫລາກຫລາຍຄືຈຸດເລີ່ມຕົ້ນຂອງຄວາມຄິດສ້າງສັນ (creativity) ຕ້ອງປັບໃຊ້ (adapt adopt) ໃຫ້ເຂົ້າກັບເຮົາ ແລ້ວສ້າງສັນສິ່ງໃໝ່ໆຕໍ່ຍອດຈາກຖານທີ່ຫລາກຫລາຍ ຈະດີກວ່າຕໍ່ຍອດສິ່ງທີ່ລວມໃຫ້ເຫລືອພຽງໜຶ່ງຫລືສອງຢ່າງເຊັ່ນພັນພືດ ຖ້າມີຄວາມຫລາກຫລາຍກໍຈະໄດ້ສິ່ງໃໝ່ໆທີ່ດີຫລາຍຂຶ້ນ ເປັນຄວາມຫລາກຫລາຍທາງຊີວະພາບ (bio-diversity)
ວັດທະນະທັມກໍເຊັ່ນດຽວກັນ ຕ້ອງຮັກສາຄວາມແຕກຕ່າງຫລາກຫລາຍເອົາໄວ້ ຈະນຳມາໃຊ້ເປັນສິນຄ້າທາງການທ່ອງທ່ຽວກໍບໍ່ເປັນຫຍັງ ແຕ່ຕ້ອງລະວັງເລື່ອງສິດທິເສລີພາບ ໂດຍຫາຈຸດແລກປ່ຽນທີ່ສົມດຸນເໝາະສົມ ສິລະປະວັດທະນະທັມ ຈ່ຶງຄວນມີການສົ່ງເສີມຮັກສາໄວ້ໃຫ້ເຂົາເຂົ້າໄປເຫັນຄຸນຄ່າ (appreciate)ແລ້ວປ່ອຍໃຫ້ພວກເຂົາ ພັດທະນາຊ່ວຍເຫລືອຕົວເອງ ຊຶ່ງວິທະຍາສາດ ແລະ ເຕັກໂນໂລຍີຈະຊ່ວຍເປັນພະລັງໃຫ້
ສະຫຼຸບຕາມ key word ສຳຄັນ 3 ຕົວຄື ສິລະປະວັດທະນະທັມ ລຳນ້ຳຂອງ ແລະ ອາ ຊຽນແລ້ວ, ສິລະປະວັດທະນະທັມຫມາຍເຖີງເອກະພາບໃນຄວາມຕ່າງໃນເສົາທີ 3, ລຳນ້ຳ ຂອງ ຫມາຍປະເທດໃນລຸ່ມນ້ຳຂອງ 5 ປະເທດມີລາວ ໄທ ມຽນມ້າ ວຽດນາມ ແລະ ກັມພູຊາ ແລະ ວັດທະນະທັມອາຊຽນ ຫມາຍເຖີງວັດທະນະທັມ 4 ຊັ້ນ 3 ຊັ້ນເປັນຄວາມຫລາກຫລາຍ ແລະ 1 ຊັ້ນເປັນເອກະພາບ.
ສຸດທ້າຍຂໍຝາກຮູບແບບຄວາມສຳພັນໃນສັງຄົມຂອງ Allport (1954 cited in Klein, 1992:10) ນັກຈິດວິທະຍາຊາວອະເມຣິກາໄດ້ພັດທະນາລຳດັບຂັ້ນຂອງຄວາມສຳພັນທາງສັງຄົມຂອງມະນຸດໄວ້ 8 ຂັ້ນ ຈາກລຳດັບຕ່ຳສຸດຄື ຄວາມສຳພັນແບບມຸ່ງຮ້າຍ (Hostile) ຈົນໄປສູ່ຄວາມສຳພັນສູງສຸດຄື ຄວາມສຳພັນແບບເປັນມິດ (Friendly) ດັ່ງຣາຍລະອຽດຕໍ່ໄປນີ້ - ຄວາມເປັນມິດ (Friendly) - ການຮ່ວມມື (Cooperation) - ການຍອມຮັບ (Respect) - ການອົດທົນອົດກັ້ນ (Tolerance) - ການກ່ຽວຂ້ອງສຳພັນສະເພາະບາງຄົນ (Predilection) - ການມີອະຄະຕິ (Prejudice) - ການແບ່ງພັກແບ່ງພວກ (Discrimination) - ແບບມຸ່ງຮ້າຍ (Hostile) ໂດຍເຮົາຢຶດ 4 ຕົວຕົ້ນແລະຕັດ 4 ຕົວຫລັງອອກ ເສັ້ນທາງໄປສູ່ອາຊຽນກໍຈະງ່າຍຂຶ້ນ ແລະຂໍຝາກໄວ້ອີກວ່າ ເມື່ອໃດການໃຊ້ອຳນາດເກີນຂອບເຂດ ວັດທະນະທັມຈະເຕືອນເຮົາ (Whenever power corrupts, poetry reminds) ຫລື ວັດທະນະທັມຈະເຕືອນທ່ານເມື່ອ ທ່ານເກີນເລີຍຫລືເກີນພໍດີ.

ວັດທະນະທໍາ:

ຊາດລາວເປັນຊາດທີ່ມີວັດທະນະທໍາທາງດ້ານວັດຖຸ ແລະ ຈິດໃຈອັນດີງາມມາແຕ່ດົນນານ ແລະ ໄດ້ຮັບການອະນຸລັກຮັກສາພັດທະນາ ໄປຄຽງຄູ່ກັບການພັດທະນາປະເທດຊາດ ໃນແຕ່ລະຍຸກສະໄໝ.
– ວັດທະນະທໍາທາງດ້ານວັດຖຸ ທີ່ສະແດງໃຫ້ເຫັນເຖິງເອກະລັກພິເສດ ຂອງວັດທະນະທໍາລາວ ທີ່ຄົນລາວເປັນຜູ້ສ້າງຂຶ້ນປະກອບມີອາຄານ, ບູຮານນາສະຖານຕ່າງໆ ໃນນັ້ນສຳຄັນແມ່ນ ວັດວາອາຮາມທີ່ມີຊື່ສຽງ ເຊັ່ນ: ວັດພູຈຳປາສັກ, ທາດອີງຮັງ, ທາດໝາກໂມ, ວັດຊຽງທອງ, ພະທາດຫຼວງ, ຫໍພະແກ້ວ ແລະ ອື່ນໆ. ປະເພດວັດຖຸບູຮານກໍ່ມີຫຼາຍປະເພດ ເປັນຕົ້ນ: ພະອົງຕື້, ພະບາງ, ໄຫຫີນ, ຫີນຕັ້ງ ມີເຄື່ອງດົນຕີ ທີ່ເປັນສັນຍາລັກ ຂອງລາວຄືແຄນ, ລະນາດ, ຄ້ອງ, ສີຊໍ, ກະຈັບປີ, ກອງໄຊມີເຄື່ອງຫັດຖະກຳຈັກສານ, ຄວັດລວດລາຍ, ຕ່ຳຫູກທໍໄໝຕ່າງໆ.
ວັດທະນະທໍາທາງດ້ານຈິດໃຈ ໄດ້ສະແດງອອກໃນການດໍາລົງຊິວິດຂອງຄົນລາວ ດ້ວຍຄວາມປອດໃສຂາວສະອາດ, ມີຄວາມໂອບເອື້ອອາລີ ຍີ້ມແຍ້ມຕໍ່ແຂກຄົນ, ນັບຖືຜູ້ອາວຸໂສ, ຮັກແພງເດັກນ້ອຍ, ມີສີລະທໍາ, ມີຄວາມຊື່ສັດໃນຄໍາສອນຂອງພະພຸດທະເຈົ້າ, ມີພາສາລາວເປັນພາສາຊາດ; ພິເສດມີພິທີກຳຕ່າງໆເຊັ່ນ: ການເກີດກໍຈະມີພິທີຢູ່ກຳ-ອອກກຳ; ການບວດ, ການແຕ່ງດອງ, ການຕາຍ ແລະ ອື່ນໆ.
ຮີດຄອງປະເພນີ:
ຮີດ 12 ຄອງ 14 ປະເພນີ ລາວຄໍາວ່າຮີດ 12 ຄອງ 14 ທີ່ພວກເຮົາໄດ້ຍິນຜູ້ເຖົ້າເພິ່ນມັກເວົ້າ ແຕ່ຫລາຍຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍທີ່ແທ້ຈິງຂອງມັນ. ເຊິ່ງຄວາມໝາຍຂອງຮີດ 12 ຄອງ 14 ມີຢູ່ວ່າ: ຮີດ ແປວ່າ: ແບບຢ່າງ ຫລື ປະເພນີທີ່ເຄີຍປະພຶດສືບທອດກັນມາແຕ່ບູຮານນະການ ຈົນເຖິງປັດຈຸບັນ ທັງພາສາເວົ້າ ແລະ ພາສາຂຽນ ເພິ່ນນິຍົມເວົ້າ ແລະຂຽນຄຳວ່າ: ຮີດຄອງປະເພນີ (ຈາຮີດນິຍົມ) ລວມເຂົ້າກັນເປັນຄຳດຽວຄຳວ່າ ຂະນົບທຳນຽມ ແປເອົາໃຈຄວາມແລ້ວກໍແມ່ນປະເພນີທີ່ເຄີຍປະຕິບັດສືບທອດກັນມານັ້ນ ເອງ. ຮີດ ມາຈາກຄຳບາລີທີ່ວ່າ: ຈາປິດຕະ ເປັນໄດ້ທັງຄຳນາມ ແລະ ຄຳກະລິຍາ ຮີດ12 ໝາຍເຖິງປະເພນີພິທີກຳ (ຫລື ການເຮັດບຸນປະຈຳເດືອນ) ຂອງປະຊາຊົນລາວບັນດາເຜົ່າພາຍໃນ 12ເດືອນ ເພິ່ນຈະນັບເອົາຕາມເດືອນລາວ ບໍ່ແມ່ນເດືອນສາກົນ ເປັນຕົ້ນແມ່ນ:
1.    ເດືອນຈຽງ: ຈະມີພິທີລ້ຽງຜີຟ້າຜີແຖນ ນິມົນພະສົງອົງຄະເຈົ້າເຂົ້າປະລິວາດຊະກຳ.
2.    ເດືອນຍີ່: ຈະມີພິທີເຮັດບຸນເຂົ້າຄູນລານ (ບຸນກິນຈຽງ) ເຜົ່າມົ້ງ, ບຸນງະ ບຸນລະປືມ(ລາວເທິງພາກໃຕ້) ບຸນກະເລີ (ລາວເທິງພາກເໜືອ)
3.    ເດືອນສາມເພັງ: ເຮັດບຸນເຂົ້າຈີ່ ບຸນມາຂະບູຊາ ບຸນວັດພູຈຳປາສັກ
4.    ເດືອນສີ່: ເຮັດບຸນພະເວດ ຫຼື ບຸນມະຫາຊາດ
5.    ເດືອນຫ້າ: ເຮັດບຸນປີໃໝ່ລາວ ຫຼື ບຸນກຸດສົງການ
6.    ເດືອນຫົກ: ເຮັດບຸນວິສາຂະບູຊາ ແລະ ບຸນບັ້ງໄຟ
7.    ເດືອນເຈັດ: ເຮັດບຸນເບີກຊຳລະບ້ານ ແລະ ລ້ຽງ ປູ່ຕາ (ກຽມເຮັດໄຮ່ເຮັດນາ)
8.    ເດືອນແປດ: ເຮັດບຸນເຂົ້າພັນສາ
9.    ເດືອນເກົ້າ: ເຮັດບຸນເຂົ້າປະດັບດິນ
10.   ເດືອນສິບ: ເຮັດບຸນເຂົ້າສະຫຼາກ
11.   ເດືອນສິບເອັດ: ເຮັດບຸນອອກພັນສາ
12.   ເດືອນສິບສອງ: ເຮັດບຸນກະຖິນ ບຸນພະທາດຫຼວງ.ວ່າ ດ້ວຍຄອງ 14 ແມ່ນມີຄື: ຄອງ14 ຢ່າງ ສຳລັບຄົນທົ່ວໄປ ແລະ ຄອງ 14 ຢ່າງ ຂອງພະລາຊາ, ສຳຄົນຄົນທົ່ວໄປແມ່ນໜ້າທີ່ຂອງໝົດທຸກຄົນຈະຕ້ອງປະພຶດປະຕິບັດຕໍ່ ກັນເຊັ່ນ: ຄູ່ຜົວ ເມຍ ຊາວບ້ານ ຄອບຄົວເຮືອນຊານ ແລະວັດວາອາຮາມສາສະໜາ ລາຍລະອຽດຄືລຸ່ມນີ້:
1.    ເມື່ອພືດໂພດເຂົ້າກ້າໝາກໄມ້ເປັນຮວງເປັນໝາກມາແລ້ວ ຕົນຢ່າຟ້າວກິນກ່ອນໃຫ້ເອົາທຳບຸນໃຫ້ທານແກ່ທ່ານຜູ້ມີສິນກິນ ກ່ອນ ແລ້ວຕົນຈິ່ງກິນພາຍລຸນ ແຕ່ປັດຈຸບັນບໍ່ຄ່ອຍປະຕິບັດຕາມແລ້ວ.
2.    ຢ່າໂລບລ່າຍຕາຊິງຕາຍ່ອຍ ຢ່າຈ່າຍເງິນແດງ ຢ່າແປງເງິນຄວ່າງ ແລະ ຢ່າກ່າວຄຳຫຍາບຊ້າກ້າແຂງໃສ່ກັນ.
3.    ໃຫ້ພ້ອມພາກັນເຮັດຮົ້ວຕ້າຍ ແລະ ກຳແພງອ້ອມຮອບວັດວາອາຮາມ ແລະເຮືອນແຫ່ງຕົນດ້ວຍການປຸກຫໍບູຊາເທວະດາໃນສີ່ແຈເຮືອນ
4.    ເມື່ອຈະຂຶ້ນເຮືອນນັ້ນໃຫ້ຊ່ວຍລ້າຕີນເສຍກ່ອນແລ້ວຈິ່ງຂຶ້ນ.
5.    ເມືອເຖິງວັນສິນ 7-8-14-15ຄໍ່າ ໃຫ້ສົມມາກ້ອນເສົ້າແມ່ຄີໄຟ ແມ່ຂັ້ນໄດ ແລະ ປະຕູທີ່ຕົນໄດ້ອາໄສຢູ່ທຸກເຊົ້າຄໍ່າວັນຄືນ.
6.    ເມື່ອຈະເຂົ້ານອນນັ້ນໃຫ້ເອົານ້ຳສ່ວຍລ້າງຕີນຜົວແຫ່ງຕົນເສຍກ່ອນ ແລ້ວຈິ່ງເຂົ້ານອນ ເຊິ່ງປັດຈຸບັນບໍ່ນິຍົມໃຊ້ແລ້ວ
7.    ເຖິງວັນສິນໃຫ້ເອົາດອກໄມ້ທູບທຽນສົມມາຜົວແຫ່ງຕົນ ພໍ່ແມ່ເຖົ້າແກ່ລຸງຕາຂອງຕົນ ເຖິງວັນອຸໂປສົດພະສົງຂອງ ອົງຄະເຈົ້າ ໃຫ້ແຕ່ງຂັນດອກໄມ້ທູບທຽນໄປເຄນສັງຄະເຈົ້າ
8.    ເຖິງວັນສິນດັບສີນເພັງມາໃຫ້ນິມົນພະສັງຄະເຈົ້າມາສູນມຸງຄຸນເຮືອນ ແລ້ວທຳບຸນໃສ່ບາດຖວາຍທານ.
9.    ເມື່ອພະສົງມາບິນທະບາດນັ້ນຢ່າໃຫ້ເພິ່ນຄອຍຖ້າເວລາໃສ່ບາດກໍຢ່າໃຫ້ ຊູນບາດ ຊູນພິກຂຸສາມະເນນ ແລະ ຍາມໃສ່ບາດນັ້ນຢ່າໄດ້ໃສ່ເກີບ ກັ້ງຄັນຮົ່ມ ບໍ່ເອົາຜ້າປົກຫົວ ບໍ່ອູ້ມລູກຫຼານ ແລະຖືສາດຕາວຸດຕ່າງໆ.
10.   ເມື່ອພິກຂຸເຂົ້າປະລິດວາສະກຳຊຳລະເນື້ອຕົວແລ້ວເວລາອອກປະລິວາສະ ກຳໃຫ້ມີຂັນດອກໄມ້ທູບທຽນ ແລະເຄື່ອງອັດທະປະລິຂານໄປຖວາຍ.
11.   ເມື່ອພິກຂຸສັງຄະເຈົ້າກາຍມາ ໃຫ້ນັ່ງລົງຍໍມືໄຫວ້ກ່ອນ ແລ້ວຈິ່ງຄ່ອຍເຈລະຈາ.
12.   ຢ່າຢຽບເງົາເຈົ້າພິກຂຸສຳມະເນນ.
13.   ຢ່າເອົາອາຫານເງື່ອນຂອງຕົນກິນແລ້ວໄປທານໃຫ້ສັງຄະເຈົ້າ ແລະຢ່າເອົາໄວ້ຄອຍໃຫ້ຜົວກິນ.
14.   ຢ່າເສບກາມມະຄຸນໃນວັນສິນ ວັນເຂົ້າວັດສາ ວັນອອກວັດສາ ແລະ ວັນມະຫາສົງການຂຶ້ນປີໃໝ່.
ທັງໝົດ ເຫຼົ່ານັ້ນແມ່ນຮີດ 12 ຄອງ 14 ທີ່ຄົນລາວເຮົານັບຖືມາແຕ່ດຶກດຳບັນ ຈົນມາຮອດປັດຈຸບັນ ໄດ້ເຄົາລົບນັບຖື ແລະ ປະຕິບັດໃຫ້ຖືກກັບຮີດຄອງປະເພນີອັນດີງາມຂອງຊາດຕະຫຼອດມາ.
                 ບົດປະຖະກະຖາຂອງທ່ານ ໝູນແກ້ວ ອໍລະບູນ
ການອະນຸລັກ - ສົ່ງເສີມມູນເຊື້ອວັດທະນະທໍາອັນດີງາມຂອງຊາດລາວ
       I.     ນິຍາມຂອງວັດທະນະທໍາ
ວັດທະນະນໍາ ແມ່ນຜົນລວມຂອງການສ້າງສົມແຫ່ງພູມປັນຍາ ທີ່ໄດ້ຮັບການຖ່າຍທອດສືບຕໍ່ກັນມາຂອງສັງຄົມ ເຊິ່ງກວມທັງວິຖີຊີວິດການເປັນຢູ່ຂອງທັງໝົດຂອງສັງຄົມ, ຈິດໃຈຂອງຄົນ, ຄ່ານິຍົມ, ລັກສະນະນິໃສໃຈຄໍ, ແນວຄວາມຄິດ, ສະຕິປັນຍາ, ທ່າທີ, ວິທີປະຕິບັດຂອງມະນຸດຕໍ່ຮ່າງກາຍ ແລະ ຈິດໃຈຂອງຕົນ ພ້ອມທັງລັກສະນະຄວາມສໍາພັນລະຫວ່າງມະນຸດຕໍ່ທໍາມະຊາດແວດລ້ອມ...ເວົ້າໃຫ້ເຂົ້າໃຈ ແບບງ່າຍໆແລ້ວ ວັດທະນະທໍາກໍ່ໝາຍເຖິງສິ່ງທີ່ດີງາມ ສິ່ງທີ່ມີປະໂຫຍດແກ່ສັງຄົມ, ຄວາມສຸກສົມບູນ, ຄວາມສັດທາ, ຄວາມສາມັກຄີຜູກພັນເປັນອັນໜຶ່ງອັນດຽວກັນ ຂອງປະຊາຊົນລາວບັນດາເຜົ່າ ທີ່ບັນພະບຸລຸດເຮົາໄດ້ສ້າງໄວ້ໃຫ້ພວກເຮົາຮຸ່ນຄົນສືບທອດໄດ້ຮຽນຮູ້ ແລະ ຮັບຄວາມດີ ຄວາມງາມເຫລົ່ານັ້ນ ແລະ ພ້ອມກັນສືບທອດມໍລະດົກພູມປັນຍາທີລໍ້າຄ່າດັ່ງກ່າວ. ເວົ້າລວມແລ້ວ ວັດທະນະທໍາກໍ່ແມ່ນການສ້າງປະສົບການ, ຄວາມຮູ້ຄວາມສາມາດ ແລະ ສະຕິປັນຍາທັງໝົດທີ່ຊ່ວຍໃຫ້ມະນຸດໃຫ້ສັງຄົມນັ້ໆ ຄົງຢູ່ ແລະ ຂະຫຍາຍຕົວສືບຕໍ່ໆກັນມາ.
ເຊັ່ນດຽວກັບທັດສະນະຂອງພັກເຮົາ ວັດທະນະທໍາ ແມ່ນຄຸນຄ່າທັງໝົດທີ່ຄົນເຮົາປະດິດສ້າງຂື້ນ ດ້ວຍແຮງງານໃນຂະບວນການຜະລິດທັງວັດຖຸ ແລະ ຈິດໃຈ ໃນໄລຍະປະຫວັດສາດໃດໜຶ່ງ...ເອກະສານມະຕິ 9 ສະໄໝທີ V ກ່ຽວກັບວັດທະນະທໍາໃນໄລຍະໃໝ່ ໄດ້ກວມເອົາຊີວິດຈິດໃຈຂອງທົ່ວສັງຄົມລາວທີ່ສຸມໃສ່ແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດ, ຮີດຄອງປະເພນີ, ການສຶກສາ, ວິທະຍາການຕ່າງໆ ກ່ຽວກັບວັດທະນະທໍາ ເຊິ່ງໃນນັ້ນເປັນບັນຫາແນວຄິດ, ຄຸນສົມບັດ ແລະ ແບບແຜນດໍາລົງຊີວິດ ຖືວ່າເປັນຂົງເຂດສໍາຄັນເປັນພິເສດໃນຍຸກສະໄໝປະຈຸບັນ.
ວັດທະນະທໍາຍ່ອມ ມີການສືບທອດ ປະດິດສ້າງ ແລະ ປັບປຸງປ່ຽນແປງ ຫຼື ພັດທະນາໄປ ເພື່ອໃຫ້ສອດຄ່ອງຕາມສະພາບການດ້ານການເມືອງ, ເສດຖະກິດ-ສັງຄົມຂອງແຕ່ລະຍຸກສະໄໝ.
II.     ລັກສະນະຊາດ, ປະຊາຊົນ ແລະ ກ້າວໜ້າຂອງວັດທະນະທໍາ
1.   ລັກສະນະຊາດ:
ແມ່ນການສືບທອດຕໍ່ເນື່ອງ, ແມ່ນການປະສົມປະສານຢ່າງກາຍອິນຊີ ແລະ ກົມກຽວລະຫວ່າງມູນເຊື້ອ ແລະ ຍຸກສະໄໝ ເຊິ່ງຫາກຖືກຕັດຂາດຈາກມູນເຊື້ອແລ້ວ ພື້ນຖານວັດທະນະທໍາກໍ່ຈະຂາດບ່ອນອີງ, ຂາດພື້ນຖານເພື່ອການຂະຫຍາຍຕົວ. ແຕ່ໃນຂະນະດຽວກັນ ຖ້າຫາກບໍ່ເຮັດໃຫ້ວັດທະນະທໍາທັນສະໄໝ ກໍ່ຈະບໍ່ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນຊີວິດຈິດໃຈຂອງສັງຄົມທີ່ຂະຫາຍຕົວໃນປັດຈຸບັນ.
2.   ລັກສະນະປະຊາຊົນ
ແມ່ນວັດທະນະທໍາຂອງພວກເຮົາຢືນຍົງຄົງຕົວ ແລະ ຂະຫຍາຍຕົວໄດ້ ກໍ່ແມ່ນໂດຍປະຊາຊົນເພື່ອປະຊາຊົນ ແລະ ເປັນຂອງປະຊາຊົນ, ຕິດພັນກັບປະຊາຊົນ, ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະໜ້າຂອງປະຊາຊົນຢ່າງຖືກຕ້ອງ, ເສີມຂະຫຍາຍທີ່ແຮງໃນການປະດິດແຕ່ງ ແລະ ການປະກອບສ່ວນຂອງທົ່ວປວງຊົນ.
3.   ລັກສະນະກ້າວໜ້າ
ອັນທີໜຶ່ງ ວັດທະນະທຳຕ້ອງດ້ຮັບການກໍ່ສ້າງ ແລະ ຂະຫຍາຍຕົວບົນພື້ນຖານຄຸນຄ່າທາງດ້ານຈິໃຈອັນດີງາມ ສູງສົ່ງໃນມູນເຊື້ອຂອງຊາດ ແລະ ມີໂລກະທັດວິທະຍາສາດ ກ້າວໜ້າຂອງຍຸກສະໄໝເປັນສິ່ງເຍືອງທາງ
ອັນທີສອງ ພື້ນຖານວັດທະນະທຳອັນດີງາມຂອງຊາດຕ້ອງໄດ້ຮັບການບູລະນະປັບປຸງ ແລະເພີ່ມພູນຄູນສ້າງ ໂດຍມີການຮັບຮອງເອົາສິ່ງຍອດຍິ່ງແຫ່ງຄວາມສີວິໄລ ຂອງຍຸກສະໄໝ
ອັນທີສາມ ເນື້ອໃນຂອງວັດທະນະທຳຕ້ອງຍືດໝັ້ນໃນອຸດົມການຊຊອງລັດທິມາກ-ເລນິນ ແລະ ແນວທາງນະໂຍບາຍຂອງພັກ-ລັດ
ອັນທີສີ່ ວັັດທະນະທຳບໍ່ສະເພາະແຕ່ສະແດງອອກໃນແນວຄວາມຄິດເທົ່ານັ້ນ ຫາກຍັງຈະຕ້ອງສະແດງອອກໃຫ້ເຫັນປະຈັກຕາໃນພືດຕິກຳອີກດ້ວຍ. ທັງນີ້ ກໍ່ເພາະວ່າ ຄົນເຮົາມັກຈະເຂົ້າໃຈຜິດພາດ ກ່ຽວກັບຄວາມກ້າວໜ້າຂອງວັດທະນະທຳວ່າ ຕ້ອງທັນສະໄໝຢ່າງດຽວ ຊື່ງໃນຄວາມເປັນຈີງແລ້ວ ອັນໃດທັນສະໄໝ ກໍ່ບໍ່ແມ່ນວ່າຈະກ້າວໜ້າໂລດ ແລະ ບໍ່ແມ່ນວ່າ ເມື່ອເຮັດໃຫ້ທັນສະໄໝແລ້ວກໍບໍ່ຕ້ອງສົນນຳເອກກະລັກຂອງຊາດອີກ.
ບົດບາດ ແລະ ຄວາມສຳຄັນຂອງວັດທະນະທຳ
ວັດທະນະທຳ ເປັນພື້ນຖານແຫ່ງຄວາມໝັ້ນຄົງຍືນຍົງຄົງຕົວຂອງຊາດ ທັງເປັນນປັດໃຈ ຫຼື ກຳລັງດັນໃຫ້ເສດຖະກິດ-ສັງຄົມຂະຫຍາຍຕົວ ແລະ ທັງເປັນຈຸດໝາຍຂອງກາານພັດທະນາ.
ວັດທະນະທຳ ເປັນເອກະລັກທີ່ໂດດເດັ່ນປະຈຳຊາດ ເປັນທີ່ເອກອ້າງທະນົງໃຈ ແລະ ເປັນພື້ນຖານແຫ່ງຄວາມສາມະຄີຂອງປວງຊົນທັງຊາດ
ວັດທະນະທຳ ເປັນວິຖີການດຳລົງຊີວິດຂອງສັງຄົມແຕ່ລະຍຸກ ແຕ່ລະສະໄໝທີ່ໄດ້ຮັບການສືບທອດຈາກລຸ້ນຄົນໜຶ່ງ ສູ່ອີກລຸ້ນຄົນໜຶ່ງ ຫຼື ປະດິດສ້າງຂື້ນໃໝ່ ຫຼື ອາດຮັບເອົາຈາກສັງຄົມພາຍນອກເຂົ້າມາ ກາຍເປັນແບບແຜນການປະພຶດປະຕິບັດ ແລະ ການສະແດງອອກເຖິງຄວາມຮູ້ສຶກນຶກຄິດໃນສະຖານະການຕ່າງໆ ທີ່ສະມາຊິກໃນສັງຄົມດຽວກັນສາມາດເຂົ້າໃຈ ຊຶມຊາບ ແລະ ຍຶດຖືຮ່ວມກັນກາຍເປັນມໍລະດົກຕົກທອດສືບຕໍ່ໆກັນມາ.
III.     ສະພາບຫຍໍ້ທໍ້ທາງດ້ານວັດທະນະທໍາໃນໄລຍະທີ່ຜ່ານມາ
ໄປຄຽງຄູ່ກັບຜົນສໍາເລັດໃນທາງດ້ານເສດຖະກິດ ຕາມແນວທາງປ່ຽນແປງໃໝ່ຢ່າງມີຫລັກການຂອງພັກ ກໍ່ມີຫລາຍປະກົດການທີ່ບໍ່ດີ ແລະ ໜ້າເປັນຫ່ວງເກີດຂື້ນໃນຂົງເຂດຊີວິດວັດທະນະທໍາ ເຊັ່ນ: ຄ່ານິຍົມ ແລະ ແບບແຜນດໍາລົງຊີວິດແລ່ນນໍາເງິນ, ຄວາມມັກ ຄວາມນິຍົມທີ່ບໍ່ສົດໃສຈົບງາມ, ການເຊື່ອຖືງົມງວາຍມີທ່າຂະຫຍາຍຕົວ, ຄົນຈໍານວນບໍ່ໜ້ອຍ ເປັນຕົ້ນແມ່ນຖັນແຖວຊາວໜຸ່ມ ເຍົາວະຊົນບໍ່ຮູ້ຈັກຂະນົບທໍານຽມ, ປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດ, ມີການສວຍໃຊ້ຮີດຄອງປະເພນີເປັນເງື່ອນໄຂຫາລາຍໄດ້, ການເຄື່ອນໄຫວວັດທະນະທໍາ, ຝືນກັບຈັນຍາທໍາ ແລະ ລະບຽບກົດໝາຍຂອງບ້ານເມືອງ ເຊິ່ງບັນດາບັນຫາທັງໝົດເຫລົ່ານີ້ ນອກຈາກຈະຍັງບໍ່ທັນສາມາດແກ້ໄຂໄດ້ແລ້ວ ກໍ່ຍັງມີທ່າຂະຫຍາຍຕົວຕື່ມອີກ.
ບູຮານວັດຖຸອັນມີຄ່າຈໍານວນບໍ່ໜ້ອຍຖືກສູນເສຍ ຖືກລັກລອບເອົາໄປ ວັດທະນະທໍາພາຍນອກທີ່ເປັນພິດໄພ, ຊອດກະຈາໄດ້ເລີ່ມແຜ່ລາມເຂົ້າມາໃນປະເທດເຮົາ ອັນໄດ້ສ້າງຜົນກະທົບຕໍ່ມູນເຊື້ອວັດທະນະທໍາ ແລະ ຂະນົບທໍານຽມ ປະເພນີຂອງຊາດ ເຮັດໃຫ້ເອກະລັກບາງຢ່າງ ແລະ ສີສັນວັດທະນະທໍາ ດ້ວຍຫລາຍຮູບການ ແລະ ວິທີການເລີກແລບທີ່ແນບນຽນທີ່ສຸດ ເພື່ອປະຕິບັດການຫັນປ່ຽນໂດຍສັນຕໍ່ປະເທດເຮົາ.
ບັນຫາດ້ານອ່ອນ ແລະ ດ້ານຫຍໍ້ທໍ້ທາງວັດທະນະທໍາ ຂ້າພະເຈົ້າຈະລົງເລິກ ແລະ ຈໍາແນກຂ້ອນຂ້າງລະອຽດຕື່ມ ເນື່ອງຈາກປະຈຸບັນສັງຄົມີ ຄວາມເປັນຫວ່ງເປັນໄຍ ແລະ ຢູ່ໃນແງ່ລົບ. ມັນສະແດງອອກໃນດ້ານຊີວິດວັດທະນະທໍາໃນໄລຍະໄໝ່ ທີ່ຊີ້ໃຫ້ເຫັນສາເຫດຂອງຄວາມບໍ່ຜ່ອງໃສຢ່າງຈະແຈ້ງ ເປັນຕົ້ນອແມ່ນສາເຫດອັດຕະວິໄສໃນຕົວຂອງພວກເຮົາ ເຊິ່ງມີຄົນຈໍານວນໜຶ່ງ ເກີດມີສະພາບບໍ່ສະຫງົບພາຍໃນຈິດໃຈ ເກີດຄວາມລະແວງສົງໃສທີ່ບໍ່ມີເຫດຜົນ, ຄວາມເຊື່ອໝັ້ນຕໍ່ອຸດົມການກໍ່ຫລຸດໜ້ອຍຖອຍລົງເລື້ອຍໆ. ອັນນັ້ນ ແມ່ນປາກົດການທີ່ສະແດງໃຫ້ເຫັນຄວາມເຊື່ອມຖອຍທາງດ້ານຄຸນສົມບັດ ທັດສະນະຫລັກໝັ້ນ ກາຍເປັນຄົນເຊື່ອມທາດຂາດຄຸນ ພາໃຫ້ມີການສໍ້ລາດບັງຫລວງ, ຮັບສິນບົນ, ຄ້າຂາຍເຖື່ອນ ແລະ ສິ່ງບໍ່ດີອຶ່ນໆ ທັງນີ້ ກໍເພາະວ່າອົດບໍ່ລົນທົນບໍ່ໄດ້ ຕໍ່ການບຸກໂຈມຕີຂອງຄວາມຊິນເຄີຍ ທີ່ເຫັນແກ່ແຕ່ຜົນປະໂຫຍດສ່ວນຕົວ, ລັດທິເອກະຊົນ, ແບບແຜນການໃຊ້ຈ່າຍຫລິ້ນກິນຟູມເຟືອຍ, ອໍານາດຂອງເງິນຄໍາ ແລະ ລັດຖິອັດຖະປະໂຫຍດ. ອັນນັ້ນ ແມ່ນປະກົດການຫຍໍ້ທໍ້ຈໍານວນໜຶ່ງທີ່ພາໃຫ້ເຈັບເກົ້າເມົາຫົວ ເຊິ່ງບໍ່ເຄີຍມີມາກ່ອນໃນສາຍພົວພັນຄອບຄົວ, ສາຍພົວພັນຄູອາຈານກັບນັກຮຽນ, ລະຫວ່າງໝູ່ຄູ່ ເພື່ອນຟູງນໍາກັນ ອັນໄດ້ເຮັດໃຫ້ມາດຖານຄຸນຄ່າ ແລະ ແບບແຜນດໍາລົງຊີວິດທີ່ດີງາມຖືກປັ່ນປວນປ່ຽນປີ້ນໄປຈໍານວນໜຶ່ງ, ນັບທັງພາກສ່ວນປະຊາຊົນພົນລະເມືອງ, ຊາວໜຸ່ມ, ນັກຮຽນ, ນັກສຶກສາຈໍານວນໜຶ່ງ, ກໍ່ຍັງເຂົ້າໃຈ ແລະ ຮັບຮູ້ໜ້ອຍກ່ຽວກັບປະຫວັດສາດຂອງຊາດ, ກ່ຽວກັບຄຸນຄ່າມູນເຊື້ອທີ່ປະຫວັດສາດ ແລະ ການປະຕິວັດໄດ້ສ້າງຂື້ນມາ, ຮີດເກົ່າຄອງເດີມທີ່ບໍ່ປອດໃສາຈໍານວນໜຶ່ງທີ່ປະລະໄປແລ້ວ ພັດກັບຟື້ນຕົວຄືນມາ ເຊິ່ງມີບາງດ້ານກໍເພີ້ມເຕີມເສີມແຕ່ງໃຫ້ສັບສົນໜັກໜ່ວງຮ້າຍແຮງກວ່າເກົ່າ ເປັນຕົ້ນແມ່ນ: ການເຊື່ອຖືແບບງົມງວາຍ, ງານແຕ່ງດອງ, ງານຊາປະນະນະກິດສົບ, ບຸນສິນກິນທານຈໍານວນບໍ່ໜ້ອຍ ແມ່ນມຸງໃສ່ແຕ່ທຸລະກິດຫາລາຍໄດ້ດ້ານດຽວອອ້ຍຕ້ອຍ ຫຼື ອວດອ້າງຖານະປາລະມີຂອງຕົນ ຈາກນັ້ນ, ເຮັດໃຫ້ບໍ່ສາມາດຈໍາແນກອອກໄດ້ວ່າ ມູນເຊື້ອອັນເກົ່າແກ່ຂອງຊາດນັ້ນ ມີອັນໃດີອັນໃດບໍ່ດີ, ອັນໃດຖືກຕ້ອງເໝາະສົມໃຊ້ໄດ້ ອັນໃດຄວນອະນຸລັກຮັກສາ ແລະ ອັນໃດຄວນລົບລ້າງປະຖີ້ມ.. ໃນຂະນະດຽວກັນນັ້ນ ພັດເກີດມີແນວຄິດນິຍົມຂອງນອກ (ຂອງຕ່າງປະເທດ) ຢ່າງເປັນຂະບວນ ໂດຍສະເພາະແມ່ນຢູ່ໃນຂົງເຂດສິລະປະວັນນະຄະດີ ເຊັ່ນວ່າ: ການມ່ວນຊື່ນ, ການຟ້ອນ, ການເຕັ້ນ, ການຮ້ອງລໍາເພງ, ແບບນຸ່ງຖື...ທີ່ບໍ່ສອດຄ່ອງກັບວັດທະນະທໍາລາວ ເຊິ່ງບາງຄັ້ງຈົນເຖິງຂັ້ນໜ້າມືດຕາລາຍ ໄຮ້ເຫດຜົນ, ລອກລຽນແບບ ໂດຍບໍ່ຮູ້ເລືອກເຟັ້ນ (ມີລັກສະນະເສລີຊະຊາຍ) ແລະ ເປັນການໂຄສະນາເຜີຍແຜ່ວັດທະນະທໍາຂອງຕ່າງຊາດໂດຍບໍ່ຮູ້ສືກຕົວ, ໄດ້ມີຄວາມຄິດເຫັນ ແລະ ຂໍ້ສະເໜີຂອງສັງຄົມ ຜ່ານໂທລະສັບສາຍດ່ວນໃນວາລະກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VI ທີ່ຜ່ານມາ ຕໍ່ກະຊວງຖະແຫລງຂ່າວ ແລະ ວັດທະນະທໍາ ເຖິງ 20 ຂໍ້, ສ່ວນຫລາຍໃຫ້ແກ້ໄຂດ້ານຫຍໍ້ທໍ້ທາງດ້ານວັດທະນະທໍາ ຂ້າພະເຈົ້າຂໍນໍາອະນຸຍາດນໍາກອງປະຊຸມ ຍົກບາງຄໍາເຫັນດັ່ງກ່າວ:
ປັດຈຸບັນນີ້ ຂະບວນການຫລິ້ນຟູມເຟືອຍພວມເປັນບັນຫາຂອງສັງຄົມ ຊຶ່ງໃນນີ້ລວມທັງ ພະນັກງານ, ນັກຮຽນ, ນັກສຶກສາຢ່າງເປັນຂະບວນທີ່ສຸດ ໂດຍສະເພາະແມ່ນເວລາເລີກການຍາມແລງ ຮ້ານເບຍແຕ່ລະຮ້ານເກືອບເຕັມ. ນອກນັ້ນ, ການດື່ມເບຍຍັງຕິດພັນຢ່າງແໜ້ນແຟ້ນກັບຂະບວນການແຂ່ງຂັນກິລາຕ່າງໆ ເຊັ່ນ: ເຕະບານ, ໂຍນໝາກບູນ ແລະ ກິລາອຶ່ນໆ. ເມື່ອແຂ່ງຂັນແລ້ວ ຈະຊະນະຫຼືເສຍກໍ່ດື່ມເບຍ. ພ້ອມກັບຂະບວນການດັ່ງກ່າວນັ້ນ ການໂຄສະນາຂາຍເບຍກໍ່ຍັງເປັນຂະບວນການຟົດຟື້ນເໝືອນກັນ, ທຸກໆສືລວມທັງລັດ ແລະ ເອກະຊົນ ລ້ວນແຕ່ໂຄສະນາໃຫ້ຄົນລາວດື່ມເບຍ, ປ້າຍໂຄສະນາຂອງບໍລິສັດເບຍຢັງຢາຍກັນເກືອບທຸກຫົນທຸກແຫ່ງ. ໃຜໆກໍ່ເຂົ້າໃຈວ່າທຸລະກິດເບຍລາວມີລາຍໄດ້ດີ ແລະ ໃຫ້ການອຸປະຖໍາເກືອບທຸກໆ ງານຂອງສັງຄົມ.....ຄວນມີວິທີການແກ້ໄຂແນວໃດ ເພື່ອບໍ່ໃຫ້ຊາດອຶ່ນເບິ່ງວ່າ ສັງຄົມລາວຄືສັງຄົມຫລິ້ນກິນຟູມເຟືອຍ?
ບັນຫາໂສເພນີ ເກີດຂື້ນຫລາຍໃນແຕ່ລະແຂວງ ເນື່ອງຈາກການຂາດວຽກເຮັດງານທໍາ ຈຶ່ງມາຫາລາຍໄດ້ຕາມຮ້ານອາຫານ, ຮ້ານກິນດື່ມຕ່າງໆ. ພັກ ແລະ ລັດຖະບານເຮົາຈະມີວິທີການແນວໃດ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ຄ່ອຍໆ ຫລຸດລົງ ເພາະເຫັນວ່ານັບມື້ນັບຫລາຍຂື້ນ ອັນເປັນຜົນສະທ້ອນບໍ່ດີຕໍ່ຮີດຄອງປະເພນີຂອງລາວ, ເປັນການລະເມີດລະບຽບກົດໝາຍ...
ອັນນັ້ນ ແມ່ນໄພສັງຄົມທີ່ມີທ່າອ່ຽງເພີ່ມຂື້ນ, ການເມົາມົວນໍາແຕ່ຄວາມຕ້ອງການທາງດ້ານວັດຖຸພ້ອມດ້ວຍຕັນຫາພາໂລອັນຕໍ່າຕ້ອຍ, ແບບແຜນດໍາລົງຊີວິດທີ່ບໍ່ສົນນໍາຄຸນສົມບັດ, ບໍ່ສົນນໍາຫາງສຽງຂອງສັງຄົມ ແລະ ລະບຽບກົດໝາຍບ້ານເມືອງ ໄດ້ຊຸກຄົນຈໍານວນໜຶ່ງເຂົ້າສູ່ເສັ້ນທາງກໍ່ໂທດກໍາອັນໜັກໜາສາຫັດ. ປະກົດການຫຍໍ້ທໍ້ທີ່ເປັນພິດເປັນໄພຕໍ່ສັ່ງຄົມນັ້ນ ພວມເຮັດໃຫ້ສະພາວະສັງຄົມ-ວັດທະນະທໍາ ຂອງພວກເຮົາມົວໝອງບໍ່ແມ່ນໜ້ອຍ, ມັນໄດ້ສ້າງຄວາມບໍ່ພໍ່ໃຈຢູ່ພາຍໃນໝູ່ມະຫາຊົນ, ເຮັດໃຫ້ພື້ນຖານຈິດໃຈສັງຄົມເສື່ອມເສຍໄປເທື່ອລະໜ້ອຍ ເຊິ່ງເປັນເງື່ອນໄຂສະດວກໃຫ້ແກ່ຜະລິດຕະພັນວັດທະນະທໍາທີ່ເປັນພິດໄພ ຫຼື ຊອດກະຈາ ແຊກຊຶມເຂົ້າມາທໍາລາຍມ້າງເພວັດທະນະທໍາອັນດີງາມຂອງຊາດ ໄດ້ຢ່າງງ່າຍດາຍ ແລະ ເຮັດໃຫ້ການສ້າງວັດທະນະທໍາໃໝ່ຂອງພວກເຮົາປະສົບກັບຄວາມຫຍຸ້ງຍາກ.
IV.     ການອະນຸລັກ ແລະ ສົງເສີມມູນເຊື້ອວັດທະນະທໍາອັນດີງາມຂອງຊາດ.
1.   ການລະໂອກາດ ແລະ ສິ່ງທ້າທາຍ
ປັດຈຸບັນພວກເຮົາພວມຢືນຢູ່ຕໍ່ໜ້າສະພາບການສາກົນທີ່ມີການປ່ຽນແປງຢ່າງໄວວາ ແລະ ສັບສົນເຊິ່ງໃນນັ້ນ ກໍມີທັງຂໍ້ສະດວກ ແລະ ກໍມີທັງຂໍ້ຫຍຸ້ງຍາກ, ມີກາລະໂອກາດອັນໃໝ່ ເພື່ອສ້າງສາພັດທະນາປະເທດຊາດ, ແຕ່ກໍ່ມີທັງການທ້າທາຍທົດສອບຕ່າງໆ ນາໆ ທີ່ພວກເຮົາຕ້ອງໄດ້ເດັດດ່ຽວບຸກບືນຜ່ານຜ່າ. ສະນັ້ນຈຶ່ງຢາກຂໍ້ໃຫ້ພວກສະຫາຍຈົ່ງເອົາໃຈໃສ່ຕື່ມ ຕໍ່ບັນຫາພວກອິດທິກໍາລັງປໍລະປັກນໍາໃຊ້ວັດທະນະທໍາດໍາເນີນສົງຄາມຫັນປ່ຽນໂດຍສັນຕິຕໍ່ພວກເຮົາ ໂດຍສະເພາະແມ່ນເຂົາເຮັດໃຫ້ມີການຫັນປ່ຽນດ້ານແນວຄິດທັດສະນະ ຫລັກໝັ້ນ ແລະ ຄຸນທາດການເມືອງ. ພວກເຂົາໄດ້ນໍາໃຊ້ຫລາຍຮູບການ ນັບແຕ່ຕົວະຍົວະຫລອກລວງໃຫ້ເຂົ້າໃຈຜິດສ້າງຄວາມແຕກແຍກສາມັກຄີພາຍໃນ, ການຍົກບັນຫາແບບເລິກແລບ, ຈົນເຖິງການສ້າງເລື່ອງກ່າວຫາໃສ່ຮ້າຍປ້າຍສີ....ເປົ້າໝາຍກໍ່ແມ່ນບຸກເຂົ້າໃສ່ຊັ້ນຄົນ, ທຸກເຜົ່າ, ສາສະໜາ, ທຸກເພດ-ໄວ, ຕີເຂົ້າໃສ່ແນວຄິດຈິດໃຈຂອງພະນັກງານ, ມີທັງການຫລອກລວງ ຊວນເຊື່ອມມະຫາຊົນ ແລະ ອຶ່ນໆ ເນື້ອໃນແມ່ນນໍາໃຊ້ຂໍ້ອ້າງອີງສິດທິມະນຸດ, ບັນຫາປະຊາທິປະໄຕ, ບັນຫາເຜົ່າ ແລະ ສາສະໜາ, ມີທັງສ້າງຄວາມປັ່ນປວນທາງດ້ານແນວຄິດອຸດົມການດ ທັງສ້າງຄວາມລະແວງສົງໃສຕໍ່ການນໍາພາຂອງພັກ, ການຄຸຸ້ມຄອງຂອງລັດ, ທັງຫັນປ່ຽນຕີຕໍ່າ ແລະ ມ້າງເພທໍາລາຍເອກະລັກວັດທະນະທໍາແຫ່ງຄວາມເປັນຊາດ.
ປັດຈຸບັນນີ້ທ່າອ່ຽງໂລກາພິວັດພວມຂະຫຍາຍຢ່າງແຂງແຮງ, ການເຊື່ອມຍຸດຂອງບັນດາກຸ່ມອຸດສາຫະກໍາວັດທະນະທໍາທີ່ຍິ່ງໃຫຍ່ ຢູ່ບັນດາປະເທດອຸດສະຫະກໍາຂະຫຍາຍຕົວ ບັນດາຜະລິດຕະພັນສື່ສິ່ງພມ ສື່ໂຄສະນາ ການຮັບຟັງ, ການເບິ່ງຮູບເງົາ...ໄດ້ຫລັ່ງໄຫລເຂົ້າສູ່ປະເທດພວມພັດທະນາເວົ້າລວມ, ເວົ້າສະເພາະຫລັ່ງໄຫລເຂົ້າສູ່ປະເທດເຮົານັບມື້ນັບເພີ່ມຂື້ນ. ຂະແຫນງອຸດສະຫະກໍາວັດທະນະທໍາລວມມີອຸດສະຫະກໍາການບັນເທີງ, ການສະແດງ, ຮູບເງົາ, ໂທລະພາບ, ພິມຈໍາໜ່າຍ, ໂຄສະນາສິນຄ້າ...ໄດ້ຂະຫຍາຍຕົວດ້ວຍວິທະຍາສາດ ເຕັກໂນໂລຍີທີ່ທັນສະໄໝ. ການແກ້ງແຍ້ງສາກົນໃນຂົງເຂດດັ່ງກ່າວນີ້ ແມ່ນນັບມື້ນັບຈະເພີ່ມທະວີ ຖ້າເຮົາບໍ່ມີຄວາມຈໍາເປັນກໍ່ສ້າງຂະແໜງອຸດສະຫະກໍາວັດທະນະທໍາຂອງຊາດແລ້ວ ແນ່ນອນວ່າຜະລິດຕະພັນຂອງຕ່າງປະເທດຈະເຊື່ອມເຂົ້າມາ ແລະ ເຮັດໃຫ້ເອກະລັກວັດທະນະທໍາຂອງຊາດປ່ຽນຮູບປ່ຽນສີໄປ. ດັ່ງນັ້ນ, ພວກເຮົາຕ້ອງໄດ້ຮີບຮ້ອນກໍ່ສ້າງຂະແໜງອຸດສາຫະກໍາວັດທະນະທໍາຂອງປະເທດເຮົາ ໃຫ້ມີລະດັບໃກ້ຄຽງກັບບັນດາປະເທດໃນຂົງເຂດ ພາກພື້ນກໍ່ຄືໃນໂລກ.
ບັນຫາສໍາຄັນແມ່ນຕ້ອງຮູ້ ແລະ ເຂົ້າໃຈວ່າ ການຮຸກຮານດ້ານວັດທະນະທໍາ ມີຄວາມສາມ່າດເອົາຊະນະໄດ້ຫລາຍກວ່າການຮຸກຮານດ້ານການທະຫານ ແລະ ເສດຖະກິດ. ດັ່ງນັ້ນ ເລ່ກົນຂອງພວກຈັກກະພັດສາກົນ ຈຶ່ງນໍາໃຊບັນດາປັດໃຈວັດທະນະທໍາເຊັ່ນ: ສາສະໜາ, ຮູບພາບ, ສໍານຽງ, ການສະແດງ ແສງສີສຽງ...ເພື່ອເຮັດໃຫ້ມີການປ່ຽນແປງແບບແຜນດໍາລົງຊີວິດຂອງສັງຄົມ. ບົນພື້ນຖານດັ່ງກ່າວ ແມ່ນຈະນໍາໄປສູ່ການປ່ຽນແປງທັດສະນະທາງການເມືອງ ແລະ ລະບົບການເມືອງ... ດັ່ງນັ້ນ ວັດທະນະທໍາຈຶ່ງເປັນສະໜາມລົບໜຶ່ງທີ່ດຸເດືອດ, ສັບສົນ ເຊິ່ງພວກເຮົາຕ້ອງມີສະຕິລະວັງຕົວສູງ ເພື່ອຕ້ານກັບເລ່ກົນຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ກຸ່ມຄົນທີ່ບໍ່ຫວັງດີໃນຂົງເຂດແນວຄິດ ແລະ ວັດທະນະທໍາ.
2.   ກ່ຽວກັບວຽກງານປົກປັກຮັກສາ ແລະ ພັດທະນາວັດທະນະທໍາໃນໄລຍະໄໝ່.
ເພື່ອຕອບສະໜອງກັບຄວາມຕ້ອງການອັນໃໝ່ຂອງປະເທດຊາດ ໃນພາລະກິດແຫ່ງການປົກປັກຮັກສາ ລແະ ສ້າງສາປະເທດຊາດຂອງພວກເຮົານັ້ນ ໄປຄຽງຄູ່ກັບການພັດທະນາທາງດ້ານເສດຖະກິດ ພວກເຮົາຕ້ອງໄດ້ພ້ອມພາກັນປົກປັກຮັກສາ ແລະ ພັດທະນາວັດທະນະທໍາໃຫ້ມີຄວາມຈະເລີນກ້າວໜ້າ ແລະ ຂະຫຍາຍຕົວຂື້ນເລື້ອຍໆ. ສະນັ້ນ ການອະນຸລັກ ແລະ ສົ່ງເສີມມູນເຊື້ອວັດທະນະທໍາອັນດີງາມຂອງຊາດ ຕິດພັນກັບສິ່ງຫຍໍ້ທໍ້ທາງດ້ານວັດທະນະທໍາ ຕ້ອງໄດ້ເອົາໃຈໃສ່ດັ່ງນີ້:
-     ສຶກສາອົບຮົມໃຫ້ປະຊາຊົນບັນດາຊັ້ນຄົນໃຫ້ເຫັນແຈ້ງວ່າ ວັດທະນະທໍາອັນດີງາມຂອງຊາດເຮົາ ແມ່ນມໍລະດົກຕົກທອດອັນລໍ້າຄ່າຈາກບັນພະບຸລຸດ ເຊິ່ງຄົນໃນຊາດຕ່າງກໍ່ມີຄວາມເອກອ້າງທະນົງໃຈ ນັ້ນແມ່ນປັດໃຈອັນໜຶ່ງຂອງຄວາມເປັນມະນຸດ, ເປັນພື້ນຖານດ້ານຈິດໃຈຂອງສັງຄົມເປັນກໍາລັງດັນ ແລະ ເປັນຈຸດໝາຍຂອງການພັດທະນາປະເທດຊາດ, ສຶກສາອົບຮົມ ແລະ ບັນດາຊັ້ນຄົນໃຫ້ເຂົ້າໃຈແຈ້ງວ່າ ພັກ-ລັດ ເຮົາຍາມໃດກໍ່ຖືວັດທະນະທໍາເປັນບັນຫາສໍາຄັນຂອງຊາດ ຂອງການປະຕິວັດ.
-  ປົກປັກຮັກສາ ຟື້ນຟູບູລະນະຄຸນຄ່າມໍລະດົກວັດທະນະທຳ ເປັນຕົ້ນດ້ານສິນລະປະກຳ, ສິນລະປະສາດ, ບູຮານວັດຖຸ, ປູສະນີຍະສະຖານທີ່ສຳຄັນທາງປະຫວັດສາດ, ທັດສະນີຍະພາບ, ມູນເຊື້ອ ແລະ ເອກະລັກວັດທະນະທຳແຫ່ງຊາດ, ຈຳກັດປັດເປົ່າສິ່ງຫ້ລາຫຼັງ ງົມງວາຍ
-  ຄົ້ນຄ້ວາແຫຼ່ງກເນີດສິນລະປະຂອງຊາດ, ຮ່ອງຮອຍປະຫວັດສາດ, ເອກະລັກ, ມູນເຊື້ອ ແລະ ມໍລະດົກວັດທະນະທຳປະເພດຕ່າງໆ ທັງຂອງຊາດ ແລະ ຂອງເຜົ່າຕ່າງໆ ( ເອກະລັກຄົນລາວ, ສິລະປະວັນນະຄະດີ, ພາສາ, ສະຖາປັດຕະຍາກຳ ແລະ ອື່ນໆ ຂອງລາວແມ່ນແນວໃດ? ). ພ້ອມກັນນັ້ນ ກໍ່ໂຄສະນາເຜີຍແຜ່ວັດທະນະທຳລາວ ແລະ ສົ່ງຜະລິດຕະພັນຂອງຊາດອອກສູ່ພາຍນອກ ແລະ ເຮັດໃຫ້ຊາດຕ່າງປະເທດຮູ້ຈັກ ແລະ ເຂົ້າໃຈວັດທະນະທຳລາວ, ທັງເຮັດໃຫ້ຄົນລາວຮູ້ຈັກຮັບເອົາຜະລິດຕະພັນວັດທະນະທຳທີ່ມີຄູນຄ່າຈົບງາມຈາກພາຍນອກ ແລະ ສ້າງເງື່ອໄຂໃຫຫ້ປະຊາຊົນເຮົາຮູ້ຈັກວັດທະນະທຳຂອງຊາດອື່ນຫຼາຍຂື້ນ. ໝາຍຄວາມວ່າ ການປົກປັບຮັກສາ ແລະ ເສີມຂະຫຍາຍເອກະລັກຂອງຊາດຕ້ອງຕິດພັນກັບການເປີດກ້ວາງພົວພັນຮ່ວມມືດ້ານວັດທະທຳກັບນານາຊາດ ແລະ ສາກົນ.
-  ຊຸກຍູ້ຂະບວນການເຄື່ອນໄຫວວັດທະນະທຳຢູ່ຮາກຖານ ໂດຍຖືເອົາການສ້າງຄົນ, ຄອບຄົວ ແລະ ວັດທະນະທຳເປັນໃຈກາງ, ປຸກລະດົມຊຸກຍູ້ທົ່ວສັງຄົມເຂົ້າຮ່ວມການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ສ້າງຊີວິດວັດທະນະທຳໃໝ່ຢູ່ເຂດພູດອຍ ແລະ  ຊົນເຜົ່າ, ຊູກຍູ້ສິນລະປະວັນນະຄະດີຂອງມະຫາຊົນຢູ່ຂັ້ນບ້ານ, ກົມກອງ ແລະ ຫົວໜ່ວຍຮາກຖານ ຈັດຕັ້ງການແຂ່ງຂັນສິນລະປະວັນນະຄະດີ ກໍ່ຄືຈັດນິເທດສະການວັດທະນະທຳລະດັບຊາດ ລະດັບທ້ອງຖີ່ນໃຫ້ເປັນຂະບວນຟົດຟື້ນ
-  ແກ້ໄຂສະພາບບໍລິຫານຄອບງຳ ແລະ ທ່າອ່ຽງຫັນເອົາການເຄື່ອນໄຫວວັດທະນະທຳເປັນການຄ້າອ້ອຍຕ້ອຍ, ແກ້ໄຂການພົວພັນລະຫວ່ງວັດທະນະທຳ ກັບການຕະຫຼາດ ເພື່ອຫັນໄປສູ່ການສ້າງລາຍຮັບຢ່າງຖືກຕ້ອງຕາມລະບຽບກົດໝາຍເທື່ອລະກ້າວ. ເພີ່ມທະວີການຄູ້ນຄອງລັດ ເປັນຕົ້ນ ແມ່ນການຄູ້ນຄອງລະບຽບກົດໝາຍ ແລະ ນະໂຍບາຍຕ່າງໆ ໃຫ້ເດັດຂາດ ເຂັ້ມງວດຕໍ່ກໍລະນີເຄື່ອນໄຫວຜິດຕໍ່ລະບຽບກກົດໝາຍ.
-  ສູນກາງແນວລາວສ້າງຊາດ, ສະຫະພັນແມ່ຍີງ, ຊາວຫນູ່ມ, ກຳມະບານ ແລະ ອົງການພຸດທະສາດສະຫນາສຳພັນ ຄວນແນະນຳໄປຍັງການຈັດຕັ້ງຂອງຕົນຢູ່ທ້ອງຖິ່ນ ແລະ ຮາກຖານເພື່ອປຸກລະດົມຊູກຍູ້ແລະ ຊີ້ນຳທິດທາງໃຫ້ຄູບາ,  ອາຈານ, ແນວໂຮມ, ຊາວໜູ່ມ, ແມ່ຍິງຢູ່ແຕ່ລະບ້ານ ແຕ່ລະຮາກຖານ ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານວັດທະນະທຳໃຫ້ເປັນຂະບວນການຂອງມະຫາຊົນຢ່ງງກ້ວາງຂວາງ.



ไม่มีความคิดเห็น:

แสดงความคิดเห็น