ນໍາສະເໜີໂດຍ: ພຣະ ທອງລອນ ສຸວັນນະສານ.
ຫົວຂໍ້: ເລື່ອງ “ພະຍາສີສຸດໂທທະນາກ ແລະ ພະຍາສຸວັນນະນາກ”
I. 1. ທີ່ມາເຄົ້າກໍາເນີດຂອງບົດເລື່ອງ.
ເລື່ອງນີ້ແມ່ນໄດ້ຂໍ້ມູນມາຈາກ
ຍາພໍ່ມະຫາໂອກາດ ເພັດສີຊະນະວົງ “ນັກທໍາເອກ, ປະຣຽນທໍາປະໂຫຍກຫົກ” (ວັດສີເມືອງ)
ຕາມການໃຫ້ການຂອງຍາພໍ່ໂອກາດ ເພັດສີຊະນະວົງ ຢັ້ງຢືນວ່າແມ່ນການເລົ່າປາກຕໍ່ປາກກັນສືບຕໍ່ໆມາ
ນັກປະພັນແມ່ນໄດ້ແຕ່ງຂຶ້ນໃນສະໄຫມອານາຈັກຫນອງແສ.
- - ບົດເລື່ອງ “ພະຍາສີສຸດໂທທະນາກ ແລະ ພະຍາສຸວັນນະນາກ” ນິທານສັດ
ເປັນບົດເລື່ອງເທບນິຍາຍທີ່ບໍ່
ມີນາມປາກກາຜູ້ແຕ່ງ ຫລື ເທບນິຍາຍແມ່ນເລື່ອງເລົ່າພື້ນເມືອງທີ່ເລົ່າເຖິງການປະພຶດ,
ການເຄື່ອນໄຫວຂອງຕົວລະຄອນ ແຖນ, ເທວະບຸດ, ເທວະດາ, ຊັ້ນຟ້າ, ພະຍາອິນ, ພະຍາພົມ, ຜີສາງ,
ນາງໄມ້ ຕາມແນວຄິດຂອງຄົນບູຮານ. ເວົ້າອີກຢ່າງຫນຶ່ງວ່າ ຄໍາວ່າ “ເທບ” ມາຈາກພາສາປາລີວ່າ
“ສະຫວັນ, ຊັ້ນຟ້າ, ເທວະດາ” ສ່ວນຄໍາວ່າ “ນິຍາຍ” ມີຄວາມຫມາຍວ່າ “ນິທານ”
ແມ່ນເລື່ອງເວົ້າສືບຕໍ່ກັນມາເມື່ອໂຮມເຂົ້າກັນຈຶ່ງກາຍເປັນ “ເທບນິຍາຍ” ເຊິ່ງມີຄວາມຫມາຍວ່າ
“ຕໍານານ” ເລື່ອງທີ່ເວົ້າກ່ຽວແກ່ກັບ ເທບ, ເທວະບຸດ, ເທວະດາ, ພະຍາອິນ, ພະຍາພົມ,
ຜີສາງ, ນາງໄມ້. ເທບນິຍາຍແມ່ນຫມາກຜົນການປະດິດແຕ່ງ, ຫົວຄິດປະດິດສ້າງ ວັດທະນະທໍາທາງຈິດໃຈຂອງຄົນຢູ່ໃນລະບອບປະຖົມມະຊີບ
(ສັງຄົມບໍ່ມີຊົນຊັ້ນ) ສະນັ້ນ ຈຶ່ງເວົ້າໄດ້ວ່າ ໃນພື້ນຖານຂອງວັດທະນະທໍາຂອງແຕ່ລະຊາດ,
“ເທບນິຍາຍ” ແມ່ນຮູບການປະດິດແຕ່ງພື້ນເມືຶອງທີ່ເກີດຂື້ນກ່ອນຫມູ່,
ມັນຕິດແຫນ້ນກັບການເຄື່ອນໄຫວວຽກງານຕົວຈິງ, ການດໍາລົງຊີວິດ, ການເຊື່ອຖືຮີດຄອງປະເພນີ,
ຄວາມມຸ້ງມາດປາຖະຫນາຂອງຄົນເຮົາ. “ເທບນິຍາຍ”
ບໍ່ສະເພາະແຕ່ເປັນວິທີອະທິບາຍໂລກການເກີດຂື້ນຂອງປາກົດການຕ່າງໆຂອງຊາວບູຮານໃນສະໄຫມກ່ອນ
ຫາກຍັງແມ່ນການຢືນຢັນ ແລະ ສັນລະເສີນຫມາກຜົນການປະດິດແຕ່ງ, ຫົວຄິດປະດິດສ້າງ
ວັດທະນະທໍາ ແລະ ປະກອບສ່ວນປັບປຸງສາຍສໍາພັນທາງສັງຄົມ, ເພີ່ມຄວາມຮູ້,
ບົດຮຽນໃນດ້ານທໍາມະຊາດ, ປຸກລະດົມນໍ້າໃຈເຊື່ອຫມັ້ນໃນການຕໍ່ສູ້ເອົາໄຊຊະນະໄພທໍາມະຊາດ;
ພ້ອມກັນນັ້ນຍັງປະກອບສ່ວນກໍ່ສ້າງ, ທານຸຖະຫນອມມູນເຊື້ອດ້ານວັດທະນະທໍາ, ຄຸນສົມບັດ ແລະ
ຈິດໃຈສະຫງວນຄວາມງາມໃນຫມູ່ມະຫາຊົນບັນດາເຜົ່າອີກດ້ວຍ.
ເວົ້າລວມແລ້ວນັກປະພັນໃນສະໄຫມກ່ອນແມ່ນເພິ່ນມີຈິດສໍານຶກ,
ມີຄວາມສະຫລາດສະຫລຽວສາມາດຍົກເອົາຕົວລະຄອນສັດມາປຽບທຽບໃສ່ກັບຄົນພາຍໃນສັງຄົມຢ່າງສອດຄ່ອງ.
II. - ເນື້ອໃນລວມຂອງເລື່ອງ.
Ø
ເລື່ອງຫຍໍ້ ພະຍາສີສຸດໂທທະນາກ ແລະ ພະຍາສຸວັນນະນາກ (ຫລື ຕໍານານບັ້ງໄຟພະຍານາກ)
ໃນອະດີດຕະການມີພະຍານາກຜູ້ເປັນໃຫຍ່ສອງໂຕ ຄື ພະຍາສີສຸດໂທທະນາກ ແລະ
ພະຍາສຸວັນນະນາກ ຜູ້ເປັນໃຫຍ່ສອງໂຕ ທັງສອງເປັນສ່ຽວທີ່ຮັກແພງກັນ ແລະ
ມີຂໍ້ຕົກລົງປ່ຽນກັນອອກຫາອາຫານ ໃນເມື່ອຫາອາຫານໄດ້ແລ້ວກໍນໍາມາແບ່ງປັນເຊິ່ງກັນແລະກັນ
ຄັ້ງໜຶ່ງພະຍາສີສຸດໂທທະນາກ ໄດ້ອອກຫາອາຫານກັບມາໄດ້ຊ້າງໂຕໜຶ່ງ ກໍແບ່ງອາຫານທີ່ຫາມາໄດ້ອອກເປັນສອງສ່ວນ
ມີ ເນື້ອ, ໜັງ, ຂົນ ແລ້ວໃຊ້ໃຫ້ບໍລິວານຂອງຕົນນໍາອາຫານທີ່ແບ່ງແລ້ວ ໄປໃຫ້ພະຍາສຸວັນນະນາກ
ມື້ຕໍ່ມາແມ່ນພະຍາສຸວັນນະນາກອອກໄປຫາອາຫານໄດ້ເໝັ້ນໜຶ່ງໂຕກັບມາກໍໄດ້ປະຕິບັດເຊັ່ນດຽວກັນແບ່ງອາຫານອອກເປັນສອງສ່ວນ
ມີ ເນື້ອ, ໜັງ, ຂົນ, ແລ້ວກໍໃຫ້ບໍລິວານຂອງຕົນນໍາໄປສົ່ງໃຫ້ພະຍາສີສຸດໂທທະນາກ
ໃນເມື່ອພະຍາສີສຸດໂທທະນາກເຫັນອາຫານທີ່ສ່ຽວສຸວັນນະນາກນໍາມາໃຫ້ເຫັນວ່າບໍສົມຄວນກັບໂຕສັດທີ່ຫາມາໄດ້
ເບິ່ງຂົນຂອງມັນແລ້ວທັງໃຫຍ່ທັງຍາວແລະໜາ
ທຽບໃສ່ຂົນສັດຂອງຕົນທີ່ຫາມາໄດ້ຄັ້ງກ່ອນເສັ້ນນ້ອຍໆ ຍັງໄດ້ເນື້ອໜັງຫລາຍກວ່ານີ້
ພະຍາສີສຸດໂທທະນາກບໍຍອມຮັບອາຫານທີ່ພະຍາສຸວັນນະນາກສົ່ງໃຫ້ແລ້ວໃຊ້ໃຫ້ບໍລິວານຂອງຕົນນໍາໄປຄືນໃຫ້ພະຍາສຸວັນນະນາກພ້ອມທັງບອກວ່າບໍຮັບອາຫານທີ່ບໍເປັນທໍານໍາສ່ຽວທີ່ບໍຊື່ສັດ
ສ່ວນພະຍາສຸວັນນະນາກກໍໄດ້ອະທິບາຍທຸກຢ່າງແຕ່ກໍບໍເປັນປະໂຫຍດເລີຍ.
ສະນັ້ນຈຶ່ງເກີດເຫດສົງຄາມລະຫວ່າງພະຍານາກທັງສອງໂຕທີ່ຕ້ອງການເອົາຊະນະກັນເພື່ອຈະຄອງດິນແດນທັງໝົດພຽງຝ່າຍດຽວ
ການຕໍ່ສູ້ລະຫວ່າງນາກທັງສອງເຮັດໃຫ້ດິນສະທ້ານນໍ້າສະເທືອນທ້ອງຟ້າປັ່ນປ່ວນຫວັ່ນໄຫວໄປເຖິງສະຫວັນຊັ້ນຟ້າ
ໂລກມະນຸດ ແລະ ເມືອງບາດານ ຜ່ານໄປຈົນເຖິງເຈັດປີ ຮ້ອນເຖິງພະຍາອິນຜູ້ມີອໍານາດເໜືອສິ່ງໃດໃນສາມພິພົບນີ້
ຈຶ່ງໄດ້ມີອົງການຢຸດສູ້ຮົບລະຫວ່າງນາກທັງສອງ ແລ້ວໃຫ້ແຂ່ງຂັນກັນສ້າງແມ່ນໍ້າອອກຈາກໜອງກະແສໂດຍມີພູເຂົາພະຍາໄຟເປັນເຂດກັ້ນຫາກຝ່າຍໃດຮຸກຮານຮາວີຝ່າຍໃດກ່ອນ
ໃຫ້ໄຟມະໄລກັນເຜົາໄໝ້ເປັນຈຸນ ແຕ່ຫາກຝ່າຍໃດສ້າງແມ່ນໍ້າເຖິງເປົ້າໝາຍທະເລກ່ອນຈະມີລາງວັນໃຫ້ຄືປາບຶກໃຫຍ່
ຖ້າຜູ້ໃດໄດ້ກິນເປັນອາຫານຈະມີອາຍຸຍືນຍາວ ພະຍາສີສຸດໂທທະນາກໄດ້ນໍາບໍລິວານໄພພົນສ້າງແມ່ນໍ້າໄປທາງທິດຕາເວັນອອກຄົດໂຄ້ງຕາມພູເຂົາດ້ວຍຄວາມໃຈຮ້ອນຂອງພະຍາສີສຸດໂທທະນາກ
ຈຶ່ງເອີ້ນແມ່ນໍ້ານີ້ວ່າແມ່ນໍ້າໂຄ້ງ ຫລື ແມ່ນນໍ້າໂຂງ (ແມ່ນໍ້າຂອງ)
ສ່ວນພະຍາສຸວັນນະນາກໄດ້ສ້າງແມ່ນໍ້າໄປທາງທິດໃຕ້ດ້ວຍຄວາມໃຈເຢັນແລະພາກພຽນໂດຍເຊື່ອວ່າການສ້າງແມ່ນໍ້າເປັນທາງສາຍກົງຈະເຮັດໃຫ້ໄດ້ຮັບໄຊຊະນະ
ແມ່ນໍ້າສາຍນີ້ກໍຄືແມ່ນໍ້ານານ
ແຕ່ກໍຍ່ອມພາຍແພ້ໃຫ້ແກ່ພະຍາສີສຸດໂທທະນາກຜູ້ສ້າງແມ່ນໍ້າຂອງ ພະຍາສີສຸດໂທທະນາກກໍໄດ້ຂໍທາງຂຶ້ນລົງນຳພະຍາອິນ
ລະຫວ່າງ ເມືອງບາດານ ແລະ ໂລກມະນຸດ ທີ່ພະທາດດອຍຫລວງ (ພະທາດຫລວງວຽງຈັນ) ແລະ ຫາດດອນຈັນ
ສ່ວນທີ່ຢູ່ເກະດອນຄໍາຊະໂນດໄດ້ຮ້ອງຂໍເປັນກໍລະນີພິເສດເຊິ່ງທີ່ແຫ່ງນີ້ສາມາດເຊື່ອມຕໍ່ໄດ້ທັງສາມໂລກ
ກະຄືໂລກສະຫວັນ ໂລກມະນຸດ ແລະ ເມືອງບາດານ ໃນຄໍ່າຄືນມື້ຂຶ້ນ ສິບຫ້າຄໍ່າ
ເດືອນສິບເອັດເພັງ (ມື້ອອກພັນສາປະວໍລະນາ)
ພະຍາສີສຸດໂທທະນາກຈະໄດ້ຈູດບັ້ງໄຟຂຶ້ນມາແຕ່ພື້ນບາດານ ຫລື ເມືອງບາດານ ເພື່ອຖວາຍໃຫ້ແກ່ພຣະສັມມາສັມພຸທທະເຈົ້າ
ທີ່ສະເດັດລົງມາແຕ່ສະຫວັນຊັ້ນຕາວະຕິງສາ ທີ່ຈໍາພັນສາໂປຣດພະມານດາໃນກາລະຄັ້ງນັ້ນແລ.
ຮຽບຮຽງໂດຍ: ພຣະ ທອງລອນ ສຸວັນນະສານ ໂຮງຮຽນວິທະຍາໄລສົງອົງຕຶ້
ສາຍຄູພຸດທະສາດ-ພາສາລາວ.
ໃຫ້ຂໍ້ມູນໂດຍ:
ຍາພໍ່ມະຫາໂອກາດ ເພັດສີຊະນະວົງ ນັກທັມເອກ ປະຣຽນທັມປະໂຫຍກຫົກ (ວັດສີເມືອງ)
II - ການແບ່ງຕອນ.
v ບົດເລື່ອງນີ້ແບ່ງອອກເປັນ:
Ø
ຕອນທີ 1: ແຕ່່ໃນອະດີດຕະການມີພະຍານາກຜູ້ເປັນໃຫຍ່ສອງໂຕ...
ຈົນຮອດ ພະຍາສຸວັນນະນາກກໍໄດ້ອະທິບາຍທຸກຢ່າງແຕ່ກໍບໍ່ເປັນປະໂຫຍດເລີຍ.
-
ເນື້ອໃນຕອນນີ້ເວົ້າເຖິງພະຍາສີສຸດໂທທະນາກ ແລະ
ພະຍາສຸວັນນະນາກ ທັັງສອງໂຕໃນນັ້ນແມ່ນພະຍາສີສຸດໂທທະນາກບໍ່ເຂົ້າໃຈສ່ຽວ
ເພາະຄວາມຮູ້ເທົ່າບໍ່ເຖິງການຂອງພະຍາສຸດໂທທະນາກນັ້ເອງ.
Ø
ຕອນທີ 2: ສະນັ້ນຈຶ່ງເກີດເຫດສົງຄາມລະຫວ່າງນາກທັງສອງ...
ຈົນຮອດ ຜ່ານໄປຈົນເຖິງເຈັດປີ.
-
ເນື້ອໃນຕອນນີ້ເວົ້າເຖິງພະຍາສີສຸດໂທທະນາກກັບພະຍາສຸວັນນະນາກຕໍ່ສູ້ກັນ.
Ø
ຕອນທີ 3: ຮ້ອນເຖິງພະຍາອິນ... ຈົນຮອດ ໃນການລະຄັ້ງນັ້ນແລ.
-
ເນື້ອໃນຕອນນີ້ເວົ້າເຖິງການຮັບໄຊຊະນະ, ການໃຫ້ລາງວັນ, ການຂໍຮ້ອງຂອງພະຍາສີສຸດໂທທະນາກຕໍ່ກັບພະອິນ
ແລະ ຮີດຄອງປະເພນີຄວາມເຊື່ອຖືຂອງຊາວພຸດເຮົາ.
IV.
ການວິເຄາະ.
Ø ພຣະຍາສີສຸດໂທທະນາກສົ່ງອາຫານໃຫ້ສ່ຽວສຸວັນນະນາກ.
ໃນການປົກຄອງທີ່ມີລະບອບລາຊາເປັນປະມຸກລະຫວ່າງສອງກົກສອງເຫລົ່າ,
ມີເຄື່ອງບັນນາການສົ່ງໃຫ້ກັນລະຫວ່າງສອງກໍ້າສອງຝ່າຍ, ສ້າງສໍາພັນທະໄມຕຣີຈິດເຊິ່ງກັນແລະກັນ.
ມີນໍ້າໃຈໂອບອ້ອມອາລີ ນັບຖືແລະ ຮັກແພງກັນ, ຮັກສາຮີດຄອງປະເພນີອັນດີງາມ.
- ຮູບພາບຂອງຕົວລະຄອນພະຍາສີສຸດໂທທະນາກ ແລະ ພະຍາສຸວັນນະນາກ
ມັນໄດ້ສະແດງອອກໃຫ້ເຫັນ
ໃນນິທານເລື່ອງນີ້ຢ່າງຈະແຈ້ງເຖິງການພົວພັນລະຫວ່າງການໄປມາຫາສູ່ກັນ
ແລະ ມີມິດສະຫາຍທີ່ມີນໍ້າໃຈແບ່ງປັນອາຫານເຊິ່ງກັນແລະກັນ. ດັ່ງໃນເລື່ອງຂ້າງເທິງທີ່ໄດ້ກ່າວໄວ້ວ່າ
“ທັງສອງເປນສ່ຽວທີ່ຮັກແພງກັນ ແລະ ມີຂໍ້ຕົກລົງປ່ຽນກັນອອກຫາອາຫານ
ໃນເມື່ອຫາອາຫານໄດ້ແລ້ວກໍນໍາມາແບ່ງປັນເຊິ່ງກັນແລະກັນ”
- ພະຍາສີສຸດໂທທະນາກ ໃນຄວາມບໍ່ຮູ້ເທົ່າເຖິງການ ແລະ
ບໍ່ພິຈາລະນາສຶກສາທີ່ຖ້ວນຈຶ່ງໄດ້ເສຍສ່ຽວຜູ້ທີ່
ຈົ່ງຮັກພັກດີໄປ.
ດັ່ງໃນເລື່ອງຂ້າງເທິ່ງທີ່ກ່າວໄວ້ວ່າ “ພະຍາສຸດໂທທະນາກບໍ່ຍອມຮັບອາຫານທີ່ພະຍາສຸວັນນະນາກສົ່ງໃຫ້
ແລ້ວໃຊ້ໃຫ້ບໍລິວານຂອງຕົນນໍາໄປຄືນໃຫ້ພະຍາສຸວັນນະນາກພ້ອມທັງບອກວ່າບໍ່ຮັບອາຫານທີ່ບໍ່ເປັນທໍານໍາສ່ຽວທີ່ບໍ່ຊື່ສັດ”
- ພະຍາສຸວັນນະນາກ
ກໍໄດ້ອອກຫາອາຫານຕາມຂໍ້ຕົກລົງທີ່ສ່ຽວສີສຸດໂທທະນາກທີ່ທັງສອງຝ່າຍສັນຍາ
ແລະ
ຕົກລົງກັນໄວ້ໃນຄັ້ງນັ້ນ.
ແຕ່ຜົນອອກມາບໍ່ເພິ່ງພໍໃຈຕໍ່ກັບອາຫານຈົນເກີດເຫດໃຫ້ສອງສ່ຽວແຕກຄໍຜິດກັນດ້ວຍຄວາມບໍ່ເຂົ້າໃຈອີກພາຍຫນຶ່ງ.
ດັ່ງບົດເລື່ອງຂ້າງເທິງທີ່ກ່າວໄວ້ວ່າ
“ສ່ວນພະຍາສຸວັນນະນາກກໍໄດ້ອະທິບາຍທຸກງສິ່ງຢ່າງແຕ່ກໍບໍ່ເປັນປະໂຫຍດເລີຍ”
Ø ເກີດເຫດສົງຄາມລະຫວ່າງພະຍານາກສອງໂຕ
ຖ້າພວກເຮົາມາປຽບທຽບໃສ່ກັບລະບອບການປົກຄອງທີ່ມີກະສັດເປັນປະມຸກ ແລະ
ມີເຈົ້າກົກເຈົ້າເຫລົ່າສອງພັກສອງຝ່າຍແນ່ນອນຢູ່ແລ້ວໃນປະເທດນັ້ນໆ
ຕ້ອງມີການຂັດຄ້ານກັນເກີດຂຶ້ນເພື່ອຍາດຊີງອໍານາດຂຶ້ນຄອງລາດ ມັນກໍຕ້ອງມີການຕໍ່ສູ້ກັນຢ່າງດຸເດືອດຍາດເອົາໄຊຊະເພື່ອປົກຄອງແຜນດິນ
ບໍ່ຕ່າງຫຍັງເລີຍກັບປະເທດເພື່ອນບ້ານ ຕົວຢ່າງປະເທດໄທ
ທີ່ມີການໂຄ່ນລົ້ມລັດຖະບານເຮັດລັດຖະປະຫານກັນຂຶ້ນ
ເພື່ອຍາດຊີງອໍານາດຕໍາແຫນງຕ່າງຝ່າຍຕ່າງກໍບໍ່ຍ່ອມເຊິ່ງກັນແລະກັນ.
ດັ່ງເລື່ອງຂ້າງເທິງທີ່ກ່າວໄວ້ວ່າ “ເກີດເຫດສົງຄາມລະຫວ່າງນາກທັງສອງໂຕທີ່ຕ້ອງການເອົາຊະນະກັນ
ເພື່ອຈະຄອງດິນແດນທັງຫມົດພຽງຝ່າຍດຽວ”
- ພະຍານາກທັງສອງຕ່າງຝ່າຍຕ່າງກໍບໍ່ລົງລອຍເຊິ່ງກັນແລະກັນ
ເພື່ອຈະຍາດເອົາໄຊຊະນະ ແລະ ຄອບ
ຄອງດິນແດນພຽງຝ່າຍດຽວ
ຈົນເກີດເຫດເພດໄພຂຶ້ນ ດັ່ງເລື່ອງຂ້າງເທິງທີ່ກ່າວໄວ້ວ່າ “ການຕໍ່ສູ້ລະຫວ່າງນາກທັງສອງເຮັດໃຫ້ດິນສະທ້ານນໍ້າສະເທືອນທ້ອງຟ້າປັ່ນປ່ວນຫວັ່ນໄຫວໄປເທິງຊັ້ນຟ້າ
ໂລກມະນຸດ ແລະ ເມືອງບາດານ ຜ່ານໄປຈົນເຖິງເຈັດປີ”
- ຮູບການປົກຄອງໃນລະບອບພະມະຫາກະສັດເຊິ່ງມີປະມຸກເປັນເຈົ້າ
ຖ້າທຽບໃສ່ໃນສະໄຫມກ່ອນກະສັດອົງ
ໃດຕົກເປັນຫົວເມືອງຂຶ້ນໃຫ້ແກ່ເມືອງໃດ
ກະສັດອົງນັ້ນກໍຍ່ອມໄດ້ເຮັດຕາມຄໍາສັ່ງ ແລະ ຕ້ອງສົ່ງເຄື່ອງບັນນາການມາໃຫ້ບໍ່ວ່າຈະເປັນເຂົ້າຂອງ,
ເງິນ, ຄໍາ ແລະອື່ນໆທີ່ມີຄ່າລາຄາແພງ.
- ຜ່ານການອ່ານເລື່ອງທີ່ນໍາສະເຫມີມາຂ້າງເທິງນີ້
ຖ້າແມ່ນປະເທດໃດມີກະສັດປົກຄອງມີປະມຸກເປັນປະທານ
ປະເທດນັ້ນກໍຍ່ອມປັດສະຈາກໄປບໍ່ໄດ້
ດັ່ງຄໍາເວົ້າທີ່ວ່າ “ກົກຊີ້ຕາຍ-ປາຍຊີ້ເປັນ”
Ø
ເວົ້າເຖິງການຕັດສິນຂອງພະອິນ ແລະ
ຄໍາຮ້ອງຂໍຂອງພະຍາສີສຸດໂທທະນາກ.
ເມື່ອພະຍາອິນຜູ້ມີອໍານາດຍິ່ງໃຫຍ່ເຫນືອສິ່ງໃດຢູ່ໃນສາມພິພົບນີ້
ຈຶ່ງໄດ້ມີອົງການຢຸດສູ້ຮົບລະຫວ່າງນາກທັງສອງ
ແລ້ວໃຫ້ແຂ່ງຂັນກັນສ້າງແມ່ນໍ້າອອກຈາກຫນອງກະແສ ໂດຍມີພູເຂົາພະຍາໄຟເປັນເຂດກັ້ນຮາກຝ່າຍໃດຮຸກຮານຮາວີຝ່າຍໃດກ່ອນ
ໃຫ້ໄຟມະໄລກັນເຜົາໄຫມ້ເປັນຈຸນ
ແຕ່ຫາກຝ່າຍໃດສ້າງແມ່ນໍ້າເຖິງເປົ້າຫມາຍທະເລກ່ອນພະຍາອິນຈະມີລາງວັນໃຫ້ຄືປາບຶກໃຫຍ່
ຖ້າໃຜໄດ້ກິນຈະມີອາຍຸຍືນຍາວ.
- ພະຍາສີສຸດໂທທະນາກໄດ້ນໍາພາໄພພົນບໍລິວານສ້າງແມ່ນໍ້າໄປທາງທິດຕາເວັນອອກ
ຄົດໂຄ້ງໄປຕາມ
ພູເຂົາດ້ວຍຄວາມໃຈຮ້ອນ
ຈຶ່ງເອີ້ນແມ່ນໍ້ານີ້ວ່າ ແມ່ນໍ້າໂຄ້ງ ຫລື ແມ່ນໍ້າໂຂງ ( ແມ່ນໍ້າຂອງ ) ຍ້ອນສາເຫດນີ້
ພະຍາສີສຸດໂທທະນາກ ຈຶ່ງຮັບໄຊຊະນະ ແລະ
ຈຶ່ງສ້າງແມ່ນໍ້າເຖິງເປົ້າຫມາຍຮອດທະເລກ່ອນພະຍາສຸວັນນະນາກ
ແລ້ວພະຍາສີສຸດໂທທະນາກກໍໄດ້ຂໍທາງຂຶ້ນລົງນໍາພະຍາອິນ ລະຫວ່າງ ເມືອງບາດານ ແລະ ໂລກມະນຸດ
ທີ່ພະທາດດອຍຫລວງ ( ພະທາດຫລວງວຽງຈັນ ) ແລະ ຫາດດອນຈັນ
ສ່ວນທີ່ຢູ່ເກາະດອນຄໍາຊະໂນດໄດ້ຮ້ອງຂໍເປັນກໍລະນີພິເສດ ເຊິ່ງທີ່ແຫ່ງນັ້ນ
ແມ່ນສາມາດເຊື່ອມຕໍ່ໄດ້ທັງສາມໂລກ ກໍຄື ໂລກສະຫວັນ ໂລກມະນຸດ ແລະ ເມືອງບາດານ
ນອກຈາກນັ້ນ ໃນຄໍ່າຄືນມື້ຂຶ້ນ ສິບຫ້າຄໍ່າ ເດືອນສິບເອັດເພັງ ( ມື້ອອກພັນສາປະວໍລະນາ )
ພະຍາສີສຸດໂທທະນາກ ຈະໄດ້ຈູດບັ້ງໄຟຂຶ້ນມາແຕ່ພື້ນບາດານ ຫລື ເມືອງບາດານນັ້ນເອງ
ເພື່ອຖວາຍໃຫ້ແກ່ພະສໍາມາສໍາພຸດທະເຈົ້າ ທີ່ສະເດັດລົງມາແຕ່ສະຫວັນຊັ້ນຕາວະຕິງສາ
ທີ່ຈໍາພັນສາໂປດພະມານດາໃນການລະຄັ້ງນັ້ນແລ.
- ກ່າວເຖິງພະຍາສຸວັນນະນາກ ແມ່ນໄດ້ສ້າງແມ່ນໍ້າໄປທາງທິດໃຕ້ດ້ວຍຄວາມໃຈເຢັນ
ແລະ ພາກພຽນໂດຍ
ເຊື່ອວ່າການສ້າງແມ່ນໍ້າເປັນທາງສາຍກົງຈະໄດ້ຮັບໄຊຊະນະ
ແມ່ນໍ້າສາຍນີ້ກໍຄືແມ່ນໍ້ານານ ແຕ່ພະຍາສຸວັນນະນາກຈະພະຍາຍາມ ແລະ ພາກພຽນເຖິງປານໃດກໍຕາມ
ກໍຕ້ອງຍ່ອມພາຍແພ້ໃຫ້ແກ່ພະຍາສຸດໂທທະນາກຜູ້ທີ່ສ້າງໄປຮອດຈຸດເປົ້າຫມາຍ ແລະ
ເຖິງທະເລກ່ອນ. ແຕ່ເຫດການຈະເປັນຢ່າງໃດກໍຕາມ ຈຶ່ງມີຄໍາເວົ້າທີ່ວ່າ
“ແພ້ເປັນພຣະ-ຊະນະເປັນມານ”
- ຖ້າເວົ້າເຖິງການປົກຄອງໃນລະບອບໃດຫນຶ່ງນັ້ນ
ຖ້າບຸກຄົນນັ້ນປົກຄອງບ້ານເມືອງບໍ່ມີຄວາມທ່ຽງຕົງ
ຕັດສິນຄະດີໂດຍບໍ່ຊອບທໍາ
ແລະ ບໍ່ພິນິດພິຈາລະນາໃຫ້ຖ້ວນຖີ່ແລ້ວ. ຕົງຢ່າງ: ມີບຸກຄົນກຸ່ມຫນຶ່ງທີ່ກະທໍາຄວາມຜິດແລ້ວໃຫ້ຄົນອື່ນຮັບໂທດແທນ
ນີ້ຫມາຍເຖິງຄວາມບໍ່ຢຸດຕິທໍາຂອງສັງຄົມ ດັ່ງຄໍາເວົ້າທີ່ວ່າ “ແພະຮັບບາບ”
- ສຸດທ້າຍຄວາມໂມໂຫໂທໂສຂອງພະຍາສີສຸດໂທທະນາກ
ກໍ່ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຂາດສະຕິບໍ່
ຕຶງຕອງພິນິດພິຈາລະນາຢ່າງຖ້ວນຖີ່
ແລະ ເຮັດໃຫ້ເຈົ້າຂອງຂາດເພື່ອນທີ່ດີ ມິດສະຫາຍທີ່ຫາໄດ້ຍາກຄືພະຍາສຸວັນນະນາກ.
- ນອກຈາກເວົ້າເຖິງການຕໍ່ສູ້ທາງດ້ານແນວຄິດ ສະຕິປັນຍາ ຄວາມຮູ້ເທົ່າບໍ່ເຖິງການຂອງພະຍາສຸດໂທທະ
ນາກແລ້ວ
ເມື່ອເຮົາມາປຽບທຽບໃສ່ບົດບາດຄົນເຮົາພາຍໃນສັງຄົມແລ້ວ ບໍ່ວ່າຈະເປັນຊາວຫນຸ່ມ ເພດຍິງ
ນັກຮຽນ ນັກສຶກສາເຮົາຕ້ອງມີສະຕິລະວັງຕົວຢ່າໄດ້ເປັນຄົນຫູເບົາໃຈງ່າຍຕ້ອງເປັນຄົນທີ່ມີຄວາມອຸ່ນອ່ຽງທຸ່ນທ່ຽງມີສະຕິຕໍ່ຕົນເອງຢູ່ສະເຫມີ
ບໍ່ວ່າຈະເຮັດວຽກງານໃດກໍຕ້ອງພິນິດພິຈາລະນາໃຫ້ຄັກແນ່ແລ້ວຈຶ່ງຄ່ອຍລົງມືເຮັດມືທໍາ.
V.
ດ້ານສິນລະປະໃນການແຕ່ງ.
ບົດເລື່ອງນີ້ ໄດ້ສ້າງໃຫ້ຜູ້ອ່ານ ຜູ້ຟັງ ການເລົ່າປາກຕໍ່ປາກໃຫ້ເຂົ້າໃຈງ່າຍ
ແລະ ມີຄວາມຕິດອົກຕິດໃຈເລື່ອງນີ້ຍັງເຮັດໃຫ້ຄົນຟັງຄົນອ່ານຕິດອົກຕິດໃຈ ແລະ
ມີຂໍ້ຄິດພິນິດພິຈາລະນາ ມີສະຕິປັນຍາ
ຕັດສິນເລື່ອງລາວຕ່າງໃນການດໍາລົງຊີວິດພາຍໃນສັງຄົມ. ເລື່ອງນີ້ໄດ້ສ້າງຂຶ້ນຕາມການເວລາ
ແລະ ຖືກຕ້ອງຕາມສະຖານທີສະພາບຕົວຈິງ ຮີດຄອງປະເພນີ.
ໃນການຈັດວາງຕົວລະຄອນຜູ້ອ່ານຜູ້ຟັງໄດ້ເຫັນຢ່າງຈະແຈ້ງ ຕົວລະຄອນທຸກຕົວມີການເຄື່ອນ ໄຫວຢ່າງເຫມາະສົມ
ການໃຊ້ສັບພາສາແມ່ນເຂົ້າໃຈງ່າຍ ດັ່ງນັ້ນ ບົດເລື່ອງນີ້ ຈຶ່ງມີຄວາມດຶງດູດ ມີຊີວິດຊີວາ
ພ້ອມກັນນັ້ນ ຍັງໃຫ້ຂໍ້ຄິດສະຕິປັນຍາອີກດ້ວຍ.
VI. - ສະຫລຸບລວມ.
ບົດເລື່ອງ “ພະຍາສີສຸດໂທທະນາກ ແລະ ພະຍາສຸວັນນະນາກ”
ແມ່ນຫມາກຜົນນັກປາດອາຈານຜູ້ທີ່ເພິ່ນມີຄວາມຮູ້ຄວາມສາມາດສະຫລຽວສະຫລາດ ບົດເລື່ອງນີ້
ມັນໄດ້ສ່ອງແສງໃຫ້ເຮົາເຫັນເຖິງຄາມພາກພຽນຂອງນັກປາດອາຈານຜູ້ສະຫລາດຮູ້ໃນການແຕ່ງນິທານຂຶ້ນ
ເພື່ອເປັນອາວຸດໃນການເຜີຍແພ່ດ້ານສິນທໍາຕໍ່ກັບມ່ວນມະຫາຊົນ.
- ບົດເລື່ອງດັ່ງກ່າວ
ເຖິງວ່າຈະມີຈຸດດີຄືໄດ້ວິເຄາະຜ່ານມາຂ້າງເທິງນັ້ນ ພວກເຮົາກໍສາມາດເຫັນໄດ້ວ່າຍັງມີ
ຕົວລະຄອນຂາດຕົກບົກຜ່ອງຢູ່ເຊັ່ນ:
ພະຍາສຸວັນນະນາກເຖິງວ່າຈະມີຄວາມຊື່ສັດບໍລິສຸດພາກພຽນປານໃດກໍຕາມ
ແຕ່ການຂາດສະຕິພິນິດພິຈາລະນາຂອງພະຍາສຸດໂທທະນາກໃນການບໍ່ເຂົ້າໃຈສ່ຽວເລື່ອງການແບ່ງປັນ
ເນື້ອ ຫນັງ ຂົນ ຂອງໂຕເຫມັ້ນນັ້ນເອງ.
- ແຕ່ເຖິງຢ່າງໃດກໍຕາມໃນບົດເລື່ອງກໍມີປະໂຫຍດພາໃຫ້ເກີດສະຕິປັນຍາ
ອາດຈະມີຜູ້ຊະນະ ແລະ ຜູ້ພາຍ
ແພ້ກໍຕາມພວກເຮົາຄວນຈະເບິ່ງເຫດ ແລະ ຜົນສາກ່ອນວ່າຈຸດເລີ່ມຕົ້ນແມ່ນໃຜຜິດໃຜຖືກ
ແລະ ເປັນຄວາມເຂົ້າ
ໃຈຜິດຂອງໃຜກ່ອນທີ່ບໍ່ມີເຫດແລະຜົນ ບໍ່ມີການພິນິດໄສພິຈາລະນາເບິ່ງກ່ອນວ່າ
ສິ່ງນັ້ນຖືກຕ້ອງແລ້ວບໍ ແລະ ຍ້ອນເປັນນໍາຄວາມຮູ້ເທົ່າບໍ່ເຖິງການຂອງຝ່າຍຫນຶ່ງນັ້ນເອງ.
- ໃນການສຶກສາຄົນເຮົາໃຫ້ມີສະຕິປັນຍາຕໍ່ຕົນເອງ ມີນໍ້າໃຈສາມັກຄີ
ຊື່ສັດບໍລິສຸດ ເອື້ອເຝື້ອເພື່ອແຜ່ ຊອກຮູ້
ຮໍ່າຮຽນນໍາຄູບາອາຈານ ຫມູ່ເພື່ອນໃຫ້ມີສະຕິປັນຍາ ແລະ
ກໍຮູ້ຫມູນໃຊ້ຄວາາມຮູ້ຂອງຕົນເອງເຂົ້າໄປນໍາໃຊ້ໃນການເຄື່ອນໄຫວຊີວິດປະຈໍາວັນ ແລະ
ຮັບໃຊ້ສັງຄົມໃຫ້ດີຂຶ້ນໄປ.
ເອົາບົດເລື່ອງເທບນິຍາຍຫມາກນ້ຳເຕົ້າປຸງລົງໃຫ້ເບິ່ງແລະແບ່ງຕອນກັບອະທິບາຍເນື້ອໃນໃຫ້ເດ່
ตอบลบ