วันศุกร์ที่ 20 มกราคม พ.ศ. 2560

ນຳສະເໜີໂດຍ: ພຣະ ທອງລອນ ສຸວັນນະສານ.
ຫົວຂໍ້: ເພື່ອນໃຈ.

Ø  ບົດວິເຄາະຕົວລະຄອນ ພິມປະພັນໃນເລື່ອງ ມັດສາຫຼົງເຫຍື່ອ ຂອງບົດຂຽນເພື່ອນໃຈ. 
ພິມປະພັນ ເປັນຕົວລະຄອນເອກໃນເລື່ອງ ເປັນຕົວແທນໃຫ້ແກ່ແມ່ຍິງລາວຜູ້ທີ່ຮູ້ຈັກຮີດຄອງປະເພນີ ມີຮູບຮ່າງໜ້າຕາດີ ກໍາເນີດໃນຄອບຄົວທີ່ມີຖານະດີ, ເປັນຄົນທີ່ມີລະດັບການສຶກສາສູງ ຮຽນຈົບອັກສອນສາດຈາກສະຫະລັດອາເມລີກາ ແລ້ວຖືກມອບໝາຍໃຫ້ມາເປັນອາຈານສອນຢູ່ສະຖາບັນແຫ່ງໜຶ່ງ ເຊິ່ງເປັນຜູ້ຄຸ້ມຄອງນັກສຶກສາຍິງ, ນາງເປັນຄົນຖືກສຶກສາອົບຮົມບົ່ມສອນມາດີມັກຊອກຮູ້ຮໍ່າຮຽນຮັກໃນການອ່ານປຶ້ມທຸກປະເພດ ມີກິລິຍາມາລະຍາດ ຮູ້ວຽກເຮືອນການຊານ ຮູ້ຈັກຖະໜອມຖ່ອມຕົວ ມີຄວາມອົດທົນເຂັ້ມແຂງ ມີຄວາມຮັບຜິດຊອບໃນໜ້າທີ່ວຽກງານ ເຖິງວ່ານາງຈະຖືກພວກນັກສຶກສາກ່າວປະນາມໂຈມຕີກໍຕາມ ແຕ່ນາງກໍ່ຍັງຄອຍເປັນຫ່ວງເປັນໄຍ ຄອຍກວດກາເບິ່ງຄວາມເປັນລະບຽບຮຽບຮ້ອຍ ໃນຍາມຄໍ່າຄືນຢູ່ສະເໝີ ເວລາທີ່ເຫັນນັກສຶກສາກະທໍາຜິດນາງກໍ່ໄດ້ກ່າວເຕືອນສັ່ງສອນ, ເປັນຄົນທີ່ມີຄວາມເມດຕາ ສະແດງອອກໃນຕອນ ແສງຫຼ້າເປັນລົມຢູ່ຫ້ອງນໍ້າ ນາງໄດ້ນໍາສົ່ງໂຮງໝໍ, ເປັນຄົນທີ່ຍຶດໝັ້ນຕໍ່ຄວາມຮັກຄື ພາຍຫຼັງທີ່ ປະຊາຜູ້ເປັນຄົນຮັກໄດ້ເສຍຊີວິດຈາກອຸບັດຕິເຫດລົດຕໍາແລ້ວ ເຖິງວ່າມີຊາຍອື່ນມາກ້ຽວວຽນຂໍຄວາມຮັກ ແຕ່ກໍ່ປະຕິເສດ ເພາະເສຍໃຈນໍາຄວາມຮັກທີ່ສູນເສຍໄປ, ເປັນຄົນທີ່ມີແນວຄິດຖືກຕ້ອງເບິ່ງກວ້າງມອງໄກເຫັນໄດ້ຄວາມເຊື່ອມຊາມຂອງສັງຄົມໃນໃຕ້ລະບອບການປົກຄອງຂອງພວກລ່າເມືອງຂຶ້ນອາເມລີກາ ທີ່ພາໃຫ້ຊາວໜຸ່ມມົວຫຼົງກັບສິ່ງອະບາຍຍະມຸກ ມົວເມົານໍາການຫຼິ້ນກິນຟຸມເຟືອຍ ເຫັນເງິນຄໍາຍົດສັກຕໍ່າແໜງເປັນໃຫຍ່ໃນສັງຄົມສະໄໝນັ້ນ.
ຜ່ານຈາກການວິເຄາະມາຂ້າງເທິງເຫັນວ່າຄຽງຄູ່ກັບສິ່ງທີ່ດີນັ້ນ ນາງຍັງເປັນຄົນທີ່ບໍ່ເຫັນໄດ້ຄຸນຄ່າຂອງຄວາມຮັກທີ່ແທ້ຈິງ ຈົນເປັນສາເຫດເຮັດໃຫ້ຄົນທີ່ຮັກຕົນເອງຕ້ອງເສຍຊີວິດ.
ສະຫຼຸບແລ້ວ ພິມປະພັນ ເປັນຄົນທີ່ງາມທາງດ້ານກາຍ ແລະ ໃຈ, ມີແນວຄິດທີ່ຖືກຕ້ອງມອງກວ້າງເຫັນໄກ, ມີຄວາມອົດທົນເຂັ້ມແຂງ ແລະ ມີຄວາມຮັບຜິດຊອບ. ແຕ່ນາງພັດເປັນຄົນບໍ່ຮູ້ຈັກອະໄພໃນຄວາມຮັກ.
          

3 ความคิดเห็น: