วันศุกร์ที่ 20 มกราคม พ.ศ. 2560

ນຳສະເໜີໂດຍ: ພຣະ ທອງລອນ ສຸວັນນະສານ.
ຫົວຂໍ້: ວິເຄາະວັດນະຄະດີລາວເລື່ອງນາງແຕ່ງອ່ອນ.
1.ທີ່ມາເຄົ້າກໍາເນີດຂອງບົດເລື່ອງ.
ພື້ນນາງແຕງອ່ອນເປັນພື້ນເກົ່າແກ່ທີ່ປວງຊົນລາວແຕ່ເຫນືອຮອດໃຕ້ ຕະຫລອດເຖິງຄົນລາວຢູ່ນອກເຂດແດນລາວ ກໍລ້ວນແຕ່ຮູ້ຈັກ ແລະ ນິຍົມຊົມຊອບ ພື້ນນາງແຕງອ່ອນ ນັບວ່າເປັນວັນນະກໍາເອກ ເລື່ອງຫນຶ່ງຂອງລາວ ທີ່ມີຄວາມຍາວ ແລະ ມີຕົວລະຄອນຫລາຍເລື່ອງ ເຊິ່ງເຮັດໃຫ້ຜູ້ອ່ານ ໃນເມື່ອອ່ານແລ້ວ ເກີດຄວາມເພີດເພີນ ມ່ວນຊື່ນ ໄປກັບຕົວລະຄອນເຫລົ່ານັ້ນ ເລື່ອງນາງແຕ່ງອ່ອນ ນີ້ແມ່ນບໍຮູ້ວ່າຜູ້ໃດເປັນຜູ້ແຕ່ງ ບໍມີນາມປາກກາ ແລະ ແຕ່ງຂຶ້ນໃນຍຸກໃດສະໄຫມໃດຍັງບໍຮູ້ລາຍລະອຽດຢ່າງແນ່ນອນ ພຽງແຕ່ສັນນິຖານວ່າ ອາດແຕ່ງຂຶ້ນໃນສະໄຫມອານາຈັກລາວລ້ານຊ້າງ ກໍຍັງບໍແນ່ໃຈ ແຕ່ບົດເລື່ອງທີ່ນໍາມາເຮັດບົດວິພາກນີ້ ແມ່ນພິມຂຶ້ນໃຫມ່ ທີ່ ນະຄອນຫລວງວຽງຈັນ ວັນທີ 12 ເດືອນ ສິງຫາ ປີ 2011
ກ.ເນື້ອໃນລວມຂອງເລື່ອງ.
ພະຍາອິນໄດ້ສົ່ງນ້ອງຊາຍຫລ້າຫັດສະໄນ ລົງເອົານໍ້າເຕົ້າແກ້ວຫົດໃສ່ສອງອ້າຍນ້ອງຄືນມາ ແລ້ວຫັດສະໄນຫົດນໍ້າເຕົ້າແກ້ວຈາກຮ່າງກາຍເປັນສັດກັບຄືນມາເປັນມະນຸດທີ່ມີຮູງໂສມງົດງາມ ແລະ ນາງແຕງອ່ອນ ” ກໍຟື້ນໂຕກັບກາຍມາເປັນຄົນງົດງາມກວ່າເກົ່າ ສ່ວນກຸມພາກໍບວດເປັນລືສີ ແລະ ນາງແຕງອ່ອນກໍບວດເປັນຊີ ທ້າວຫັດສະໄນກໍໄດ້ໂຜດເຄື່ອງນຸ່ງໃຫ້ພ້ອມ ແຕ່ລະມື້ນາງແຕງອ່ອນໄດ້ໄປຊອກຫາຫົວເຜືອກຫົວມັນ ແລະ ຫມາກໄມ້ມາສູ່ອ້າຍກິນກໍຄື “ ທ້າວກຸມພາ ” ແລ້ວທ້າວຫັດສະໄນຍັງບອກນາງແຕ່ງອ່ອນວ່າ ອີກບໍດົນນາງຈະພົບລູກທີ່ແທ້ຈິງຂອງນາງ ເມື່ອນັ້ນນາງໄດ້ຍິນກໍສະຫລົບສະໄຫລໄປອີກ ແຕ່ທ້າວຫັດສະໄນກໍເອົານໍ້າເຕົ້າແກ້ວຫົດໃສ່ແລ້ວກໍຟື້ນໂຕກັບຄືນມາອີກ.
ຂ.ການແບ່ງຕອນ.
   ບັ້ນ “ ທ້າວຫັດສະໄນລົງໂຜດທ້າວກຸພາ ແລະ ນາງແຕງອ່ອນ ”
-ຕອນທີ 1: ແຕ່ “ບັດນີ້ຈະກ່າວເຖິງເທວະດາດ້າວ ຈົນຮອດ ມະນີລໍ້າເຄື່ອງແພງ ”
      ເນື້ອໃນເວົ້າເຖິງ ຫັດສະໄນຮັບຄຳສັ່ງຈາກພຣະອິນລົງມາຊ່ວຍນາງແຕງອ່ອນ.
-ຕອນທີ 2: ແຕ່ “ ເມື່ອນັ້ນນາງຈຶ່ງຍໍມືໄຫວ້ ຈົນຮອດ ແສນຊັ້ນເວດທະນາແທ້ແລ້ວ ”
      ເນື້ອໃນເວົ້າເຖິງ ຕົ້ນປາຍສາຍເຫດທີ່ນາງແຕງອ່ອນທີ່ຕ້ອງມາຮັບບາບກຳຢູ່ໃນປ່າ.
-ຕອນທີ 3: ແຕ່ “ ຄາວໜຶ່ງ ຈົນຮອດ ນາງນາດເລີຍສະຫຼົບ ”
      ເນື້ອໃນເວົ້າດເຖິງນາງແຕງອ່ອນຕັດສິນໃຈບວດຊີ.
-ຕອນທີ 4: ແຕ່ “ ພຣະກໍບາຍຄັນທີ ຈົນຮອດ ກ່ອນແລ້ວ ”
      ເນື້ອໃນເວົ້າເຖິງ ຫັດສະໄນບອກທາງນາງແຕງອ່ອນສູ່ຄວາມສຳເລັດແລ້ວພາກັນກ່າວອຳລາ.
2.ວິເຄາະ.
1.ຫັດສະໄນຮັບຄໍາສັ່ງຈາກພຣະອິນລົງມາຊ່ວຍນາງແຕງອ່ອນ.
ກ່າວເຖິງພູວະນາດເຈົ້າ ຫັດສະໄນຫລ້າ ຢູ່ສວງສະຫວັນຟ້າດາວະດິງດ້າວ ( ຊັ້ນຕາວະຕິງສາ ) ເປັນນ້ອງຫລ້າຂອງອິນທາເທວະໂລກ ເມື່ອນັ້ນ ເກີດເຫດເລື່ອງ ຄື ແວ່ນແກ້ວຂອງພຣະອິນລວດແຂງ ອິນທາເຈົ້າກໍຟ້າວບອກ ຫັດສະໄນນ້ອງຫລ້າ ລົງໄປພາຍພາກພື້ນແດນໃຕ້ໂລກມະນຸດ ໂດຍດ່ວນໃຫ້ເອົານ້ຳທິບແກ້ວລົງນຳ ຫັດສະໄນຫລ້າ ກໍຟ້າວລັດລ່ວງເມກເວຫາ ລົງສູ່ໂລກໂລກາຕາມພະຍາອິນທາສັ່ງ ແລ້ວກໍໃຊ້ສາຍຕາແຫຼມຄົມສອດຊ່ອງ ເບິ່ງພື້ນໂລກມະນຸດ ກໍບໍ່ເຫັນເຫດຮ້ອນສັນໃດສັກຢ່າງ ເມື່ອແນມໄປດົງເຂດກວ້າງ ອີກເທື່ອ ກໍເຫັນເປັນເງິນເຫລື້ອມໃສຂາວແຈ້ງ ຢູ່ທີ່ປ່າຫິມະພານຍະເວດ ເລີຍເລົ່າເຫັນຮູບເຈົ້າແຕງອ່ອນ ແລະ ກຸມພາ ນອນຕາຍຄາ ຄ້າງຄາຢູ່ປ່າໄພ ຫັດສະໄນຫລ້າ ກໍ່ຟ້າວໄປຮອດກໍ້າ ເບິ່ງແລ້ວຄິດສອງເຈົ້າຜູ້ຕ່າງກັນ ຜູ້ໜຶ່ງມີຮ່າງກາຍເປັນສັດ ເປັນພີ່ນ້ອງກັນ ນອນຄ້າງຢູ່ປ່າໄພມີເທບສີລາຊ່ວຍລ້ຽງ ແຕ່ມີເວນນາງຫລ້າແຕ່ງອ່ອນຈຶ່ງຕ້ອງໃຊ້ກໍາ. ດັ່ງນັ້ນໃນບັ້ນທ້າວຫັດສະໄນນີ້ ມັນຈຶ່ງສະແດງອອກໃນບົດກອນລຸ່ມນີ້:
ຄ້ອມວ່າ                        ເຈົ້າຮໍ່າແລ້ວ
            ພ້ອມພາບໄວວາ                  ຍໍຄັນທີ
            ຫງ່ຽງລົງເລີຍເຫງັ້ນ                ອະຕະມະ
            ນໍ້າລິນລົງຍ້ອຍຍັ່ງ                 ນໍ້າຫາກຕົກຢາດຍ້ອຍ
            ເຖິງເທົ້າຮອດຄີງ                  ແຕ່ນັ້ນ ກະສັດຕາເຈົ້າ
            ທັງສອງສະດຸ້ງຕື່ນ                 ສອງກະຟື້ນຊວດຮູ້
            ຄີງຂຶ້ນຕື່ນມາ                     ອັນວ່າກຸມພາທ້າວ
            ເລີຍເກີດເປັນຄົນ                  ຫລິງຜີວຜາງ
            ເຜົ່າຕົນງາມລົ້ນ                   ຕັ້ງຫາກດູງາມລົ້ນ
            ອິນຕາລົງຫລໍ່                    ມີທັງເຊີດ ແລະ ມ້າວ
            ມະນີລໍ້າເຄື່ອງຄໍາ                  ເມື່ອນັ້ນນາງຈຶ່ງຍໍມືໄຫວ້
            ຫັດສະໄນເທເວດ                 ນົບນອບນີ້ວ
- ຕົວລະຄອນເທວະດາຄືທ້າວຫັດສະໄນນີ້ ແມ່ນເປັນຕົວລະຄອນສິນທໍາທີ່ຄອຍຊ່ວຍເຫລືອມະນຸດຜູ້ທີມີສິນທໍາໃນຍາມຕົກລະກໍາລໍາບາກ ສະນັ້ນ ມັນສະແດງໃຫ້ເຫັນຢູ່ບ່ອນວ່າ ຄວາມເອົາໃຈໃສ່ຊ່ວຍເຫລືອຈາກເມືອງສະຫວັນຕໍ່ໂລກມະນຸດຄືທ້າວຫັດສະໄນຫລ້າໄດ້ຊຸບຊີວິດນາງແຕງອ່ອນ ແລະ ກຸມພາຄືນຊີບມາໃໝ່ອີກຄັ້ງນຶ່ງສ່ວນວ່າແຕ່ງອ່ອນນັ້ນໄດ້ຄືນຊີບມາເທື່ອທີສອງ ແລ້ວທັງສອງກໍພາກັນຈໍາສິນພາວະນາ ເພາະຫວັງວ່າສ່ວນບຸນສ່ວນກຸສົນນັ້ນ ຈະຊ່ວຍໃຫ້ນາງແຕງອ່ອນໄດ້ພົ້ນຈາກເຄາະກໍາ ແລະ ແຕ່ງອ່ອນເອງກໍປາຖະຫນາຢາກເຫັນຫນ້າກຸມມານຜູ້ທີ່ເປັນບຸດຕາຂອງຕົນອັນປະເສີດຂອງນາງ ຍ້ອນເຫດນີ້ ຫັດສະໄນ ຈຶ່ງເປັນເທວະດາທີ່ມີຄວາມ ເມດຕາ ກາລຸນາ ມຸທິຕາ ຊ່ວຍເຫລືອມວນມະນຸດຜູ້ທີ່ມີສິນທໍາ ຍາມຕົກລະກໍາລໍາບາກ ເຮັດໃຫ້ທຸກຄົນມີຄວາມປື້ມປິຕິຍິນດີ ມະນຸດທຸກຄົນຄວນເອົາເປັນແບບຢ່າງ ຍາມເຫັນເພື່ອນມະນຸດຕົກຢູ່ໃນຊາຕາກໍາອັນລໍາບາກກໍຈົ່ງໃຫ້ຊ່ວຍກັນ ເພື່ອສະສົມບຸນຍາປາລະມີໃຫ້ຍິງຍວດເມື່ອດັບຂັນລາຈາກໂລກນີ້ ກໍຈະບໍໄດ້ໄປຕົກອະບາຍຍະພູມ ( ນາຣົກ ) ຖ້າທຸກຄົນມີສິນທໍາແລ້ວ ແນ່ນອນເມື່ອເຮົາຈາກໂລກນີ້ໄປກໍຈະໄປເກີດທີ່ພົບພູມທີ່ດີກໍຄື ມະນຸດສາໂລກ ແລະ ສະຫວັນສາໂລກ.
3.ແຕງອ່ອນຕັດສິນໃຈບວດຊີຂາວ.
      ຄາວໜຶ່ງ ແຕ່ງອ່ອນກໍຫັນມາຖາມກຸມພາອ້າຍ ການສອນວິຊາຄວາມຮູ້ ຖ້າຈະຄືນເມືອເມືອງພໍ່ ຢ້ານບ້ານເມືອງຕິດສາບກິ່ນຈາກຕົນ ຂໍເອົາພຽງບຸນກຸສົນສົ່ງໃຫ້ກໍພໍ ເພາະວ່າແຕ່ງອ່ອນບໍ່ເຫັນທາງໃດທີ່ຈະເປັນປະໂຫຍດນອກຈາກການບວດພາວະນາທຸກເຊົ້າຄ່ຳ ເຖິງແມ່ນວ່າຈະທຸກຍາກລຳບາກພຽງໃດກໍພຽນອົດ ທາງຫັດສະໄນໄດ້ຍິນກໍເນລະມິດທັງສາລາ ແລະ ເຄື່ອງໃຊ້ ສ່ວນສາລາທັງສອງຫຼັງແມ່ນອ້ອມຮອບໄປດ້ວຍສວນດອກໄມ້ ມີທັງໝາກໄມ້ຫມີ້ມ່ວງນາໆຊະນິດເລືອກກິນເລືກໃຊ້ຕາມສະບາຍ ແລະ ຍັງເນລະມິດຜ້າລາຍເສືອແກ່ຜູ້ເປັນອ້າຍ ທັງສອນຄອງທຸກສິ່ງຢ່າງ ແລ້ວກໍເຮັດພິທີບວດຊີໃຫ້ແຕງອ່ອນ ພ້ອມສອນໃຫ້ນາງມີໃຈອົດທົນຮັກສາສິນຫ້າໃຫ້ໄດ້ ແລ້ວຫາກຈະໄດ້ຮັບຜົນສຳເລັດ ສ່ວນກຸມມານແມ່ນຍັງມີຊີວິດຢູ່ ມີແຕ່ໃຫ້ນາງພາວະນາທຸກເຊົ້າຄ່ຳ ແລ້ວຈະພົບກັບກຸມມານໃນອີກສາມປີ ດັ່ງນັ້ນໃນບັ້ນນີ້ ມັນຈຶ່ງສະແດງອອກໃຫ້ເຫັນເຖິງຄວາມລໍາບາກທົນທຸກເວທະນາຫນັກ ຂອງແຕງອ່ອນເພື່ອຕ້ອງການຢາກເຫັນຫນ້າລູກໃນພາຍພາກຫນ້າ ທີ່ມີໃນບົດກອນລຸ່ມນີ້:
            ເມື່ອນັ້ນນາງກະສັດນ້ອຍ            ຖະແຫລງຄໍາກອນກ່າວ
            ຂ້າກໍຂໍບວດສ້າງ                   ສິນແກ້ວຜ້າຂາວ
            ຂ້າຂໍຈໍາສິນແກ້ວ                        ພາວະນາທຸກເຊົ້າຄໍ່າ
            ທຸກຍາກຮ້າຍ                          ນໍາອ້າຍຄ່ອຍພຽນ
-        ຕົວລະຄອນນາງແຕງອ່ອນນີ້ ແມ່ນເປັນຕົວລະຄອນສິນທໍາທີ່ມີຈິດໃຈອ່ອນໂຍນ ເປັນຄົນເຊື່ອໃຈຄົນງ່າຍເຮັດໃຫ້ຈົນເກີດໄພອັນບໍເພິ່ງພໍໃຈມາສູ່ຕົນເອງ ເຮັດໃຫ້ເຈົ້າຂອງຕົກຢູ່ໃນຊາຕາກໍາລໍາບາກໂສກເສົ້າເສຍໃຈແມ່ນແຕ່ຫນ້າກຸມມານນ້ອຍເກີດໃຫມ່ກໍຍັງບໍທັນເຫັນຫນ້າແມ່ຊໍ້າ ສະນັ້ນແລ້ວ ນັກຮຽນນັກສຶກສາປັນຍາຊົນກໍຄວນຖືເອົາເປັນແບບຢ່າງ ບໍຕ້ອງເຊື່ອໃຈທາງບໍວາງໃຈໃຜງ່າຍໆ ເພາະວ່າທຸກຄົນຮູ້ຫນ້າແຕ່ເຮົາບໍຮູ້ຈິດໃຈເຂົາໄດ້ວ່າເຂົາຫວັງດີກັບເຮົາບໍ ຫລື ເພື່ອຢາກໄດ້ສິ່ງຫນຶ່ງປະການໃດແກ່ເຮົາ.
1.      ຫັດສະໄນບອກຫົນທາງແຕງອ່ອນສູ່ຄວາມສໍາເລັດແລ້ວພາກັນກ່າວຄໍາອໍາລາ.
      ເມື່ອແຕງອ່ອນຮູ້ເມື່ອມາ ກໍຖາມຫາກຸມມານວ່າໃຜເປັນຜູ້ລ້ຽງດູ ຄືວ່າເຂົາຂ້າກຸມມານແລ້ວ ຕອນນີ້ໃຜເປັນຜູ້ລ້ຽງດູ ຫັດສະໄນ ກໍບອກວ່່ານາງເທບພະລີລາຢູ່ສະຫວັນ ຝາກພົມລົງມາລ້ຽງບໍ່ຕ້ອງອຸກໃຈ ມີແຕ່ໃຫ້ເຈົ້າຕັ້ງໃຈ ສືບສ້າງສິນຫ້າຢູ່ສູ່ວັນ ເມື່ອບອກສອນແລ້ວກໍກ່າວອໍາລາ ໃຫ້ທັງສອງຢູ່ດີກິນດີ ສ່ວນວ່າໂຕຫັດສະໄນເອງນັ້ນຈະຄືນເມືອເມືອງສະຫວັນກ່ອນແລ້ວ ຢ້ານຜູ້ເປັນອົງອິນອ້າຍຄອງຄອຍຫາຄຳຕອບ ມານີ້ກໍໄດ້ 7 ມື້ແລ້ວ ອີກປະການຫນຶ່ງຂໍຢ່າໃຫ້ຊຸມເຈົ້າທັງສອງ ຢ່າໄດ້ມີໂພຍໄພຫວັດໄອເຈັບໄຂ້ ມາພະຈົນບັງບຽດ ຖ້າມີສິ່ງເດືອດຮ້ອນໃຫ້ຄິດຄະນິງຫາຕົວຂ້ອຍ ຫັດສະໄນຕົນນີ້ ແລ້ວຫາກຊິລົງມາຫາພວກເຈົ້າທັງສອງອ້າຍນ້ອງ ໃນເມື່ອຫັດສະໄນເອີ້ນສັ່ງແລ້ວ ແຕງອ່ອນ ແລະ ກຸມພາ ທັງນໍ້າຕາຢ່າວລົງລິນຢ້ອຍ ເວົ້າສຸດແລ້ວຫັດສະໄນກໍສຸບເກີບແກ້ວບິນຂຶ້ນສູ່ສວງສະຫວັນ ດັ່ງບົດກອນລຸ່ມນີ້:
            ແຕ່ນັ້ນ ເທເວດເຈົ້າ                      ຕົນຊື່ຫັດສະໄນ
            ພະຈຶ່ງໄຂກອນຄວາມ                     ຕໍ່ນາງພໍຮູ້
            ຍັງມີກັນລະເຍດນ້ອຍ                     ນາງເທບພະລີລາ
            ນາງກໍເນົາໃນສະຫວັນ                    ຟາກພົມລົງລ້ຽງ
            ຂໍແກ່ຈອມພະນາງນ້ອງ                   ຢ່າຄະນິງໃຈອ່າວ ເຮວຖ້ອນ
            ເຈົ້າຈົ່ງທົງສືບສ້າງ                       ສິນຊ້ອຍສູ່ວັນ ພີ່ເນີ
            ຄ້ອມວ່າທ້າວບອກແລ້ວ                   ຕ້ານສັ່ງນາງຄານ ສາຍຄໍາເອີຍ
            ຢູ່ດີເຢີນ້ອງ                            ບັດນີ້ ພີ່ຊິຄືນເມືອຫ້ອງ
            ເມືອງສະຫວັນເທວະໂລກ ກ່ອນແລ້ວ         ກົວວ່ານາງພີ່ນ້ອງ
            ສະຫວັນພຸ້ນສ່ວນຊິຄອງ ພີ່ນາ              ພີ່ກໍມານານໄດ້
            ເຈັດວັນທັດທ່ຽງ                         ອັນວ່າ ອິນພີ່ພຸ້ນ
            ຊິຄອງຖ້າ                             ຂ່າວສານ    
-ໃນຕອນນີ້ມັນສະແດງອອກໃຫ້ເຮົາເຫັນເຖິງຄວາມຊ່ວຍເຫລືອຈາກສະຫວັນຊັ້ນຟ້າ ມັນເຮັດໃຫ້ນາງແຕ່ງອ່ອນມີກໍາລັງໃຈຕໍ່ສູ້ກັບບັນຫາຊີວິດທີ່ເຂົ້າມາທໍາຮ້າຍຮ່າງກາາຍ ແລະ ຈິດໃຈ ເຮັດໃຫ້ນາງມີຄວາມພາກພຽນພະຍາມຍາມຈະເລີນສິນພາວະນາ ເພື່ອຢາກພົບກັບລູກ ແລະ ຢາກເຫັນຫນ້າລູກ ນີ້ມັນກໍແມ່ນຄວາມຮັກອັນຍິ່ງໃຫຍ່ມະຫາສານຂອງແມ່ທຸກຄົນທົ່ວໄປທີ່ມີຕໍ່ລູກ ໃນເມື່ອລູກເກີດມາແລ້ວກໍຕ້ອງຢາກເຫັນຫນ້າລູກຂອງຕົນເອງ ສະນັ້ນແລ້ວ ລູກໆທຸກຄົນກໍຕ້ອງຮູ້ຈັກຄໍາວ່າກະຕັນຍູກະຕະເວທີ່ຕໍ່ແມ່ ແລະ ພໍ່ ບໍ່ມີສິງໃດອີກແລ້ວທີ່ພໍ່ແມ່ຈະບໍຮັກລູກ ຂໍໃຫ້ນິສິດນັກສຶກສາທຸກໆຄົນຈົ່ງພາກັນຮັກສາຄວາມຮັກຂອງ ແມ່ ແລະ ພໍ່ ຖະນຸຖະຫນອມ ຄວາມຮັກນີ້ໄວ້ໃຫ້ດີໆ ໃນຕອນທີ່ເພີ່ນຍັງມີຊີວິດຢູ່ນີ້ ຈົ່ງເຮັດດີ ທໍາດີ ເພື່ອຕອບແທນບຸນຄຸນແມ່ພໍ່ເທີ້ນ.
4.ສະຫລຸບ:
1)      ດ້ານເນື້ອໃນ.
      ຜ່ານຈາກການວິພາກບົດເລື່ອງ “ ນາງແຕງອ່ອນ ” ບັ້ນທ້າວຫັດສະໄນລົງໂຜດທ້າວກຸມພາ ແລະ ນາງແຕງອ່ອນ ໄດ້ຍົກໃຫ້ພວກເຮົາເຫັນໄດ້ເຖິງຄົນເຮັດດີທຳດີ ເຖິງວ່າຈະດຳລົງຊີວິດຢູ່ໃສ ຈະທຸກຍາກລຳບາກລຳ ພົບອຸປະສັກນາໆປະການກໍ່ຕາມ ແຕ່ຜົນສຸດທ້າຍກໍຈະໄດ້ຮັບການຊ່ວຍເຫລືອຈາກຄົນອື່ນ ດັ່ງຕົວລະຄອນນາງແຕງອ່ອນ ສິ່ງດັ່ງກ່າວ ພວກເຮົາກຳລັງສຶກສາຮ່ຳຮຽນ ຄວນເອົາຕົວລະຄອນນາງແຕງອ່ອນເປັນແບບຢ່າງ ມີຄວາມອົດທັນພະຍາຍາມ ບໍ່ອາຄາດພະຍາບາດ ມີຈິດໃຈອ່ອນໂຍນ ບໍລິສຸດຊື່ສັດ ເຖິງຈະຖືກຄົນອື່ນໃສ່ຮ້າຍປ້າຍສີ ຈົນເຮັດໃຫ້ຕົນທົນທຸກທໍລະມານ ກໍຍັງໃຫ້ອະໄພ ມີແຕ່ຈະສ້າງບຸນກຸສົນ ຮັກສາສິນ ແຕ່ເຖິງຢ່າງໃດກໍຕາມ ໃນການດຳລົງຊີວິດ ກໍຄວນມີສະຕິລະວັງຕົວ ບໍ່ຄວນຫູເບົາເອົາງ່າຍ ໃຫ້ຄິດຕຶກຕອງພິຈາລະນາຢ່າງຖ້ວນຖີ່ກ່ອນ.



2)      ດ້ານສິລະປະ.
      ບົດເລື່ອງນາງແຕງອ່ອນບັ້ນ “ ທ້າວຫັນສະໄນ ” ລົງໂຜດທ້າວກຸມພາແລະນາງແຕງອ່ອນ ມີການຈັດລຳດັບເຫດການນ່າສົນໃຈ ການສ້າງຂອດບັນຫາສະຫລັບສັບຊ້ອນ ແຕ່ກໍໄປຕາມລໍາດັບເຫດການແຕ່ຕົ້ນຈົນຈົບບັ້ນ.
-    ສິນລະປະວັກຕອນ: ການປະດິດແຕ່ງແຕ່ລະວັກ ແຕ່ລະຕອນ ແມ່ນມີຄວາມອ່ອນຊ້ອຍ ມ່ວນຊື່ນ ມີຊີວິດຊີວາ ໂສກເສົ້າ ແລະ ເສຍໃຈ ປະປົນກັນໄປ ເຮັດໃຫ້ບົດນີ້ອ່ານໄປແລ້ວມ່ວນຫນ້າປະທັບອົກປະທັບໃຈໃນເລື່ອງທີ່ແຕ່ງຂຶ້ນມາ.
-    - ຂໍ້ຂາດຕົກບົກຜ່ອງ: ບາງຄໍາສັບອ່ານໄປແລ້ວກໍເຂົ້າໃຈຍາກ ສັບສົນ ສິລະປະລີລາໃນການແຕ່ງ ຍັງບໍ່ຄ່ອຍເປັນໄປຕາມຫລັກການແຕ່ງກອນ ບາງບ່ອນຍັງຂາດການສໍາຜັດ ເອກ ໂທ ບໍເກາະກາຍກັນພໍປານໃດ.
- - ດ້ານການໃຊ້ສັບສຳນວນພາສາ: ອ່ອນຊ້ອຍ ແຕ່ສ່ວນຫລາຍຍັງເປັນລາຊາສັບ ເນື່ອງຈາກແປມາຈາກບົດກອນມາເປັນຄຳຮ້ອຍແກ້ວ ແລະ ຍັງມີຄຳສ້ອຍ ຄຳບຸບພະບົດ ເຮັດໃຫ້ຜູ້ອ່ານແລະຜູ້ຟັງເຂົ້າໃຈຍາກ ຕ້ອງຄິດຕຶກຕອງຈຶ່ງສາມາດເຂົ້າໃຈຄຳສັບໄດ້ ດັ່ງບົດກອນລຸ່ມນີ້:
                  ແຕ່ນັ້ນ ກົງຈັກແກ້ວ                      ອິນຕາກ້າມແກ່ນ
                  ອັນວ່າຫນ້າແວ່ນແກ້ວ                    ເລີຍກ້າມລວດແຂງ
-  - ລັກສະນະຈຸດພິເສດຂອງເລື່ອງ: ແມ່ນແປກປະຫຼາດ ເວົ້າເຖິງປ່າຫິມະພານ ມີສິ່ງທີ່ໜ້າງຶດງໍ້ອັດສະຈັນ ຄືມີນໍ້າເຕົ້າແກ້ວທິບ ຊຸບຊີວິດຄົນ ມີເທວະດາຟ້າແຖນ ພະຍາອິນ ພະຍາພົມ ເຫລົ່ານາງເທບທິດາ ມີການເສກສັນປັ້ນແຕ່ງສິ່ງຂອງຕ່າງໆ ດັ່ງບົດກອນລຸ່ມນີ້:
ບັດນີ້ ຈັກກ່າວເຖິງເທວະດາດ້າວ            ອົງຊື່ຫັດສະໄນ ກ່ອນແລ້ວ
ພະກໍເນົາໃນສະຫວັນ                     ແຫ່ງດາວະດິງຟ້າ
ພະຫາກເປັນແນວຊັ້ນ                    ອິນຕາຕົນປະເສີດ
ເປັນນ້ອງຫລ້າ                          ພາຍຊ້ອຍແຫ່ງພະອິນ
- - ການວາດພາບທໍາມະຊາດ: ແມ່ນຈະເວົ້າເຖິງທ້ອງຟ້າອາກາດ ຈົນຮອດພື້ນແຜ່ນດິນ ປ່າໄມ້ ອັນຫນ້າງຶດງໍ້ອັດສະຈັນ ດັ່ງບົດກອນລຸ່ມນີ້:
ຄ້ອມວ່າອິນສັ່ງແລ້ວ                      ນ້ອງລ່ວງລົງມາ
ກາຍເວຫາ                            ລອດລົງມີຊ້າ
ຄັບຄາຄ້າຍ                            ຄາວດຽວລັດລ່ວງ
ພົ້ນກີບຟ້າ                             ເຖິງພື້ນພາກພຽງ



ไม่มีความคิดเห็น:

แสดงความคิดเห็น