วันศุกร์ที่ 20 มกราคม พ.ศ. 2560

ນຳສະເໜີໂດຍ: ພຣະ ທອງລອນ ສຸວັນນະສານ.
ຫົວຂໍ້: ບົດວິເຄາະແບບສາຍຂວາງ
ເລື່ອງ ສັງສິນໄຊ ບັ້ນທີ 13 ກາລະບັ້ນ
ເລື່ອງ ສິນໄຊນີ້ ເດີມເປັນໜັງສືເທດລໍາ ຮຽກວ່າລໍາສິນໄຊ ຂຽນເປັນອັກສອນທໍາ ໃສ່ໃບລານມີຢູ່ 21 ຜູກ. ໜັງສື່ລໍາສິນໄຊນັບເຂົ້າໃນພວກ ປັນຍາສະຊາດົກ(ຄືເລື່ອງ 50 ຊາດ) ແຕ່ໜັງສື່ເລື່ອງ 50 ຊາດນີ້ ເປັນໜັງສືແຕ່ງໃໝ່ເມື່ອປະມານຈຸນລະສັກກພລາດໄດ້ 6-7 ຮ້ອຍປີ ໂດຍພະພິກຂຸຊາວເມືອງຊຽງໃໝ່ເປັນຜູ້ແຕ່ງ. ຕໍ່ມາ ທ້າວປາງຄໍາ ຈິ່ງໄດ້ແຕ່ງເລື່ອງສັງສິນໄຊນີ້ອອກມາ ເປັນຄໍາກອນລົງມືແຕ່ງຍາມຄໍ່າ ຕາເວັນຕົກດິນແລ້ວ ເດືອນ 3 ລືກສັດຕະພີດ ປີສະຫລູ ຈຸນລະຈັກກະລາດ 1011(ພສ 2191) ແຕ່ປາງຄໍາບໍ່ໄດ້ແຕ່ງໄປຈົນສຸດເລື່ອງຕາມໜັງສືລໍາສິນໄຊ ແຕ່ງໄປຮອດບັ້ນນາກສະດຸ້ງກໍເຊົາທໍ່ນັ້ນ ພາຍລຸນຈິ່ງມີຄົນອື່ນແຕ່ງໃໝ່ ແລະ ແຕ່ງຈົນສຸດເລື່ອງຕາມລໍາ. ສະນັ້ນ ໜັງສືຄໍາກອນເລື່ອງສັງສິນໄຊ ຈິ່ງມີສອງສໍານວນຄື ສໍານວນຂອງທ້າວປາງຄໍາ ແລະ ສໍານວນອີກຜູ້ໜຶ່ງ. ສະບັບສໍານວນຂອງທ້າວປາງຄໍາເປັນສະບັບທີ່ຖືກຕ້ອງ ແລະ ຈັດເປັນວັນນະຄະດີຊັ້ນປະເສີດ ມະຫາສິລາ ວິຣະວົງ ປະໂຫຍດວັນນະຄະດີ ໜ້າ 118-120.  ການທີ່ອ້າງວ່າທ້າວປາງຄໍາເປັນຜູ້ແຕ່ງ ເພີ່ນໄດ້ອີງຕາມຫຼັກຖານຂໍ້ຄວາມໃນຕອນຕົ້ນເລື່ອງທີ່ວ່າ:
 <<... ເມື່ອນັ້ນ      ປາງຄໍາຄຸ້ມ                ຄະນິງທໍາທົງມາກ
ເຫັນຮຸ່ງ      ຍານຍອດແກ້ວ             ທຽວໃຊ້ຊາດພະອົງ
ໄຄ່ຈັກຕົກແຕ່ງຕັ້ງ           ແປປັ່ນເປັນໄທ
ຊຸລີເຊີນສວາງ              ຊ່ອຍຍານຍາມແຄ້ນ
ຈະຕຸໂລກລໍ້າ               ໄອສວນແສນທີບ ...>>
(ສັງສິນໄຊ, ໂດຍສີລາ ວິຣາວົງ ກະຊວງທໍາມະການ, ພສ 2512: 1-2)
ເລື່ອງສິນໄຊ ເປັນໜັງສື່ຄໍາກອນບູຮານລາວ, ມີຫຼາຍບັ້ນ ແຕ່ລະບັ້ນມີເນື້ອໃນຕ່າງກັນ ເຊິ່ງໃນບັ້ນທີ 13  “ກາລະບັ້ນ (ບັ້ນທ້າວສິນໄຊຕາຍ). ໃນບັ້ນນີ້ໄດ້ກ່າວເຖິງເລື່ອງລາວທ້າວທັງຫົກ ທີ່ໄດ້ຊຸກສິນໄຊ ລົງເຫວ ແລະ ເວົ້າເຖິງຄວາມອາໄລອາວອນຂອງນາງສຸມຸນທາກັບນາງສີດາຈັນມີຕໍ່ສິນໄຊ.
ຄັດຈາກປຶ້ມ ສັງສິນໄຊ ຊຸດມໍລະດົກວຽງຈັນ ຄໍາກອນຄູ່ຮ້ອຍແກ້ວ ໂດຍທ້າວປາງຄໍາ ລິຈະນາ ແລະ ແປເປັນຮ້ອຍແກ້ວໂດຍສີລາ ວິຣະວົງ ຈັດພິມໂດຍ ສະມາຄົມຮ່ວມນໍ້າໃຈກັບເດັກນ້ອຍລາວ ແລະ ດອກເກດ ພິມຄັ້ງທີ1 ປີ 2011 ໜ້າທີ 85-90.
ເວົ້າເຖິງ ແນວຄວາມຄິດ ແລະ ການກະທໍາທີ່ຊົ່ວຮ້າຍຂອງທ້າວທັງຫົກ ທີ່ວາງແຜນຂ້າສິນໄຊ,  ໂດຍການພາສັງສິນໄຊ ໄປອາບນໍ້າ ແລ້ວກໍຊຸກສິນໄຊລົງເຫວໃຫ້ຕາຍໄປ ເພື່ອຍາດເອົາຜົນງານໄປໃຫ້ພໍ່. ເມື່ອສັງສິນໄຊຕາຍໄປເຮັດໃຫ້ຮ້ອນຮອດພະອິນ, ພະອິນຈຶ່ງລົງມາຊ່ວຍເອົາສັງສິນໄຊຂຶ້ນຈາກເຫວ ແລ້ວເອົານໍ້າເຕົ້າແກ້ວມາຫົດ. ຈາກນັ້ນ, ຈຶ່ງເອົາສິນໄຊ ພ້ອມທະນູສອນໄປສົ່ງໃຫ້ແມ່ຂອງທ້າວທີ່ຢູ່ຫໍຜາສາດ.
ກ່າວເຖິງນາງສຸມຸນທາ ແລະ ນາງສີດາຈັນແມ່ລູກຮ້ອງໄຫ້ທີ່ສູນເສຍ ສິນໄຊ ໄປ, ແລ້ວໄຫວ້ວອນເຖິງພະອິນ, ເທບໄທ້, ຍົມພິບານ, ນາງທໍລະນີ, ຜີສາງນາງໄມ້ໃນປ່າ, ແລ້ວສ່ຽງທວາຍເພື່ອໃຫ້ຮູ້ຈັກເຫດຜົນທີ່ແທ້ຈິງເຖິງການຕາຍຂອງສິນໄຊ ແລະ ກໍໄດ້ເວົ້າເຖິງທ້າວທັງຫົກພາອາ ນາງ ສຸມຸນທາ ແລະ ນາງສີດາຈັນ ສືບຕໍ່ເດີນທາງກັບຄືນເມືອງເປັງຈານ.
ນັບແຕ່ທ້າວທັງຫົກເອົານາງ ສຸມຸນທາ ແລະ ນາງ ສີດາຈັນ ມາເມືອງເປັງຈານເພື່ອກາບທູນຕໍ່ພະຍາກຸດສະລາດ ອົງພະບິດາ. ຕໍ່ມາພະຍາກຸດສະລາດກໍຮູ້ເລື່ອງລາວທັງໝົດຂອງທ້າວທັງຫົກທີ່ໄດ້ວາງແຜນພິປວງຂ້າສິນໄຊ ກໍໄດ້ສັ່ງຈັບກຸມ ລົງໂທດທ້າວທັງຫົກພ້ອມແມ່ ແລະ ພວກຂ້າບໍລິວານຂອງເຂົາເຈົ້າ. ເນື່ອງຈາກພະຍາກຸດສະລາດ ໂສກເສົ້າເສຍໃຈ ແລະ ຄຶດຮອດ ສິນໄຊ ຜູ້ເປັນລູກ ກິນບໍໍ່ໄດ້ນອນບໍ່ຫຼັບ ຈຶ່ງໄດ້້ຕັດສິນໃຈອອກນໍາຫາ ສິນໄຊ ພ້ອມແມ່ ແລະ ປ້າ(ມະເຫສີທັງສອງຂອງພະຍາກຸດສະລາດ) ກັບມາຍັງເມືອງເປັງຈານເພື່ອຂຶ້ນສະເຫວີຍລາດ. ພໍເມື່ອພະຍາກຸດສະລາດໄດ້ໂອກາດອັນດີກໍສັ່ງໃຫ້ເສນາອາມາດ ແລະ ເຫຼົ່າຂ້າບໍລິວານທັງຫຼາຍຕຽມການອອກເດີນທາງທັນທີເພື່ອນໍາຫາສິນໄຊ. ເມື່ອພະຍາໄດ້ພົບກັບສິນໄຊຜູ້ເປັນລູກກໍໄດ້ອະທິບາຍເລື່ອງລາວທັງໝົດໃຫ້ຮູ້ ແລະ ອັນເຊີນກັບໄປປົກຄອງເມືອງອີກຄັ້ງ.

ບັ້ນນີ້ເປັນບັ້ນສຸດທ້າຍຂອງເລື່ອງສະບັບຄໍາກອນປາງຄໍາ. ກ່າວເຖິງພະຍານາກ(ພະຍາວະລຸນນະລາດ) ມີຄວາມກະສັນຄິດຮອດເມຍ(ນາງ ສີດາຈັນ) ຈົນກິນບໍໄດ້ ນອນບໍຫຼັບ ໂສກເສົ້າເຫງົ້າໃຈ ບໍ່ຢາກສ້າງຢາກສາບ້ານເມືອງ ສຸດທ້າຍພະຍານາກກໍ່ໄດ້ຈັດເຖົ້າແກ່ພ້ອມສິນສອດກັບໄປສູ່ຂໍນາງ ສີດາຈັນ ນໍາທາງເມືອງເປັງຈານ ແລ້ວມາປົກຄອງເມືອງນາກຂອງຕົນຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ. ອັນນີ້ແມ່ນທ້າວ ປາງຄໍາ ເປັນຜູ້ແຕ່ງຂຽນໄວ້ເປັນແວ່ນແຍງແກ່ຄົນທັງຫຼາຍພຽງເທົ່ານີ້.
ບັ້ນນີ້ໄດ້ແບ່ງເປັນ 1 ຕອນຄື: ເລີ່ມແຕ່ຕົ້ນ(ພໍເມື່ອ ພ່າງພ່າງຮ້ອນ ສຸລິເຍດເຮືອງແສງ ພຸ້ນເຍີ)  ຈົນຈົບບັ້ນ(ຖວາຍບາດເຈົ້າ ຈອມຊ້ອຍຮໍ່າເພີງ ກ່ອນແລ້ວ).
ມີເນື້ອໃນເວົ້າເຖິງ: ການຕາຍຂອງສິນໄຊ, ການຊ່ວຍເຫຼືອສິນໄຊຂອງພະອິນ ແລະຄວາມອາໄລອາວອນຂອງນາງ ສຸມຸນທາ ກັບ ນາງ ສີດາຈັນ ມີຕໍ່ສິນໄຊ.
ເລື່ອງ ສັງສິນໄຊ ລວມມີ 15 ບັ້ນ, ທາງກຸ່ມໄດ້ຮັບຜິດຊອບ 3 ບັ້ນຄື ບັ້ນທີ 13 ກາລະບັ້ນ, ບັ້ນທີ 14 ຖາປະນາບັ້ນ ແລະ ບັ້ນທີ 15 ບັ້ນນາກສະດຸ້ງ. ແຕ່ທາງກຸ່ມເລືອກວິເຄາະພຽງແຕ່ ບັ້ນທີ 13 ກາລະບັ້ນ ເທົ່ານັ້ນ.
v  ວິເຄາະ ກາລະບັ້ນ: ການຕາຍຂອງສິນໄຊ, ການຊ່ວຍເຫຼືອສິນໄຊຂອງພະອິນ ແລະ ຄວາມອາໄລອາວອນຂອງນາງ ສຸມຸນທາ ກັບ ນາງ ສີດາຈັນ ມີຕໍ່ສິນໄຊ.
ໃນລະບອບສັງຄົມສັກດິນາ ການຕໍ່ສູ້ຊົນຊັ້ນເປັນຂໍ້ຂັດແຍ້ງຂອງກໍາລັງຝ່າຍອະທໍາ ແລະ ສິນທໍາ. ເວລາໃດຝ່າຍອະທໍາກໍ່ປໍລະປັກຝ່າຍສິນທໍາ ຂົ່ມເພິ່ນຍໍໂຕ ຍາດແຍ່ງສິດຜົນປະໂຫຍກຈາກຄົນອື່ນ ແລະ ຕົວະຍົວະຫຼອກລວງຢູ່ສະເໝີ ຈາກສິ່ງດັ່ງກ່າວນັ້ນໄດ້ເຫັນຜ່ານເລື່ອງ ສັງສິນໄຊ ພາຍຫຼັງທີ່ ສິນໄຊ ໄປນໍາເອົາຜູ້ເປັນອາກັບຫຼານ(ນາງສຸມຸນທາກັບນາງສີດາຈັນ) ມາຮອດອ້າຍທັງຫົກແລ້ວ ກໍ່ພາກັນເດີນທາງໄປຮອດບ່ອນນໍ້າໂຕນຕາດສູງຊັນມີນໍ້າໃສເຢັນດີ ພວກທ້າວທັງຫົກຜູ້ສໍລະຜິດໄດ້ວາງແຜນຂ້າ ສິນໄຊ ເພາະຍ້ອນທ້າວມີຜົນງານລື່ນຕົວເອງ ໂດຍການຊັກຊວນທ້າວລົງອາບນໍ້າແລ້ວໄດ້ຊຸກທ້າວລົງເຫວ ສະແດງອອກກອນບາງຕອນທີ່ວ່າ:
 <<... ແຕ່ນັ້ນ ຫົກພີ່ນ້ອງ           ອາຄານຄໍາດຽວ
ເຂົາກໍ  ເຊີນກຸມມານ         ອາບສີສົງລ້າງ
            ພະບາດເຈົ້າ         ຮັກພີ່ເພິງສະຫງວນ
            ທົງຜືນພາງ          ຖ່າຍຄີງລົງຫຼິ້ນ
ເອົາກັນກົ້ວ          ວັງໃສສະມາດ
ນໍ້ານັ້ນ ໄຫຼທັ່ງທໍ້            ທວນກ້ອນລ່ວງລົງ
ແຕ່ນັ້ນ ເວລາຮ້າຍ          ຈໍາຈວນພູວະນາດ
ເຂົາກໍປັດກຶ່ງກ້ອນ     ຄໍາລ້ານໃສ່ເຫວ
ຄິງກົມກິ້ງ           ນໍາແປວນໍ້າທັ່ງ
                  ພູວະນາດກັ້ນ         ໃຈນ້ອຍມອດມົວ ...>>
ນີ້ໄດ້ສະແດງໃຫ້ເຫັນຄວາມຕໍ່າຊ້າສາມານຂອງທ້າວທັງຫົກທີ່ເນລະຄຸນ ເຫັນແກ່ຕົວ ຢ້ານແຕ່ຄົນອື່ນລື່ນເຫຼືອ ຈົນກະທັ້ງລົງມືຕັດສິນໃຈຂ້າແມ່ນກະທັ້ງນ້ອງຊາຍຂອງຕົວເອງ ເຊິ່ງເປັນຜູ້ທີ່ຊ່ວຍເຫຼືອ ເຫັນວ່າເປັນການກະທໍາທີ່ຊົ່ວຮ້າຍທີ່ສຸດ, ສະນັ້ນ ຄົນເຮົາບໍ່ຄວນທີ່ຈະໄວ້ໃຈຄົນອື່ນຫຼາຍເກີນໄປ ແລະ ຄວນພິຈາລະນາໃຫ້ລະອຽດທີ່ຖ້ວນ.
ການກະທໍາຄວາມດີຍ່ອມໄດ້ຮັບຜົນດີຕອບແທນ ດັ່ງສຸພາສິດທີ່ວ່າ: ຄົນດີຜີຄຸ້ມ ຕົກນໍ້າບໍ່ໄຫຼ ຕົກໄຟບໍ່ໄໝ້. ພາຍຫຼັງທີ່ ສິນໄຊ ຕົກເຫວນັ້ນເຮັດໃຫ້ບ່ອນນັ່ງຂອງພະອິນເກີດລຸກເປັນໄຟ ພະອິນໄດ້ຫຼຽວລົງມາໂລກມະນຸດເຫັນທ້າວ ສິນໄຊ ກໍາລັງຈົມນໍ້າກໍຟ້າວສະເດັດລົງມາຊ່ວຍເຫຼືອ ແລ້ວນໍາເອົາທ້າວ ພ້ອມດ້ວຍອາວຸດປະຈໍາຕົວສົ່ງໃຫ້ແມ່ຂອງທ້າວທີ່ຢູ່ໃນຜາສາດດ້ວຍຄວາມປອດໄພ ດັ່ງກອນທີ່ວ່າ:
 <<... ແຕ່ນັ້ນ ເລີຍເດືອດເທົ້າ       ທິບພະອາດເຂີນແຂງ
ກໍາພະລາລຸກ         ແທ່ນອິນອາຍຮ້ອນ
            ແຕ່ນັ້ນ ພັນຕາຢ້ຽມ          ໂລກາຜາຍຜໍ່
ເຫັນແຈ່ມເຈົ້າ        ຈົມນໍ້າດ່ວນເຖິງ
ອິນກໍ  ອຸ້ມແຈ່ມເຈົ້າ         ເຈຍລະຈາກຊົນຫຼວງ
ຄັນໂທທິບ          ໂສດສົງສີລ້າງ
ກຸມມານໄດ້          ສັນຍາຍັງທ່ຽງ
ຄືຄູ່    ຫຼັບຕື່ນແລ້ວ         ລືພັ້ງທໍ່ທຸລີ
ອິນກໍ  ອູ້ມແຈ່ມເຈົ້າ         ເມືອມອບມານດາ
ສອງນາງເນົາໃນຫໍ           ຮຸ່ງເຫັນຫາຍຮ້ອນ
ແມ່ນວ່າ ສີສັງພ້ອມ           ໄຊຍະສອນແສງຂະໜາດ
ອິນກໍ   ຮັງຮຶດມ້ຽນ          ເມືອໃຫ້ແກ່ພະອົງ ...>>
ນັ້ນກໍເປັນຍ້ອນຄວາມດີທີ່ທ້າວໄດ້ສ້າງມາຈິ່ງໄດ້ຮັບການຊ່ວຍເຫຼືອຈາກພະອິນ ຄົນເຮົາກໍ່ເຊັ່ນດຽວກັນຖ້າສ້າງຄວາມດີເອົາໄວ້ ວັນໃດວັນໜຶ່ງຄວາມດີນັ້ນກໍຈະຕອບສະໜອງ ໃນເວລາອັນຄວນ.
ຫຼັງຈາກທີ່ທ້າວທັງຫົກໄດ້ຊຸກທ້າວ ສິນໄຊ ຕົກເຫວແລ້ວ ກໍໄດ້ກັບໄປຕົວະຜູ້ເປັນອາກັບຫຼານ(ນາງສຸມຸນທາກັບນາງສີດາຈັນ) ວ່າທ້າວໄດ້ຕົກເຫວຕາຍແລ້ວ,  ເຮັດໃຫ້ນາງທັງສອງໂສກເສົ້າເສຍໃຈ ຮ້ອງໄຫ້ຮໍ່າໄຮ ທຸກໂສກຫາອັນປຽບບໍ່ໄດ້ຈົນຢາກຈະຕາຍຕາມ ສຸດທ້າຍກໍສະຫຼົບໄປ ສະແດງອອກກອນຕອນທີ່ວ່າ:
 <<... ແມ່ກໍ  ຫວັງເພິ່ງເຈົ້າ        ຈອມເກດກະນິດຖາ
      ບັດນີ້  ເອົາອາເຖິງ          ຫວ່າງໄພວາງໄວ້
            ກໍສຸດແທ້            ສອງສະຫວັນລູກແມ່
            ສະຫຼົບທ່າວລົ້ມ       ລືມເນື້ອຫຼ່າຫຼົງ ...>>
ຕື່ນມາກໍໄດ້ໄຫ້ຈົ່ມຫາ ນົບໄຫວ້ວິ່ງວອນຫາສິ່ງສັກສິດທັງຫຼາຍໃຫ້ມາຊ່ວຍທ້າວ ສິນໄຊ ຜູ້ຈົມນໍ້າ, ຈາກການກະທໍາທີ່ຊົ່ວຊ້າສາມານຂອງທ້າວທັງຫົກທີ່ສ້າງມານັ້ນໄດ້ສະແດງອອກມາຄືພວກເຂົາໄດ້ພາກັນຄົ້ນຫາທະນູສິນກັບດາບຂອງ ສິນໄຊ ໃນນໍ້າ ເຮັດໃຫ້ນາງ ສຸມຸນທາ ສົງໄສວ່າ ສາເຫດທີ່ ສິນໄຊ ຕົກເຫວນັ້ນແມ່ນມາຈາກທ້າວທັງຫົກນັ້ນເອງ, ນາງຄິດໄດ້ວ່າ ສິນໄຊ ຄົງຍັງບໍ່ຕາຍງ່າຍ ເພາະທ້າວເປັນຄົນທີ່ມີຄວາມເກັ່ງກ້າສາມາດສູງເໜືອມະນຸດ ແມ່ນກະທັ້ງ ກຸມພັນ ຜູ້ລືນາມຍັງພ່າຍແພ້ແກ່ທ້າວ, ນາງຈິ່ງໄດ້ເອົາຂອງສາມຢ່າງ(ໄມ້ປິ່ນເກົ້າ ຊ້ອງ ແລະຜ້າສະໄບ) ສ່ຽງໄວ້ແລ້ວອະທິຖານຖ້າ ໄຊສິນ ຫາກຕາຍແມ່ນໃຫ້ສາມສິ່ງນີ້ຫາຍ ແລະ ຖ້າຍັງບໍ່ຕາຍແມ່ນໃຫ້ມີຜູ້ນໍາເອົາສາມສິ່ງນີ້ໄປຖວາຍຮອດຕົນເອງ ສະແດງຜ່ານກອນຕອນທີ່ວ່າ:
 <<... ບັດນີ້ຂ້າກໍ     ຄຶດຄັ່ງແຄ້ນ          ຄະນິງຮອດຮົມເຖິງ ແລເດ
ເຊີນຊ່ອຍ     ປຸນປອງປົດ          ໂທດຄາຍຄໍາສະຫຼັ້ງ
ຜິວ່າ         ບາດັບມ້ຽນ          ມີຈິງຈົມຈາກ ດັ່ງນັ້ນ
ຂໍໃຫ້         ຂອງສ່ຽງຂ້າ         ຫາຍພ້ອມຊູ່ປະການ ນັ້ນຖ້ອນ
ຄັນວ່າບາ     ຫາກຍັງຄ່ອຍມົ້ມ      ມີຊາດຊີວິດ ຢູ່ນັ້ນ
ຂໍໃຫ້         ມີຄົນນໍາ            ຂາບຖວາຍເຖິງຂ້າ
ເທິງດິນແທ້          ສິນທານທ້າວກໍ່ ມານັ້ນ
            ຂ້າຈັກ       ຍົກແຍ່ງຂຶ້ນ          ຈໍາຈ້າງຊ່ອຍຊູ ທ້າວເຖີ້ນ ...>>
ຫຼັງຈາກນັ້ນແມ່ລູກ(ນາງສຸມຸນທາກັບນາງສີດາຈັນ) ກໍໄດ້ເດີນທາງຮ່ວມທ້າວທັງຫົກດ້ວຍຄວາມອາໄລອາວອນ ບົນເສັ້ນທາງອັນທຸລະກັນດານ ແລະ ດ້ວຍຄວາມວາດລະແວງ ກັບຊູ່ນະຄອນເປັງຈານ ດ້ວຍຄວາມທຸກໃຈ. ບັ້ນ ກາລະບັ້ນ ກ່າວພຽງເທົ່ານີ້.
ສັບພາສາທີ່ນໍາມາໃຊ້ທັງສາມບັ້ນນີ້ເຫັນວ່າ ນັກແຕ່ງໃຊ້ສິລະປະໃນການແຕ່ງເປັນແບບກອນທໍາມະດາ, ສັບພາສາທີ່ນໍາມາໃຊ້ການແຕ່ງກໍມີລັກສະນະມະຫາຊົນເປັນສັບສາມັນເຂົ້າໃຈງ່າຍ. ວາດການແຕ່ງກອນກໍນັບວ່າຖືກຕ້ອງຕາມລັກສະນະກົດເກນຂອງກອນ ແລະ ມີຖ້ອຍຄໍາສໍາຜັດເກາະກ່າຍກັນດີເມື່ອອ່ານກໍມ່ວນອ່ອນຊອນໄປນໍາເລື່ອງເຊັ່ນ: 
ການໃຊ້ສັບວາດພາບພາຍໃນໄດ້ດີ ເຊັ່ນວ່າ: ບັ້ນນາກສະດຸ້ງ ດັ່ງຄໍາກອນ
       <<... ພີ່ກໍ   ເຫັນຮູບນ້ອງ               ນັບແຕ່ໃນມະໂມ ແລນໍ
            ເໝືອນໝ່ອມນໍາແນມຮັກ            ຮູບຂວັນແຂວນໄວ້
                  ໂອຍໂອຍໂອ້              ຮຸນແຮງຮ້ອນສະຫວາດ
            ເທື່ອນີ້ ອ້າຍຈາກເຈົ້າ              ເຈຍລະຮ້າງຮູບໄກ ...>>
ການໃຊ້ສັບພາສານິ້ມນວນບໍ່ແຂງກະດ້າງຫຍາບຄາຍ, ບັນລະບາຍເຖິງສັດປ່ານາໆພັນເຊັ່ນ:ຕອນສິນໄຊສັ່ງສອນສັດ(ບັ້ນຖາປະນາ ບັ້ນບາສີສະເຫວີຍລາດ) ດັ່ງຄໍາກອນວ່າ:
       <<... ບັດນີ້ກູ ຈັກພາກເພື່ອນພ້ອມ         ເມື່ອສູ່ເປັງຈານ ກ່ອນແລ້ວ
                  ທັງປວງສູ                 ຢູ່ຍືນຍາເສົ້າ
            ຢູ່ດີເຢີ  ມະຍູລາເຄົ້າ               ປະຫິດຫຽນຫົງເຫບ
                  ຕະຫຼຸມໄກ່ກຸ້ມ              ການໍ້າເຈົ້າຈອງ
                  ຍາງຂາວເຂັ້ມ              ຊຽງຊຸມຊາຍກວາກ
                  ເຕັນຕ່ອງແຕ້               ຄໍກ້ຽວກ່ານແຊງ
                  ອຸມລວາຮຸ້ງ                ຕາໄນແກກະອອກ
                  ຈິບກ່າປໍ້                  ເປຍຝ້າຍກະແດບດິນ ...>>
ການໃຊ້ສັບພາສາທີ່ ເທສະນາໂວຫານສັ່ງສອນຕາມພຸດທະສາສະໜາ(ຕາມທຳມະຊາດ)  ເຊັ່ນວ່າ:
    <<... ອັນວ່າ ຄວາມທຸກແທ້              ມີມາໃນໂລກ
ໃຜອາດເວັ້ນ               ວາງໄວ້ຫ່ອນມີ ເຈົ້າເອີຍ
      ຢຽວວ່າ ບຸນມາລົ້ນ                ເມື່ອສູ່ນີລະພານ ເມື່ອໃດ
      ຈິ່ງຈັກ ຫາຍກັງວົນ                ເວດທະນາໃນນັ້ນ
      ຄວນທີ່ ທັງຫຼາຍໃຫ້                ເຮວແຮງຕັ້ງຕ່ອມ     ຕົນເຖີນ
      ຢ່າໄດ້ ຄຶດໃຫ້ເສົ້າ                 ສູນຄ້ອຍຄ່ອຍຄົງ      ແດ່ເນີ ...>>
ການໃຊ້ສັບພາສາທີ່ພັນລະນາດອກໄມ້ ທີ່ເກີດຕາມທໍາມະຊາດ ແລະ ເປັນຕາມລະດູການວັນເດືອນປີຂອງມັນ ເຊັ່ນວ່າ:
       <<... ເດຍລະດາດໄມ້             ເຮືອງດອກລະດູໜາວ  ພຸ້ນເຢີ
            ລະດູເດືອນສາມ            ລ່ວງດົງດົນຍ້າຍ
            ຮົມຮົມຂ້າ                 ສະຫງວນຊົມຊ້ອນເກດ
            ຟ້າສວ່າງເຕົ້າ              ລະດູແລ້ງລ່ວງລົມ ...>>
ນອກຈາກນີ້ ນັກປະແຕ່ງຍັງໄດ້ພັນລະນາຍົກໃຫ້ເຫັນຮີດຄອງປະເພນີການແຕ່ງກາຍ, ຮູບຮ່າງລັກສະນະຂອງຜູ້ທີ່ຊາຍທັງປາຖະໜາຢາກໄດ້ ໂດຍມີການປຽບທຽບສິ່ງມີຄວາມງົດງາມຕ່າງໆ ດັ່ງບົດກອນທີ່ວ່າ:
       <<... ບໍ່ໃຫຍານ້ອຍ              ປະມານຮູບຮາມສາວ
            ຄິງບາງບິງ                ບ່ຽງສະໄບບັງເນື້ອ
            ເຮືອງເຮືອງມ້າວ            ເພິງຄໍາຄຽນຄາດ
            ນິ້ວສ່ອງສ້ວຍ              ແຫວນແກ້ວກ່ອມຕວຍ ...>>  
ເຖິງວ່າສິລະປະການປະດິດແຕ່ງຈະແຕ່ງແບບກອນອ່ານທໍາມະດາ ແລະ ມີຄວາມມ່ວນອ່ອນຊອນເກາະກ່າຍລຽນໄຫຼກັນກໍຕາມ. ແຕ່ບາງບາດ, ບາງຕອນຂອງຄໍາກອນ ສັບບາງສັບກໍເຂົ້າໃຈຢາກ. ເນື່ອງຈາກນັກແຕ່ງໄດ້ນໍາສັບ ລາຊາສັບ ແລະ ສັບບາລີ ມານໍາໃຊ້ເຂົ້າການປະດິດແຕ່ງ ຈຶ່ງຍາກສຳລັບການຈະເຂົ້າເນື້ອໃນບາງຕອນໄດ້.

ບົດວັນນະກໍາເລື່ອງ ສັງສິນໄຊ ເປັນວັນນະຄະດີຊັ້ນຍອດຂອງລາວ ເຊິ່ງທ້າວ ປາງຄໍາ ນັກປາດອາຈານຄົນລາວເປັນຜູ້ນິພົນຂຶ້ນມາ ດ້ວຍຄວາມເຂົ້າໃຈສະຫຼາດສ່ອງໃສ ເຫັນໄດ້ທາງດ້ານຮູບການ ແລະ ເນື້ອໃນ, ສ່ອງແສງໃຫ້ເຫັນສັງຄົມສັກດິນາ ໄລຍະອານາຈັກລາວລ້ານຊ້າງຈະເລີນຮຸ່ງເຮືອງ ໃນສະໄໝກ່ອນມີການຕໍ່ສູ້ເຊິ່ງກັນ ແລະ ກັັນ ຂອງຝ່າຍອະທໍາກັບສິນທໍາ, ເວລາໃດຝ່າຍສິນທໍາກໍເອົາຊະນະຝ່າຍອະທໍາຢູ່ສະເໝີ, ຕົວລະຄອນ ສິນໄຊ ເປັນບຸກຄົນອຸດົມຄະຕິທີ່ຊາວຜູ້ອອກແຮງງານສ້າງຂຶ້ນມາບົນພື້ນຖານສັງຄົມຕົວຈິງຕາມຄວາມໄຝ່ຝັນຂອງເຂົາເຈົ້າ.
ບົດວັນນະກໍາເລື່ອງ ສັງສິນໄຊຜູ້ແຕ່ງໄດ້ແຕ່ງເປັນຄໍາກອນ ເກາະກ່າຍແຕ່ຕົ້ນຕະຫຼອດປາຍ  ສັບພາສາມີມະໂນພາບ ກະທັດຮັດ ມີເນື້ອໃນທີ່ອຸດົມສົມບູນ ອ່ານແລ້ວມ່ວນອອນຊອນ ສົມແລ້ວທີ່ຖືກຂະນະນາມເປັນວັນນະຄະດີຊັ້ນຍອດຂອງລາວ.


ສາລະບານ
ຫົວຂໍ້                                                            ໜ້າ

ไม่มีความคิดเห็น:

แสดงความคิดเห็น