ວິທະຍາໄລສົງອົງຕຶ້ວິຊາ ພາສາລາວ
1. ຄວາມໝາຍຂອງວະຈີວິພາກ.
ວະຈີວິພາກ
ແມ່ນສ່ວນໜຶ່ງຂອງໄວຍະກອນລາວ
ທີ່ໄດ້ສະເໜີກ່ຽວກັບການນຳໃຊ້ຄຳເວົ້າຢູ່ໃນແຕ່ລະປະໂຫຍກຕ່າງໆ
ເຊິ່ງມັນໄດ້ສະເໜີໃຫ້ພວກເຮົາຮູ້ເຖິງຊະນິດຄຳເວົ້າ,ປະເພດຄຳເວົ້າ,ລັກສະນະຂອງຄຳເວົ້າໃນພາສາລາວ.
2. ປະເພດຄຳເວົ້າໃນພາສາລາວ.
ປະເພດຄຳເວົ້າໃນພາສາລາວແບ່ງອອກເປັນ
7 ປະເພດ ຄື ຄຳນາມ,ຄຳແທນນາມ,ຄຳກຳມະ,ຄຳຄຸນນາມ,ຄຳເຊື່ອມ,ຄຳຕໍ່ ແລະ ຄຳອຸທານ.
1.
ຄຳນາມ.
ຄຳນາມ
ແມ່ນຄຳຈຳພວກທີ່ໃຊ້ເປັນຊື່ທົ່ວໄປທີ່ເປັນຮູບປະທຳ ແລະ ນາມມະທຳ.
ຕົວຢ່າງ:
-
ນາມທີ່ເປັນຮູບປະທຳ ໄດ້ແກ່:
ຄົນ,ນົກ,ມ້າ,ດິນ,ນ້ຳ,ໂຕະ,ຕັ່ງ,ກະດານ...
-
ນາມທີ່ເປັນນາມມະທຳ ໄດ້ເເກ່: ຈິດໃຈ,ອຳນາດ,ສັນຕິພາບ,ອິດສະຫຼະພາບ,ອາກາດ...
2.
ຄຳແທນນາມ (ຄຳສັບພະນາມ).
ຄຳແທນນາມ
ແມ່ນຄຳທີ່ໃຊ້ແທນຄຳນາມເພື່ອບໍ່ໃຫ້ລື້ມຄືນຄຳເກົ່າ.
ຕົວຢ່າງ: - ອາຈານ ສົມສີ
ເຫັນ ທ້າວບຸນມີ ເພີ່ນ ຈິ່ງຖາມ ລາວ ວ່າ ເຈົ້າ
ໄປໃສ່ບໍ່ເຫັນມາຢາມ ຂ້ອຍ ແດ່.
3.
ຄຳກຳມະ (ກິລິຍາ ຫຼື ຕົວ ສຳແດງ).
ຄຳກຳມະ ແມ່ນຄຳທີ່ສະແດງອາການເຄື່ອນໄຫວຂອງຄຳນາມ
ແລະ ຄຳແທນນາມ ຢູ່ໃນປະໂຫຍກໜຶ່ງໆ ຫຼື ເວົ້າວ່າແມ່ນຄຳຈຳພວກທີ່ມີຄວາມໝາຍສະແດງເຖິງອາການເຄື່ອນໄຫວ
ແລະ ການກະທຳ.
ຕົວຢ່າງ: - ຂ້ອຍໄປໂຮງຮຽນ.
4.
ຄຳຄຸນນາມ (ຄຳວິເສດ).
ຄຳຄຸນນາມ
ແມ່ນຄຳສະແດງລັກສະນະຂອງຄຳນາມ,ຄຳແທນນາມ,ຄຳກຳມະ ແລະ ຄຳຄຸນນາມດ້ວຍກັນ ເຊັ່ນ
ດີ,ຊົ່ວ,ສູງ,ຕ່ຳ,ດຳ,ຂາວ,ກວ້າງ,ແຄບ,ໃຫຍ່,ນ້ອຍ,ໄວ,ຊ້າ,ໄກ,ໃກ້..
ນອກຈາກນັ້ນ ຄຳຄຸນນາມ
ຍັງເຮັດໜ້າທີ່ຂະຫຍາຍ ຄຳນາມ,ຄຳແທນນາມ,ຄຳກຳມະ ແລະ ຄຳຄຸນນາມດ້ວຍກັນເພື່ອໃຫ້ມີຄວາມໝາຍແຈ້ງຂື້ນຕື່ມ.
ຕົວຢ່າງ:
- ຄໍາຄຸນນາມໃຊ້ຂະຫຍາຍຄໍານາມ ເຊັ່ນ ຄົນສະຫຼາດ,ຕົ້ນໄມ້ໃຫຍ່,ຜ້າແດງ,ນັກຮຽນດຸໝັ່ນ.
ຄຳວ່າ: ສະຫຼາດ,ໃຫຍ່,ແດງ,ດຸໝັ່ນ
ແມ່ນຄຳຄຸນນາມທີ່ໄປຂະຫຍາຍຄຳນາມ.
5.
ຄຳເຊື່ອມ (ຄຳບຸບພະບົດ).
ຄຳເຊື່ອມ
ແມ່ນຄຳສຳລັບໃຊ້ເຊື່ອມລະຫວ່າງ ຄຳນາມ ກັບ ຄຳນາມ, ຄຳນາມ ກັບ ຄຳແທນນາມ, ຄຳນາມ ກັບ
ຄຳກຳມະ ແລະ ຄຳກຳມະ ກັບ ຄຳກຳມະ ໃຫ້ແຈ້ງຂື້ນຕື່ມຕາມໜ້າທີ່ຂອງມັນເຊັ່ນ:
ຕົວຢ່າງ - ຄຳນາມ ກັບ ຄຳນາມ ປາ ໃນ ນໍ້າ,ຕົ້ນໄມ້ ໃນ
ປ່າ,ສວນ ໃກ້ ເຮືອນ
6.
ຄຳຕໍ່ (ຄຳສັນທານ).
ຄຳຕໍ່ ແມ່ນຄຳທີ່ໃຊ້ ຄຳ ກັບ
ຄຳ, ປະໂຫຍກ ກັບ ປະໂຫຍກ ຫຼື ຂໍ້ຄວາມ ກັບ ຂໍ້ຄວາມ ໃຫ້ເນື່ອງກັນ.
ຕົວຢ່າງ:
-
ຄຳຕໍ່: ພໍ່ ກັບ ລູກ, ອ້າຍ ແລະ ນ້ອງ.
-
ຕໍ່ເປັນປະໂຫຍກ: ອ້າຍອອກແຮງງານແຕ່ນ້ອງຫຼິ້ນ,ຝົນຕົກແຕ່ແດດອອກ,ສຸດແຕ່ວ່າຄູສອນນັກຮຽນບໍ່ຕັ້ງໃຈຟັງ...
7.
ຄຳອຸທານ.
ຄຳອຸທານ
ແມ່ນຄຳທີ່ໃຊ້ເພື່ອສະແດງຄວາມຍິນດີ,ຄວາມຕື່ນຕົກໃຈ,ຄວາມຊົມເຊີຍ,ຄວາມງຶດງໍ້ອັດສະຈັນ,ຄວາມອິດູສົງສານ...ຄຳທີ່ສະແດງອາການເຫຼົ່ານັ້ນໄດ້ແກ່:
ປັດໂທ,ໂອນໍ,ບະນໍ,ອ້າວ,ໂຢ້ວ...
ຕົວຢ່າງ:
-
ສະແດງອາການຮຽກຮ້ອງ ແມ່ນຄໍາຈຳພວກ:
ເຮີຍ,ແນ່,ແນ້,ເອີຍ,ເອີ່ຍ,ເວີຍ,ເນີ,ເດີ..
-
ຂຽນເປັນປະໂຫຍກ: ເຮີຍ!ເຊົາກ່ອນເຮີຍ!ຖ້າຈັກບຶດກ່ອນ.
3.
ຄວາມໝາຍຂອງວະກາຍະສຳພັນ.
ວາກະຍະສຳພັນ ແມ່ນຂະແໜງໜຶ່ງຂອງໄວຍະກອນລາວ
ເຊິ່ງມີໜ້າທີ່ຄົ້ນຄວ້າຫາຫົວໜ່ວຍຂັ້ນສູງສຸດຂອງພາສາ ແລະ ຫົວໜ່ວຍພື້ນຖານຄວາມເວົ້າ.ມັນຄົ້ນຄວ້າເຖິງການປະກອບສ້າງ
ຫຼື
ການຜູກພັນຄຳເວົ້າໃຫ້ເປັນປະໂຫຍກ,ເປັນພື້ນຖານເບື້ອງຕົ້ນໃຫ້ແກ່ການສ້າງເປັນຂໍ້ຄວາມໃນການນຳໃຊ້ພາສາທັງຮູບແບບການເວົ້າ
ແລະ ການຂຽນ.
4.
ຄວາມໝາຍຂອງວະລີ ແລະ ປະເພດຂອງວະລີ.
1. ຄວາມໝາຍຂອງວະລີ.
ວະລີ ແມ່ນໝວດຄຳ ຫຼື ໝູ່ຄຳ ທີ່ເວົ້າຕິດຕໍ່ກັນຕັ້ງແຕ່ສອງຄຳຂື້ນໄປ.ຄໍາທີ່ເອົາມາເວົ້າຕິດຕໍ່ກັນນີ້
ມີຄວາມໝາຍອັນລະຢ່າງ ແຕ່ເມື່ອເອົາຕິດຕໍ່ເຂົ້າກັນແລ້ວ
ເກີດມີຄວາມໝາຍກ່ຽວເນື່ອງຜູກພັນກັນ.ເຖິງວ່າມັນມີຄວາມໝາຍຜູກພັນກັນ
ແຕ່ກໍ່ຍັງບໍ່ທັນຄົບຖ້ວນຄືກັບປະໂຫຍກ.
ຕົວຢ່າງ: -
ນະຄອນຫຼວງວຽງຈັນ
2. ປະເພດຂອງວະລີ.
ວະລີລວມມີ 7 ປະເພດຄື: ນາມວະລີ,ແທນນາມວະລີ,ກຳມະວະລີ,ຄຸນນາມວະລີ,ເຊື່ອມວະລີ,ຕໍ່ວະລີ
ແລະ ອຸທານວະລີ.
1. ຄໍານາມວະລີ ແມ່ນໝວດຄໍາໃດທີ່ມີຄໍານາມຢູ່ຕໍ່ໜ້າ
ຫຼື ຕັ້ງຕົ້ນເອີ້ນວ່າຄໍານາມວະລີ.
ຕົວຢ່າງ: -
ເມືອງລາວສວຍງາມ.
2. ຄໍາແທນນາມວະລີ ແມ່ນໝວດຄໍາທີ່ມີຄໍາແທນນາມຢູ່ໜ້າ
ຫຼື ຕັ້ງຕົ້ນ ເອີ້ນວ່າຄໍາແທນນາມວະລີ.
ຕົວຢ່າງ: - ພວກເຂົາທັງຫຼາຍ.
3. ຄໍາກຳມະວະລີ ແມ່ນໝວດຄໍາທີ່ມີຄໍາກໍາມະຢູ່ໜ້າ
ຫຼື ຕັ້ງຕົ້ນ ເອີ້ນວ່າຄໍາກໍາມະວະລີ.
ຕົວຢ່າງ: - ຂຽນອ່ານ.
4. ຄໍາຄຸນນາມວະລີ ແມ່ນໝວດຄໍາທີ່ມີຄໍາຄຸນາມຢູ່ໜ້າ
ຫຼື ຕັ້ງຕົ້ນ ເອີ້ນວ່າຄໍາຄຸນນາມວະລີ.
ຕົວຢ່າງ: - ສຸພາບຮຽບຮ້ອຍ.
5. ຄຳເຊື່ອມວະລີ ແມ່ນໝວດຄໍາທີ່ມີຄໍາເຊື່ອມຢູ່ໜ້າ
ຫຼື ຕັ້ງຕົ້ນ ເອີ້ນວ່າຄໍາເຊື່ອມວະລີ.
ຕົວຢ່າງ: - ຂ້າແຕ່ທ່ານຜູ້ຊົງຄຸນວຸດທິ.
6. ຄໍາຕໍ່ວະລີ ແມ່ນໝວດຄໍາທີ່ມີຄໍາຕໍ່ຢູ່ໜ້າ
ຫຼື ຕັ້ງຕົ້ນ ເອີ້ນວ່າຄໍາຕໍ່ວະລີ.
ຕົວຢ່າງ: - ເພາະສະນັ້ນ.
7. ຄໍາອຸທານວະລີ ແມ່ນໝວດຄໍາທີ່ມີຄໍາອຸທານຢູ່ໜ້າ
ຫຼື ຕັ້ງຕົ້ນ ເອີ້ນວ່າຄໍາອຸທານວະລີ.
ຕົວຢ່າງ: - ພຸດໂທເອີຍ!.
5.
ຄວາມໝາຍຂອງປະໂຫຍກ.
ປະໂຫຍກ ແມ່ນຄວາມເວົ້າຕອນໜຶ່ງ ເຊິ່ງມີຄວາມໝາຍຄົບຖ້ວນ
ໂດຍມີຄໍາຕົວຕັ້ງ,ຄຳກຳມະຄົບ ຫຼື ຄຳຕົວຕັ້ງຄຳກຳມະຂາດ ແລະ ຄຳປະກອບ.
ຕົວຢ່າງ: - ນ້ອງຂຽນໜັງສື.
6.
ປະໂຫຍກໃນພາສາລາວ.
ປະໂໂຫຍກໃນພາສາລາວມີ 3 ລັກສະນະຄື: ປະໂຫຍກທີ່ແບ່ງຕາມຈຸດປະສົງ,ປະໂຫຍກທີ່ແບ່ງຕາມຄຳຕົວຕັ້ງ
ແລະ ປະໂຫຍກທີ່ແບ່ງຕາມໂຄງສ້າງ.
1. ປະໂຫຍກທີ່ແບ່ງຕາມຈຸດປະສົງ.
ປະໂຫຍກທີ່ແບ່ງຕາມຈຸດປະສົງແບ່ງອອກເປັນ 4 ຊະນິດຄື: ປະໂຫຍກບອກເລົ່າ (ບອກກ່າວ),ປະໂຫຍກຄໍາຖາມ,ປະໂຫຍກບົງການ
(ປະໂຫຍກສັ່ງ ຫຼື ບັງຄັບ) ແລະ ປະໂຫຍກອຸທານ (ທ້ວງ!).
v ປະໂຫຍກບອກເລົ່າ
(ບອກກ່າວ).
ເປັນປະໂຫຍກທີ່ມີເນື້ອໃນໃຈຄວາມ
ບອກໃຫ້ຮູ້ເຖິງແນວຄິດຈິດໃຈ ຫຼື ການເຄື່ອນໄຫວຕ່າງໆ.ເນື້ອໃນຄວາມໝາຍຈະສັ້ນ ຫຼື ຍາວ
ກໍຂື້ນກັບຈຸດປະສົງຂອງຜູ້ເວົ້າ ຫຼື ຜູ້ຂຽນນັ້ນເອງ.
ຂອບເຂດ,ເນື້ອໃນມີຄວາມໝາຍກວ້າງຂວາງ ແລະ ຄົບຖ້ວນ.
ຊະນິດຂອງປະໂຫຍກບອກເລົ່າ
ມີ 2 ຢ່າງຄື: ປະໂຫຍກບອກເລົ່າບອກຄວາມຢືນຢັນ ແລະ
ປະໂຫຍກບອກເລົ່າບອກຄວາມປະຕິເສດ.
·
ປະໂຫຍກບອກເລົ່າບອກຄວາມຢືນຢັນ.
ປະໂຫຍກຊະນິດນີ້
ບອກຂ່າວເລື່ອງທີ່ເປັນໄປຕາສະພາບທີ່ຄວນເປັນ.ມັນຖືກນິຍົມໃຊ້ເພື່ອຢືນຢັນຄວາມເປັນຈິງແຫ່ງການເຄື່ອນໄຫວ,ລັກສະນະອາການ
ແລະ ລັກສະນະສະເພາະເປົ້າໝາຍ.
ຕົວຢ່າງ:
- ສວນດອກໄມ້ຂອງ
ນາງສີອຳພອນ ພວມບານ.
·
ປະໂຫຍກບອກເລົ່າບອກຄວາມປະຕິເສດ.
ປະໂຫຍກນີ້ ເປັນປະໂຫຍກທີ່ນຳໃຊ້ເພື່ອປະຕິເສດຄວາມເປັນຈິງ
ແຫ່ງການເຄື່ອນໄຫວ,ລັກສະນະອາການ ແລະ ລັກສະນະສະເພາະຂອງເປົ້າໝາຍ. ມັນແມ່ນປະໂຫຍກທີ່ກົງກັນຂ້າມກັບປະໂຫຍກບອກເລົ່າບອກຄວາມຢືນຢັນ.ປະໂຫຍກບວກເລົ່າປະຕິເສດໄດ້ແກ່ຄຳວ່າ
ບໍ່,ບໍ່ທັນ,ຍັງບໍ່ທັນ...
ຕົວຢ່າງ: - ເອື້ອຍຄູ ນໍ້າຝົນ
ຍັງບໍ່ທັນ ແຕ່ງງານ.
v ປະໂຫຍກຄຳຖາມ (?).
ປະໂຫຍກຄຳຖາມ ແມ່ນປະໂຫຍກທີ່ຕັ້ງຂື້ນເພື່ອສືບຖາມຄວາມເປັນໄປ ຂອງວັດຖຸສິ່ງ,ເຫດການ,ປະກົດການ
ຫຼື ສະພາບການໃດໜຶ່ງ ທີ່ຜູ້ຖາມມີຄວາມບໍ່ເຂົ້າໃຈ,ບໍ່ຮູ້ສືກ ຫຼື ສົງໄສ ແລະ
ລໍຄຳຕອບຈາກຄູສົນທະນາ ຫຼື ຜູ້ຖືກຖາມ. ປະໂຫຍກຖາມເວລາໃດກໍລົງທ້າຍດ້ວຍເຄື່ອງໝາຍ (?)
ສະເໝີ.
ຕົວຢ່າງ: - ເຈົ້າຈະໄປໂຮງຮຽນກັບ
ຜູ້ໃດ?
v ປະໂຫຍກບົງການ
(ປະໂຫຍກສັ່ງ ຫຼື ບັງຄັບ).
ປະໂຫຍກບົງການ
ແມ່ນປະໂຫຍກທີ່ມີເນື້ອຄວາມບອກໃຫ້ອີກຝ່າຍໜຶ່ງເຮັດວຽກ.ປະໂຫຍກຊະນິດນີ້ອາໄສຊິບອກ ຫຼື
ອາໄສທ່ວງທຳນອງສຽງເຂົ້າຊ່ວຍກໍມີ,ປະໂຫຍກບົງການແບ່ງອອກເປັນຫຼາຍຢ່າງ....
ຕົວຢ່າງ:
·
ປະໂຫຍກທັກຖາມສ້າງຂື້ນໂດຍອາໄສຄໍາມະໂນພາບ.
-
ຖາມເຖິງພາກສ່ວນຫຼັກຂອງປະໂຫຍກ ໄດ້ແກ່: ເຈົ້າຈະໄປກັບ ຜູ້ໃດ?.
-
ຖາມເຖິງພາກສ່ວນແອ້ມ ໄດ້ແກ່: ຫໍພຣະແກ້ວ ຢູ່ໃນ?. (ຫໍພຣະແກ້ວ
ກໍຢູ່ໃກ້ກັບຫໍຄຳ).
·
ປະໂຫຍກຄໍາຖາມສ້າງຂື້ນໂດຍອາໄສຄໍາພາຫະນະ.
-
ໃຊ້ຄໍາຕໍ່ມີໃນຮູບດຽວ ແລະ ຄວບ ໄດ້ແກ່: ລູກກິນເຂົ້າ ແລ້ວ
ຫຼື ຍັງ? (ຖາມເພື່ອແນ່ໃຈ).
-
ໃຊ້ຄໍາຊ່ວຍ.
ບໍ່ໃຊ້ຄຳຖາມເພື່ອຕ້ອງການຮູ້ວ່າ ສິ່ງຖືກຖາມເປັນໄປໄດ້ ຫຼື ບໍ.ຍ້ອນແນວນັ້ນຄໍາຕອບຈິ່ງຈະມາໃນຮູບຮັບ
ແລະ ປະຕິເສດ ຫຼື ລັກສະນະບໍ່ໝັນໃຈ.
ຕົວຢ່າງ: - ລາວຮູ້ຈັກເລື່ອງນີ້ແລ້ວບໍ?.
v ປະໂຫຍກອຸທານ(ທ້ວງ!).
ປະໂຫຍກອຸທານ ແມ່ນປະໂຫຍກສະແດງຄວາມແປກໃຈ,ປະທັບໃຈ,ສະອອນໃຈ,ສົດຊື່ນ,ສັນລະເສີນ,ຕໍ່າຄ້ອຍນ້ອຍໃຈ,ຕໍານິຕິຕຽນຂອງຜູ້ເປັ່ງຄໍາອຸທານ.ປະໂຫຍກອຸທານແບ່ງອອກເປັນຫຼາຍຢ່າງຄື:
ຕົວຢ່າງ:
-
ປະໂຫຍກສະແດງຄວາມປະທັບໃຈໄດ້ແກ່: ບ໋າ,ງາມພິລຶກແທ້!.
-
ປະໂຫຍກສະແດງຄວາມສັນລະເສີນໄດ້ແກ່: ປະເທດຊາດຈົ່ງ ຈະເລີນ!.
-
ປະໂຫຍກສະແດງຄວາມເສຍໃຈ,ຄ້ອຍໃຈ,ຄຽດຂົມ ໄດ້ແກ່: ພຸດໂທເອີຍ,
ຈັ່ງແມ່ນເວນກູ!.
-
ປະໂຫຍກສະແດງການຕື່ນທ້ວງ,ສົງໄສ ໄດ້ແກ່: ອຸ໋ຍ, ຈັ່ງແມ່ນເປັນຕາໜ່າຍ!.
2. ປະໂຫຍກທີ່ແບ່ງຕາມຄໍາຕົວຕັ້ງ.
ປະໂຫຍກທີ່ແບ່ງຕາມຄໍາຕົວຕັ້ງແບ່ງອອກເປັນ 4 ຊະນິດ ຄື: ປະໂຫຍກກົງ
(ປະໂຫຍກກັດຕາ),ປະໂຫຍກອ້ອມ (ປະໂຫຍກເຫຕຸກັດຕາ),ປະໂຫຍກກໍາມະ (ປະໂຫຍກສໍາແດງ) ແລະ
ປະໂຫຍກຮັບ (ປະໂຫຍກກາລິຕະກໍາ).
·
ປະໂຫຍກກົງ (ປະໂຫຍກກັດຕາ).
ປະໂຫຍກກົງເປັນປະໂຫຍກຄໍາຕົວຕັ້ງເປັນຜູ້ເຮັດເອງ ຫຼື ຜູ້ເຮັດເອງເວົ້າຂື້ນກ່ອນມີ
2 ລັກສະນະຄື:
-
ປະໂຫຍທີ່ປະກອບດ້ວຍ
ຄໍາຕົວຕັ້ງກັບຄໍາກໍາມະຄົບ,ມັນບໍ່ຈໍາເປັນເອົາຄໍາປະກອບອື່ນມາຕື່ມໃສ່ກໍໄດ້ເນື້ອຄວາມສົມບູນ.
ຕົວຢ່າງ: ຝົນຕົກ,ນົກຮ້ອງ,ນ້ອງໄດ້,ໄມ້ຫັກ,ຍັກແລ່ນ,ແລ່ນນອນ,ຂອນໄຫຼ...
ຄໍາວ່າ: ຕົກ,ຮ້ອງ,ໄຫ້,ຫັກ,ແລ່ນ,ນອນ,ໄຫຼ ລ້ວນແຕ່ເປັນຄໍາກໍາມະຄົບ
ເພາະມີເນື້ອໃນຄວາມໝາຍຄົບຖ້ວນໃນຕົວຂອງມັນເອງ.
-
ປະໂຫຍກທີ່ເປັນຄໍາຕົວຕັ້ງ,ຄໍາກໍາມະຂາດ ແລະ ຄໍາປະກອບ ມັນຈໍາເປັນຕ້ອງອາໄສຄໍາປະກອບມາຕື່ມໃສ່
ຈິ່ງໄດ້ຄວາມໝາຍພຽງພໍໃຫ້ເຂົ້າໃຈໄດ້.
ຕົວຢ່າງ: ຂ້ອຍກິນ...,ຄວາຍຊົນ...,ຄົນຕ້ອງການ...
ດັງນັ້ນ,ເຫັນວ່າບໍ່ທັນໄດ້ເນື້ອຄວາມເທື່ອ,ຕ້ອງມີຄໍາປະກອບມາຕື່ມໃສ່ ເຊັ່ນ
ຂ້ອຍກິນ ເຂົ້າ , ຄວາຍຊົນ ກັນ ,ຄົນຕ້ອງການ ຄວາມສຸກ.
ດັ່ງນີ້ຈຶ່ງມີເນື້ອຄວາມໝາຍເຂົ້າໃຈໄດ້.
ຄຳວ່າ: ກິນ,ຊົນ ແມ່ນຄໍາກໍາມະຂາດ, ຄໍາວ່າ:
ເຂົ້າ,ກັນ,ມີຄວາມສຸກ ແມ່ນເຮັດໜ້າທີເປັນຄຳປະກອບທີ່ນໍາມາຕື່ມໃສ່ຂ້າງຫຼັງຄໍາກໍາມະຂາດ
ເພື່ອເຮັດໃຫ້ເປັນປະໂຫຍກທີ່ມີຄວາມໝາຍຄົບຖ້ວນສົມບູນ.
·
ປະໂຫຍກອ້ອມ (ປະໂຫຍກເຫຕຸກັດຕາ).
ປະໂຫຍກອ້ອມ
ເປັນປະໂຫຍກເຊິ່ງຄໍາຕົວຕັ້ງບໍ່ໄດ້ເຮັດເອງ,ແຕ່ໃຫ້ຜູ້ອື່ນເປັນຄຳປະກອບເຮັດ.
ຕົວຢ່າງ: ພໍ່ໃຫ້ ລູກ
ໄປໂຮງຮຽນ,ຂ້ອຍໃຫ້ ນ້ອງ ໄປນາ,ຄູໃຫ້ ນັກຮຽນ
ຂຽນໜັງສື,ແມ່ໃຫ້ ລູກ ເຝົ້າເຮືອນ...
ໃນປະໂຫຍກອ້ອມນີ້
ຄໍາຕົວຕັ້ງເປັນຜູ້ບອກກະທໍາ,ສ່ວນຄໍາປະກອບເປັນຜູ້ບອກຕົວຈິ່ງ.ສິ່ງທີ່ຄວນເອົາໃຈໃສ່ໃນປະໂຫຍກອ້ອມ
ຕ້ອງມີຄໍາກໍາມະຊ່ວຍ ຖ້າບໍ່ດັ່ງນັ້ນກໍຈະເປັນໄປໃນລັກສະນະບັງຄັບ.
·
ປະໂຫຍກກໍາມະ (ປະໂຫຍກສໍາແດງ).
ປະໂຫຍກກໍາມະ ແມ່ນປະໂຫຍກທີ່ຄໍາຕົວຕັ້ງເປັນຄໍາກໍາມະ.
ຕົວຢ່າງ: ເປັນ
ນາຍຕ້ອງຮັກໝູ່, ເປັນ ປູຕ້ອງຮັກຫຼານ, ມີ
ວັດຖຸເຂົ້າຂອງຕ້ອງປະຍັດ, ມີ ເງິນຊ່າງໃຊ້, ເກີດ
ໄພແຫ້ງແລ້ງຂື້ນທົ່ວປະເທດ...
ປະໂຫຍກຄໍາກໍາມະ ເປັນປະໂຫຍກທີ່ຜູ້ເວົ້າ ຈຸດປະສົງຈະໃຫ້ຄໍາກໍາມະເດັ່ນຂື້ນ
ກໍເອົາຄໍາກໍາມະເວົ້າຂື້ນກ່ອນ,ເປັນຄໍາຕົວຕັ້ງຂອງປະໂຫຍກ.
·
ປະໂຫຍກຮັບ (ປະໂຫຍກກາລິຕະກໍາ) ມີ 2 ລັກສະນະຄື:
-
ປະໂຫຍກຄໍາຕົວຕັ້ງເປັນຜູ້ຖືກເຮັດ ເຊັ່ນ
ນັກຮຽນຖືກຄູຖາມ,ເຮົາຖືກເລົ່າບົດຮຽນ,ນົກຖືກນາຍພານຍິງ,ນັກຮຽນຖືກຄູຮ້າຍ...ສິ່ງສໍາຄັນໃນປະໂຫຍກນີ້ມີຄໍາວ່າ:
“ຖືກ” ປະກອບຢູ່ນໍາ.
-
ປະໂຫຍກຄໍາຕົວຕັ້ງ ເປັນຜູ້ເຮັດຕາມຄໍາສັ່ງຂອງຜູ້ອື່ນ ເຊັ່ນ
ນັກຮຽນຖືກຄູໃຫ້ຂຽນໜັງສື,ເຮົາຖືກຄູໃຫ້ເລົ່າບົດຮຽນ,ນ້ອງຖືກອ້າຍໃຫ້ໄປນາ...
ຂໍ້ສໍາຄັນໃນປະໂຫຍກນີ້ແມ່ນມີຄໍາວ່າ “ຖືກ” ໃຫ້ປະກອບເຂົ້ານໍາ.
3. ປະໂຫຍກທີ່ແບ່ງຕາມໂຄງສ້າງ.
ປະໂຫຍກທີ່ແບ່ງຕາມໂຄງສ້າງແບ່ງອອກເປັນ 2 ຊະນິດຄື: ປະໂຫຍກໂດດ (ປະໂຫຍກສາມັນ) ແລະ
ປະໂຫຍກປະສົມ (ປະໂຫຍກຊ້ອນ).
v ປະໂຫຍກໂດດ
(ປະໂຫຍກສາມັນ) ແມ່ນປະໂຫຍກທີ່ເວົ້າເຖິງຢ່າງດຽວທີ່ມີຄວາມໝາຍດຽວໃນປະໂຫຍກ.
ຕົວຢ່າງ: - ຂ້ອຍຈະໄປໂຮງຮຽນ ມື້ຮື.
v
ປະໂຫຍກປະສົມ (ປະໂຫຍກຊ້ອນ)
ແມ່ນປະໂຫຍກທີ່ມີຫຼາຍຄວາມໝາຍແຕ່ເອົາຄໍາຕໍ່ມາໃສ່ ຫຼື
ບາງເທື່ອອາດຈະເອົາຄຳເຊື່ອມມາແປະປົນກັນໄປ.
ຕົວຢ່າງ: - ນັກຮຽນກາຍບົດຮຽນ ຈາກ
ກະດານ.
·
ປະໂຫຍກປະສົມມີ 2 ລັກສະນະຄື:
-
ປະໂຫຍກປະສົມທຳດາ ເປັນພາກຕົວຕັ້ງ ແລະ
ພາກກຳມະສະແດງອອກຢ່າງທຳມະດາເຊັ່ນ ຂອ້ຍອ່ານໜັງສື ແລະ ເຈົ້າອ່ານໜັງສື
ເຈົ້າຊິຮຽນຫຼືເຈົ້າບໍ່ຮຽນ ເຂົາເປັນຄູທີ່ດີຫຼືເປັນໝູ່ທີ່ດີ.
-
ປະໂຫຍປະສົມລວມ ເປັນປະໂຫຍກລວມພາກຕົວຕັ້ງ ຫຼື ພາກກຳມະ
ຂອ້ຍແລະເຈົ້າອ່ານໜັງສື, ເຈົ້າຊິຮຽນຫຼືບໍ່ ເຂົາເປັນຄູທີ່ດີ ແລະເພື່ອນທີ່ດີ.
ຂອບໃຈຫຼາຍ ສໍາລັບຄວາມດີໆ
ตอบลบສໍາລັບຄວາມຮູ້ດີໆ
ลบດີທີສຸດ
ตอบลบ老挝人好棒了👍
ตอบลบThanks for you help me
ตอบลบnice page
ตอบลบຂອບໃຈ
ตอบลบຂອບໃຈຫຼາຍໆ
ตอบลบຂອບໃຈ
ลบຂອບໃຈຫຼາຍໆ
ตอบลบຂອບໃຈຫລາຍໆ ອ້າຍນ້ອງຫວຽດຮຽນພາສາອ່ານແລ້ວກໍ່ພໍເຂົ້າໃຈ
ตอบลบຂອບໃຈຫລາຍໆ ສ່ວນຫລາຍຈະຊອກຄວາມຮູ້ທີ່ເປັນພາສາລາວຍາກ ແຕ່ເພສນີ້ດີຫລາຍ
ตอบลบຂອບໃຈຫຼາຍໆໃດ້ລື່ມຄືນບົດຮຽນເກົ່າ
ตอบลบມີປະໂຫຍດຫຼາຍຂອບໃຈ
ตอบลบຂອບໃຈທີ່ອະທິບາຍລະອຽດ🤗💙ພໍດີນ້ອງກຳລັງໄປເສັງ
ตอบลบ🙏ຂອບໃຈທີ່ສ້າງ website ນີ້ຂຶ້ນມາ.ມັນມີປະໂຫຍດຫຼາຍສຳລັບນັກຮຽນ,ນັກສຶກສາທຸກໆຄົນ👍🏼👍🏼👏
ตอบลบຂອບໃຈ ທີສ້າງຄວາມຮູ້ໃຫ້ພວກເຮົາລາຍຢ່າງ ມາຈາກໂຮງຮຽນມາລາສິນ
ตอบลบPokerStars - Gaming & Slots at Aprcasino
ตอบลบJoin https://vannienailor4166blog.blogspot.com/ the fun at Aprcasino filmfileeurope.com and play the best of the best 토토사이트 PokerStars casino https://sol.edu.kg/ games including apr casino Slots, Blackjack, Roulette, Video Poker and more!