วันอังคารที่ 24 มกราคม พ.ศ. 2560

ນຳສະເໜີໂດຍ: ພຣະ ທອງລອນ ສຸວັນນະສານ
ຫົວຂໍ້: ຄວາມໝາຍ ແລະ ຄວາມສຳຄັນຂອງພາສາສາລາວ
1.ເປີດຫົວເລື່ອງ
ຄວາມຫມາຍ ແລະ ຄວາມສໍາຄັນຂອງຫົວບົດ
ພາສາລາວ ແມ່ນເປັນພາສາທີ່ມີເອກະລັກສະເພາະຂອງຄົນລາວບໍວ່າຈະເປັນທາງດ້ານການປາກເວົ້າ ຫລື ດ້ານສີລະປະຂີດຂຽນເປັນລາຍລັກອັກສອນ ເຊິ່ງມີມາແຕ່ດຶກດໍາບັນກ່ອນສະໄຫມເຈົ້າຟ້າງຸ່ມມະຫາລາດ ໃນນັ້ນພາສາລາວ ຫລື ຄໍາລາວແມ່ນເປັນພາສາທີ່ປະສົມປະສານເຂົ້າກັນກັບພາສາປາລີ-ສັນສະກຣິດ ໂດຍທີ່ຄົນລາວເຮົາສ່ວນໃຫຍ່ ທຸກຄົນທີ່ນໍາໃຊ້ ແລະ ແບ່ງແຍກບໍທັນອອກວ່າອັນໃດຄໍາສັບລາວເດີມ ເຄົ້າພາສາລາວແທ້ໆ ແລະ ອັນໃດແມ່ນສັບພາສາປາລີ ແລະ ອັນໃດແມ່ນສັບພາສາສັນສະກຣິດ ຄົນລາວເຮົາສ່ວນໃຫຍ່ຍັງບໍຮູ້ ແລະ ຈໍາແນກໄຈ້ແຍກບໍທັນລະອຽດ ເວົ້າລວມແລ້ວພາສາລາວເຮົາ ແລະ ອັກສອນລາວເຮົາຄົງໄດ້ຮັບອິດທິພົນຈາກພາສາປາລີ-ສັນສະກຣິດ ອາດຈະແມ່ນໃນສະໄຫມເຈົ້າຟ້າງຸ່ມມະຫາລາດທ້ອນໂຮມອານາຈັກລາວລ້ານຊ້າງເຂົ້າເປັນອັນນຶ່ງອັນດຽວ ຈາກນັ້ນເຈົ້າຟ້າງຸ່ມມະຫາລາດຈຶ່ງນໍາເອົາສາສະຫນາເຂົ້າມາສູ່ປະຊາຊົນລາວ ແລະ ປົກຄອງໄຝ່ລາຊະດອນຢ່າງມີຄວາມສຸກຮົ່ມເຢັນ ແລະ ຮຸ່ງເຮືອງທາງດ້ານອະຣິຍະທຳອັນດີງາມ ສະນັ້ນ ພາສາລາວ ແລະ ພາສາປາລີ-ສັນສະກຣິດ ຈຶ່ງຜູກພັນຢ່າງສະຫນິດແຫນ້ນພ້ອມໄປດ້ວຍວັດວາສາສະຫນາ ພາສາລາວຈຶ່ງມີການວິວັດທະນາການ ແລະ ຂະຫຍາຍຕົວຕາມຍຸກຕາມສະໄຫມຂອງການປົກຄອງໃນແຕ່ລະໄລຍະຈົນເຖິງປັດຈຸບັນ.
ໃນສັງຄົມມະນຸດ ການແລກປ່ຽນຄວາມຄິດຄວາມເຫັນລະຫວ່າງຄົນກັບຄົນແມ່ນຄວາມຮຽກຮ້ອງຕ້ອງການອັນຈໍາເປັນເຊິ່ງຂາດບໍໄດ້ ຫາກມີການແລກປ່ຽນຄວາມຄິດຄວາມເຫັນແລ້ວ ການເຄື່ອນ
ໄຫວທຸກຢ່າງໃນສັງຄົມກໍຈະຢຸດສະງັດລົງ ໃນທຸກຂອບເຂດການເຄື່ອນໄຫວຂອງຄົນເຮົາຕ້ອງໃຊ້ພາສາເປັນສື່ ຖ້າມະນຸດບໍໃຊ້ພາສາກໍຈະບໍມີຄວາມເຂົ້າໃຈກັນໄດ້ ພວກເຮົາມີຄວາມຄິດຄວາມເຂົ້າໃຈແນວໃດ ກໍຈະບໍມີໃຜຮູ້ຫາກບໍສະແດງມັນອອກມາ ສື່ທີ່ພວກເຮົາໃຊ້ເພື່ອສະແດງອອກມາພົວພັນກັນນັ້ນກໍແມ່ນພາສາ.
-    ໃນສັງຄົມ ຄົນເຮົາບໍອາດດໍາລົງຊີວິດຢ່າງໂດດດ່ຽວໄດ້ ຍ້ອນເງື່ອນໄຂສະພາບແວດລ້ອມ ນັບແຕ່ຊາວບູຮານພວກເຮົາຍັງໄດ້ດໍາລົງຊີວິດຢູ່ຮ່ວມກັນ ເຂົາເຈົ້າໄດ້ຮ່ວມແຮງຮ່ວມໃຈກັນຕໍ່ສູ້ຕ້ານກັບໄພທຳມະຊາດ ເພື່ອຍາດແຍ່ງ ແລະ ປົກປັກຮັກສາຊີວິດຢູ່ຮ່ວມກັນຕະຫລອດເຖິງຊັບສົມບັດຂອງເຂົາເຈົ້າ.
-    ພາສາ ກໍແມ່ນພາຫານະອັນຫນຶ່ງສໍາລັບຕໍ່ສູ້ເພື່ຶອຂະຫຍາຍສັງຄົມ ການຕໍ່ສູ້ໃນສັງຄົມກໍແມ່ນເງື່ອນໄຂອັນຫນຶ່ງ ທີ່ຊຸກດັນໃຫ້ສັງຄົມຂະຫຍາຍຕົວ.
-    ດັ່ງນັ້ນ ພາສາຈຶ່ງມີຄວາມສໍາຄັນຕໍ່ຊີວິດການເປັນຢູ່ຂອງມະນຸດຫລາຍທີ່ສຸດ ແລະ ຢູ່ບົນຫນ້າໂລກນີ້ກໍມີຫລາຍເຊື້ອຊາດຫລາຍພາສາທີ່ແຕກຕ່າງກັນ ການເປັນຢູ່ໃນແຕ່ລະມື້ນີ້ຄົນຜູ້ຫນຶ່ງຕ້ອງໃຊ້ພາສາໃດຫນຶ່ງ ເພື່ອເປັນພາຫານະແລກປ່ຽນຄົບຄ້າສະມາຄົມກັບຄົນອື່ນໃນສັງຄົມ ໂດຍສະເພາະຜູ້ທີ່ຮູ້ພາສາຕ່າງປະເທດໄດ້ຫລາຍພາສາແລ້ວ ນອກຈາກໃຊ້ ( ພາສາແມ່ ) ເປັນຕົ້ນຕໍແລ້ວຍັງໄດ້ພາສາອື່ນໆອີກຫລາຍໆ ພາສາເປັນສື່ນໍາອີກໃນການພົວພັນກັນໃນໂລກ.
-    ພາສາສາດ ແມ່ນຂະແຫນງວິທະຍາສາດຫນຶ່ງ ທີ່ຄົ້ນຄວ້າປາກົດການຕ່າງໆໃນພາສາ ເປົ້າຫມາຍຂອງການຄົ້ນຄວ້າພາສາສາດແມ່ນພາສາ.
-    ໃນຕົວຈິງ ພາສາບໍແມ່ນປາກົດການຂອງທໍາມະຊາດ ມັນແມ່ນປາກົດການທາງສັງຄົມ ພາສາບໍເຕີບໃຫຍ່ຂະຫຍາຍຕົວຄືກັບຮ່າງກາຍທີ່ມີຊີວິດ ມັນກໍາເນີດ ມັນຄົງຕົວ ແລະ ຂະຫຍາຍຕົວພ້ອມໆ
ກັບສັງຄົມ.
-    ຄວາມຈິງແລ້ວ ພາສາສ່ອງແສງລະດັບການຂະຫຍາຍຕົວຂອງສັງຄົມ ເຊັ່ນ ຊີວິດການເປັນຢູ່ ຮີດຄອງປະເພນີ ແລະ ວະດທະນະທໍາເປັນຕົ້ນ.
-    ຍ້ອນແນວນັ້ນ ວິຊາພາສາສາດ ບໍສະເພາະແຕ່ຕິດພັນກັບວັນນະຄະດີ ມັນຍັງຕິພັນກັບວິຊາປະຫວັດສາດ ບູຮານຄະດີ ຊົນຊາດວິທະຍາ ແລະ ວິຊາອື່ນໆ.
-    ພາສາ ແມ່ນພາຫານະແລກປ່ຽນຄົບຄ້າອາລົມຈິດຂອງຄົນຢູ່ໃນສັງຄົມ ທັງແມ່ນຜະລິດຕະພັນຂອງສັງຄົມ ແລະ ສັງຄົມເປັນຜູ້ກໍານົດໃຊ້ ຖ້າພວກເຮົາເວົ້າເຖິງພາສາຂອງຄົນຊາດໃດຊາດຫນຶ່ງແລ້ວ ກໍແມ່ນຄົນໃນຊາດນັ້ນເປັນຜູ້ກໍານົດໃຊ້ ແລະ ທັງຄົ້ນຄວ້າວິວັດການກໍາເນີດ ການຂະຫຍາຍຕົວຂອງພາສາໃດກໍຕ້ອງຄົ້ນຄວ້າເຖິງປະຫວັດສາດການຂະຫຍາຍຕົວຂອງຊາດນັ້ນ.
-    ພາສາ ແມ່ນລະບົບອັນຫນຶ່ງເຊິ່ງມີຫລັກການຊັບຊ້ອນຢ່າງຄັກແນ່ ແລະ ໂດຍທົ່ວໄປແລ້ວພາກສ່ວນທີ່ປະກອບເປັນລະບົບພາສານັ້ນ ມີ ອັກຂະຫລະ ວັດຈະນາ ໄວຍາກອນ ສັນທະສິນ.
-    ໃນຂະແຫນງຕ່າງໆຂອງພາສາສາດ 1 ມີອັກຄະຫລະວິທະຍາ ແມ່ນວິຊາຄົ້ນຄວ້າກ່ຽວກັບລະບົບສຽງຂອງພາສາ ການນໍາໃຊ້ສຽງຢູ່ໃນບັນດາຫົວຫນ່ວຍທີ່ມີຄວາມຫມາຍຂອງພາສາ ການຜັນປ່ຽນຂອງສຽງໃນພາສາຢູ່ໃນວິວັດປະຫວັດສາດນັ້ນ ເພື່ອຄົ້ນຄວ້າອັກຄະຫລະໃນຫລາຍດ້ານຕ່າງກັນ ເຊັ່ນ ດ້ານຟິຊິກສາດ ດ້ານສະລິຍະສາດ ແລະ ດ້ານສັງຄົມ.
-    2 ວັດຈະນາວິທະຍາ ແມ່ນວິຊາຄົ້ນຄວ້າກ່ຽວກັບປະມວນຄໍາສັບ ຫລື ຫົວຫນ່ວຍທີ່ເທົ່າທຽມກັບຄໍາສັບ ຫນ້າທີ່ຕົ້ນຕໍຂອງວັດຈະນາວິທະຍາແມ່ນຄົ້ນຄວ້າຄັງຄໍາສັບ ( ສາງຄໍາສັບ ) ຂອງພາສາ ອະທິບາຍ ແລະ ວາດພາບ ຄວາມຫມາຍແຕ່ລະຫົວຫນ່ວຍນັ້ນ ເພິ່ນໄດ້ແບ່ງວັດຈະນາອອກເປັນຫລາຍຂະແຫນງນ້ອຍໆຕື່ມອີກ ຄື ວິຊາຄວາມຫມາຍ ວິຊາເຄົ້າສັບ ( ນິລຸດຕິສາດ ) ແລະ ວິຊາສໍານວນ.
-    3 ໄວຍາກອນວິທະຍາ ແມ່ນວິຊາທີ່ຄົ້ນຄວ້າກ່ຽວກັບຫລັກການເຄື່ອນໄຫວຂອງບັນດາຫົວຫນ່ວຍພາສາທັງຫມົດທີ່ມີຢູ່ໃນໂຄງຂອງພາສາ ຫລື ເວົ້າວ່າໄວຍາກອນວິທະຍາ ແມ່ນວິຊາຄົ້ນຄວ້າລະບຽບການເຄື່ຶອນໄຫວ ແລະ ການໍາໃຊ້ພາສາທັງຫມົດ ໄວຍາກອນວິທະຍາມີສອງພາກສ່ວນ ຄື ວາຈີວິພາກ ແລະ ວາກາຍະສໍາພັນ.
-    4 ສັນທະສິນສາດ ແມ່ນມີຫນ້າທີ່ຄົ້ນຄວ້າກ່ຽວກັບວາດເວົ້າ ວາດຂຽນ ຢູ່ໃນພາວະຕ່າງກັນ ເຊັ່ນ ວາດເວົ້າ ວາດຂຽນ ຢູ່ໃນຂົງເຂດວິທະຍາສາດ ການເມືອງ ສິລະປະວັດທະນະທໍາເປັນຕົ້ນ ສັນທະສິນສາດຍັງຄົ້ນຄວ້າກ່ຽວກັບການສະແດງອາລົມຈິດໂດຍຜ່ານພາສາຕື່ມອີກ ເຊັ່ນ ການໃຊ້ສຽງ ຄໍາສັບ ຫລື ປະໂຫຍກໃຫ້ເຫມາະສົມກັບສະພາວະຄວາມເປັນຈິງທີ່ຕ້ອງສະແດງອອກ ເວົ້າອີກຢ່າງຫນຶ່ງສັນທະສິນສາດ ແມ່ນຄົ້ນຄວ້າກ່ຽວກັບການນໍາໃຊ້ພາສາເພື່ອໃຫ້ຮັບປະກັນສິດທິຜົນສູງສຸດນັບທັງຄວາມສັດເຈນ ແລະ ນິ້ມນວນມ່ວນຫູ.
-    ການຈໍາແນກ ພາສາ ແລະ ຄວາມເວົ້າແມ່ນມີຄວາມຫມາຍທີ່ສຸດ ໂດຍສະເພາະແມ່ນຜູ້ທີ່ຄົ້ນຄວ້າພາສາຕ້ອງໄດ້ຮູ້ວ່າປາກົດການອັນໃດແມ່ນພາສາ ແລະ ປາກົດການອັນໃດແມ່ນຄວາມເວົ້າ ພວກເຮົາຈໍາແນກພາສາ ແລະ ຄວາມເວົ້າອອກແມ່ນເພື່ີອຄົ້ນຄວ້າ ແຕ່ບໍແມ່ນແຍກພວກມັນອອກຢ່າງຂາດຂັ້ນ ຖ້າພວກເຮົາບໍແຍກບັນຫາຈໍານວນນີ້ ມັນຈະນໍາໄປເຖິງບ່ອນວ່າລວມເອົາພາສາ ແລະ ຄວາມເວົ້າເຂົ້າເປັນອັນຫນຶ່ງອັນດຽວກັນ ຫາກເປັນເຊັ່ນນີ້ ແມ່ນບໍຖືກຕ້ອງ ແລະຝືນກັບຄວາມເປັນຈິງ.
-    ເຖິງວ່າ ພາສາ ແລະ ຄວາມເວົ້າ ຈະມີບາງດ້ານທີ່ຄ້າຍຄືກັນກໍຕາມ ແຕ່ພວກມັນກໍມີອັນແຕກຕ່າງກັນ ເຊິ່ງພວກເຮົາສາມາດສະຫລຸບໄດ້ດັ່ງນີ້.
-    ພາສາ ແມ່ນຜະລິດຕະພັນຂອງສັງຄົມ ປວງຊົນເປັນເຈົ້າພາສາ ແລະ ມີລັກສະນະທົ່ວໄປ.
-    ພາສາ ມີລັກສະນະຄົງຕົວ ແລະ ຜູກມັດ.
-    ພາສາ ບໍມີລັກສະນະຊົນຊັ້ນ.
-    ຄວາມເວົ້າ ແມ່ນຜະລິດຕະພັນຂອງບຸກຄົນ ມີລັກສະນະເອກະຊົນ ແລະ ບຸກຄົນເປັນເຈົ້າຂອງ.
-    ຄວາມເວົ້າ ມີການປ່ຽນແປງເລື່ອຍໆ ໂດຍສະເພາະແມ່ນວິທີ່ການໃນການນໍາໃຊ້ສັບ.
-    ຄວາມເວົ້າ ມີລັກສະນະຊົນຊັ້ນຢ່າງຈະແຈ້ງ.
2 ການສອນພາສາລາວ
-    ສະນັ້ນ ການສອນພາສາລາວ ຢູ່ຊັ້ນມັດທະຍົມສາມັນສຶກສາຈຶ່ງໄດ້ນໍາໃຊ້ວິທີສອນຫລາຍວິທີຄື:
-    ວິທີສອນແບບບັນລະຍາຍ
-    ວິທີສອນແບບອະພິປາຍ
-    ວິທີສອນແບບສາທິດ
-    ວິທີສອນແບບແບ່ງກຸ່ມເຮັດກິດຈະກໍາ
-    ວິທີສອນແບບແກ້ໄຂບັນຫາ ( ແບບວິທະຍາສາດ )
-    ວິທີສອນແບບທົດລອງ
-    ວິທີສອນແບບສືບສວນ-ສອບສວນ
-    ວິທີສອນແບບສູນການຮຽນ
-    ວິທີສອນແບບອຸປາໄນ ( ຈາກຕົວຈິງ-ຫາທິດສະດີ )
-    ວິທີສອນແບບນີປາໄນ ( ຈາກທິດສະດີ-ຫາຕົວຈິງ )
-    ວິທີສອນໂດຍໃຊ້ບົດບາດສົມມຸດ
-    ວິທີ່ສອນໂດຍໃຊ້ສະຖານະການຈໍາລອງ
-    ວິທີດໍາເນີນກິດຈະກໍາ ແນະນໍານັກຮຽນອ່ານ ແລະ ສົນທະນາເນື້ອໃນກ່ຽວກັບຫລັກການສອນພາສາລາວໃນຊັ້ນມັດທະຍົມຕົ້ນ ແລ້ວຕອບຄໍາຖາມລຸ່ມນິີ້.
-    ຕົວຢ່າງ:
1 ຢາກສອນໄດ້ດີ ຄູຕ້ອງກໍາຫລັກການໃດແດ່ ? ຈົ່ງອະທິບາຍ ແລະ ຍົກຕົວຢ່າງມາປະກອບແຕ່ລະຫລັການ. ( ໃຫ້ນັກຮຽນ 2-3 ຄົນຕອບ ) ນັກຮຽນໃນຫ້ອງປະກອບຄວາມຄິດເຫັນບາງຈຸດທີ່ເຫັນວ່າ ບໍ່ທັນຄົບຖ້ວນ ແລະ ຄູສະຫລຸບຄືນ.
Œ ຈຸດປະສົງ
-    ການສອນ ພາສາລາວສໍາລັບຊັ້ນມັດທະຍົມສຶກສາ ຊັ້ນ ມ2 ບົດທີ 2 ມີຈຸດປະສົງດັ່ງນີ້:
-    ອ່ານເລື່ອງ ແລະ ອ່ານກອນ ໃຫ້ລະອຽດ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ຊັດເຈນ.
-    ໃນເວລາອ່ານ ຄວນພິຈາລະນາເຫດຜົນຢ່າງຮອບຄອບ ແລ້ວນໍາມາປະມວນກັບຄວາມຄິດຂອງຕົນວ່າ ຂໍ້ຄວາມນັ້ນຫມາຍເຖິງຫຍັງ.
-    ພິຈາລະນາຄໍາສັບ ທີ່ມີຄວາມສໍາຄັນນັ້ນໃຫ້ເຂົ້າໃຈຄວາມຫມາຍໄດ້ຊັດເຈນຂຶ້ນ.
-    ຮຽບຮຽງຄໍາສັບ ແລະ ສໍານວນຄໍາເວົ້າໃຫ້ຊັດເຈນ.
-    ຈັບແຕ່ໃຈຄວາມສໍາຄັນ ຂອງເລື່ອງນັ້ນໆ ໂດຍໃຊຄວາມຮູ້ ຄວາມຄິດ ເລືອກຢ່າງມີເຫດຜົນ.
  ເນື້ອໃນ
ຫົວຂໍ້ບົດຮຽນ
ເນື້ອໃນບົດຮຽນ
1.  ຄວາມໝາຍຄໍາຮ້ອຍກອງ
- ແມ່ນຄຳປະພັນທີ່ເປັນຄຳກອນ ໂດຍມີຫຼັກການສຳຜັດແລະມີຫຼັກການຄໍາເອກ ຄໍາໂທ ໃຫ້ຖືກຕ້ອງຕາມໂຄງປະກອບຂອງມັນ.


2. ຫຼັກການໃນການອ່ານຄໍາຮ້ອຍກອງ
- ການອ່ານບົດຄຳຮ້ອຍກອງຕ້ອງອ່ານເປັນຈັ່ງຫວະແລະທໍານອນໂດຍມີການເນືອງສຽງຕາມຫຼັກສະນະສຳຜັດຂອງແຕ່ລະບົດຮ້ອຍກອງ…

3. ວິທີການອ່ານຄໍາຮ້ອຍກອງ 
- ການອ່ານຄຳຮ້ອຍກອງມີລັກສະນະແຕກຕ່າງກັນເຊັ່ນ:ການອ່ານກາບ, ການອ່ານກອນ, ການອ່ານໂຄງ, ການອ່ານສານ.

3.1 ການອ່ານກາບ
- ການອ່ານກາບຈະອ່ານຕາມລັກສະນະການປະກອບຄຳໃນແຕ່ລະວັກ ເຊິ່ງວັກໜຶ່ງມີສອງຕອນ ການອ່ານຕ້ອງໃຫ້ຖືກລັກສະນະກົກ 3 ປາຍ 4ໃຫ້ອ່ານສາມຄໍາໃນຕອນໜ້າກ່ອນແລ້ວຢຸດໜ້ອຍໜຶ່ງ ຈຶ່ງອ່ານສີ່ຄໍາໃນຕອນຫຼັງ ແລະ ໃຫ້ເນັ້ນສຽງຢູ່ຄໍາສຸດທ້າຍຂອງແຕ່ລະວັກ…

3.2 ການອ່ານກອນ
-ກອນອ່ານ
-ກອນຜະຫຍາ
-ກອນລໍາ
-ກອນຮ່າຍ
- ການອ່ານກອນຈະອ່ານຕາມລັກສະນະປະກອບຄຳໃນແຕ່ລະວັກ ເຊິ່ງກອນວັກໜຶ່ງຈະມີສອງຕອນໂດຍມີທັງໝົດ 7 ຄໍາ, 9 ຄໍາ, ຫຼື ຫຼາຍສຸດ 15 ຄໍາ ການອ່ານຈະມີລັກສະນະ2-3-4-2, 2-4-5-2 ຫຼື 2-5-6-2 ໃຫ້ອ່ານສອງໜ້າ ແລະ ຢຸດໜ້ອຍໜຶ່ງແລ້ວຈຶ່ງອ່ານຕອນຫຼັງ ໃນກໍລະນີມີຄຳສ້ອຍຢູ່ນຳ ກໍໃຫ້ຢຸດໜ້ອຍໜຶ່ງ ແລ້ວ ຈຶ່ງອ່ານຄຳສ້ອຍດັ່ງກ່າວສຽງທີ່ຊ້າ ແລະ ເຍີ້ນກວ່າ.

3.3 ການອ່ານໂຄງ
- ການອ່ານໂຄງຈະອ່ານຕາມລັກສະນະແຕ່ລະແບບເຊັ່ນ: ໂຄງ 3, ໂຄງ 4, ໂຄງ 5, ໂຄງ 6, ໂຄງ 7,ການອ່ານໂຄງຕ້ອງເວັ້ນສຽງ ຫຼື ຢຸດສຽງໃນແຕ່ລະວັກນັ້ນກໍຂື້ນກັບໂຄງແຕ່ລະວັກ.

3.4 ການອ່ານສານ
- ການອ່ານສານຈະອ່ານຕາມລັກສະນະຂອງສານ ເຊິ່ງສານຈະແຕ່ງເປັນແຖວຍາວ ແລະ ມີການສໍາຜັດເນືອງສຽງກັນໄດ້ເລື້ອຍໆຈົນຈົດບົດ ເວລາອ່ານສານຈະຕ້ອງເວັ້ນສຽງ ຫຼື ຢຸດສຽງແຕ່ລະບ່ອນໃຫ້ຖືກຕ້ອງ ຈະຂື້ນສຽງລົງສຽງຢູ່ບ່ອນໃດຈຶ່ງເໝາະສົມ ເວົ້າລວມແລ້ວ ການສານກໍຄືການອ່ານກອນອື່ນໆ ຕ່າງແຕ່ວ່າການອ່ານສານຈະອ່ານຕໍ່ກັນເລື້ອຍໆ.


Ž ຫລັກການສອນ
-    ຄູສອນທຸກໆຄົນ ຕ້ອງກໍາໄດ້ຫລັກການສອນໃຫ້ດີ ແລະ ນໍາໃຊ້ເຂົ້າໃນຂະບວນການຮຽນ-ການສອນໃຫ້ຖືກຕ້ອງຖືວ່າຜູ້ນັ້ນມີຈິດວິນຍານຂອງຄູຢ່າງແທ້ຈິງ ເຊິ່ງມີຫລັກການດັ່ງນີ້.
-    ການສອນຕ້ອງຮັບປະກັນການສຶກສາ ແນວຄິດການເມືອງໃຫ້ຜູ້ຮຽນ ໃນຂະບວນການຮຽນການສອນ ຄູຕ້ອງອີງໃສ່ຈຸດພິເສດເນື້ອໃນຂອງບົດຮຽນແຕ່ລະບົດ ເພື່ອສ້າງແນວຄິດການເມືອງອັນຖືກຕ້ອງໃຫ້ແກ່ນັກຮຽນ ສ້າງໃຫ້ຜູ້ຮຽນມີຄວາມພ້ອມທີ່ຈະອອກໄປເປັນຄູທີ່ດີໃນອະນາຄົດ ແລະ ສອນໃຫ້ເດັກນ້ອຍເຍົາວະຊົນລາວຮຸ່ນໃຫມ່ໃຫ້ກາຍເປັນພົນລະເມືອງທີ່ດີຂອງຊາດ.
-    ການສອນຕ້ອງຮັບປະກັນຄວາມຮູ້ວິທະຍາສາດ ທໍາມະຊາດ ແລະ ວິທະຍາສາດສັງຄົມ ຜູ້ທີ່ຈະເປັນຄູ ຕ້ອງຮັບປະກັນການເຜີຍແຜ່ບັນດາບົດຮຽນ ວິທະຍາສາດໃຫ້ຖືກຕ້ອງ ເພື່ອໃຫ້ຜູ້ຮຽນມີຄວາມຮູ້ອັນແນ່ນອນ ແລະ ມີຄວາມເຊື່ອຫມັ້ນຕໍ່ວິທະຍາສາດ.
-    ການສອນຕ້ອງຮັບປະກັນຄວາມສອດຄ່ອງ ລະຫວ່າງເນື້ອໃນບົດຮຽນກັບຄວາມສາມາດການຮັບຮູ້ຂອງນັກຮຽນແຕ່ລະຮຸ່ນອາຍຸ ນັກຮຽນແຕ່ລະຮຸ່ນອາຍຸມີປະລິມານຄວາມຮູ້ ແລະ ຄວາມເຂົ້າໃຈແຕກຕ່າງກັນ ສະນັ້ນ ເວລາສອນແຕ່ລະບົດ ຕ້ອງແບ່ງຈໍານວນຊົ່ວໂມງໃຫ້ເຫມາະສົມ ສອດຄ່ອງກັບຄວາມສາມາດຂອງນັກຮຽນໃນແຕ່ລະຮຸ່ນອາຍຸ ຊັ້ນຮຽນ ຫລື ປີຮຽນ.
-    ການສອນຕ້ອງຮັບປະກັນຄວາມຮູ້ມີການຕໍ່ເນື່ອງກັນເປັນລະບົບ ບົດຮຽນທີ່ຄູນໍາເອົາມາສອນນັ້ນ ຕ້ອງຈັດໃຫ້ເປັນລະບົບ ແລະ ຕໍ່ເນື່ອງກັນ ເພື່ອໃຫ້ຜູ້ຮຽນເຂົ້າໃຈສາຍພົວພັນຂອງແຕ່ລະບົດ ຕາມໂລຊິກແຕ່ງ່າຍຫາຍາກ ແຕ່ຫນ້ອຍຫາຫລາຍ.
-    ການສອນຕ້ອງຮັບປະກັນຄວາມມີປະຊາທິປະໄຕຕໍ່ຜູ້ຮຽນ ໃນຂະບວນການສອນ ຄູຕ້ອງຜູ້ຮຽນແມ່ນອະນາຄົດຂອງຊາດ ນັກຮຽນແຕ່ລະຄົນໃນຫ້ອງຮຽນບໍ່ວ່າຍິງ-ຊາຍ ທຸກຄົນມີສິດໄດ້ຮຽນຮູ້ເທົ່າທຽມກັນ ແລະ ແຕ່ລະຄົນລ້ວນແຕ່ມີຄວາມສາມາດທີ່ບົ່ມຊ້ອນຂອງໃຜລາວ ໃນແຕ່ລະດ້ານແຕກຕ່າງກັນ ສະນັ້ນ ຄູຕ້ອງເຄົາລົບນັບຖືສິດມີມະນຸດສໍາພັນຕໍ່ນັກຮຽນ ແລະ ພະຍາຍາມສົ່ງເສີມຫົວຄິດປະດິດສ້າງຂອງຜູ້ຮຽນໃຫ້ມີຄວາມເປັນເຈົ້າຕົນເອງໃນການຮໍ່າຮຽນ ຄູສອນບໍຄວນສະແດງທ່າທີ ແລະ ພຶດຕິກໍາທີ່ບໍເຫມາະສົມຕໍ່ກັບນັກຮຽນ.
-    ການສອນຕ້ອງເອົາໃຈໃສ່ນັກຮຽນ ຜູ້ທີ່ມີຈຸດພິເສດ ພວກເຮົາຮູ້ວ່າ ຄົນເຮົາແຕ່ລະຄົນ ລ້ວນແຕ່ບໍຄືກັນ ທາງດ້ານຮ່າງກາຍ ຈິດໃຈ ແລະ ຄວາມສາມາດ ນັກຮຽນທີ່ຢູ່ໃນຫ້ອງຮຽນຫນຶ່ງໆ ຍ່ອມຈະມີຈຸດພິເສດແຕກຕ່າງກັນ ການຮັບຮູ້ຊ້າ ພິການທາງຫູ ສາຍຕາ ແລະ ອື່ນໆ ເວລາສອນຄູຕ້ອງເອົາໃຈໃສ່ກໍາໄດ້ຈຸດພິເສດຂອງເດັກແຕ່ລະຄົນ ແລະ ວາງວິທີສອນໃຫ້ຖືກຕ້ອງກັບຈຸດພິເສດຂອງນັກຮຽນ ຕໍ່ເພດຍິງ ຄົນປັນຍາອ່ອນ ເດັກພິການ ນັກຮຽນທີ່ມີປົມດ້ອຍ ແລະ ນັກຮຽນຊົນເຜົ່າ.
-    ການສອນຕ້ອງໃຊ້ສື່ປະຈັກຕາ ໃນຂະບວນການຮຽນ-ການສອນ ຄູຜູ້ສອນຕ້ອງຊອກຫາທຸກວິທີທາງ ເພື່ອໃຫ້ຜູ້ຮຽນໄດ້ໃຊ້ອຸປະກອນການທົດລອງ ເຄື່ອງສະແດງ ແລະ ສິ່ງອື່ນໆ ກ່ຽວພັນກັບບົດຮຽນ ໂດຍເຮັດໃຫ້ຜູ້ຮຽນໄດ້ສໍາຜັດດ້ວຍອິນຊີທາງຫ້າຂອງເຈົ້າຂອງເອງ ເຮັດໃຫ້ຜູ້ຮຽນກໍາບົດຮຽນໄດ້ດີ ຈື່ໄດ້ດົນນານ ແລະ ສາມາດນໍາໃຊ້ເຂົ້າໃນພາກປະຕິບັດຕົວຈິງຕາມສະຖານະການຕ່າງໆດ້ວຍຄວາມເຫມາະສົມ.
 ຂໍ້ສະເຫນີແນະ
-    ຄູຕ້ອງເອົາໃຈໃສ່ນັກຮຽນທີ່ມີຈຸດພິເສດ ເຊັ່ນ: ແສງຕາສັ້ນ ເສດຖະກິດຄອບຄົວຂາດເຂີນ ນັກຮຽນທີ່ມັກຫລັບໃນເວລາສອນ ແລະ ອື່ນໆອີກ.
-    ຄູຕ້ອງສະເຫນີຕໍ່ຂັ້ນເທິງເຖິງບັນຫາຂອງໂຮງຮຽນວ່າຂາດເຂີນຫຍັງແດ່ ເຊັ່ນ: ປື້ມຄູມືຄູ ຕໍາລາການຮຽນ-ການສອນ ແລະ ອື່ນໆອີກ.
-    ອໍານວຍການໂຮງຮຽນຕ້ອງສະເຫນີຕໍ່ຂັ້ນເທິງເລື່ອງຂາດຄູສອນປະຈໍາວິຊາໃດຫນຶ່ງທີ່ຈະມາສອນວິຊານັ້ນໆ ຍັງບໍ່ພຽງພໍຕໍ່ຄວາມຮຽກຮ້ອງຕ້ອງການຂອງໂຮງຮຽນ.
3 ສະຫລຸບ
-    ໃນການຮຽນ-ການສອນ ວິຊາພາສາລາວ ຢູ່ໃນຊັ້ນມັດທະຍົມຕອນຕົ້ນ ແມ່ນມີຄວາມຈໍາເປັນຫລາຍຕໍ່ນັກຮຽນຜູ້ທີ່ເກີດໃຫມ່ໃຫຍ່ລຸນ ເປັນຫນໍ່ແຫນງຂອງປະເທດຊາດ ເພື່ອຈະນໍາເອົາຄວາມຮູ້ຄວາມສາມາດມາສູ່ຕົນເອງ ແລະ ອະນາຄົດພາຍໃນວັນຂ້າງຫນ້າ ສະນັ້ນ ລະບົບການຮຽນການສອນຊັ້ນມັດທະຍົມສຶກສາ ເພິ່ນຈຶ່ງມີການປັບປຸງຫລັກສູດໃຫ້ແທດເຫມາະກັບນັກຮຽນໃຫ້ເຫມາະສົມກັບແຕ່ລະອາຍຸຮຸ່ນໄວຮຽນ ດັ່ງນັ້ນ ບົດຮຽນ-ບົດສອນ ບົດທີ 2 ການອ່ານຄໍາຮ້ອຍກອງ ຈຶ່ງເຫມາະສົມກັບນັກຮຽນໃນຊັ້ນ ມ2 ທົ່ວປະເທດລາວເຮົາ.



ນໍາສະເໜີໂດຍ:  ພຣະ ທອງລອນ ສຸວັນນະສານ.
ຫົວຂໍ້: ເລື່ອງ “ພະຍາສີສຸດໂທທະນາກ ແລະ ພະຍາສຸວັນນະນາກ”
  
        I.         1.   ທີ່ມາເຄົ້າກໍາເນີດຂອງບົດເລື່ອງ.
ເລື່ອງນີ້ແມ່ນໄດ້ຂໍ້ມູນມາຈາກ ຍາພໍ່ມະຫາໂອກາດ ເພັດສີຊະນະວົງ “ນັກທໍາເອກ, ປະຣຽນທໍາປະໂຫຍກຫົກ” (ວັດສີເມືອງ) ຕາມການໃຫ້ການຂອງຍາພໍ່ໂອກາດ ເພັດສີຊະນະວົງ ຢັ້ງຢືນວ່າແມ່ນການເລົ່າປາກຕໍ່ປາກກັນສືບຕໍ່ໆມາ ນັກປະພັນແມ່ນໄດ້ແຕ່ງຂຶ້ນໃນສະໄຫມອານາຈັກຫນອງແສ.
-               -    ບົດເລື່ອງ “ພະຍາສີສຸດໂທທະນາກ ແລະ ພະຍາສຸວັນນະນາກ” ນິທານສັດ ເປັນບົດເລື່ອງເທບນິຍາຍທີ່ບໍ່
ມີນາມປາກກາຜູ້ແຕ່ງ ຫລື ເທບນິຍາຍແມ່ນເລື່ອງເລົ່າພື້ນເມືອງທີ່ເລົ່າເຖິງການປະພຶດ, ການເຄື່ອນໄຫວຂອງຕົວລະຄອນ ແຖນ, ເທວະບຸດ, ເທວະດາ, ຊັ້ນຟ້າ, ພະຍາອິນ, ພະຍາພົມ, ຜີສາງ, ນາງໄມ້ ຕາມແນວຄິດຂອງຄົນບູຮານ. ເວົ້າອີກຢ່າງຫນຶ່ງວ່າ ຄໍາວ່າ “ເທບ” ມາຈາກພາສາປາລີວ່າ “ສະຫວັນ, ຊັ້ນຟ້າ, ເທວະດາ” ສ່ວນຄໍາວ່າ “ນິຍາຍ” ມີຄວາມຫມາຍວ່າ “ນິທານ” ແມ່ນເລື່ອງເວົ້າສືບຕໍ່ກັນມາເມື່ອໂຮມເຂົ້າກັນຈຶ່ງກາຍເປັນ “ເທບນິຍາຍ” ເຊິ່ງມີຄວາມຫມາຍວ່າ “ຕໍານານ” ເລື່ອງທີ່ເວົ້າກ່ຽວແກ່ກັບ ເທບ, ເທວະບຸດ, ເທວະດາ, ພະຍາອິນ, ພະຍາພົມ, ຜີສາງ, ນາງໄມ້. ເທບນິຍາຍແມ່ນຫມາກຜົນການປະດິດແຕ່ງ, ຫົວຄິດປະດິດສ້າງ ວັດທະນະທໍາທາງຈິດໃຈຂອງຄົນຢູ່ໃນລະບອບປະຖົມມະຊີບ (ສັງຄົມບໍ່ມີຊົນຊັ້ນ) ສະນັ້ນ ຈຶ່ງເວົ້າໄດ້ວ່າ ໃນພື້ນຖານຂອງວັດທະນະທໍາຂອງແຕ່ລະຊາດ, “ເທບນິຍາຍ” ແມ່ນຮູບການປະດິດແຕ່ງພື້ນເມືຶອງທີ່ເກີດຂື້ນກ່ອນຫມູ່, ມັນຕິດແຫນ້ນກັບການເຄື່ອນໄຫວວຽກງານຕົວຈິງ, ການດໍາລົງຊີວິດ, ການເຊື່ອຖືຮີດຄອງປະເພນີ, ຄວາມມຸ້ງມາດປາຖະຫນາຂອງຄົນເຮົາ. “ເທບນິຍາຍ” ບໍ່ສະເພາະແຕ່ເປັນວິທີອະທິບາຍໂລກການເກີດຂື້ນຂອງປາກົດການຕ່າງໆຂອງຊາວບູຮານໃນສະໄຫມກ່ອນ ຫາກຍັງແມ່ນການຢືນຢັນ ແລະ ສັນລະເສີນຫມາກຜົນການປະດິດແຕ່ງ, ຫົວຄິດປະດິດສ້າງ ວັດທະນະທໍາ ແລະ ປະກອບສ່ວນປັບປຸງສາຍສໍາພັນທາງສັງຄົມ, ເພີ່ມຄວາມຮູ້, ບົດຮຽນໃນດ້ານທໍາມະຊາດ, ປຸກລະດົມນໍ້າໃຈເຊື່ອຫມັ້ນໃນການຕໍ່ສູ້ເອົາໄຊຊະນະໄພທໍາມະຊາດ; ພ້ອມກັນນັ້ນຍັງປະກອບສ່ວນກໍ່ສ້າງ, ທານຸຖະຫນອມມູນເຊື້ອດ້ານວັດທະນະທໍາ, ຄຸນສົມບັດ ແລະ ຈິດໃຈສະຫງວນຄວາມງາມໃນຫມູ່ມະຫາຊົນບັນດາເຜົ່າອີກດ້ວຍ. ເວົ້າລວມແລ້ວນັກປະພັນໃນສະໄຫມກ່ອນແມ່ນເພິ່ນມີຈິດສໍານຶກ, ມີຄວາມສະຫລາດສະຫລຽວສາມາດຍົກເອົາຕົວລະຄອນສັດມາປຽບທຽບໃສ່ກັບຄົນພາຍໃນສັງຄົມຢ່າງສອດຄ່ອງ.
      II.           -  ເນື້ອໃນລວມຂອງເລື່ອງ.
Ø  ເລື່ອງຫຍໍ້ ພະຍາສີສຸດໂທທະນາກ ແລະ ພະຍາສຸວັນນະນາກ (ຫລື ຕໍານານບັ້ງໄຟພະຍານາກ)
ໃນອະດີດຕະການມີພະຍານາກຜູ້ເປັນໃຫຍ່ສອງໂຕ ຄື ພະຍາສີສຸດໂທທະນາກ ແລະ ພະຍາສຸວັນນະນາກ ຜູ້ເປັນໃຫຍ່ສອງໂຕ ທັງສອງເປັນສ່ຽວທີ່ຮັກແພງກັນ ແລະ ມີຂໍ້ຕົກລົງປ່ຽນກັນອອກຫາອາຫານ ໃນເມື່ອຫາອາຫານໄດ້ແລ້ວກໍນໍາມາແບ່ງປັນເຊິ່ງກັນແລະກັນ ຄັ້ງໜຶ່ງພະຍາສີສຸດໂທທະນາກ ໄດ້ອອກຫາອາຫານກັບມາໄດ້ຊ້າງໂຕໜຶ່ງ ກໍແບ່ງອາຫານທີ່ຫາມາໄດ້ອອກເປັນສອງສ່ວນ ມີ ເນື້ອ, ໜັງ, ຂົນ ແລ້ວໃຊ້ໃຫ້ບໍລິວານຂອງຕົນນໍາອາຫານທີ່ແບ່ງແລ້ວ ໄປໃຫ້ພະຍາສຸວັນນະນາກ ມື້ຕໍ່ມາແມ່ນພະຍາສຸວັນນະນາກອອກໄປຫາອາຫານໄດ້ເໝັ້ນໜຶ່ງໂຕກັບມາກໍໄດ້ປະຕິບັດເຊັ່ນດຽວກັນແບ່ງອາຫານອອກເປັນສອງສ່ວນ ມີ ເນື້ອ, ໜັງ, ຂົນ, ແລ້ວກໍໃຫ້ບໍລິວານຂອງຕົນນໍາໄປສົ່ງໃຫ້ພະຍາສີສຸດໂທທະນາກ ໃນເມື່ອພະຍາສີສຸດໂທທະນາກເຫັນອາຫານທີ່ສ່ຽວສຸວັນນະນາກນໍາມາໃຫ້ເຫັນວ່າບໍສົມຄວນກັບໂຕສັດທີ່ຫາມາໄດ້ ເບິ່ງຂົນຂອງມັນແລ້ວທັງໃຫຍ່ທັງຍາວແລະໜາ ທຽບໃສ່ຂົນສັດຂອງຕົນທີ່ຫາມາໄດ້ຄັ້ງກ່ອນເສັ້ນນ້ອຍໆ ຍັງໄດ້ເນື້ອໜັງຫລາຍກວ່ານີ້ ພະຍາສີສຸດໂທທະນາກບໍຍອມຮັບອາຫານທີ່ພະຍາສຸວັນນະນາກສົ່ງໃຫ້ແລ້ວໃຊ້ໃຫ້ບໍລິວານຂອງຕົນນໍາໄປຄືນໃຫ້ພະຍາສຸວັນນະນາກພ້ອມທັງບອກວ່າບໍຮັບອາຫານທີ່ບໍເປັນທໍານໍາສ່ຽວທີ່ບໍຊື່ສັດ ສ່ວນພະຍາສຸວັນນະນາກກໍໄດ້ອະທິບາຍທຸກຢ່າງແຕ່ກໍບໍເປັນປະໂຫຍດເລີຍ.
ສະນັ້ນຈຶ່ງເກີດເຫດສົງຄາມລະຫວ່າງພະຍານາກທັງສອງໂຕທີ່ຕ້ອງການເອົາຊະນະກັນເພື່ອຈະຄອງດິນແດນທັງໝົດພຽງຝ່າຍດຽວ ການຕໍ່ສູ້ລະຫວ່າງນາກທັງສອງເຮັດໃຫ້ດິນສະທ້ານນໍ້າສະເທືອນທ້ອງຟ້າປັ່ນປ່ວນຫວັ່ນໄຫວໄປເຖິງສະຫວັນຊັ້ນຟ້າ ໂລກມະນຸດ ແລະ ເມືອງບາດານ ຜ່ານໄປຈົນເຖິງເຈັດປີ ຮ້ອນເຖິງພະຍາອິນຜູ້ມີອໍານາດເໜືອສິ່ງໃດໃນສາມພິພົບນີ້ ຈຶ່ງໄດ້ມີອົງການຢຸດສູ້ຮົບລະຫວ່າງນາກທັງສອງ ແລ້ວໃຫ້ແຂ່ງຂັນກັນສ້າງແມ່ນໍ້າອອກຈາກໜອງກະແສໂດຍມີພູເຂົາພະຍາໄຟເປັນເຂດກັ້ນຫາກຝ່າຍໃດຮຸກຮານຮາວີຝ່າຍໃດກ່ອນ ໃຫ້ໄຟມະໄລກັນເຜົາໄໝ້ເປັນຈຸນ ແຕ່ຫາກຝ່າຍໃດສ້າງແມ່ນໍ້າເຖິງເປົ້າໝາຍທະເລກ່ອນຈະມີລາງວັນໃຫ້ຄືປາບຶກໃຫຍ່ ຖ້າຜູ້ໃດໄດ້ກິນເປັນອາຫານຈະມີອາຍຸຍືນຍາວ ພະຍາສີສຸດໂທທະນາກໄດ້ນໍາບໍລິວານໄພພົນສ້າງແມ່ນໍ້າໄປທາງທິດຕາເວັນອອກຄົດໂຄ້ງຕາມພູເຂົາດ້ວຍຄວາມໃຈຮ້ອນຂອງພະຍາສີສຸດໂທທະນາກ ຈຶ່ງເອີ້ນແມ່ນໍ້ານີ້ວ່າແມ່ນໍ້າໂຄ້ງ ຫລື ແມ່ນນໍ້າໂຂງ (ແມ່ນໍ້າຂອງ) ສ່ວນພະຍາສຸວັນນະນາກໄດ້ສ້າງແມ່ນໍ້າໄປທາງທິດໃຕ້ດ້ວຍຄວາມໃຈເຢັນແລະພາກພຽນໂດຍເຊື່ອວ່າການສ້າງແມ່ນໍ້າເປັນທາງສາຍກົງຈະເຮັດໃຫ້ໄດ້ຮັບໄຊຊະນະ ແມ່ນໍ້າສາຍນີ້ກໍຄືແມ່ນໍ້ານານ ແຕ່ກໍຍ່ອມພາຍແພ້ໃຫ້ແກ່ພະຍາສີສຸດໂທທະນາກຜູ້ສ້າງແມ່ນໍ້າຂອງ ພະຍາສີສຸດໂທທະນາກກໍໄດ້ຂໍທາງຂຶ້ນລົງນຳພະຍາອິນ ລະຫວ່າງ ເມືອງບາດານ ແລະ ໂລກມະນຸດ ທີ່ພະທາດດອຍຫລວງ (ພະທາດຫລວງວຽງຈັນ) ແລະ ຫາດດອນຈັນ ສ່ວນທີ່ຢູ່ເກະດອນຄໍາຊະໂນດໄດ້ຮ້ອງຂໍເປັນກໍລະນີພິເສດເຊິ່ງທີ່ແຫ່ງນີ້ສາມາດເຊື່ອມຕໍ່ໄດ້ທັງສາມໂລກ ກະຄືໂລກສະຫວັນ ໂລກມະນຸດ ແລະ ເມືອງບາດານ ໃນຄໍ່າຄືນມື້ຂຶ້ນ ສິບຫ້າຄໍ່າ ເດືອນສິບເອັດເພັງ (ມື້ອອກພັນສາປະວໍລະນາ) ພະຍາສີສຸດໂທທະນາກຈະໄດ້ຈູດບັ້ງໄຟຂຶ້ນມາແຕ່ພື້ນບາດານ ຫລື ເມືອງບາດານ ເພື່ອຖວາຍໃຫ້ແກ່ພຣະສັມມາສັມພຸທທະເຈົ້າ ທີ່ສະເດັດລົງມາແຕ່ສະຫວັນຊັ້ນຕາວະຕິງສາ ທີ່ຈໍາພັນສາໂປຣດພະມານດາໃນກາລະຄັ້ງນັ້ນແລ.
ຮຽບຮຽງໂດຍ: ພຣະ ທອງລອນ ສຸວັນນະສານ ໂຮງຮຽນວິທະຍາໄລສົງອົງຕຶ້ ສາຍຄູພຸດທະສາດ-ພາສາລາວ.  
ໃຫ້ຂໍ້ມູນໂດຍ: ຍາພໍ່ມະຫາໂອກາດ ເພັດສີຊະນະວົງ ນັກທັມເອກ ປະຣຽນທັມປະໂຫຍກຫົກ (ວັດສີເມືອງ)






    II      -   ການແບ່ງຕອນ.
v  ບົດເລື່ອງນີ້ແບ່ງອອກເປັນ:
Ø  ຕອນທີ 1: ແຕ່່ໃນອະດີດຕະການມີພະຍານາກຜູ້ເປັນໃຫຍ່ສອງໂຕ... ຈົນຮອດ ພະຍາສຸວັນນະນາກກໍໄດ້ອະທິບາຍທຸກຢ່າງແຕ່ກໍບໍ່ເປັນປະໂຫຍດເລີຍ.
-    ເນື້ອໃນຕອນນີ້ເວົ້າເຖິງພະຍາສີສຸດໂທທະນາກ ແລະ ພະຍາສຸວັນນະນາກ ທັັງສອງໂຕໃນນັ້ນແມ່ນພະຍາສີສຸດໂທທະນາກບໍ່ເຂົ້າໃຈສ່ຽວ ເພາະຄວາມຮູ້ເທົ່າບໍ່ເຖິງການຂອງພະຍາສຸດໂທທະນາກນັ້ເອງ.
Ø  ຕອນທີ 2: ສະນັ້ນຈຶ່ງເກີດເຫດສົງຄາມລະຫວ່າງນາກທັງສອງ... ຈົນຮອດ ຜ່ານໄປຈົນເຖິງເຈັດປີ.
-    ເນື້ອໃນຕອນນີ້ເວົ້າເຖິງພະຍາສີສຸດໂທທະນາກກັບພະຍາສຸວັນນະນາກຕໍ່ສູ້ກັນ.
Ø  ຕອນທີ 3: ຮ້ອນເຖິງພະຍາອິນ... ຈົນຮອດ ໃນການລະຄັ້ງນັ້ນແລ.
-    ເນື້ອໃນຕອນນີ້ເວົ້າເຖິງການຮັບໄຊຊະນະ, ການໃຫ້ລາງວັນ, ການຂໍຮ້ອງຂອງພະຍາສີສຸດໂທທະນາກຕໍ່ກັບພະອິນ ແລະ ຮີດຄອງປະເພນີຄວາມເຊື່ອຖືຂອງຊາວພຸດເຮົາ.
    IV.            ການວິເຄາະ.
Ø  ພຣະຍາສີສຸດໂທທະນາກສົ່ງອາຫານໃຫ້ສ່ຽວສຸວັນນະນາກ.
ໃນການປົກຄອງທີ່ມີລະບອບລາຊາເປັນປະມຸກລະຫວ່າງສອງກົກສອງເຫລົ່າ, ມີເຄື່ອງບັນນາການສົ່ງໃຫ້ກັນລະຫວ່າງສອງກໍ້າສອງຝ່າຍ, ສ້າງສໍາພັນທະໄມຕຣີຈິດເຊິ່ງກັນແລະກັນ. ມີນໍ້າໃຈໂອບອ້ອມອາລີ ນັບຖືແລະ ຮັກແພງກັນ, ຮັກສາຮີດຄອງປະເພນີອັນດີງາມ.
-    ຮູບພາບຂອງຕົວລະຄອນພະຍາສີສຸດໂທທະນາກ ແລະ ພະຍາສຸວັນນະນາກ ມັນໄດ້ສະແດງອອກໃຫ້ເຫັນ
ໃນນິທານເລື່ອງນີ້ຢ່າງຈະແຈ້ງເຖິງການພົວພັນລະຫວ່າງການໄປມາຫາສູ່ກັນ ແລະ ມີມິດສະຫາຍທີ່ມີນໍ້າໃຈແບ່ງປັນອາຫານເຊິ່ງກັນແລະກັນ. ດັ່ງໃນເລື່ອງຂ້າງເທິງທີ່ໄດ້ກ່າວໄວ້ວ່າ “ທັງສອງເປນສ່ຽວທີ່ຮັກແພງກັນ ແລະ ມີຂໍ້ຕົກລົງປ່ຽນກັນອອກຫາອາຫານ ໃນເມື່ອຫາອາຫານໄດ້ແລ້ວກໍນໍາມາແບ່ງປັນເຊິ່ງກັນແລະກັນ”
-    ພະຍາສີສຸດໂທທະນາກ ໃນຄວາມບໍ່ຮູ້ເທົ່າເຖິງການ ແລະ ບໍ່ພິຈາລະນາສຶກສາທີ່ຖ້ວນຈຶ່ງໄດ້ເສຍສ່ຽວຜູ້ທີ່
ຈົ່ງຮັກພັກດີໄປ. ດັ່ງໃນເລື່ອງຂ້າງເທິ່ງທີ່ກ່າວໄວ້ວ່າ “ພະຍາສຸດໂທທະນາກບໍ່ຍອມຮັບອາຫານທີ່ພະຍາສຸວັນນະນາກສົ່ງໃຫ້ ແລ້ວໃຊ້ໃຫ້ບໍລິວານຂອງຕົນນໍາໄປຄືນໃຫ້ພະຍາສຸວັນນະນາກພ້ອມທັງບອກວ່າບໍ່ຮັບອາຫານທີ່ບໍ່ເປັນທໍານໍາສ່ຽວທີ່ບໍ່ຊື່ສັດ”
-    ພະຍາສຸວັນນະນາກ ກໍໄດ້ອອກຫາອາຫານຕາມຂໍ້ຕົກລົງທີ່ສ່ຽວສີສຸດໂທທະນາກທີ່ທັງສອງຝ່າຍສັນຍາ
ແລະ ຕົກລົງກັນໄວ້ໃນຄັ້ງນັ້ນ. ແຕ່ຜົນອອກມາບໍ່ເພິ່ງພໍໃຈຕໍ່ກັບອາຫານຈົນເກີດເຫດໃຫ້ສອງສ່ຽວແຕກຄໍຜິດກັນດ້ວຍຄວາມບໍ່ເຂົ້າໃຈອີກພາຍຫນຶ່ງ. ດັ່ງບົດເລື່ອງຂ້າງເທິງທີ່ກ່າວໄວ້ວ່າ “ສ່ວນພະຍາສຸວັນນະນາກກໍໄດ້ອະທິບາຍທຸກງສິ່ງຢ່າງແຕ່ກໍບໍ່ເປັນປະໂຫຍດເລີຍ”

Ø  ເກີດເຫດສົງຄາມລະຫວ່າງພະຍານາກສອງໂຕ
ຖ້າພວກເຮົາມາປຽບທຽບໃສ່ກັບລະບອບການປົກຄອງທີ່ມີກະສັດເປັນປະມຸກ ແລະ ມີເຈົ້າກົກເຈົ້າເຫລົ່າສອງພັກສອງຝ່າຍແນ່ນອນຢູ່ແລ້ວໃນປະເທດນັ້ນໆ ຕ້ອງມີການຂັດຄ້ານກັນເກີດຂຶ້ນເພື່ອຍາດຊີງອໍານາດຂຶ້ນຄອງລາດ ມັນກໍຕ້ອງມີການຕໍ່ສູ້ກັນຢ່າງດຸເດືອດຍາດເອົາໄຊຊະເພື່ອປົກຄອງແຜນດິນ ບໍ່ຕ່າງຫຍັງເລີຍກັບປະເທດເພື່ອນບ້ານ ຕົວຢ່າງປະເທດໄທ ທີ່ມີການໂຄ່ນລົ້ມລັດຖະບານເຮັດລັດຖະປະຫານກັນຂຶ້ນ ເພື່ອຍາດຊີງອໍານາດຕໍາແຫນງຕ່າງຝ່າຍຕ່າງກໍບໍ່ຍ່ອມເຊິ່ງກັນແລະກັນ. ດັ່ງເລື່ອງຂ້າງເທິງທີ່ກ່າວໄວ້ວ່າ “ເກີດເຫດສົງຄາມລະຫວ່າງນາກທັງສອງໂຕທີ່ຕ້ອງການເອົາຊະນະກັນ ເພື່ອຈະຄອງດິນແດນທັງຫມົດພຽງຝ່າຍດຽວ”
-    ພະຍານາກທັງສອງຕ່າງຝ່າຍຕ່າງກໍບໍ່ລົງລອຍເຊິ່ງກັນແລະກັນ ເພື່ອຈະຍາດເອົາໄຊຊະນະ ແລະ ຄອບ
ຄອງດິນແດນພຽງຝ່າຍດຽວ ຈົນເກີດເຫດເພດໄພຂຶ້ນ ດັ່ງເລື່ອງຂ້າງເທິງທີ່ກ່າວໄວ້ວ່າ “ການຕໍ່ສູ້ລະຫວ່າງນາກທັງສອງເຮັດໃຫ້ດິນສະທ້ານນໍ້າສະເທືອນທ້ອງຟ້າປັ່ນປ່ວນຫວັ່ນໄຫວໄປເທິງຊັ້ນຟ້າ ໂລກມະນຸດ ແລະ ເມືອງບາດານ ຜ່ານໄປຈົນເຖິງເຈັດປີ”
-    ຮູບການປົກຄອງໃນລະບອບພະມະຫາກະສັດເຊິ່ງມີປະມຸກເປັນເຈົ້າ ຖ້າທຽບໃສ່ໃນສະໄຫມກ່ອນກະສັດອົງ
ໃດຕົກເປັນຫົວເມືອງຂຶ້ນໃຫ້ແກ່ເມືອງໃດ ກະສັດອົງນັ້ນກໍຍ່ອມໄດ້ເຮັດຕາມຄໍາສັ່ງ ແລະ ຕ້ອງສົ່ງເຄື່ອງບັນນາການມາໃຫ້ບໍ່ວ່າຈະເປັນເຂົ້າຂອງ, ເງິນ, ຄໍາ ແລະອື່ນໆທີ່ມີຄ່າລາຄາແພງ.
-    ຜ່ານການອ່ານເລື່ອງທີ່ນໍາສະເຫມີມາຂ້າງເທິງນີ້ ຖ້າແມ່ນປະເທດໃດມີກະສັດປົກຄອງມີປະມຸກເປັນປະທານ
ປະເທດນັ້ນກໍຍ່ອມປັດສະຈາກໄປບໍ່ໄດ້ ດັ່ງຄໍາເວົ້າທີ່ວ່າ “ກົກຊີ້ຕາຍ-ປາຍຊີ້ເປັນ”
Ø  ເວົ້າເຖິງການຕັດສິນຂອງພະອິນ ແລະ ຄໍາຮ້ອງຂໍຂອງພະຍາສີສຸດໂທທະນາກ.
ເມື່ອພະຍາອິນຜູ້ມີອໍານາດຍິ່ງໃຫຍ່ເຫນືອສິ່ງໃດຢູ່ໃນສາມພິພົບນີ້ ຈຶ່ງໄດ້ມີອົງການຢຸດສູ້ຮົບລະຫວ່າງນາກທັງສອງ ແລ້ວໃຫ້ແຂ່ງຂັນກັນສ້າງແມ່ນໍ້າອອກຈາກຫນອງກະແສ ໂດຍມີພູເຂົາພະຍາໄຟເປັນເຂດກັ້ນຮາກຝ່າຍໃດຮຸກຮານຮາວີຝ່າຍໃດກ່ອນ ໃຫ້ໄຟມະໄລກັນເຜົາໄຫມ້ເປັນຈຸນ ແຕ່ຫາກຝ່າຍໃດສ້າງແມ່ນໍ້າເຖິງເປົ້າຫມາຍທະເລກ່ອນພະຍາອິນຈະມີລາງວັນໃຫ້ຄືປາບຶກໃຫຍ່ ຖ້າໃຜໄດ້ກິນຈະມີອາຍຸຍືນຍາວ.
-    ພະຍາສີສຸດໂທທະນາກໄດ້ນໍາພາໄພພົນບໍລິວານສ້າງແມ່ນໍ້າໄປທາງທິດຕາເວັນອອກ ຄົດໂຄ້ງໄປຕາມ
ພູເຂົາດ້ວຍຄວາມໃຈຮ້ອນ ຈຶ່ງເອີ້ນແມ່ນໍ້ານີ້ວ່າ ແມ່ນໍ້າໂຄ້ງ ຫລື ແມ່ນໍ້າໂຂງ ( ແມ່ນໍ້າຂອງ ) ຍ້ອນສາເຫດນີ້ ພະຍາສີສຸດໂທທະນາກ ຈຶ່ງຮັບໄຊຊະນະ ແລະ ຈຶ່ງສ້າງແມ່ນໍ້າເຖິງເປົ້າຫມາຍຮອດທະເລກ່ອນພະຍາສຸວັນນະນາກ ແລ້ວພະຍາສີສຸດໂທທະນາກກໍໄດ້ຂໍທາງຂຶ້ນລົງນໍາພະຍາອິນ ລະຫວ່າງ ເມືອງບາດານ ແລະ ໂລກມະນຸດ ທີ່ພະທາດດອຍຫລວງ ( ພະທາດຫລວງວຽງຈັນ ) ແລະ ຫາດດອນຈັນ ສ່ວນທີ່ຢູ່ເກາະດອນຄໍາຊະໂນດໄດ້ຮ້ອງຂໍເປັນກໍລະນີພິເສດ ເຊິ່ງທີ່ແຫ່ງນັ້ນ ແມ່ນສາມາດເຊື່ອມຕໍ່ໄດ້ທັງສາມໂລກ ກໍຄື ໂລກສະຫວັນ ໂລກມະນຸດ ແລະ ເມືອງບາດານ ນອກຈາກນັ້ນ ໃນຄໍ່າຄືນມື້ຂຶ້ນ ສິບຫ້າຄໍ່າ ເດືອນສິບເອັດເພັງ ( ມື້ອອກພັນສາປະວໍລະນາ ) ພະຍາສີສຸດໂທທະນາກ ຈະໄດ້ຈູດບັ້ງໄຟຂຶ້ນມາແຕ່ພື້ນບາດານ ຫລື ເມືອງບາດານນັ້ນເອງ ເພື່ອຖວາຍໃຫ້ແກ່ພະສໍາມາສໍາພຸດທະເຈົ້າ ທີ່ສະເດັດລົງມາແຕ່ສະຫວັນຊັ້ນຕາວະຕິງສາ ທີ່ຈໍາພັນສາໂປດພະມານດາໃນການລະຄັ້ງນັ້ນແລ.
-    ກ່າວເຖິງພະຍາສຸວັນນະນາກ ແມ່ນໄດ້ສ້າງແມ່ນໍ້າໄປທາງທິດໃຕ້ດ້ວຍຄວາມໃຈເຢັນ ແລະ ພາກພຽນໂດຍ
ເຊື່ອວ່າການສ້າງແມ່ນໍ້າເປັນທາງສາຍກົງຈະໄດ້ຮັບໄຊຊະນະ ແມ່ນໍ້າສາຍນີ້ກໍຄືແມ່ນໍ້ານານ ແຕ່ພະຍາສຸວັນນະນາກຈະພະຍາຍາມ ແລະ ພາກພຽນເຖິງປານໃດກໍຕາມ ກໍຕ້ອງຍ່ອມພາຍແພ້ໃຫ້ແກ່ພະຍາສຸດໂທທະນາກຜູ້ທີ່ສ້າງໄປຮອດຈຸດເປົ້າຫມາຍ ແລະ ເຖິງທະເລກ່ອນ. ແຕ່ເຫດການຈະເປັນຢ່າງໃດກໍຕາມ ຈຶ່ງມີຄໍາເວົ້າທີ່ວ່າ “ແພ້ເປັນພຣະ-ຊະນະເປັນມານ”
-    ຖ້າເວົ້າເຖິງການປົກຄອງໃນລະບອບໃດຫນຶ່ງນັ້ນ ຖ້າບຸກຄົນນັ້ນປົກຄອງບ້ານເມືອງບໍ່ມີຄວາມທ່ຽງຕົງ
ຕັດສິນຄະດີໂດຍບໍ່ຊອບທໍາ ແລະ ບໍ່ພິນິດພິຈາລະນາໃຫ້ຖ້ວນຖີ່ແລ້ວ. ຕົງຢ່າງ: ມີບຸກຄົນກຸ່ມຫນຶ່ງທີ່ກະທໍາຄວາມຜິດແລ້ວໃຫ້ຄົນອື່ນຮັບໂທດແທນ ນີ້ຫມາຍເຖິງຄວາມບໍ່ຢຸດຕິທໍາຂອງສັງຄົມ ດັ່ງຄໍາເວົ້າທີ່ວ່າ “ແພະຮັບບາບ”
-    ສຸດທ້າຍຄວາມໂມໂຫໂທໂສຂອງພະຍາສີສຸດໂທທະນາກ ກໍ່ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຂາດສະຕິບໍ່
ຕຶງຕອງພິນິດພິຈາລະນາຢ່າງຖ້ວນຖີ່ ແລະ ເຮັດໃຫ້ເຈົ້າຂອງຂາດເພື່ອນທີ່ດີ ມິດສະຫາຍທີ່ຫາໄດ້ຍາກຄືພະຍາສຸວັນນະນາກ.
-    ນອກຈາກເວົ້າເຖິງການຕໍ່ສູ້ທາງດ້ານແນວຄິດ ສະຕິປັນຍາ ຄວາມຮູ້ເທົ່າບໍ່ເຖິງການຂອງພະຍາສຸດໂທທະ
ນາກແລ້ວ ເມື່ອເຮົາມາປຽບທຽບໃສ່ບົດບາດຄົນເຮົາພາຍໃນສັງຄົມແລ້ວ ບໍ່ວ່າຈະເປັນຊາວຫນຸ່ມ ເພດຍິງ ນັກຮຽນ ນັກສຶກສາເຮົາຕ້ອງມີສະຕິລະວັງຕົວຢ່າໄດ້ເປັນຄົນຫູເບົາໃຈງ່າຍຕ້ອງເປັນຄົນທີ່ມີຄວາມອຸ່ນອ່ຽງທຸ່ນທ່ຽງມີສະຕິຕໍ່ຕົນເອງຢູ່ສະເຫມີ ບໍ່ວ່າຈະເຮັດວຽກງານໃດກໍຕ້ອງພິນິດພິຈາລະນາໃຫ້ຄັກແນ່ແລ້ວຈຶ່ງຄ່ອຍລົງມືເຮັດມືທໍາ.
      V.            ດ້ານສິນລະປະໃນການແຕ່ງ.
ບົດເລື່ອງນີ້ ໄດ້ສ້າງໃຫ້ຜູ້ອ່ານ ຜູ້ຟັງ ການເລົ່າປາກຕໍ່ປາກໃຫ້ເຂົ້າໃຈງ່າຍ ແລະ ມີຄວາມຕິດອົກຕິດໃຈເລື່ອງນີ້ຍັງເຮັດໃຫ້ຄົນຟັງຄົນອ່ານຕິດອົກຕິດໃຈ ແລະ ມີຂໍ້ຄິດພິນິດພິຈາລະນາ ມີສະຕິປັນຍາ ຕັດສິນເລື່ອງລາວຕ່າງໃນການດໍາລົງຊີວິດພາຍໃນສັງຄົມ. ເລື່ອງນີ້ໄດ້ສ້າງຂຶ້ນຕາມການເວລາ ແລະ ຖືກຕ້ອງຕາມສະຖານທີສະພາບຕົວຈິງ ຮີດຄອງປະເພນີ. ໃນການຈັດວາງຕົວລະຄອນຜູ້ອ່ານຜູ້ຟັງໄດ້ເຫັນຢ່າງຈະແຈ້ງ ຕົວລະຄອນທຸກຕົວມີການເຄື່ອນ ໄຫວຢ່າງເຫມາະສົມ ການໃຊ້ສັບພາສາແມ່ນເຂົ້າໃຈງ່າຍ ດັ່ງນັ້ນ ບົດເລື່ອງນີ້ ຈຶ່ງມີຄວາມດຶງດູດ ມີຊີວິດຊີວາ ພ້ອມກັນນັ້ນ ຍັງໃຫ້ຂໍ້ຄິດສະຕິປັນຍາອີກດ້ວຍ.




    VI.           -  ສະຫລຸບລວມ.
ບົດເລື່ອງ “ພະຍາສີສຸດໂທທະນາກ ແລະ ພະຍາສຸວັນນະນາກ” ແມ່ນຫມາກຜົນນັກປາດອາຈານຜູ້ທີ່ເພິ່ນມີຄວາມຮູ້ຄວາມສາມາດສະຫລຽວສະຫລາດ ບົດເລື່ອງນີ້ ມັນໄດ້ສ່ອງແສງໃຫ້ເຮົາເຫັນເຖິງຄາມພາກພຽນຂອງນັກປາດອາຈານຜູ້ສະຫລາດຮູ້ໃນການແຕ່ງນິທານຂຶ້ນ ເພື່ອເປັນອາວຸດໃນການເຜີຍແພ່ດ້ານສິນທໍາຕໍ່ກັບມ່ວນມະຫາຊົນ.
-    ບົດເລື່ອງດັ່ງກ່າວ ເຖິງວ່າຈະມີຈຸດດີຄືໄດ້ວິເຄາະຜ່ານມາຂ້າງເທິງນັ້ນ ພວກເຮົາກໍສາມາດເຫັນໄດ້ວ່າຍັງມີ
ຕົວລະຄອນຂາດຕົກບົກຜ່ອງຢູ່ເຊັ່ນ: ພະຍາສຸວັນນະນາກເຖິງວ່າຈະມີຄວາມຊື່ສັດບໍລິສຸດພາກພຽນປານໃດກໍຕາມ ແຕ່ການຂາດສະຕິພິນິດພິຈາລະນາຂອງພະຍາສຸດໂທທະນາກໃນການບໍ່ເຂົ້າໃຈສ່ຽວເລື່ອງການແບ່ງປັນ ເນື້ອ ຫນັງ ຂົນ ຂອງໂຕເຫມັ້ນນັ້ນເອງ.
-    ແຕ່ເຖິງຢ່າງໃດກໍຕາມໃນບົດເລື່ອງກໍມີປະໂຫຍດພາໃຫ້ເກີດສະຕິປັນຍາ ອາດຈະມີຜູ້ຊະນະ ແລະ ຜູ້ພາຍ
ແພ້ກໍຕາມພວກເຮົາຄວນຈະເບິ່ງເຫດ ແລະ ຜົນສາກ່ອນວ່າຈຸດເລີ່ມຕົ້ນແມ່ນໃຜຜິດໃຜຖືກ ແລະ ເປັນຄວາມເຂົ້າ
ໃຈຜິດຂອງໃຜກ່ອນທີ່ບໍ່ມີເຫດແລະຜົນ ບໍ່ມີການພິນິດໄສພິຈາລະນາເບິ່ງກ່ອນວ່າ ສິ່ງນັ້ນຖືກຕ້ອງແລ້ວບໍ ແລະ ຍ້ອນເປັນນໍາຄວາມຮູ້ເທົ່າບໍ່ເຖິງການຂອງຝ່າຍຫນຶ່ງນັ້ນເອງ.
-    ໃນການສຶກສາຄົນເຮົາໃຫ້ມີສະຕິປັນຍາຕໍ່ຕົນເອງ ມີນໍ້າໃຈສາມັກຄີ ຊື່ສັດບໍລິສຸດ ເອື້ອເຝື້ອເພື່ອແຜ່ ຊອກຮູ້
ຮໍ່າຮຽນນໍາຄູບາອາຈານ ຫມູ່ເພື່ອນໃຫ້ມີສະຕິປັນຍາ ແລະ ກໍຮູ້ຫມູນໃຊ້ຄວາາມຮູ້ຂອງຕົນເອງເຂົ້າໄປນໍາໃຊ້ໃນການເຄື່ອນໄຫວຊີວິດປະຈໍາວັນ ແລະ ຮັບໃຊ້ສັງຄົມໃຫ້ດີຂຶ້ນໄປ.