ນຳສະເໜີໂດຍ: ພຣະ ທອງລອນ ສຸວັນນະສານ.
ຫົວຂໍ້: “ເພື່ອນໃຈ”.
Ø
ບົດວິເຄາະຕົວລະຄອນ “ພິມປະພັນ” ໃນເລື່ອງ “ມັດສາຫຼົງເຫຍື່ອ” ຂອງບົດຂຽນ“ເພື່ອນໃຈ”.
ພິມປະພັນ
ເປັນຕົວລະຄອນເອກໃນເລື່ອງ ເປັນຕົວແທນໃຫ້ແກ່ແມ່ຍິງລາວຜູ້ທີ່ຮູ້ຈັກຮີດຄອງປະເພນີ
ມີຮູບຮ່າງໜ້າຕາດີ ກໍາເນີດໃນຄອບຄົວທີ່ມີຖານະດີ, ເປັນຄົນທີ່ມີລະດັບການສຶກສາສູງ
ຮຽນຈົບອັກສອນສາດຈາກສະຫະລັດອາເມລີກາ ແລ້ວຖືກມອບໝາຍໃຫ້ມາເປັນອາຈານສອນຢູ່ສະຖາບັນແຫ່ງໜຶ່ງ
ເຊິ່ງເປັນຜູ້ຄຸ້ມຄອງນັກສຶກສາຍິງ, ນາງເປັນຄົນຖືກສຶກສາອົບຮົມບົ່ມສອນມາດີມັກຊອກຮູ້ຮໍ່າຮຽນຮັກໃນການອ່ານປຶ້ມທຸກປະເພດ
ມີກິລິຍາມາລະຍາດ ຮູ້ວຽກເຮືອນການຊານ ຮູ້ຈັກຖະໜອມຖ່ອມຕົວ ມີຄວາມອົດທົນເຂັ້ມແຂງ
ມີຄວາມຮັບຜິດຊອບໃນໜ້າທີ່ວຽກງານ ເຖິງວ່ານາງຈະຖືກພວກນັກສຶກສາກ່າວປະນາມໂຈມຕີກໍຕາມ
ແຕ່ນາງກໍ່ຍັງຄອຍເປັນຫ່ວງເປັນໄຍ ຄອຍກວດກາເບິ່ງຄວາມເປັນລະບຽບຮຽບຮ້ອຍ
ໃນຍາມຄໍ່າຄືນຢູ່ສະເໝີ ເວລາທີ່ເຫັນນັກສຶກສາກະທໍາຜິດນາງກໍ່ໄດ້ກ່າວເຕືອນສັ່ງສອນ,
ເປັນຄົນທີ່ມີຄວາມເມດຕາ ສະແດງອອກໃນຕອນ ແສງຫຼ້າເປັນລົມຢູ່ຫ້ອງນໍ້າ
ນາງໄດ້ນໍາສົ່ງໂຮງໝໍ, ເປັນຄົນທີ່ຍຶດໝັ້ນຕໍ່ຄວາມຮັກຄື ພາຍຫຼັງທີ່
ປະຊາຜູ້ເປັນຄົນຮັກໄດ້ເສຍຊີວິດຈາກອຸບັດຕິເຫດລົດຕໍາແລ້ວ
ເຖິງວ່າມີຊາຍອື່ນມາກ້ຽວວຽນຂໍຄວາມຮັກ ແຕ່ກໍ່ປະຕິເສດ ເພາະເສຍໃຈນໍາຄວາມຮັກທີ່ສູນເສຍໄປ,
ເປັນຄົນທີ່ມີແນວຄິດຖືກຕ້ອງເບິ່ງກວ້າງມອງໄກເຫັນໄດ້ຄວາມເຊື່ອມຊາມຂອງສັງຄົມໃນໃຕ້ລະບອບການປົກຄອງຂອງພວກລ່າເມືອງຂຶ້ນອາເມລີກາ
ທີ່ພາໃຫ້ຊາວໜຸ່ມມົວຫຼົງກັບສິ່ງອະບາຍຍະມຸກ ມົວເມົານໍາການຫຼິ້ນກິນຟຸມເຟືອຍ
ເຫັນເງິນຄໍາຍົດສັກຕໍ່າແໜງເປັນໃຫຍ່ໃນສັງຄົມສະໄໝນັ້ນ.
ຜ່ານຈາກການວິເຄາະມາຂ້າງເທິງເຫັນວ່າຄຽງຄູ່ກັບສິ່ງທີ່ດີນັ້ນ
ນາງຍັງເປັນຄົນທີ່ບໍ່ເຫັນໄດ້ຄຸນຄ່າຂອງຄວາມຮັກທີ່ແທ້ຈິງ
ຈົນເປັນສາເຫດເຮັດໃຫ້ຄົນທີ່ຮັກຕົນເອງຕ້ອງເສຍຊີວິດ.
ສະຫຼຸບແລ້ວ
ພິມປະພັນ ເປັນຄົນທີ່ງາມທາງດ້ານກາຍ ແລະ ໃຈ, ມີແນວຄິດທີ່ຖືກຕ້ອງມອງກວ້າງເຫັນໄກ,
ມີຄວາມອົດທົນເຂັ້ມແຂງ ແລະ ມີຄວາມຮັບຜິດຊອບ.
ແຕ່ນາງພັດເປັນຄົນບໍ່ຮູ້ຈັກອະໄພໃນຄວາມຮັກ.
ເລື່ອງນີ້ກຳເນີດຂື້ນໄລຍະໃດ
ตอบลบความคิดเห็นนี้ถูกผู้เขียนลบ
ตอบลบພາຣະຕະ
ตอบลบ